ຜູ້ສະໝັກ ສສຊ ພ້ອມນຳເອົາຄວາມມຸ່ງຫວັງຂອງປະຊາຊົນສະເໜີຕໍ່ສະພາແຫ່ງຊາດ

12/02/2026 09:34
ຂປລ ແຫລ່ງຂ່າວຈາກແຂວງ ສາລະວັນ ໃຫ້ຮູ້ວ່າ: ທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ຜູ້ຮັບສະໝັກເລືອກຕ້ັງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X (ເບີ 1) ປະຈຳເຂດເລືອກ ຕັ້ງທີ 14 ແຂວງສາລະວັນໄດ້ສະແດງຄວາມຮູ້ສຶກພູມໃຈ ແລະ ດີອົກດີໃຈຕ່ໍການຕ້ອນຮັບອັນອົບອຸ່ນຈາກພໍ່ແມ່ປະຊາຊົນບ້ານນາລະຈາງ ແລະ ບ້ານນາກະຕາວ ເມືອງຕຸ້ມລານ.

      ຂປລ.   ກໍຄືຊາວແຂວງສາລະວັນ ຊຶ່ງເປັນຈຸດທຳອິດໃນການເຄື່ອນໄຫວໂຄສະນາຫາສຽງ ແລະ ໄດ້ແນະນຳຊື່ສຽງຮຽງນາມ, ປະຫວັດການເຄື່ອນໄຫວໃນແຕ່ລະໄລຍະ ແລະ ໜ້າທ່ີຄວາມຮັບຜິດຊອບໃນປັດຈຸບັນຕໍ່ພໍ່ແມ່ປະຊາຊົນ ກໍຄືຜູ້ມີສິດປ່ອນບັດເລືອກຕັ້ງໄດ້ຮັບຟັງ.

    ການໄດ້ພົບປະ ແລະ ໄດ້ຮັບຟັງຄວາມຄິດເຫັນຂອງຜູ້ມີສິດເລືອກຕ້ັງໃນຄ້ັງນ້ີ, ໃນການສະເໜີບັນຫາຕ່າງໆຂອງປະຊາຊົນລ້ວນແລ້ວແຕ່ມີຄວາມໝາຍຄວາມສຳຄັນທ່ີສ່ອງແສງໃຫ້ເຫັນເຖິງຈິດໃຈມຸ່ງຫວັງຂອງປະຊາຊົນຕໍ່ກັບການພັດທະນາຊີວິດການເປັນຢູ່ ແລະ ການພັດທະນາບ້ານເມືອງຕາມທິດ 3 ສ້າງຄື: ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ, ທັງຢາກເຫັນການພັດທະນາປະເທດຊາດເວົ້າສະເພາະ ກໍຄືເມືອງຕຸ້ມລານຢ່າງຕໍ່ເນື່ອງ.

     ທ່ານ ວິໄລວົງ ບຸດດາຄໍາ ກ່າວຕື່ມວ່າ: ສຳລັບການເລືອກຕັ້ງຄັ້ງນີ້, ຖ້າໄດ້ຮັບຄວາມໄວ້ວາງໃຈເປັນຕົວແທນຂອງປະຊາຊົນ ຈະນຳເອົາຄວາມມຸ່ງຫວັງ, ຄວາມປາດຖະໜາຕ່າງສະເໜີຕໍ່ສະພາແຫ່ງຊາດອັນຊົງກຽດ ເພື່ອໄດ້ຄ້ົນຄວ້າ, ພິຈາລະນາ ແລະ ຍາດແຍ່ງ ເອົາການຊ່ວຍເຫລືອ, ການຮ່ວມມືເພື່ອຜັກດັນນະໂຍບາຍທີ່ຕອບສະໜອງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ສົ່ງເສີມຄວາມເຂັ້ມແຂງຂອງຊຸມຊົນ. ການພົບປະຄັ້ງນີ້, ບໍ່ພຽງແຕ່ເປັນເວທີແນະນຳຕົນເອງເທົ່ານັ້ນ, ແຕ່ຍັງເປັນຊ່ອງທາງໃຫ້ຜູ້ສະໝັກໄດ້ຮັບຟັງຄວາມຄິດເຫັນ, ຄວາມຂັດຂ້ອງໝອງໃຈຈາກປະຊາຊົນ ເພື່ອນຳໄປປັບປຸງແນວທາງການເຮັດວຽກໃນອະນາຄົດໃຫ້ສອດຄ່ອງກັບຄວາມຕ້ອງການທີ່ແທ້ຈິງຂອງສັງຄົມ.

     ໃນໂອກາດດ່ັງກ່າວ, ທ່ານ ວິໄລວົງ ບຸດດາຄໍາ ຍັງໄດ້ຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າທຸກຄົນທ່ີມີອາຍຸແຕ່ 18 ປີຂຶ້ນໄປ ຈົ່ງພ້ອມກັນປະຕິບັດຕາມລັດຖະທຳມະນູນ ແລະ ກົດໝາຍໄປໃຊ້ສິດປ່ອນບັດເລືອກຕັ້ງໃນວັນທີ 22 ກຸມພາ 2026 ຢ່າງພ້ອມພຽງ. 

ຂ່າວ-ພາບ: ວິໄລວອນສິດທິໄຊ

KPL

ຂ່າວອື່ນໆ

ads
ads

Top