ຂປລ
ການາດາ ແຈ້ງໃຫ້ຊາບວ່າ ໄດ້ຈັດວາງພາສີ ສຳລັບ ສິນຄ້ານຳເຂົ້າຈາກ ສ.ອາເມລິກາ ທີ່ມີມູນຄ່າປະມານ 20 ຕື້ໂດລາສະຫະລັດ, ເພື່ອໂຕ້ຕອບ ບັນດາອັດຕາພາສີ ສົມທົບ ເຊິ່ງອຳນາດການປົກຄອງຂອງ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ຫາກໍ່ຈັດວາງ ສຳລັບ ສິນຄ້າຂອງ ການາດາ ທີ່ຜ່ານມາ.

ຂປລ.ວິທະຍຸກະຈ່າຍສຽງຫວຽດນາມ,ວັນທີ 25 ສິງຫາ, ການາດາ ແຈ້ງໃຫ້ຊາບວ່າ ໄດ້ຈັດວາງພາສີ ສຳລັບ ສິນຄ້ານຳເຂົ້າຈາກ ສ.ອາເມລິກາ ທີ່ມີມູນຄ່າປະມານ 20 ຕື້ໂດລາສະຫະລັດ, ເພື່ອໂຕ້ຕອບ ບັນດາອັດຕາພາສີ ສົມທົບ ເຊິ່ງອຳນາດການປົກຄອງຂອງ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ຫາກໍ່ຈັດວາງ ສຳລັບ ສິນຄ້າຂອງ ການາດາ ທີ່ຜ່ານມາ. ບັນດາອັດຕາພາສີໃໝ່ 15%, 25% ແລະ 50% ຈະມີຜົນສັກສິດແຕ່ ວັນທີ 8 ກັນຍາ, ຈັດວາງຕໍ່ສິນຄ້າຂອງ ສ.ອາເມລິກາ ປະມານ 700 ປະເພດ. ໃນນັ້ນ, ອັດຕາພາສີສູງສຸດ 50% ໄດ້ຈັດວາງ ສຳລັບບັນດາຜະລິດຕະພັນຈາກເຫລັກກ້າ, ອາລູມີນຽມ, ເຄື່ອງຕົບແຕ່ງພາຍໃນ ແລະ ເຄື່ອງນຸ່ງ.ການກະທຳດັ່ງກ່າວ ໄດ້ຍົກອອກມາພາຍຫລັງ ທີ່ອັດຕາພາສີ 50% ຂອງທ່ານ ໂດນັນ ທຣຳ ຈັດວາງຕໍ່ສິນຄ້າຂອງ ການາດາ ທີ່ມີມູນຄ່າປະມານ 20 ຕື້ໂດລາສະຫະລັດ ທີ່ມີຜົນສັກສິດໃນທ້າຍອາທິດຜ່ານມາ, ພາຍຫລັງ ການເຈລະຈາດ້ານການຄ້າ ລະຫວ່າງ 2 ປະເທດທີ່ຖືກແຕກແຫງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL