ຂປລ
ທ່ານ ຄາເຊມ ກາຣີບາບາດີ ຮອງລັດຖະມົນຕີ ກະຊວງການຕ່າງປະເທດອີຣານ ກ່າວວ່າ ອີງຕາມຂໍ້ຕົກລົງຄວາມເຂົ້າໃຈ ສະບັບໃໝ່ ລະຫວ່າງ ອີຣານ ກັບ ໂອມານ ກ່ຽວກັບເສັ້ນທາງເດີນເຮືອ ຢູ່ຊ່ອງແຄບຮໍມຸສ.
ຂປລ.ວິທະຍຸ-ໂທລະພາບສູນກາງຈີນ,ວັນທີ 25 ສິງຫານີ້, ວິທະຍຸໂທລະພາບ ສາທາລະນະລັດອິດສະລາມອີຣານ (IRIB) ລາຍງານວ່າ: ທ່ານ ຄາເຊມ ກາຣີບາບາດີ ຮອງລັດຖະມົນຕີ ກະຊວງການຕ່າງປະເທດອີຣານ ກ່າວວ່າ ອີງຕາມຂໍ້ຕົກລົງຄວາມເຂົ້າໃຈ ສະບັບໃໝ່ ລະຫວ່າງ ອີຣານ ກັບ ໂອມານ ກ່ຽວກັບເສັ້ນທາງເດີນເຮືອ ຢູ່ຊ່ອງແຄບຮໍມຸສ. ເສັ້ນທາງເຂົ້າສູ່ ອ່າວເປີເຊຍ ຈະຜ່ານນ່ານນໍ້າ ຂອງອີຣານ, ໃນຂະນະທີ່ເສັ້ນທາງເດີນເຮືອ ອອກຈາກ ອ່າວເປີເຊຍຈະຜ່ານທັງນ່ານນໍ້າຂອງ ໂອມານ ແລະ ອີຣານ. ໂດຍບໍ່ອະນຸຍາດໃຫ້ກຳປັ່ນທະຫານ ຜ່ານຊ່ອງແຄບດັ່ງກ່າວ, ແຕ່ອະນຸຍາດໃຫ້ສະເພາະເຮືອສິນຄ້າ ຜ່ານໄດ້ເທົ່ານັ້ນ. ທ່ານ ກາຣີບາບາດີ ກ່າວຕື່ມວ່າ: ອີຣານ ກັບ ໂອມານ ບັນລຸຂໍ້ຕົກລົງຄວາມເຂົ້າໃຈດັ່ງກ່າວ ບໍ່ໄດ້ໝາຍຄວາມວ່າ ຈະເປີດຊ່ອງແຄບ ຮໍມຸສ ໃນທັນທີ. ຂໍ້ຕົກລົງດັ່ງກ່າວ ເປັນພຽງມາດຕະການຊົ່ວຄາວ, ສອງປະເທດຈະດຳເນີນການເຈລະຈາພາຍໃນ 30 ຫາ 60 ວັນ ເພື່ອກຳນົດເສັ້ນທາງເດີນ ເຮືອຖາວອນສາຍໃໝ່./.
ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL