ຂປລ
ປະເທດນີ້ ໄດ້ຄັດເລືອກ ລາຍຊື່ ຜູ້ຮັບເໝົາເຂົ້າສູ່ ຮອບສຸດທ້າຍ (shortlist) ເພື່ອດຳເນີນການ ກໍ່ສ້າງສາງນໍາເຂົ້າແກັສທຳມະຊາດແຫລວ (LNG) ໂດຍມີ ເປົ້າໝາຍ ເພື່ອຍົກລະດັບ ຄວາມໝັ້ນຄົງ ພະລັງງານ ສ້າງແຫລ່ງພະລັງງານສຳຮອງ ທີ່ເຊື່ອຖືໄດ້ ແລະ ສະໜັບສະໜູນ ການເຕີບໂຕ ທາງເສດຖະກິດ.
ຂປລ.ສຳນັກຂ່າວ ອິນໂຟເຄວສ: ທ່ານ ໄຊມອນ ວັດ ລັດຖະມົນຕີ ກະຊວງ ພະລັງງານ ນູແວນເຊລັງ ເປີດເຜີຍວ່າ: ປະເທດນີ້ ໄດ້ຄັດເລືອກ ລາຍຊື່ ຜູ້ຮັບເໝົາເຂົ້າສູ່ ຮອບສຸດທ້າຍ (shortlist) ເພື່ອດຳເນີນການ ກໍ່ສ້າງສາງນໍາເຂົ້າແກັສທຳມະຊາດແຫລວ (LNG) ໂດຍມີ ເປົ້າໝາຍ ເພື່ອຍົກລະດັບ ຄວາມໝັ້ນຄົງ ພະລັງງານ ສ້າງແຫລ່ງພະລັງງານສຳຮອງ ທີ່ເຊື່ອຖືໄດ້ ແລະ ສະໜັບສະໜູນ ການເຕີບໂຕ ທາງເສດຖະກິດ.
ລັດຖະບານ ນູແວນເຊລັງ ໄດ້ຕັ້ງເປົ້າ ທີ່ ຈະລົງນາມ ໃນສັນຍາ ພາຍໃນ ໄລຍະກາງປີນີ້ ສຳລັບ ໂຄງການກໍ່ສ້າງ ສາງນໍາເຂົ້າ ໃນພາກພື້ນ ທາຣານາກິ(Taranaki) ເທິງເກາະເໜືອ ຂອງ ປະເທດ ຊຶ່ງຄາດວ່າ ພ້ອມເປີດດຳເນີນການ ເພື່ອຮອງຮັບ ການນຳເຂົ້າ ແກັສທຳມະຊາດແຫລວໄດ້ ໃນປີ 2027 ຫລື ຕົ້ນປີ 2028. ຮູບແບບການດຳເນີນງານດັ່ງກ່າວ ໄດ້ຊ່ວຍໃຫ້ ນູແວນເຊລັງ ສາມາດ ນຳເຂົ້າ ແກັສທຳມະຊາດແຫລວ ຈຳນວນຫລາຍໄດ້ ເມື່ອຄວາມຈຳເປັນ ຊຶ່ງຈະຊ່ວຍຈຳກັດ ຄວາມສ່ຽງ ຈາກຄວາມປ່ຽນແປງ ຂອງ ລາຄາແກັສ ໃນຕະຫລາດໂລກ./
KPL