ຂປລ
ກອງປະຊຸມລັດຖະມົນຕີ ອົງການຮ່ວມມືເສດຖະ ກິດ ອາຊີ ປາຊີຟິກ ຫີ APEC ຄັ້ງທີ 11 ກ່ຽວກັບ ຄວາມໝັ້ນຄົງ ດ້ານສະບຽງອາຫານ ໄດ້ຈັດຂຶ້ນຢູ່ນະຄອນຮາງໂຈວ່ແຂວງເຈີ້ຈ່ຽງຂອງ ສປ ຈີນ

ຂປລ.ວິທະຍຸ-ໂທລະພາບສູນກາງຈີນ,ວັນທີ 25 ສິງຫານີ້, ກອງປະຊຸມ ລັດຖະມົນຕີ ອົງການຮ່ວມມືເສດຖະ ກິດ ອາຊີ ປາຊີຟິກ ຫີ APEC ຄັ້ງທີ 11 ກ່ຽວກັບ ຄວາມໝັ້ນຄົງ ດ້ານສະບຽງອາຫານ ໄດ້ຈັດຂຶ້ນຢູ່ນະຄອນຮາງໂຈວ່ ແຂວງເຈີ້ຈ່ຽງຂອງ ສປ ຈີນ, ທ່ານລິວກົວຈົ່ງ ກຳມະການ ກົມການເມືອງສູນກາງພັກ ກອມມູນິດຈີນ ຮອງນາຍົກລັດ ຖະມົນຕີຈີນ ໄດ້ເຂົ້າຮ່ວມ ພິທີໄຂກອງປະຊຸມ ແລະ ກ່າວຄຳປາໄສ ໂດຍໄດ້ສະເໜີ 4 ຂໍ້ ກ່ຽວກັບ ການເສີມສ້າງລະບົບຄວາມໝັ້ນຄົງ ດ້ານສະບຽງອາຫານ ຢ່າງໝັ້ນທ່ຽງ ກວ່າເກົ່າ ຄື: ໜຶ່ງ ສຸມໃສ່ການຍົກສູງ ຄວາມສາມາດ ການຜະລິດ, ອາໄສທ່າແຮງ ດ້ານຊັບພະຍາກອນຂອງຕົນ, ຮ່ວມກັນເສີມສ້າງ ພື້ນຖານຄວາມໝັ້ນຄົງ ດ້ານສະບຽງອາຫານ ຢ່າງໝັ້ນທ່ຽງ. ສອງ ເພີ່ມທະວີ ການພັດທະນາ ທີ່ຂັບເຄື່ອນ ດ້ວຍການປະດິດສ້າງໃໝ່, ລົງເລິກການຮ່ວມມື ດ້ານເຕັກໂນໂລຊີ ດ້ານກະສິກຳ ເພື່ອຮ່ວມກັນບົ່ມເພາະ ສ້າງແຮງຂັບເຄື່ອນໃໝ່ ໃນການຮັບປະກັນ ຄວາມໝັ້ນຄົງ ດ້ານສະບຽງອາຫານ. ສາມ ເຮັດໃຫ້ການໄຫລວຽນ ດ້ານການຄ້າ ມີຄວາມສະດວກໂລ່ງລ່ຽນ, ຍຶດໝັ້ນລັດທິ ຫລາຍຝ່າຍ ແລະ ທິດທາງໃຫຍ່ດ້ານເສດຖະກິດເປີດ, ຮ່ວມກັນປົກປັກຮັກສາ ຄວາມໝັ້ນຄົງ ແລະ ຄວາມໝັ້ນທ່ຽງ ຂອງຕ່ອງໂສ້ ການສະໜອງ ດ້ານສະບຽງອາຫານ.ສີ່ ຍຶດໝັ້ນ ຄວາມກວມລວມ ແບບຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ, ເພີ່ມທະວີ ການປະສານງານ ດ້ານນະໂຍບາຍ ເພື່ອຮ່ວມກັນ ຮັກສາຄວາມໝັ້ນຄົງ ດ້ານສະບຽງອາຫານ ຂັ້ນພື້ນຖານ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL