ຂປລ
ຂປລ. ພິທີເປີດນໍາໃຊ້ໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ ບໍລິສັດ ເບຍລາວ ຈຳກັດ ໄລຍະທີ 1 (LDP1) ຂັບເຄື່ອນການເຕີບໂຕແບບຍືນຍົງ ຈັດຂຶ້ນໃນວັນທີ 9 ເມສາ 2026 ຊຶ່ງໂຄງການນີ້ ເປັນສ່ວນໜຶ່ງ ຂອງແຜນພັດທະນາ 10 ປີ ບໍລິສັດ ເບຍລາວ ຈຳກັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງອຸດສາຫະກຳ ແລະ ຄວາມຄ່ອງຕົວທາງດ້ານເສດຖະກິດຂອງ ສປປ ລາວ, ພ້ອມຂັບເຄື່ອນການເຕີບໂຕແບບຍືນຍົງໃນໄລຍະໃໝ່, ໃຫ້ກຽດເຂົ້າຮ່ວມໃນພິທີມີ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ປະທານຄະນະກໍາມະການປົກຄອງເມືອງຫາດຊາຍຟອງ, ທ່ານເອກອັກຄະລັດຖະທູດ ແດນມາກ ປະຈຳຫວຽດ ນາມ ແລະ ສປປ ລາວ, ຮອງປະທານບໍລິຫານ ກຸ່ມບໍລິສັດ ຄາສເບີກ ພາກພື້ນອາຊີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

LDP1 ແມ່ນໄລຍະທຳອິດໃນແຜນພັດທະນາ 10 ປີ ຂອງ ບໍລິສັດ ເບຍລາວ ຈຳກັດ ຊຶ່ງລວມເອົາ ການ ຍົກລະດັບໂຮງງານໃຫ້ມີຄວາມທັນສະໄໝຍິ່ງຂຶ້ນ, ເສີມຂະຫຍາຍພື້ນຖານໂຄງລ່າງແລະຄວາມຍືນຍົງ, ພ້ອມທັງລະ ບົບການຄຸ້ມຄອງນ້ຳທີ່ຮອງຮັບຄວາມຕ້ອງການຂອງການຜະລິດໃນອະນາຄົດ; ເປົ້າໝາຍຫລັກຂອງ LDP1 ແມ່ນ ການຂະຫຍາຍສາຍການຜະລິດທີ່ທັນສະໄໝແບບຄົບວົງຈອນ, ມີຄວາມໄວສູງ ສາມາດຜະລິດໄດ້ເຖິງ 45.000 ຕຸກຕໍ່ຊົ່ວໂມງ ຊຶ່ງຮອງຮັບທັງການບັນຈຸພັນແບບກະປ໋ອງ ແລະ ກະຕຸກຢາງ PET ພາຍໃນລະບົບດຽວທີ່ມີປະສິດທິ ພາບສູງຂຶ້ນ. ສາຍການຜະລິດໃໝ່ນີ້ ຈະຊ່ວຍເພີ່ມປະສິດທິພາບໃນການດຳເນີນງານ, ປັບປຸງປະສິດທິຜົນຂອງພະນັກ ງານ ແລະ ຊ່ວຍຄວບຄຸມຕົ້ນທຶນການຜະລິດໃຫ້ດີກວ່າເກົ່າ ເພື່ອຮັບປະກັນຄວາມສາມາດໃນການແຂ່ງຂັນໃນໄລຍະ ຍາວ. ດ້ວຍມູນຄ່າການລົງທຶນ 50,2 ລ້ານເອີໂຣ (ປະມານ 1,18 ພັນຕື້ກີບ), LDP1 ຖືເປັນການປະກອບສ່ວນ ສຳຄັນເຂົ້າໃນການພັດທະນາເສດຖະກິດຂອງ ສປປ ລາວ ຊຶ່ງລວມມີ: ສ້າງໂອກາດໃນການຈ້າງງານທີ່ເພີ່ມຂື້ນ, ສົ່ງ ເສີມຄວາມເຂັ້ມແຂງໃຫ້ແກ່ຂະແໜງການຜະລິດພາຍໃນປະເທດ, ເພີ່ມຂີດຄວາມສາມາດໃນການປັບຕົວຂອງລະ ບົບຕ່ອງໂສ້ການສະໜອງສິນຄ້າ ແລະ ເພີ່ມການມອບພັນທະພາສີ-ອາກອນໄລຍະຍາວໃຫ້ແກ່ລັດຖະບານ.

ທ່ານ ສັນຕິພາບ ພົມວິຫານ ໄດ້ກ່າວວ່າ: ການລົງທຶນທີ່ມີມູນຄ່າຫລາຍກວ່າ 50 ລ້ານເອີໂຣ ໃນຄັ້ງນີ້, ບໍ່ພຽງແຕ່ແມ່ນຜົນສຳເລັດອັນສະຫງ່າງາມ ແລະ ເປັນບາດກ້າວຂະຫຍາຍຕົວທີ່ສຳຄັນຂອງ ບໍລິສັດ ເບຍລາວ ຈຳກັດ ເທົ່ານັ້ນ, ແຕ່ມັນຍັງເປັນການຢັ້ງຢືນຢ່າງໜັກແໜ້ນເຖິງຄວາມເຊື່ອໝັ້ນຂອງນັກລົງທຶນ ທີ່ມີຕໍ່ສະພາບແວດລ້ອມ ການລົງທຶນຢູ່ ສປປ ລາວ. ລັດຖະບານລາວ ຖືວ່າການຂະຫຍາຍຕົວຂອງທຸລະກິດໃນຄັ້ງນີ້ ແມ່ນໝາກຜົນແຫ່ງການ ຮ່ວມມືທີ່ເຂັ້ມແຂງລະຫວ່າງພາກລັດ ແລະ ພາກເອກະຊົນ, ທັງເປັນສັນຍານອັນດີທີ່ສົ່ງໄປເຖິງນັກລົງທຶນສາກົນໃຫ້ ເຫັນວ່າ ສປປ ລາວ ຍັງເປັນປະເທດທີ່ມີສະຖຽນລະພາບ ແລະ ເປັນຈຸດໝາຍປາຍທາງການລົງທຶນໃນໄລຍະຍາວ ທີ່ໜ້າເຊື່ອຖື.

ທ່ານ ເຮັນຣິກ ຈູລ໌ ແອນເດີຊັນ ຜູ້ອຳນວຍການໃຫຍ່ ບໍລິສັດ ເບຍລາວ ຈຳກັດ ໄດ້ກ່າວວ່າ: LDP1 ບໍ່ພຽງແຕ່ແມ່ນການຂະຫຍາຍກຳລັງການຜະລິດ ແຕ່ຍັງສະທ້ອນເຖິງຄວາມມຸ່ງໝັ້ນໄລຍະຍາວຂອງພວກເຮົາໃນ ສປປ ລາວ, ໃນການລົງທຶນເພື່ອຍົກລະດັບຂີດຄວາມສາມາດດ້ານການຜະລິດ, ປັບປຸງປະສິດທິພາບ ແລະ ສືບຕໍ່ ປະກອບສ່ວນຢ່າງມີຄວາມໝາຍເຂົ້າໃນການພັດທະນາປະເທດຊາດ.

ທ່ານ ຈາວ ອາເບຄາຊິສ ຮອງປະທານໃຫຍ່, ຜູ້ອຳນວຍການປະຈຳພາກພື້ນອາຊີ ກຸ່ມບໍລິສັດ ຄາລສເບີກ ກໍໄດ້ກ່າວວ່າ: ສປປ ລາວ ເປັນພາກສ່ວນທີ່ສຳຄັນໃນຍຸດທະສາດການເຕີບໂຕຂອງພວກເຮົາໃນອາຊີ. ໂດຍຜ່ານບໍລິສັດ ເບຍລາວ ຈຳກັດ ພວກເຮົາພວມລົງທຶນໃນການສ້າງຂີດຄວາມສາມາດໄລຍະຍາວ ເພື່ອສ້າງຄວາມເຂັ້ມແຂງໃນພາກ ພື້ນ ໄປພ້ອມກັບການສະໜັບສະໜູນການເຕີບໂຕຢ່າງຍືນຍົງ.

KPL