ລັດຖະບານດຳເນີນກອງປະຊຸມສະໄໝສາມັນປະຈຳເດືອນມັງກອນ-ກຸມພາ

25/02/2026 09:39
ຂປລ ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນ ມັງກອນ-ກຸມພາ 2026 ໄຂຂຶ້ນໃນວັນທີ 24 ກຸມພາ 2026 ທ່ີສໍານັກງານນາຍົກລັດຖະມົນຕີ,.

     ຂປລ.ພາຍໃຕ້ການເປັນປະທານຂອງທ່ານ  ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ຈະດໍາເນີນເປັນເວລາ 1 ວັນເຄິ່ງ ໂດຍຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາຕໍ່ບັນດາຫົວຂໍ້ທີ່ສໍາຄັນດັ່ງນີ້: ວຽກງານຈຸດສຸມຮີບດ່ວນຄື: ຮ່າງເນື້ອໃນບົດເຜີຍແຜ່ຂອງນາຍົກລັດຖະມົນຕີ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X(2026-2030), ຄວາມຄືບໜ້າໃນການແກ້ໄຂຜົນກະທົບດິນຍຸບຢູ່ເຂດບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫລວງວຽງຈັນ, ສະພາບນັກທ່ອງທ່ຽວຢູ່ລາວ ໃນປີ 2025 ແລະ ສະເໜີທິດທາງສົ່ງເສີມການທ່ອງທ່ຽວໃນຕໍ່ໜ້າ; ການປະຕິບັດມະຕິ 08/ລບ, ລົງວັນທີ 04 ຕຸລາ 2021 ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ນະໂຍບາຍ ແລະ ການນຳໃຊ້ລົດໄຟຟ້າຢູ່ ສປປ ລາວ ແລະ ສະເໜີນະໂຍບາຍໃນຕໍ່ໜ້າ; ພິຈາລະນາເນ້ືອໃນຂອງຍຸດທະສາດການພັດທະນາເສດຖະກິດ-ສັງຄົມ 10 ປີ(2026-2035) ແລະ ວິໄສທັດຮອດປີ 2055 ຂອງ ສປປ ລາວ; ຮ່າງດຳລັດວ່າດ້ວຍການຂົນສົ່ງສິນຄ້າອັນຕະລາຍທາງບົກ ແລະ ທາງລົດໄຟ ແລະ ຮ່າງດຳລັດວ່າດ້ວຍອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ.

     ນອກຈາກບັນດາຫົວຂໍ້ດັ່ງກ່າວ,  ກອງປະຊຸມຍັງໄດ້ແຈກຢາຍ 5 ເອກະສານ ເພື່ອໃຫ້ສະມາຊິກລັດຖະບານນຳໄປຄົ້ນຄວ້າ ແລະ ປະກອບຄຳເຫັນເປັນລາຍລັກອັກສອນແລ້ວສົ່ງໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຊຶ່ງປະກອບມີ: ບົດສະຫລຸບວຽກງານພົ້ນເດັ່ນປະ ຈໍາເດືອນມັງກອນ-ກຸມພາ ແລະ ທິດທາງແຜນການປະຈໍາເດືອນ ມີນາ 2026 ຂອງລັດຖະບານ; ຮ່າງມະຕິວ່າດ້ວຍການຮັບຮອງ ແຜນການກ່ໍສ້າງ ແລະ ປັບປຸງເສ້ັນທາງໃນປີ 2026; ຮ່າງມະຕິວ່າດ້ວຍການຮັບຮອງແຜນປະຕິບັດຕົວຈິງໃນການຫັນການເກັບລາຍຮັບເປັນທັນສະໄໝໃນໄລຍະ 5 ປີ (2026-2030); ຮ່າງຂ້ໍຕົກລົງວ່າດ້ວຍການຮັບຮອງເອົາແຜນຫົວຂໍ້ເອກະສານທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມລັດຖະບານ ປີ 2026; ຮ່າງມະຕິວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການ ຈັດຕັ້ງປະຕິບັດມະຕິວ່າດ້ວຍການ ສ້າງເສດຖະກິດເອກະລາດເປັນເຈົ້າ ຕົນເອງໃນໄລຍະໃໝ່ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 (ສະບັບປັບປຸງ).

      ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈໍາເດືອນມັງກອນ- ກຸມພາ 2026 ໄດ້ໄຂຂ້ຶນໃນທ່າມກາງບັນຍາກາດທີ່ພວກເຮົາໄດ້ ສຳເລັດການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນນະຄອນຫລວງວຽງຈັນ ແລະ ບັນດາແຂວງ ຊຸດທີ V ໃນວັນທີ 22 ກຸມພາ ຜ່ານມາ, ທັງເປັນໄລຍະສຸມໃສ່ການກະກຽມກອງປະຊຸມສະໄໝສາມັນ ຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ແລະ ຂອງລັດຖະບານ ຊຸດທີ X.

      ໃນໂອກາດກ່າວໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນຍັງສືບຕໍ່ເຄັ່ງຮ້ອນ ແລະ ສັບສົນ ໂດຍສະເພາະແມ່ນຄວາມຂັດແຍ່ງທາງດ້ານການທະຫານ, ເສດຖະກິດ-ການຄ້າ, ບັນຫາຊາຍແດນ ແລະ ອື່ນໆ ຊ່ຶງບັນຫາເຫລົ່ານີ້ ຍັງຈະສືບຕໍ່ເປັນສິ່ງທ້າທາຍ ແລະ ອາດສ້າງຜົນກະທົບຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນຢູ່ຫລາຍປະເທດ, ທັງເຮັດໃຫ້ສະພາບເສດຖະກິດໂລກທ່ີມີຄວາມຫຍຸ້ງຍາກຢູ່ແລ້ວນັ້ນຍິ່ງຈະສືບຕໍ່ເພີ່ມຄວາມຜັນຜວນ ແລະ ມີຜົນກະທົບເປັນວົງກວ້າງຕື່ມ, ແນ່ນອນວ່າປະເທດລາວຈະບ່ໍສາມາດຫລີກລ່ຽງຜົນກະທົບຈາກສະພາບດັ່ງກ່າວ ທັງທາງກົງ ແລະ ທາງອ້ອມ ບໍ່ຫລາຍກໍໜ້ອຍ. ສະນັ້ນ, ຈະຕ້ອງໄດ້ສືບຕໍ່ຕິດຕາມຢ່າງໃກ້ຊິດ ແລະ ມີມາດຕະການແກ້ໄຂແຕ່ຫົວທີໃຫ້ທັນການເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ ແລະ ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ.ນອກນ້ີ, ທ່ານນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງມາຍັງສະມາຊິກລັດຖະບານຈົ່ງພ້ອມກັນ ເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນໃຫ້ເລິກເຊິ່ງ, ແທດກັບສະພາບຄວາມເປັນຈິງຕໍ່ແຕ່ລະບັນຫາດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ ແລະ ມີຈຸດສຸມ ເພື່ອເຮັດໃຫ້ການດຳເນີນກອງປະຊຸມຄັ້ງນີ້ ມີຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທ່ີກຳນົດໄວ້.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

KPL

ຂ່າວອື່ນໆ

ads
ads

Top