ປະທານສະພາແຫ່ງຊາດ ເນັ້ນໃຫ້ປະຊາຊົນເລືອກເອົາ ສສຊ-ສສຂ ທີ່ມີຜົນງານດີເດັ່ນຄົບມາດຖານເງື່ອນໄຂ

05/02/2026 19:53
Email Print 8276
ຂປລ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ແມ່ນການນໍາໃຊ້ສິດປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ.

      ຂປລ. ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ແມ່ນການນໍາໃຊ້ສິດປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ຕາມແນວທາງນະໂຍບາຍຂອງພັກ ເຂົ້າໃນການບູລະນະລັດປະຊາທິປະໄຕປະຊາຊົນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ເປັນການນໍາໃຊ້ສິດຂອງພົນລະເມືອງຕາມທີ່ໄດ້ກໍານົດໄວໃນລັດຖະທໍາມະນູນ. 

        ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ປະທານຄະນະກໍາມະການເລືອກຕັ້ງລະດັບຊາດໄດ້ໃຫ້ສໍາພາດຕໍ່ສ່ືມວນຊົນເມື່ອບໍ່ດົນມານີ້, ກ່ຽວກັບການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ໂດຍທ່ານໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກ ງານສ້າງ ແລະ ປັບປຸງກົດໝາຍຕະຫລອດໄລຍະ 5 ປີຜ່ານມາຂອງສະພາແຫ່ງຊາດ ຊຸດທີ IX ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ ຊຸດທີ IX, ສະພາປະຊາຊົນຂັ້ນແຂວງ ຊຸດທີ IV ພ້ອມທັງ ເນັ້ນໃຫ້ປະຊາຊົນລາວບັນດາເຜົ່າຖືເອົາການເລືອກຕັ້ງ ສສຊ ແລະ ສສຂ ທ່ີຈະຈັດຂ້ຶນພ້ອມກັນໃນຂອບເຂດທົ່ວປະເທດ ໃນວັນທີ 22 ກຸມພາ 2026 ນີ້, ເປັນໜ້າທ່ີການເມືອງທີ່ສໍາຄັນ ທີ່ຈະຕ້ອງໄດ້ເອົາໃຈໃສ່ເພ່ືອເລືອກເອົາບຸກຄົນທ່ີມີ ຄວາມຮູ້, ຄວາມສາມາດ, ຄົບຕາມມາດຖານເງື່ອນໄຂ ເພື່ອເປັນຕົວແທນຂອງປະຊາຊົນ, ນຳເອົາຄຳຄິດເຫັນຂອງປະຊາຊົນ ໄປສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງ ເພື່ອກ້າວໄປສູ່ການ ປັບປຸງແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມໃຫ້ເປັນຮູບປະທຳ. ທັງນີ້, ແນໃສ່ນໍາເອົາຜົນ ປະໂຫຍດມາສູ່ປະເທດຊາດ ກໍຄື ປະຊາຊົນລາວບັນດາເຜົ່າ. ສະນັ້ນ, ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດທີ່ມີອາຍຸຄົບ 18 ປີ ຂ້ຶນໄປ ໃຫ້ພ້ອມກັນໄປໃຊ້ສິດເລືອກຕັ້ງເອົາ ສສຊ ແລະ ສສຂ ຢ່າງພ້ອມພຽງຮຽງໜ້າ, ເຮັດໃຫ້ການເລືອກຕັ້ງ ໃນວັນທີ 22 ກຸມພາ 2026 ກາຍເປັນປາງບຸນໃຫຍ່ຂອງຊາດ ແລະ ສາມາດດໍາເນີນໄປຢ່າງເປັນຂະບວນຟົດຟື້ນ ເພື່ອເລືອກຕັ້ງເອົາຜູ້ແທນທີ່ດີເດັ່ນ ຄົບມາດຖານເງື່ອນໄຂ ແລະ ເຮັດໃຫ້ການເລືອກຕັ້ງຄັ້ງນີ້ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ ເພື່ອນໍາເອົາຜົນປະໂຫຍດມາສູ່ປະເທດຊາດກໍຄື ປະຊາຊົນລາວບັນດາເຜົ່າ.

     ພ້ອມນ້ີ, ທ່ານ ໄຊສົມພອນ ພົມວິຫານ ຍັງສະເໜີໃຫ້ຄະນະກໍາມະການເລືອກຕັ້ງທຸກຂັ້ນ, ອໍານາດການປົກຄອງທຸກຂັ້ນນໍາພາການປ່ອນບັດເລືອກຕັ້ງໃຫ້ຮັບປະກັນ ຄວາມໂປ່ງໃສ ແລະ ສໍາເລັດທັນຕາມກໍານົດເວລາຮ້ອຍສ່ວນຮ້ອຍ. ພ້ອມກັນນັ້ນ, ກໍໃຫ້ປະຊາຊົນລາວບັນດາເຜົ່າ ຈົ່ງຍົກສູງສະຕິລະວັງຕົວ, ພ້ອມກັນເປັນເຈົ້າການປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນວັນເລືອກຕັ້ງໃຫ້ຮັບປະກັນຄວາມສະຫງົບປອດໄພ. ພ້ອມນັ້ນ, ຜູ້ມີສິດເລືອກຕັ້ງກໍຕ້ອງຂີດໝາຍບັດລົງຄະແນນສຽງເລືອກຕັ້ງໃຫ້ຖືກຕ້ອງຕາມລະບຽບການເລືອກຕັ້ງຮ້ອຍສ່ວນຮ້ອຍ, ບໍ່ໃຫ້ມີບັດຕາຍ ຈຶ່ງຈະເຮັດໃຫ້ທຸກຄະແນນສຽ ໄດ້ເປັນສ່ວນປະກອບສໍາຄັນ ໃຫ້ແກ່ການບູລະນະລັດ ປະຊາທິປະໄຕ ປະຊາຊົນ ຢ່າງແທ້ຈິງ.

ຂ່າວ: ທະນູທອງ

KPL

ຂ່າວອື່ນໆ

    • ນາຍົກລັດຖະມົນຕີຕ້ອນຮັບຄະນະຜູ້ແທນກອງປະຊຸມໂຕະມົນການເມືອງ

      ນາຍົກລັດຖະມົນຕີຕ້ອນຮັບຄະນະຜູ້ແທນກອງປະຊຸມໂຕະມົນ

      11/24/2026 12:40:54 PM

      ໃນວັນທີ 19 ພະຈິກ 2026 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຄະນະຜູ້ ແທນກອງປະຊຸມໂຕະມົນ ປະຈໍາປີ 2026, ນໍາພາໂດຍ ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍ ທ່ານ ບັກໂຮເດຍ ເບີຄະນ໋ອຟ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາລາວ, ບັນດາເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາລາວ.

    • ຄະນະປ້ອງກັນພາຍໃນ ຄອສພເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນການເມືອງ

      ຄະນະປ້ອງກັນພາຍໃນ ຄອສພເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນ

      11/20/2026 10:06:46 AM

      ຄະນະປ້ອງກັນພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນ, ສະຫຼຸບວຽກງານການປ້ອງກັນພາຍໃນໄລຍະ 5 ປີ ແລະ ທິດທາງຕໍ່ໜ້າ, ພ້ອມທັງເຊັນບົດບັນທຶກກົນໄກການປະສານງານລະຫວ່າງ ກົມປ້ອງກັນພາຍໃນ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະປ້ອງກັນພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ໃນວັນທີ 19 ພະຈິກ 2026 ຢູ່ຄະນະໂຄສະນາອົບຮົມສູນກາງພັກ ໂດຍມີ ທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີກົມ 200, ກຳລັງປ້ອງກັນພາຍໃນ ຄອສພ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ຮອງປະທານປະເທດ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມອຳລາການເມືອງ

      ຮອງປະທານປະເທດ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມອຳລາ

      11/18/2026 10:03:16 AM

      ໃນວັນທີ 16 ພະຈິກ 2026 ນີ້, ທ່ານນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ໂຄອິຊຸມິ ຊຶໂຕມຸ ເອກອັກຄະລາຊະທູດ ແຫ່ງຍີ່ປຸ່ນ ປະຈຳລາວ ໃນໂອກາດສຳເລັດການປະຕິບັດໜ້າທ່ີການທູດ ຢູ່ ສປປ ລາວ.

    • ປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມ ໄອປາ ຄັ້ງທີ 47 ທີ່ຟີລິບປິນການເມືອງ

      ປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມ ໄອປາ ຄັ້ງທີ 47 ທີ່ຟີລິບປິນ

      11/18/2026 9:48:18 AM

      ໃນວັນທີ 17 ພະຈິກ 2026, ທີ່ນະຄອນຫລວງມານິລາ, ສາທາລະນະລັດ ຟີລິບປິນ, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງນະຄອນຫລວງມານິລາ ເພື່ອເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 47 ທີ່ຈະຈັດຂຶ້ນໃນລະຫວ່າງ ວັນທີ 16-22 ພະຈິກ 2026 ໂດຍການເປັນເຈົ້າພາບຂອງລັດຖະສະພາ ແຫ່ງ ສາທາລະນະລັດ ຟີລິບປິນ.

    • ສອງເລຂາທິການໃຫຍ່ ລາວ-ຫວຽດນາມ ພົບປະໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XXການເມືອງ

      ສອງເລຂາທິການໃຫຍ່ ລາວ-ຫວຽດນາມ ພົບປະໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX

      11/18/2026 9:42:26 AM

      ໃນຕອນເຊົ້າວັນທີ 15 ພະຈິກ 2026 ທີ່ນະຄອນຫລວງ ພະນົມເປັນ, ລາຊະອານາຈັກກໍາ ປູເຈຍ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX ທີ່ນະຄອນຫລວງພະນົມເປັນ, ລາຊະອານາຈັກກໍາປູເຈຍ.

ads
ads

Top