ກູບາ ຂາດແຄນນ້ຳມັນເຊື້ອໄຟການບິນ ສົ່ງຜົນກະທົບຕໍ່ສະໜາມບິນສາກົນທຸກແຫ່ງ

11/02/2026 21:19
ຂປລ ຜູ້ສັນທັດກໍລະນີ ເປີດເຜີຍໃຫ້ຮູ້ວ່າ ລັດຖະບານ ກູບາ ໄດ້ສົ່ງຄຳເຕືອນ ໄປຍັງ ບໍລິສັດ ການບິນສາກົນ ທີ່ ດຳເນີນທຸລະກິດ ຢູ່ໃນປະເທດ ກູບາ ລະບູວ່າ: ຍ້ອນການປິດລ້ອມ ນ້ຳມັນ ເຊື້ອໄຟ ຂອງ ສ.ອາເມລິກາ

ຂປລ. ວິທະຍຸ ໂທລະພາບ ສູນກາງຈີນ (CMG): ເມື່ອບໍ່ດົນມານີ້, ຜູ້ສັນທັດກໍລະນີ ເປີດເຜີຍໃຫ້ຮູ້ວ່າ ລັດຖະບານ ກູບາ ໄດ້ສົ່ງຄຳເຕືອນ ໄປຍັງ ບໍລິສັດ ການບິນສາກົນ ທີ່ ດຳເນີນທຸລະກິດ ຢູ່ໃນປະເທດ ກູບາ ລະບູວ່າ: ຍ້ອນການປິດລ້ອມ ນ້ຳມັນ ເຊື້ອໄຟ ຂອງ ສ.ອາເມລິກາ, ນັບແຕ່ ວັນທີ 9 ກຸມພາ ຜ່ານມານີ້ ນ້ຳມັນເຊື້ອໄຟ ການບິນ ຂອງກູບາ ເລີ່ມຫລຸດລົງ. ໂດຍປະກາດ ແຈ້ງການ ຢ່າງເປັນທາງການ ທີ່ປະກາດໂດຍລັດຖະບານ ກູບາ ຊີ້ອອກວ່າ ການຂາດເຂີນນ້ຳມັນ ເຊື້ອໄຟການບິນ ຈະສ້າງຜົນກະທົບ ຕໍ່ສະໜາມບິນສາກົນ ທຸກແຫ່ງຂອງ ກູບາ. ແຈ້ງການດັ່ງກ່າວມີຜົນບັງຄັບໃຊ້ ເປັນເວລາ 1 ເດືອນ, ເລີ່ມແຕ່ວັນທີ 10 ກຸມພານີ້ ເຖິງວັນທີ 11 ມີນາທີ່ຈະມາເຖິງ./

KPL

ຂ່າວອື່ນໆ

ads
ads

Top