ຂປລ
ທ່ານ Donald Tusk ນາຍົກ ລັດຖະມົນຕີ ໂປໂລຍ ໄດ້ຖະແຫລງວ່າ ປະເທດນີ້ ຈະເປັນເຈົ້າພາບ ຈັດກອງປະຊຸມ ທົ່ວໂລກ ກ່ຽວກັບ ການສ້າງ ອູແກຣນ ຄືນໃໝ່ ໃນເດືອນມິຖຸນາ ຈະມາເຖິງ ຢູ່ນະຄອນ Gdansk ເພື່ອແນໃສ່ ເປີດກວ້າງ ການຮ່ວມມືສາກົນ
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້, ທ່ານ Donald Tusk ນາຍົກ ລັດຖະມົນຕີ ໂປໂລຍ ໄດ້ຖະແຫລງວ່າ ປະເທດນີ້ ຈະເປັນເຈົ້າພາບ ຈັດກອງປະຊຸມ ທົ່ວໂລກ ກ່ຽວກັບ ການສ້າງ ອູແກຣນ ຄືນໃໝ່ ໃນເດືອນມິຖຸນາ ຈະມາເຖິງ ຢູ່ນະຄອນ Gdansk ເພື່ອແນໃສ່ ເປີດກວ້າງ ການຮ່ວມມືສາກົນ ແລະ ການໜູນຊ່ວຍ ອູແກຣນ ພາຍຫລັງ ການປະທະກັນ.
ເມື່ອກ່າວຄຳເຫັນ ຕໍ່ວົງການນັກຂ່າວ, ທ່ານ Donald Tusk ຄາດການວ່າ ຈະເຕົ້າໂຮມ ຜູ້ແທນ ນັບຮ້ອຍຄົນຈາກຫລາຍແຫ່ງ ໃນໂລກເຂົ້າຮ່ວມ, ລວມມີ ບັນດາ ການນຳການເມືອງ, ນັກຊ່ຽວຊານ ເສດຖະກິດ, ນັກທຸລະກິດ ແລະ ຜູ້ຕາງໜ້າ ຈາກບັນດາ ກຸ່ມບໍລິສັດໃຫຍ່. ໂດຍເນື້ອໃນຕົ້ນຕໍ ຂອງ ກອງປະຊຸມ ຈະປຶກສາຫາລື ກ່ຽວກັບ ບັນຫາຟື້ນຟູ ພາຍຫລັງ ການປະທະກັນ, ລວມມີ ການຕີລາຄາ ຜົນເສຍຫາຍ ດ້ານພື້ນຖານ ໂຄງລ່າງ, ສ້າງແຜນການລົງທຶນ ເຂົ້າໃນບັນດາ ຂົງເຂດ ແກ່ນສານ, ເຊັ່ນ: ພະລັງງານ, ຄົມມະນາຄົມ ແລະ ກະສິກຳ, ກໍຄື ບັນດາມາດຕະການ ປົກປັກຮັກສາ ຄວາມໝັ້ນຄົງ ໃນຍາວນານ. ກ່ອນເວລາ ດຳເນີນ ກອງປະຊຸມ ຄາດວ່າ ທ່ານ ນາຍົກລັດຖະມົນຕີ ໂປໂລຍ ຈະມີການຢ້ຽມຢາມ ອູແກຣນ ເພື່ອແນໃສ່ ປຶກສາຫາລື ລາຍລະອຽດກັບ ຝ່າຍ ອູແກຣນ, ລວມມີ ວາລະການເຄື່ອນໄຫວ, ຫົວຂໍ້ ແລະ ບັນຊີລາຍຊື່ ແຂກຖືກເຊີນ ເຂົ້າຮ່ວມກອງປະຊຸມ./
KPL