ຜູ້ສະໝັກຮັບເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ສືບຕໍ່ລົງຫາສຽງ ເມືອງຮົ່ມ

12/02/2026 10:08
Email Print 434
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງໄຊ ສົມບູນ ໃຫ້ຮູ້ວ່າ: ຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດ ທີ X ປະຈໍາເຂດເລືອກຕັ້ງທີ 18 ແຂວງ ໄຊສົມບູນ ຄະນະທີ 2 ສືບຕໍ່ເຄື່ອນ ໄຫວຫາສຽງ ແລະ ແນະນຳຕົວຕໍ່ຜູ້ມີສິດ ເລືອກຕັ້ງ ຢູ່ເມືອງຮົ່ມ

ຂປລ. ແຫລ່ງຂ່າວຈາກ ແຂວງໄຊ ສົມບູນ ໃຫ້ຮູ້ວ່າ: ຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດ ທີ X ປະຈໍາເຂດເລືອກຕັ້ງທີ 18 ແຂວງ ໄຊສົມບູນ ຄະນະທີ 2 ສືບຕໍ່ເຄື່ອນ ໄຫວຫາສຽງ ແລະ ແນະນຳຕົວຕໍ່ຜູ້ມີສິດ ເລືອກຕັ້ງ ຢູ່ເມືອງຮົ່ມ ໃນວັນທີ 9 ກຸມພາ 2026 ຊຶ່ງນໍາພາໂດຍທ່ານ ພອຍຄໍາ ຮຸ່ງບຸນຍວງ ກໍາມະການສູນ ກາງພັກ, ເລຂາຄະນະບໍລິຫານງານພັກ ແຂວງໄຊສົມບູນ ຜູ້ສະໝັກນ້ຳເບີ 2 ພ້ອມ ດ້ວຍຜູ້ສະໝັກ 5 ທ່ານ ຍິງ 1 ທ່ານ. ໂອກາດນີ້, ຜູ້ສະໝັກເລືອກຕັ້ງ ຄະນະທີ 2 ໄດ້ຜັດປ່ຽນກັນຂຶ້ນຜ່ານ ຊີວະປະຫວັດຫຍໍ້ ແລະ ຜົນງານການ ເຄື່ອນໄຫວຂອງຕົນ ໃນໄລຍະຜ່ານ ມາ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ: ຫາກໄດ້ຮັບຄວາມໄວ້ວາງໃຈ ຈາກຜູ້ມີ ສິດເລືອກຕັ້ງ ຕົນເອງຈະສຸມທຸກເຫື່ອ ແຮງ, ສະຕິປັນຍາ ແລະ ຄວາມຮູ້- ຄວາມສາມາດ ເຂົ້າໃນການຮັບໃຊ້ ຊາດ, ຮັບໃຊ້ປະຊາຊົນ ແລະ ເປັນຂົວຕໍ່ ທີ່ເຂັ້ມແຂງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ເພື່ອພັດທະນາ ແຂວງໄຊ ສົມບູນ ໃຫ້ມີໃບໜ້າໃໝ່ທີ່ສົດໃສກວ່າ ເກົ່າ. ຂະນະດຽວກັນ, ຜູ້ສະໝັກແຕ່ລະ ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ມີສິດເລືອກ ຕັ້ງ ຢູ່ເມືອງຮົ່ມ ຈົ່ງໃຊ້ສິດປະຊາທິປະ ໄຕຂອງຕົນຢ່າງເຕັມສ່ວນ ໃນການ ຄັດເລືອກເອົາບຸກຄົນທີ່ມີຄວາມຮູ້- ຄວາມສາມາດ ແລະ ມີຄຸນສົມບັດສິນ ທໍາປະຕິວັດ ເພື່ອເຂົ້າໄປເຮັດໜ້າທີ່ເປັນ ຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນ ຢ່າງແທ້ຈິງ. ໂອກາດດັ່ງກ່າວ, ຄະນະຮັບຜິດ ຊອບການເລືອກຕັ້ງ ຍັງໄດ້ສະເໜີລາຍ ຊື່ ແລະ ປະຫວັດການເຄື່ອນໄຫວໂດຍ ຫຍໍ້ ຂອງຜູ້ສະໝັກຮັບເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ປະຈໍາເຂດເລືອກ ຕັ້ງທີ 18 ແຂວງໄຊສົມບູນ ຊຶ່ງແມ່ນຄະ ນະທີ 1 ທີ່ລົງເຄື່ອນໄຫວຫາສຽງ ແລະ ສະເໜີໂຕຕໍ່ປະຊາຊົນ ບ້ານເທສະບານ ເມືອງຮົ່ມ ໃຫ້ຜູ້ມີສິດເລືອກຕັ້ງໄດ້ ຮັບຊາບ ໂດຍການນໍາພາຂອງທ່ານ ມອນໄຊ ລາວມົວຊົ່ງ ກໍາມະການສູນ ກາງພັກ, ຮອງປະທານສູນກາງແນວ ລາວສ້າງຊາດ ຜູ້ສະໝັກນ້ຳເບີ 1 ພ້ອມ ດ້ວຍ ຜູ້ສະໝັກ 5 ທ່ານ ຍິງ 1 ທ່ານ ເພື່ອໃຫ້ຜູ້ມີສິດເລືອກຕັ້ງໄດ້ຄົ້ນຄວ້າພິ ຈາລະນາ ແລະ ເລືອກເອົາບຸກຄົນ ທີ່ມີ ມາດຖານເງື່ອນໄຂຄົບຖ້ວນ ເຂົ້າໃນ ສະພາ ແລະ ພັດທະນາທ້ອງຖິ່ນຂອງ ຕົນໃຫ້ຈະເລີນກ້າວໜ້າ.

KPL

ຂ່າວອື່ນໆ

    • ສສຊ ແຂວງຈຳປາສັກ ສະເໜີຫລາຍວຽກຕໍ່ແຜນເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນສູງສຸດບົດ-ສາລະຄະດີ

      ສສຊ ແຂວງຈຳປາສັກ ສະເໜີຫລາຍວຽກຕໍ່ແຜນເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນສູງສຸດ

      4/7/2026 11:56:25 AM

      ຂປລ. ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງສຸດ (ອອປສ)

    • ສສຊ ສະເໜີປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຢ່າງແທ້ຈິງບົດ-ສາລະຄະດີ

      ສສຊ ສະເໜີປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຢ່າງແທ້ຈິງ

      4/7/2026 11:53:56 AM

      ຂປລ. ໃນກອງປະຊຸມຄັ້ງປະ ຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກ ສະພາແຫ່ງຊາດ (ສສຊ) ເຂດ ເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານ ການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະ ຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງ ສຸດ (ອອປສ) ວ່າ: ຕົນເອງ ເຫັນດີເປັນເອກະພາບຕໍ່ແຜນ ບົດລາຍງານການເຄື່ອນໄຫວ ວຽກງານ 5 ປີ (2026- 2030) ຂອງສານປະຊາຊົນສູງສຸດ

    • ພະຍາດທີ່ມາພ້ອມອາກາດຮ້ອນ ແລະ ມາດຕະການປ້ອງກັນບົດ-ສາລະຄະດີ

      ພະຍາດທີ່ມາພ້ອມອາກາດຮ້ອນ ແລະ ມາດຕະການປ້ອງກັນ

      4/7/2026 11:46:49 AM

      ຂປລ. ໃນໄລຍະເດືອນມີນາ ຫາ ເດືອນພຶດສະພາ ຂອງທຸກໆປີ ປະເທດລາວຈະຜະເຊີນກັບສະ ພາບອາກາດຮ້ອນອົບເອົ້າ ຊຶ່ງບາງ ແຂວງອຸນຫະພູມອາດສູງທະລຸ 40 ອົງສາ ຊຶ່ງສະພາບອາກາດຮ້ອນດັ່ງ ກ່າວ ບໍ່ພຽງແຕ່ສ້າງຄວາມລຳບາກ ໃນການດຳລົງຊີວິດ, ແຕ່ຍັງຕ້ອງ ພົບກັບບາງພະຍາດທີ່ມັກຈະມາ ພ້ອມກັບອາກາດຮ້ອນອີກ, ຍ້ອນ ວ່າລະດູຮ້ອນແມ່ນລະດູທີ່ເໝາະໃນ ການຂະຫຍາຍຕົວຂອງເຊື້ອແບັກ ທີເຣຍບາງຊະນິດ

    •  ຫວນຄືນມູນເຊື້ອການກຳເນີດ  ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບບົດ-ສາລະຄະດີ

      ຫວນຄືນມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບ

      4/7/2026 11:43:28 AM

      ຂປລ. ພັກປະຊາຊົນປະຕິວັດ ລາວ ໄດ້ນຳພາປວງຊົນລາວທັງ ຊາດດຳເນີນພາລະກິດປ່ຽນແປງ ໃໝ່ຢ່າງ ຮອບດ້ານ ແລະ ມີຫລັກ ການຂອງພັກໃນເງື່ອນໄຂສະພາບ ແວດລ້ອມສາກົນ ທີ່ມີການຜັນແປ ໄປຢ່າງໄວວາ ແລະ ສະຫລັບຊັບ ຊ້ອນ ເຊິ່ງມີທັງກາລະໂອກາດທີ່ ເອື້ອອຳນວຍ ແລະ ສິ່ງທ້າທາຍ ທົດສອບນາໆປະການຕໍ່ພາລະກິດ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດຂອງພວກເຮົາ, ພວກ ເຮົາໄດ້ຜະເຊີນໜ້າໂດຍກົງກັບກົນ ອຸບາຍຫັນປ່ຽນ ໂດຍສັນຕິຢ່າງ ຮອບດ້ານຂອງພວກຈັກກະພັດ ແລະ ອິດທິກຳລັງປໍລະປັກ.

    • ງານເທສະການແຟຊັນ ແລະ ວັດທະນະທຳ ຈັດຂຶ້ນທີ່ປະເທດຍີ່ປຸ່ນບົດ-ສາລະຄະດີ

      ງານເທສະການແຟຊັນ ແລະ ວັດທະນະທຳ ຈັດຂຶ້ນທີ່ປະເທດຍີ່ປຸ່ນ

      4/7/2026 11:38:24 AM

      ຂປລ. ທ້າຍເດືອນຜ່ານມາ, ທີ່ ນະຄອນຫລວງໂຕກຽວ ປະເທດ ຍີ່ປຸ່ນ ໄດ້ຈັດງານມະໂຫລານ ແຟຊັນ ແລະ ວັດທະນະທຳລາວ (Lao Fashion and Culture Festival) ເພື່ອປະກອບສ່ວນ ເຂົ້າໃນການສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງສາຍພົວພັນ ທາງການທູດລະຫວ່າງ ລາວ-ຍີ່ປຸ່ນ, ພ້ອມທັງເປັນການຊຸກຍູ້ສົ່ງເສີມໃຫຜະລິດຕະພັນແຜ່ນແພລາວ ໃຫ້ສາ ມາດກ້າວເຂົ້າສູ່ຕະຫລາດສາກົນ ນັບມື້ນັບຫລາຍຂຶ້ນ.

ads
ads

Top