ຂປລ
ຄະນະມົນຕີ ແຫ່ງສະຫະພາບ ເອີຣົບ (Council of the EU) ໄດ້ມີມະຕິ ອະນຸມັດ ຂັ້ນສຸດທ້າຍ ໃຫ້ຢຸດຕິ ການນໍາ ເຂົ້າແກັສ ທຳມະຊາດ ຈາກ ຣັດເຊຍ ທັງແບບຜ່ານທໍ່ສົ່ງ ແລະ ແກັສທຳມະຊາດແຫລວ (LNG),
ຂປລ.ສຳນັກຂ່າວ ອິນໂຟເຄວສ: ວັນທີ 26 ມັງກອນ, ຄະນະມົນຕີ ແຫ່ງສະຫະພາບ ເອີຣົບ (Council of the EU) ໄດ້ມີມະຕິ ອະນຸມັດ ຂັ້ນສຸດທ້າຍ ໃຫ້ຢຸດຕິ ການນໍາ ເຂົ້າແກັສ ທຳມະຊາດ ຈາກຣັດເຊຍ ທັງແບບຜ່ານທໍ່ສົ່ງ ແລະ ແກັສທຳມະຊາດແຫລວ (LNG), ໂດຍມາດຕະການດັ່ງກ່າວ ຈະມີຜົນບັງຄັບໃຊ້ ຢ່າງສົມບູນກັບ LNG ຕັ້ງແຕ່ເດືອນ ມັງກອນ ປີ 2027 ແລະ ແກັສຜ່ານ ທໍ່ສົ່ງ ຕັ້ງແຕ່ລະດູໃບໄມ້ຫລົ່ນ ປີດຽວກັນ.
ຖະແຫລງການ ລະບຸວ່າ: ກົດລະບຽບນີ້ ຈະມີຜົນ ຢ່າງເປັນທາງການ 1 ວັນ ຫລັງຈາກ ຕີພີມລົງ ໃນລັດກິດຈານຸເບກສາ ຂອງ ອີຢູ (Official Journal) ໂດຍຂໍ້ບັງຄັບ ຫ້າມນໍາເຂົ້າ ຈະມີຜົນໃນ ທາງປະຕິບັດ 6 ອາທິດ ຫລັງຈາກນັ້ນ. ຢ່າງໃດກໍ່ຕາມ ສຳລັບ ສັນຍາ ການຊື້ຂາຍ ທີ່ມີຢູ່ເດີມ ຈະໄດ້ຮັບການຫລຸດຜ່ອນ ໃນໄລຍະປ່ຽນຜ່ານ ເພື່ອໃຫ້ຄູ່ສັນຍາ ສາມາດ ດຳເນີນ ການ ຄ່ອຍໆຢຸດຕິສັນຍາໄດ້. ທັ້ງນີ້ ເພື່ອປ້ອງກັນ ການລົບຫລີກ ມາດຕະການ ຂວໍ້າບາດ ໜ່ວຍງານກຳກັບ ດູແລ ຂອງ ແຕ່ລະປະເທດ ສະມາຊິກ ຈະຕ້ອງກວດກາ ແຫລ່ງກຳເນີດ ແກ້ສ ຢ່າງເຂັ້ມງວດ ກ່ອນອະນຸຍາດໃຫ້ ນໍາຂົ້າສູ່ເອີຣົບ./
KPL