ສຳເລັດຝຶກອົບຮົມໃຫ້ຜູ້ຮັບສະໝັກເລືອກຕັ້ງ ສສຊ-ສສຂ ເພດຍິງ 10 ເເຂວງພາກເໜືອ

05/02/2026 20:10
Email Print 8572
ຂປລ ຊຸດຝຶກອົບຮົມໃຫ້ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ເພື່ອກຽມຄວາມພ້ອມລົງສູ່ສະໜາມການເລືອກຕັ້ງຕົວຈິງ ກໍຄື ການກະກຽມໂຄສະນາຫາສຽງ.

     ຂປລ. ຊຸດຝຶກອົບຮົມໃຫ້ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ເພື່ອກຽມຄວາມພ້ອມລົງສູ່ສະໜາມການເລືອກຕັ້ງຕົວຈິງ ກໍຄື ການກະກຽມໂຄສະນາຫາສຽງ ໃນເວລາລົງພົບປະກັບປະຊາຊົນຜູ້ມີສິດເລືອກຕັ້ງໄດ້ປິດ ລົງດ້ວຍຜົນສຳເລັດພາຍຫລັງຈັດເປັນເວລາ 2 ມື້ ແຕ່ວັນທີ 2-3 ກຸມພາ 2026 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ທຸມມາລີ ວົງພະຈັນ ກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ, ປະທານຄະນະສະມາຊິກສະພາແຫ່ງຊາດເພດຍິງ, ໃຫ້ກຽດເຂ້ົາຮ່ວມໂດຍ ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ຜູ້ປະຈຳການເລືອກຕັ້ງລະດັບຊາດມີບັນດາຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກ ສສຊ ແລະ ສສຂ ທີ່ເປັນເພດຍິງ ຈາກສູນກາງ ແລະ ບັນດາແຂວງພາກເໜືອຄື: ແຂວງ ຜົ້ງສາລີ, ຫລວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ຫລວງພະບາງ, ໄຊຍະບູ ລີ, ຫົວພັນ, ວຽງຈັນ ແລະ ແຂວງ ໄຊສົມບູນ ເຂົ້າຮ່ວມ.

     ການຝຶກອົບຮົມຄັ້ງນີ້, ບັນດາຜູ້ເຂົ້າຮ່ວມ ໄດ້ຮຽນຮູ້ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງເປັນຕົ້ນ ພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ, ຄວາມຮູ້ພື້ນຖານກ່ຽວກັບມາລະຍາດທາງສັງຄົມ, ທັກສະການເວົ້າ, ພາສາ ກາຍ, ການນຸ່ງຖືໃນການລົງພົບປະກັບປະຊາຊົນຜູ້ມີສິດເລືອກຕັ້ງ ແລະ ວິທີການສ້າງຄວາມໝັ້ນໃຈ ໃນການໃຫ້ສຳພາດຕໍ່ສື່ມວນຊົນ ພ້ອມທັງສາທິດການໃຫ້ສຳພາດຕ່ໍສ່ືມວນຊົນ, ຖາມ-ຕອບຄຳຖາມ, ແລກປ່ຽນບົດຮຽນ, ຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ ຢ່າງສ້າງສັນ ແລະ ອື່ນໆ. 

     ໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ເນັ້ນເຖິງຄວາມໝາຍຄວາມສໍາຄັນຂອງການເລືອກຕັ້ງ ລວມທັງການໂຄສະນາ ຂອງຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ຊຶ່ງເປັນບັນຫາທີ່ມີຄວາມໝາຍສໍາຄັນເລິກເຊິ່ງເປັນທິດ ເຍືອງທາງໃຫ້ແກ່ເພດຍິງນໍາໄປຄົ້ນຄວ້າພິຈາລະນາ, ພັດທະນາຕົນເອງໃຫ້ມີຄຸນຄ່າ, ມີຄຸນນະພາບ ໂດດເດັ່ນຂຶ້ນເພື່ອສ້າງແຮງຈູງໃຈ ແລະ ຄວາມເຊື່ອໝັ້ນ ຂອງມະຫາຊົນ ແລະ ການຈັດຕັ້ງທຸກຂັ້ນ.

     ການຝຶກອົບຮົມ ໃນຄັ້ງນີ້, ແນໃສ່ເຮັດໃຫ້ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ-ສສຂ ທີ່ເປັນເພດຍິງ ກໍາໄດ້ເນື້ອໃນຈິດໃຈ ແລະ ບົດຮຽນທີ່ຖອດຖອນໄດ້ໄປໝູນໃຊ້ໃຫ້ເກີດປະໂຫຍດ ເພື່ອກຽມຄວາມພ້ອມລົງໂຄສະນາຫາສຽງ ເພື່ອກ້າວເຂົ້າສູ່ສະໜາມການເລືອກຕັ້ງຕົວຈິງ ໃນວັນທີ 22 ກຸມພາ 2026 ທີ່ຈະ ມາເຖິງນີ້.

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

    • ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລາຊະທູດລາຊະອານາຈັກໄທ ປະຈຳລາວການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລາຊະທູດລາຊະອານາຈັກໄທ ປະຈຳລາວ

      10/7/2026 9:06:54 AM

      ໃນຕອນບ່າຍວັນທີ 6 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະລາຊະທູດ ແຫ່ງ ລາຊະອານາຈັກໄທ ປະຈຳ ສປປ ລາວ ທ່ີໄດ້ຕາງໜ້າໃຫ້ທ່ານນາຍົກລັດຖະມົນຕີ ກໍຄື ລັດຖະບານ ແຫ່ງ ລາຊະອານາຈັກໄທ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນມາຍັງທ່ານ ສະເຫລີມໄຊ ກົມມະສິດ ທີ່ໄດ້ຮັບແຕ່ງຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

    • ຄອສພ ເຜີຍແຜ່ເອກະສານການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງການເມືອງ

      ຄອສພ ເຜີຍແຜ່ເອກະສານການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ

      10/7/2026 8:57:34 AM

      ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເຜີຍແຜ່, ເຊ່ືອມຊຶມເອກະສານກ່ຽວກັບການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມ ຄອງຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນຄະນະໂຄສະນາອົບຮົມສູນກາງພັກຄຸ້ມຄອງໃຫ້ພະນັກງານຫລັກແຫລ່ງທີ່ຂຶ້ນກັບ ຄອສພ ໃນວັນທີ 6 ຕຸລາ 2026.

    • ນາຍົກລັດຖະມົນຕີ ຕ້ອນຮັບທູດຫວຽດນາມ ປະຈຳລາວການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບທູດຫວຽດນາມ ປະຈຳລາວ

      10/7/2026 8:46:10 AM

      ໃນວັນທີ 5 ຕຸລາ 2026 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ ທີ່ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສສ ຫວຽດນາມ ນຳເອົາກະຕ່າດອກໄມ້ເຂົ້າອວຍພອນໃນໂອກາດ ທີ່ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃໝ່.

    • ຫ້ອງວ່າການສູນກາງພັກ ເຜີຍແຜ່ເຊື່ອມຊຶມ 2 ເອກະສານການເມືອງ

      ຫ້ອງວ່າການສູນກາງພັກ ເຜີຍແຜ່ເຊື່ອມຊຶມ 2 ເອກະສານ

      10/6/2026 10:00:36 AM

      ຫ້ອງວ່າການສູນກາງພັກ ຈັດເຜີຍແຜ່ເຊື່ອມຊຶມເນື້ອໃນມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 67/ຄບສພ, ລົງວັນທີ 20 ສິງຫາ 2026 ວ່າດ້ວຍການເພ່ີມທະວີການສະກັດກ້ັນ, ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ໃນກົງຈັກການຈັດຕັ້ງພັກ-ລັດ ແລະ ສັງຄົມ; ເອກະສານການແກ້ໄຂຄໍາຮ້ອງຟ້ອງ ແລະ ຄໍາສະເໜີໃຫ້ພະນັກງານ-ລັດຖະກອນ ໃນຕອນເຊົ້າວັນທີ 5 ຕຸລາ 2026.

    • ກະຊວງ ປກສ ສະເໜີເຫດຜົນການຂຶ້ນບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີທີ່ຖືກຄວມຄຸມການນຳໃຊ້ການເມືອງ

      ກະຊວງ ປກສ ສະເໜີເຫດຜົນການຂຶ້ນບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີທີ່ຖືກຄວມຄຸມການນຳໃຊ້

      10/6/2026 9:55:33 AM

      ໄລຍະຜ່ານມາ, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດຕ້ັງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢ່າງຕ້ັງໜ້າ ຊ່ຶງເຈົ້າໜ້າທ່ີສາມາດແກ້ໄຂຄະດີຢາເສບຕິດໄດ້ຢ່າງຫລວງຫລາຍ ແລະ ຢຶດວັດຖຸ-ຂອງກາງຄະດີເປັນຢາເສບຕິດປະເພດຕ່າງໆ, ວັດຖຸອຸປະ ກອນ ແລະ ພາຫະນະໄດ້ ເປັນຈໍານວນຫລາຍ.

ads
ads

Top