ຂປລ
ວັນທີ 10 ກຸມພານີ້, ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຄັ້ງທຳອິດຂອງ ອົງການຮ່ວມມື ເສດຖະກິດອາຊີ-ປາຊີຟິກ ຫລື APEC ປີ2026 ໄດ້ໄຂຂຶ້ນ ຢູ່ນະຄອນກວາງໂຈວ ຂອງຈີນ.
ຂປລ.ວິທະຍຸ ໂທລະພາບສູນກາງຈີນ (CMG): ວັນທີ 10 ກຸມພານີ້, ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຄັ້ງທຳອິດຂອງ ອົງການຮ່ວມມື ເສດຖະກິດອາຊີ-ປາຊີຟິກ ຫລື APEC ປີ2026 ໄດ້ໄຂຂຶ້ນ ຢູ່ນະຄອນກວາງໂຈວ ຂອງຈີນ.
ຫົວຂໍ້ສຳຄັນ ຂອງ ກອງປະຊຸມດັ່ງກ່າວ ຄື: ການສ້າງ ປະຊາຄົມ ຮ່ວມຊາຕາກຳ ອາຊີ-ປາຊີຟິກ, ຊຸກຍູ້ຄວາມຈະເລີນຮຸ່ງເຮືອງ ຮ່ວມກັນ, ພ້ອມທັງ ສຸມໃສ່ 3 ຂົງເຂດ ທີ່ ເປັນບຸລິມະສິດ ເຊັ່ນ: ການເປີດປະຕູ, ການປະດິດສ້າງໃໝ່ ແລະ ການຮ່ວມມື ໃນບັນດາຂົງເຂດ ແລະ ກົນໄກຕ່າງໆ ຢ່າງຮອບດ້ານ, ລົງເລິກປຶກສາຫາລື ກ່ຽວກັບ ການຮ່ວມມື ລາຍລະອຽດ ເພື່ອສະສົມຜົນງານ ໃຫ້ແກ່ ກອງປະຊຸມ ຜູ້ນຳເສດຖະກິດ ອົງການຮ່ວມມື ເສດຖະກິດ ອາຊີ-ປາຊີຟິກ ທີ່ຈະຈັດຂຶ້ນ ໃນເດືອນພະຈິກປີນີ້. ປີນີ້ແມ່ນປີ ທີ່ ຈີນ ຮັບໜ້າທີ່ ເປັນເຈົ້າພາບ APEC ຄັ້ງທີ 3. ກອງປະຊຸມເຈົ້າໜ້າທີ່ ອາວຸໂສແມ່ນຈຸດຕົ້ນຕໍ ໃນການ ຊຸກຍູ້ ການຮ່ວມມື ຂອງ APEC ແລະ ກະກຽມຜົນງານ ໃຫ້ແກ່ກອງປະຊຸມຜູ້ນຳ./
KPL