ເວເນຊູເອລາ ຈະເປີດພາກສ່ວນນໍ້າມັນ ຕາມຄວາມຮຽກຮ້ອງສຳຄັນໃນສ.ອາເມລິກາ

26/01/2026 13:03
Email Print 147
ຂປລ ສະມາຊິກ ສະພາ ນິຕິບັນຍັດ ຂອງ ເວເນຊູເອລາ ໄດ້ລົງມະຕິ ສະໜັບສະໜູນ ເບື້ອງຕົ້ນຕໍ່ ແຜນການເປີດ ພາກສ່ວນ ນໍ້າມັນໃຫ້ແກ່ ນັກລົງທຶນ ພາກເອກະຊົນ ຖືເປັນ ການນໍາທາງ ໃຫ້ບໍລິສັດ ພະລັງງານລາຍໃຫຍ່ ຂອງສ.ອາເມລິກາ ກັບມາລົງທຶນ ໃນປະເທດ ອີກຄັ້ງ

ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ນະຄອນຫລວງ ກາຣາກາດ ປະເທດ ເວເນຊູເອລາ ເມື່ອບໍ່ດົນມານີ້,  ສະມາຊິກ ສະພາ ນິຕິບັນຍັດ ຂອງ ເວເນຊູເອລາ ໄດ້ລົງມະຕິ ສະໜັບສະໜູນ ເບື້ອງຕົ້ນຕໍ່ ແຜນການເປີດພາກສ່ວນ ນໍ້າມັນໃຫ້ແກ່ ນັກລົງທຶນ ພາກເອກະຊົນ ຖືເປັນ ການນໍາທາງ ໃຫ້ບໍລິສັດ ພະລັງງານລາຍໃຫຍ່ ຂອງສ.ອາເມລິກາ ກັບມາລົງທຶນ ໃນປະເທດອີກຄັ້ງ ຊຶ່ງເປັນຄວາມຮຽກຮ້ອງ ສຳຄັນຂອງ ປະທານາທິບໍດີ ໂດນັນ ທຣຳ ຂອງສ.ອາເມລິກາ.

ໃນໄລຍະບໍ່ເຖິງ 3 ອາທິດ ຫລັງຈາກ ສ.ອາເມລິກາ ໂຄ້ນລົ້ມ ປະທານາທິບໍດີ ນິໂຄລັສ ມາດູໂຣ ຜູ້ນຳເວເນຊູເອລາ ສະມາຊິກນິຕິບັນຍັດ ຂອງ ເວເນຊູເອລາ ໄດ້ເຫັນດີ ກັບ ການພິຈາລະນາ ຮ່າງກົດໝາຍ ໃນວາລະທີ່ໜຶ່ງ ທີ່ຈະອະນຸຍາດ ໃຫ້ບໍລິສັດ ເອກະຊົນ ສາມາດ ດຳເນີນການ ສຳຫລວດ ແລະ ສະກັດນໍ້າມັນ ໄດ້ຢ່າງອິດສະລະ. ຖ້າຫາກຮ່າງກົດໝາຍ ສະ ບັບ ຜ່ານການພິຈາລະນາ ໃນວາລະທີສອງ ຈະຍົກເລິກ ມາດຕະການ ຄວບຄຸມ ຂອງ ລັດ ຕໍ່ພາກສ່ວນ ນໍ້າມັນຂອງ ເວເນຊູເອລາ ຊຶ່ງດຳເນີນ ມາເປັນເວລາ ຫລາຍກວ່າ 10 ປີ./.

KPL

ຂ່າວອື່ນໆ

ads
ads

Top