ຂປລ
ໃນຂອບເຂດ ການຢ້ຽມຢາມຈີນ, ເມື່ອແຈ້ງໝາກຜົນ ກອງປະຊຸມໃຫຍ່ ຜູ້ແທນ ທົ່ວປະເທດ ຄັ້ງທີ 14 ຂອງ ພັກກອມມູນິດ ຫວຽດນາມ
ຂປລ. ວິທະຍຸ ກະຈາຍສຽງ ຫວຽດນາມ ລາຍງານ ເມື່ອບໍ່ດົນມານີ້, ໃນຂອບເຂດ ການຢ້ຽມຢາມຈີນ, ເມື່ອແຈ້ງໝາກຜົນ ກອງປະຊຸມໃຫຍ່ ຜູ້ແທນ ທົ່ວປະເທດ ຄັ້ງທີ 14 ຂອງ ພັກກອມມູນິດ ຫວຽດນາມ, ທ່ານ ເລຮ່ວາຍຈຸງ, ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ, ທູດພິເສດຂອງ ທ່ານ ເລຂາທິການໃຫຍ່ ໂຕເລິມ, ໄດ້ດຳເນີນ ການພົບປະເຈລະຈາ ກັບ ທ່ານ ຫວັງອີ ລັດຖະມົນຕີ ການຕ່າງປະເທດ ຈີນ.
ການພົບປະເຈລະຈາ, ທ່ານ ເລຮ່ວາຍຈຸງ ໄດ້ເນັ້ນໜັກເຖິງ ຄວາມຕັດສິນໃຈ ຂອງ ພັກກອມມູນິດ ຫວຽດນາມ ປະຕິບັດ ບັນດາ ແນວທາງ, ເປົ້າໝາຍ ສັງລວມ, ບັນດາໜ້າທີ່ ຈຸດສຸມ ແລະ ບັນດາ ບາດກ້າວ ບຸກທະລຸຍຸດທະສາດ ເຊິ່ງ ກອງປະຊຸມໃຫຍ່ ຄັ້ງທີ 14 ໄດ້ວາງອອກ, ເພື່ອນຳ ຫວຽດນາມ ກາຍເປັນ ປະເທດ ພັດທະນາຕາມການກຳນົດ ທິດສັງຄົມນິຍົມ. ນອກຈາກນີ້, ທ່ານ ຍັງໄດ້ສະເໜີ ໃຫ້ 2 ຝ່າຍ ຊຸກຍູ້ ການຮ່ວມມື ໃນບັນດາ ຂົງເຂດຈຸດສຸມໃໝ່ແມ່ນວິທະຍາສາດ, ນະວັດຕະກຳ, ການບຳລຸງສ້າງ ແຫລ່ງຊັບພະຍາກອນມະນຸດ ມີຄຸນນະພາບສູງ; ພັດທະນາເສດຖະກິດ-ການຄ້າ ໃຫ້ມີຄວາມດຸ່ນດ່ຽງ, ຍືນຍົງ; ເພີ່ມທະວີ ການຮ່ວມມື ດ້ານວັດທະນະທຳ, ການແພດ ແລະ ການພົວພັນ ແລກປ່ຽນປະຊາຊົນອື່ນໆ. ສ່ວນທ່ານ ຫວັງອີ ໄດ້ສະເໜີໃຫ້ 2 ປະເທດ ຜັນຂະຫຍາຍ ບັນດາ ຂົງເຂດ ຮ່ວມມືເຊິ່ງ 2 ຝ່າຍ ມີຄວາມຕ້ອງການ ແລະ ມີທ່າແຮງ, ເຊິ່ງຈຸດສຸມແມ່ນ ບັນດາເສັ້ນທາງລົດໄຟ ເຊື່ອມຕໍ່ 2 ປະເທດ, ການຮ່ວມມື ຂ້າມຊາຍແດນ, ສ້າງບາດກ້າວ ບຸກທະລຸ ກ່ຽວກັບ ວິທະຍາສາດ ເຕັກໂນໂລຊີ ໃຫ້ມີປະສິດທິຜົນ./
KPL