ອັດຕາວ່າງງານ ໃນ ນູແວນເຊລັງ ຂຶ້ນສູ່ ລະດັບ 5,4% ສູງສຸດ ໃນຮອບ 10ປີ

06/02/2026 09:42
ຂປລ ອັດຕາ ການວ່າງງານ ຂອງ ປະເທດນີ້ ເພີ່ມຂຶ້ນໄປສູ່ ລະດັບ 5,4% ໃນໄຕມາດສິ້ນສຸດ ເດືອນ ທັນວາ ປີ 2025 ນີ້ຖືວ່າ ເປັນຕົວເລກ ສູງສຸດ ໃນຮອບກວ່າ 10 ປີ ຫລື ຕັ້ງແຕ່ ໄລຍະ ໄຕມາດ ສິ້ນສຸດ ເດືອນກັນຍາ ປີ 2015, ຊຶ່ງເປັນອັດຕາວ່າງງານ ຢູ່ທີ 5,7%.

ຂປລ. ສຳນັກງານສະຖິຕິ ນູແວນເຊລັງ (Stats NZ) ລາຍງານວ່າ: ອັດຕາ ການວ່າງງານ ຂອງ ປະເທດນີ້ ເພີ່ມຂຶ້ນໄປສູ່ ລະດັບ 5,4% ໃນໄຕມາດສິ້ນສຸດ ເດືອນ ທັນວາ ປີ 2025 ນີ້ຖືວ່າ ເປັນຕົວເລກ ສູງສຸດ ໃນຮອບກວ່າ 10 ປີ ຫລື ຕັ້ງແຕ່ ໄລຍະ ໄຕມາດ ສິ້ນສຸດ ເດືອນກັນຍາ ປີ  2015,​ ຊຶ່ງເປັນອັດຕາວ່າງງານ ຢູ່ທີ 5,7%.

ໂດຍອັດຕາ ການວ່າງງນ ຢູ່ທີ 5,4% ດັ່ງກ່າວ ເພີ່ມຂຶ້ນ ຈາກ 5,3% ໃນໄຕມາດ ກ່ອນໜ້ານີ້, ໃນຈຳນວນຜູ້ວ່າງງານ ເພີ່ມຂຶ້ນ 5.000 ຕຳແໜ່ງ ໄປສູ່ ລະດັບ 165.000 ຕຳແໜ່ງ ໃນໄຕມາດດັ່ງກ່າວ, ໃນຂະນະທີ່ ອັດຕາການ ມີສ່ວນຮ່ວມ ໃນກຳລັງ ແຮງງານ ທີ່ເພີ່ມຂຶ້ນສູ່ ລະດັບ 70,5% ແລະ ມີຜູ້ເຂົ້າໄປສູ່ ຕະຫລາດ ແຮງງານ ເພີ່ມຂຶ້ນ 19.000 ຄົນ./

KPL

ຂ່າວອື່ນໆ

ads
ads

Top