ເກີດເຫດເຮືອຂ້າມຟາກຫລົ້ມໃນ ຟີລິບປິນ ເສຍຊີວິດ 13 ຄົນ ສູນຫາຍ 100 ກວ່າຄົນ

27/01/2026 21:48
ຂປລ ເຈົ້າໜ້າທີ່ ລາດຕະເວນ ແຄມຝັ່ງ ຟິລິບປີນ ປະຈຳເກາະມິດາເນົາ ຕາເວັນຕົກສຽງໃຕ້ ລາຍງານວ່າ: ເກີດເຫດ ເຮືອຂ້າມຟາກ ທີ່ເດີນທາງ ອອກຈາກ ເມືອງຊັມບວງກາ ເພື່ອມຸ່ງໜ້າ ໄປຍັງ ເກາະໂຈໂລ ຢູ່ແຂວງຊູລູ ໄດ້ຫລົ້ມ ໃນບໍລິເວນໃກ້ກັບ ເກາະບາລຸກບາລຸກ ແຂວງບາສີສັນ ທາງພາກໃຕ້ຂອງ ຟີລິບປິນ,

ຂປລ. ສໍານັກຂ່າວ ອິນໂຟເຄວສ: ວັນທີ 26 ມັງກອນ, ເຈົ້າໜ້າທີ່ ລາດຕະເວນ ແຄມຝັ່ງ ຟິລິບປີນ ປະຈຳເກາະມິດາເນົາ ຕາເວັນຕົກສຽງໃຕ້ ລາຍງານວ່າ: ເກີດເຫດ ເຮືອຂ້າມຟາກ ທີ່ເດີນທາງ ອອກຈາກ ເມືອງຊັມບວງກາ ເພື່ອມຸ່ງໜ້າ ໄປຍັງ ເກາະໂຈໂລ ຢູ່ແຂວງຊູລູ ໄດ້ຫລົ້ມ ໃນບໍລິເວນໃກ້ກັບ ເກາະບາລຸກບາລຸກ  ແຂວງບາສີສັນ ທາງພາກໃຕ້ຂອງ ຟີລິບປິນ, ເຮັດໃຫ້ ຜູ້ໂດຍສານ ແລະ ຈຸເຮືອ ຫລາຍກວ່າ 300 ຄົນ ຕ້ອງບາດເຈັບ, ເສຍຊີວິດແລ້ວ 13 ຄົນ ແລະ ສູນຫາຍ 100 ກວ່າຄົນ.

ເຈົ້າໜ້າທີ່ ກ່ຽວຂ້ອງ ລະບຸວ່າ: ປັດຈຸບັນ ໜ່ວຍກູ້ໄພ ດ້ັ່ງກ່າວ ພວມເລັ່ງ ນໍາເອົາຮ່າງ ຜູ້ເສຍຊີວິດ ຂຶ້ນມາຈາກນໍ້າ, ໃນຂະນະທີ່ ຜູ້ລອດຊີວິດ ຫລາຍສີບຄົນ ໄດ້ຮັບການຊ່ວຍເຫລືອ ຈາກໜ່ວຍຍາມຝັ່ງ, ເຮືອຂອງກອງທັບເຮືອ ແລະ ເຮືອປະມົງ ທີ່ຢູ່ໃກ້ຄຽງ. ເຖິງຢ່າງໃດກໍ່ຕາມ ຈຳນວນຜູ້ລອດຊີວິດ ທີ່ແນ່ນອນ ຍັງຄົງຢູ່ໃນລະຫວ່າງ ການຢືນຢັນ. ສ່ວນການປະຕິບັດການ ຄົ້ນຫາ ແລະ ກູ້ໄພ ຍັງຄົງດຳເນີນການຕໍ່ໄປ./

KPL

ຂ່າວອື່ນໆ

ads
ads

Top