ຂປລ
ສປ ຈີນ ໄດ້ຍິງສົ່ງດາວທຽມ 7 ດວງ ຂຶ້ນສູ່ອະວະກາດ ຢ່າງສຳເລັດຜົນ ດ້ວຍຈະຫລວດສົ່ງຍານ CZ-6C , ດາວທຽມທັງ 7 ລວມມີ: AIRSAT-14, AIRSAT-15, ໂມດ-1A, ໂມດ-1B, ຄວາມຝັນຈີ້ງອ່ານ ແລະ ດາວທຽມອື່ນໆ.
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 25 ສິງຫານີ້, ຢູ່ສູນສົ່ງດາວທຽມທ້າຍຢວນ, ສປ ຈີນ ໄດ້ຍິງສົ່ງດາວທຽມ 7 ດວງ ຂຶ້ນສູ່ອະວະກາດ ຢ່າງສຳເລັດຜົນ ດ້ວຍຈະຫລວດສົ່ງຍານ CZ-6C , ດາວທຽມທັງ 7 ລວມມີ: AIRSAT-14, AIRSAT-15, ໂມດ-1A, ໂມດ-1B, ຄວາມຝັນຈີ້ງອ່ານ ແລະ ດາວທຽມອື່ນໆ. ດາວທຽມທັງໝົດ ໄດ້ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ ຢ່າງສະດວກ, ເຮັດໃຫ້ການຍິງສົ່ງດາວທຽມຄັ້ງນີ້ ສຳເລັດຜົນ ຢ່າງຈົບງາມ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL