ອິນເດຍ ເພີ່ມງົບປະມານ ມະຫາສານ ຍົກລະດັບ ພື້ນຖານໂຄງລ່າງ-ປ້ອງກັນປະເທດ

06/02/2026 09:42
ຂປລ ທ່ານນາງ ນິຣມາລາ ສີຣາມັນ ລັດຖະມົນຕີ ການເງິນ ຂອງ ອິນເດຍ ກ່າວສູນທອນພົດ ກ່ຽວກັບ ງົບປະມານ ປະຈຳປີວ່າ ອິນເດຍ ຈະໃຊ້ຈ່າຍເງິນ ຈຳນວນຫລາຍ ເປັນປະຫວັດສາດ ໃນດ້ານພື້ນຖານ ໂຄງລ່າງ ແລະ ການປ້ອງກັນ ປະເທດน

ຂປລ, ສຳນັກຂ່າວ ເອເອຟພີ ລາຍງານຈາກ ນະຄອນຫລວງ ນີວແດນລີ ປະເທດ ອິນເດຍ,  ທ່ານນາງ ນິຣມາລາ ສີຣາມັນ ລັດຖະມົນຕີ ການເງິນ ຂອງ ອິນເດຍ ກ່າວສູນທອນພົດ ກ່ຽວກັບ ງົບປະມານ ປະຈຳປີວ່າ ອິນເດຍ ຈະໃຊ້ຈ່າຍເງິນ ຈຳນວນຫລາຍ ເປັນປະຫວັດສາດ ໃນດ້ານພື້ນຖານ ໂຄງລ່າງ ແລະ ການປ້ອງກັນ ປະເທດ, ໂດຍມີແຜນສຳລັບ ລົດໄຟ ຄວາມໄວສູງ, ເຮືອດຳນໍ້າອື່ນໆ. ໂດຍວາງແຜນ ຈະໃຊ້ເງິນ ຈຳນວນ 133.000 ລ້ານໂດລາ ສະຫະລັດ ໃນດ້ານພື້ນຖານ ໂຄງລ່າງ ແລະ 85.000 ລ້ານໂດລາ ສະຫະລັດ ໃນດ້ານການ ປ້ອງກັນ ປະເທດ ຊຶ່ງເພີ່ມຂຶ້ນ ປະມານ9% ແລະ 15% ຕາມລຳດັບ ເມື່ອທຽບກັບ ງົບປະມານ ປີກາຍນີ້./

 

KPL

ຂ່າວອື່ນໆ

ads
ads

Top