ຫວຽດນາມ-ສ.ອາເມລິກາ ລົງນາມໃນເອກະສານຮ່ວມມືດ້ານພະລັງງານ

06/02/2026 09:40
ຂປລ ຢູ່ນະຄອນຫລວງ ວໍຊິງຕັນ ຂອງ ສ.ອາເມລິກາ, ທ່ານ ເລແມ້ງຮຸ່ງ, ຜູ້ຮັກສາການ ລັດຖະມົນຕີ ກະຊວງ ອຸດສາຫະກຳ ການຄ້າ ຫວຽດນາມ ໄດ້ເປັນສັກຂີພິຍານ ໃນພິທີ ລົງນາມ ໃນບົດບັນທຶກຊ່ວຍຈຳ (MOU) ວ່າດ້ວຍ ການຮ່ວມມື ລະຫວ່າງ ບໍລິສັດ ກັ່ນຕອງ ນ້ຳມັນ

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ,​ ວັນທີ 03 ກຸມພາ ຜ່ານມາ, ຢູ່ນະຄອນຫລວງ ວໍຊິງຕັນ ຂອງ ສ.ອາເມລິກາ, ທ່ານ ເລແມ້ງຮຸ່ງ, ຜູ້ຮັກສາການ ລັດຖະມົນຕີ ກະຊວງ ອຸດສາຫະກຳ ການຄ້າ ຫວຽດນາມ ໄດ້ເປັນສັກຂີພິຍານ ໃນພິທີ ລົງນາມ ໃນບົດບັນທຶກຊ່ວຍຈຳ (MOU) ວ່າດ້ວຍ ການຮ່ວມມື ລະຫວ່າງ ບໍລິສັດ ກັ່ນຕອງ ນ້ຳມັນ ບິງເຊີນ ແລະ ບັນດາຄູ່ຮ່ວມມື ພະລັງງານແຖວໜ້າ ຂອງສ.ອາເມລິກາ, ຊຶ່ງລວມມີ: ກຸ່ມບໍລິສັດ Chevron, Marquis Energy ແລະ ADM Asia-Pacific Trading.

        ບັນດາ ເອກະສານ ໄດ້ສຸມໃສ່ ການຮ່ວມມື ສະໜອງ ນ້ຳມັນດິບ ໃຫ້ແກ່ ໂຮງງານກັ່ນຕອງ ນ້ຳມັນ ຢຸງກວັດ; ຄົ້ນຄວ້າ ຄວາມສາມາດ ສະໜອງເຊື້ອໄຟ ຊີວະພາບ ethanol ຈາກສ.ອາເມລິກາ. ໂດຍທ່ານນາງ Barbara Harrison, ຮອງປະທານ ຜູ້ຮັບຜິດຊອບ ຝ່າຍສະໜອງ ແລະ ແລກປ່ຽນຄ້າຂາຍ ນ້ຳມັນດິບ, ກຸ່ມບໍລິສັດ Chevron, ໃຫ້ຮູ້ວ່າ: ພວກຂ້າພະເຈົ້າ ປາດຖະໜາ ຢາກສືບຕໍ່ ຮ່ວມມື ໃນການສະໜອງ ນ້ຳມັນດິບ ທີ່ຜະລິດຢູ່ ສ.ອາເມລິກາ ກໍຄືບັນດາ ແຫລ່ງນ້ຳມັນອື່ນ, ເພື່ອໜູນຊ່ວຍ ການຜະລິດ ພະລັງງານ ທີ່ ປອດໄພ ແລະ ມີຄວາມໄວ້ເນື້ອເຊື່ອໃຈ ໃຫ້ແກ່ປະຊາຊົນ ຫວຽດນາມ. ຊຶ່ງປາດຖະໜາ ຢາກເພີ່ມ ປະລິມານ ແລະ ຫວັງວ່າ ຈະສາມາດ ບັນລຸລະດັບ 4-5 ລ້ານຖັງໃນປີຕໍ່ໄປ”. ໃນພິທີລົງນາມ ດຳເນີນໄປ ໃນສະພາບ 2 ປະເທດ ພວມສະໜັບສະໜູນ ການເຈລະຈາ ສັນຍາ ການຄ້າສົມທົບ ຢ່າງຍຸດຕິທຳ ແລະ ດຸ່ນດ່ຽງ, ເພື່ອມຸ່ງໄປເຖິງ ການສ້າງ ຂອບເຂດ ການຮ່ວມມື ດ້ານເສດຖະກິດ-ການຄ້າ ທີ່ມີສະຖຽນລະພາບ ແລະ ຍາວນານ ໃຫ້ສຳເລັດໂດຍໄວ./

 

KPL

ຂ່າວອື່ນໆ

ads
ads

Top