ສສຊ ຊຸດທີ X ເຂດເລືອກຕັ້ງທີ 9 ລົງພົບປະຫາສຽງຢູ່ກອງພັນໃຫຍ່ 643

12/02/2026 09:28
ຂປລ ພິທີພົບປະລະຫວ່າງຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ເຂດເລືອກຕັ້ງທີ 9 ກັບຜູ້ມີສິດປ່ອນບັດເລືອກຕັ້ງໄດ້ຈັດຂຶ້ນໃນວັນທີ 10 ກຸມພາ 2026 ທີ່ຜ່ານມານີ້ ຢູ່ກອງພັນໃຫຍ່ 643,.

       ຂປລ.  ນຳພາຄະນະຜູ້ສະໝັກຮັບເລືອກຕັ້ງໂດຍ ທ່ານ ບຸນໂຮມ ເທດທານີ ປະທານສະພາປະຊາຊົນແຂວງ ຮອງປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ, ພ້ອມດ້ວຍຄະນະຜູ້ລົງສະໝັກຮັບເລືອກຕັ້ງຈຳນວນ 10 ທ່ານ, ຍິງ 3 ທ່ານ, ມີຄະນະພັກຄະນະບັນຊາ, ພະນັກງານຫລັກແຫລ່ງ ຢູ່ກອງພັນໃຫຍ່ 643, ກອງພັນໃຫຍ່ 702 ແລະ ໂຮງໝໍບໍລິເວນ 101 ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.

     ໃນພິທີໄດ້ດຳເນີນໄປດ້ວຍບັນຍາກາດຄຶກຄື້ນບັນດາທ່ານຜູ້ສະໝັກຮັບເລືອກຕັ້ງກໍໄດ້ຜັດປ່ຽນກັນຂຶ້ນນຳສະເໜີຊີວະປະຫວັດຫຍໍ້, ຜົນງານການເຄື່ອນໄຫວທີ່ພົ້ນເດ່ັນ ແລະ ພ້ອມທັງສະເໜີຈຸດປະສົງແນວທາງການພັດທະນາໃນຕໍ່ໜ້າຫາກໄດ້ຮັບເລືອກຕັ້ງເປັນ ສສຊ ເພ່ືອໃຫ້ຜູ້ມີສິດປ່ອນບັດໄດ້ຮັບຊາບ ແລະ ເປັນບ່ອນອີງໃນການຕັດສິນໃຈເລືອກເອົາຕົວແທນທີ່ເໝາະສົມເຂ້ົາໄປເຮັດໜ້າທ່ີປົກປ້ອງສິດ  ແລະ ຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ, ພ້ອມທັງແນໃສ່ເຮັດໃຫ້ພະນັກງານນາຍ ແລະ ພົນທະຫາກໍຄື ພໍ່ແມ່ປະຊາຊົນບັນດາເຜົ່າສາ ມາດຕັດສິນໃຈປ່ອນບັດຄັດເລືອກ ເອົາຕົວແທນທີ່ຄົບຕາມມາດຖານ, ມີຄວາມຮູ້, ຄວາມສາມາດ, ມີ ຄຸນສົມບັດສິນທຳປະຕິວັດ ແລະ ຮັກຊາດຮັກປະຊາຊົນຢ່າງແທ້ຈິງ ເຂົ້າໄປເຮັດໜ້າທີ່ເປັນກະບອກສຽງ                  ປົກປ້ອງສິດ ແລະ ຜົນປະໂຫຍດຂອງປະຊາຊົນຢູ່ໃນສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງໃຫ້ມີຄວາມເຂັ້ມແຂງ, ພ້ອມດຽວກັນນ້ີ ຍັງໄດ້ເປີດໂອກາດໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງມີຄຳຄິດຄຳເຫັນ ແລະ ຄຳສະເໜີຕ່າງໆເພື່ອໃຫ້ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ນຳໄປພິຈາລະນາ ແລະ ປັບປຸງໃນຕໍ່ໜ້າ.

     ໂອກາດອັນມີຄວາມໝາຍຄວາມ ສຳຄັນນີ້ ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຍັງໄດ້ຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງຈົ່ງພ້ອມກັນໄປໃຊ້ສິດຂອງຕົນໃນການເລືອກຕັ້ງໃນວັນ ທີ 22 ກຸມພາ 2026 ທ່ີຈະມາເຖິງນ້ີໃຫ້ບັນລຸຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

ພາບ-ຂ່າວ: ພັນຕີ ຄຳໝັ້ນ ຄົງວິໄລ 

KPL

ຂ່າວອື່ນໆ

ads
ads

Top