ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ບາດກ້າວກຳນົດທິດທາງຍຸດທະສາດ ເພື່ຶອຄວາມຈະເລີນຮຸ່ງເຮືອງ ແລະ ກ້າວສູ່ສັງຄົມນິຍົມຢ່າງໜັກແໜ້ນ

22/01/2026 09:19
ຂປລ ຂປລ.​ເນື່ອງ​ໃນ​ໂອ​ກາດ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​, ທ່ານ ຫງວຽນ ມິງເຕິມ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສສ ຫວຽດ​ນາມ ປະ​ຈຳ ສປປ ລາວ ໄດ້​ໃຫ້​ສຳ​ພາດ​ຕໍ່​ສຳ​ນັກ​ຂ່າວ​ປະ​ເທດ​ລາວ​

ຂປລ.​ເນື່ອງ​ໃນ​ໂອ​ກາດ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​, ທ່ານ ຫງວຽນ ມິງເຕິມ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສສ ຫວຽດ​ນາມ ປະ​ຈຳ ສປປ ລາວ ໄດ້​ໃຫ້​ສຳ​ພາດ​ຕໍ່​ສຳ​ນັກ​ຂ່າວ​ປະ​ເທດ​ລາວ​ ວ່າ: ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ມີ​ຫົວ​ຂໍ້​ວ່າ "ພາຍ​ໃຕ້​ທຸງ​ໄຊ​ອັນ​ສະ​ຫງ່າ​ລາ​ສີ​ຂອງ​ພັກ​, ຮ່ວມ​ແຮງ​ຮ່ວມ​ໃຈ​, ເປັນ​ຈິດ​ໜຶ່ງ​ໃຈ​ດຽວ ຈັດ​ຕັ້ງ​ປະ​ຕິ​ບັດ​ສໍາ​ເລັດ​ບັນ​ດາ​ຄາດ​ໝາຍ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ ໃຫ້​ໄດ້​ຮັບ​ໄຊ​ຊະ​ນະ​ຈົນ​ເຖິງ​ປີ 2030; ເປັນ​ເຈົ້າ​ຕົນ​ເອງ​ທາງ​ດ້ານ​ຍຸດ​ທະ​ສາດ​, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​, ມີ​ຄວາມ​ເຊື່ອ​ໝັ້ນ​, ກ້າວ​ຂຶ້ນ​ຢ່າງ​ເຂັ້ມ​ແຂງ​ໃນ​ສັກ​ກະ​ລາດ​ແຫ່ງ​ການ​ບືນ​ຕົວ​ບຸກ​ທະ​ລຸ​ຂອງ​ຊາດ​, ເພື່ອ​ສັນ​ຕິ​ພາບ​, ເອ​ກະ​ລາດ​, ປະ​ຊາ​ທິ​ປະ​ໄຕ​, ຄວາມ​ຮັ່ງ​ມີ​ເຂັ້ມ ແຂງ​, ຮຸ່ງ​ເຮືອງ​ສີ​ວິ​ໄລ​, ມີ​ຄວາມ​ຜາ​ສຸກ ແລະ ບາດ​ກ້າວ​ທີ່​ໝັ້ນ​ຄົງ​ສູ່​ສັງ​ຄົມ​ນິ​ຍົມ​." ນີ້​ແມ່ນ​ເຫດ​ການ​ທາງ​ການ​ເມືອງ​ທີ່​ສຳ​ຄັນ​ທີ່​ສຸດ​, ​ທີ່​ມີ​ຄວາມ​ໝາຍ​ພິ​ເສດ​ຕໍ່​ພັກ​, ລັດ​, ແລະ ປະ​ຊາ​ຊົນ​ຫວຽດ​ນາມ​ ເຊິ່ງ​ເປັນ​ຂີດ​ໝາຍ​ ​ໃນ​ການ​ພັດ​ທະ​ນາ​ໃໝ່​ຂອງ​ປະ​ເທດ ໃນ​ສະ​ຖາ​ນະ​ການ​ທີ່​ຫວຽດ​ນາມ​ກຳ​ລັງ​ເຂົ້າ​ສູ່​ສັງ​ກາດ​ໃໝ່​, ສັງ​ກາດ​ຂອງ​ການ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ​, ຍືນ​ຍົງ ແລະ ການ​ເຊື່ອມ​ໂຍງ​ສາ​ກົນ​ຢ່າງ​ກວ້າງ​ຂວາງ. ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ມີ​ພາ​ລະ​ກິດ​ໃນ​ກຳ​ນົດ​ບັນ​ດາ​ທິດ​ທາງ​ນະ​ໂຍ​ບາຍ​ຍຸດ​ທະ​ສາດ​ ມີ​ລັກ​ສະ​ນະ​ໄລ​ຍະ​ຍາວ ເພື່ອ​ຫັນ​ຄວາມ​ມຸ່ງ​ຫວັງ​ພັດ​ທະ​ນາ​ປະ​ເທດ​ຊາດ​ທີ່​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ມີ​ຄວາມ​ສຸກ​ໃຫ້​ປາ​ກົດ​ຜົນ​ເປັນ​ຈິງ​, ກ້າວ​ໄປ​ສູ່​ສັງ​ຄົມ​ນິ​ຍົມ​ຢ່າງ​ໜັກ​ແໜ້ນ​. ກອງ​ປະ​ຊຸມ​ໃຫຍ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ທາງ​ການ​ເມືອງ​ເປັນ​ຢ່າງ​ສູງ​​ຂອງ​ທົ່ວ​ພັກ​, ທົ່ວ​ປະ​ຊາ​ຊົນ​, ແລະ ທົ່ວ​ກອງ​ທັບ​ໃນ​ການ​ປະ​ຕິ​ບັດ​ເປົ້າ​ໝາຍ​ "ປະ​ຊາ​ຊົນ​ຮັ່ງ​ມີ​ິ​, ປະ​ເທດ​ຊາດ​ທີ່​ຈະ​ເລີນ​ຮຸ່ງ​ເຮືອງ​ເຂັ້ມ​ແຂງ​, ປະ​ຊາ​ທິ​ປະ​ໄຕ​, ​ຍຸ​ຕິ​ທຳ​, ແລະ ສີ​ວິ​ໄລ​".

                                                                                 ພິທີພົບປະສອງຝ່າຍ ລາວ-ຫວຽດນາມ

ກ່ອນ​ອື່ນ​ໝົດ​, ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ມີຄວາມໝາຍ​ແມ່ນ​ກອງ​ປະ​ຊຸມ​ທີ່ຈະ​ກຳ​ນົດ​ວິ​ໄສ​ທັດ ແລະ ຍຸດ​ທະ​ສາດ​ສຳ​ລັບ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ຈົນ​ຮອດ​ກາງ​ສະ​ຕະ​ວັດ​ທີ 21, ໂດຍ​ໄດ້​ຫັນ​ບັນ​ດາ​ເປົ້າ​ໝາຍ​ຫລັກ​ທີ່​ໄດ້​ກຳ​ນົດ​ໄວ້​ແລ້ວ​ປາ​ກົດ​ຜົນ​ເປັນ​ຈິງ​, ​ຄື​: ຮອດ​ປີ 2030, ຫວຽດ​ນາມ​ຈະ​ກາຍ​ເປັນ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ​ທີ່​ມີ​ອຸດ​ສາ​ຫະ​ກຳ​ທີ່​ທັນ​ສະ​ໄໝ ແລະ ມີ​ລາຍ​ຮັບ​ປານ​ກາງ​ສູງ​; ແລະ ຮອດ​ປີ 2045 ຫວຽດ​ນາມ​ຈະ​ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ​ທີ່​ມີ​ລາຍ​ໄດ້​ສູງ​. ໂດຍ​ອີງ​ໃສ່​ການ​ສະ​ຫລຸບ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ພຶດ​ຕິ​ກຳ​ໃນ​ເກືອບ 40 ປີທີ່​ດຳ​ເນີນ​ຂະ​ບວນ​ການ​ປ່ຽນ​ແປງ​ໃໝ່​, ກອງ​ປະ​ຊຸມ​ໃຫຍ່​ຈະ​ສືບ​ຕໍ່​ຢືນ​ຢັນ​ເສັ້ນ​ທາງ​ໄປ​ສູ່​ສັງ​ຄົມ​ນິ​ຍົມ​ສອດ​ຄ່ອງ​ກັບ​ເງື່ອນ​ໄຂ​ສະ​ເພາະ​ຂອງ​ຫວຽດ​ນາມ​, ພ້ອມ​ທັງ​ກຳ​ນົດ​ບັນ​ດາ​ນະ​ໂຍ​ບາຍ​, ວິ​ທີ​ມາດ​ຕະ​ການ ແລະ ການ​ບຸກ​ທະ​ລຸ​ຍຸດ​ທະ​ສາດ​ໃໝ່ໆ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ດ້ານ​ການ​ພັດ​ທະ​ນາ​ໃນ​ສະ​ພາບ​ການ​ຂອງ​ໂລກ ແລະ ພາກ​ພື້ນ​ທີ່​ກຳ​ລັງ​ມີ​ການ​ຜັນ​ແປ​ຢ່າງ​ວ່ອງ​ໄວ​, ສັບ​ສົນ ແລະ ບໍ່​ສາ​ມາດ​ຄາດ​ເດົາ​ໄດ້​.

ອັນ​ທີ​ສອງ​, ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ມີ​ຄວາມ​ສຳ​ຄັນ​ເປັນ​ພິ​ເສດ​ໃນ​ການ​ສືບ​ຕໍ່​ປັບ​ປຸງ​ຮູບ​ແບບ​ການ​ພັດ​ທະ​ນາ ແລະ ການ​ບໍ​ລິ​ຫານ​ປະ​ເທດ​​ທີ່​ທັນ​ສະ​ໄໝ​​, ໂດຍ​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ​, ເປັນ​ເປົ້າ​ໝາຍ ແລະ ເປັນ​ກຳ​ລັງ​ແຮງ​ຂອງ​ການ​ພັດ​ທະ​ນາ​. ກອງ​ປະ​ຊຸມ​ໃຫຍ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ຮຽກ​ຮ້ອງ​​, ປຸກ​ລະ​ດົມ​ພະ​ນັກ​ງານ​, ສະ​ມາ​ຊິກ​ພັກ ແລະ ປະ​ຊາ​ຊົນ​; ກຳ​ນົດ​ທິດ​ໃຫ້​ປະ​ເທດ​ເພື່ອ​ສືບ​ຕໍ່​ຍູ້ແຮງ​ຂະ​ບວນ​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ຮອບ​ດ້ານ​, ຄົບ​ຊຸດ ແລະ ເລິກ​ເຊິ່ງ ເພື່ອ​ໃຫ້​ຫວຽດ​ນາມ​ສາ​ມາດ​ມີ​ຄວາມ​ໝັ້ນ​ໃຈ​, ກຸ້ມ​ຕົນ​ເອງ​, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ກ້າວ​ໜ້າ​ໃນ​ສັງ​ກາດ​ໃໝ່​ຢ່າງ​ແຂງ​ແຮງ​; ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ປະ​ເທດ​ໃຫ້​ສຳ​ເລັດ​ຜົນ​​ຢ່າງ​ມີ​ໄຊ​ຮອດ​ປີ 2030, ເມື່ອ​ສະ​ເຫລີມ​ສະ​ຫລອງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ​​ຄົບ​ຮອບ 100 ປີ (1930-2030); ແລະ ຫັນ​ວິ​ໄສ​ທັດ​​​ຮອດ​ປີ 2045 ໃຫ້​ປາ​ກົດ​ຜົນ​ຕົວ​ຈິງ ເພື່ອ​ສະ​ເຫລີມ​ສະ​ຫລອງ​ວັນ​ສະ​ຖາ​ປະ​ນາ​ສາ​ທາ​ລະ​ນະ​ລັດ​ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ ​ຄົບ​ຮອບ 100 ປີ (1945-2045).

ອັນ​ທີ​ສາມ​, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ສະ​ແດງ​ໃຫ້​ເຫັນ​ຢ່າງ​ຊັດ​ເຈນ​ເຖິງ​ເປົ້າ​ໝາຍ​ລວມ​, ແນວ​ຄິດ​ຫລັກ​ແຫລ່ງ​ແກ່ນ​ສານ ແລະ ຊອດ​ທະ​ລຸ​ ​ເຊັ່ນ​: ການ​ນຳ​ພາ​ຂອງ​ພັກ​, ບົດ​ບາດ​ຂອງ​ປະ​ຊາ​ຊົນ​ ແລະ ກຳ​ລັງ​ແຮງ​ລວມ​ຂອງ​ປະ​ຊາ​ຊົນ​ທັງ​ຊາດ​; ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຍຶດ​ໝັ້ນ​ໃນ​ການ​ສືບ​ຕໍ່​ຂະ​ບວນ​ການ​ປ່ຽນ​ແປງ​ໃໝ່ ແລະ ເປົ້າ​ໝາຍ​​ພັດ​ທະ​ນາ​ປະ​ເທດ​​; ສືບ​ທອດ ແລະ ພັດ​ທະ​ນາ​ບັນ​ດາ​ແນວ​​ຄິດ ແລະ ທິດ​ທາງ​ທີ່​ໄດ້​ກຳ​ນົດ​ໄວ້​ໃນ​ບັນ​ດາ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ຕ່າງໆ​, ພິ​ເສດ​ແມ່ນ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIII.

ສາ​ມາດ​ຢືນ​ຢັນ​ໄດ້​ວ່າ, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ບໍ່​ພຽງ​ແຕ່​ເປັນ​ເຫດ​ການ​ທາງ​ການ​ເມືອງ​ທີ່​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ພັກ ແລະ ປະ​ຊາ​ຊົນ​ຫວຽດ​ນາມ​ເທົ່າ​ນັ້ນ​, ແຕ່​ຍັງ​ເປັນ​ຈຸດ​ສຳ​ຄັນ​ພິ​ເສດ​ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເປັນ​ເອ​ກະ​ພາບ​ທາງ​ດ້ານ​ແນວ​ຄິດ ແລະ ການ​ກະ​ທຳ​, ທິດ​ສະ​ດີ ແລະ ພຶດ​ຕິ​ກຳ​; ຍຶດ​ໝັ້ນ ແລະ ​ປ່ຽນ​ແປງ​ໃໝ່​, ສືບ​ທອດ ແລະ ​ພັດ​ທະ​ນາ​, ປັບ​ປຸງ​ຄວາມ​ເຊື່ອ​ຖື​ຕໍ່​ພັກ ແລະ ອະ​ນາ​ຄົດ​ຂອງ​ຊົນ​ຊາດ​ຫວຽດ​ນາມ​; ຢືນ​ຢັນ​ຄຸນ​ນະ​ທາດ ແລະ ສະ​ຕິ​ປັນ​ຍາ​ຂອງ​ພັກ ແລະ ກຳ​ລັງ​ແຂງ​ຂອງ​ຊົນ​ຊາດ​ຫວຽດ​ນາມ​ທັງ​ໝົດ​; ເປີດ​ໂອ​ກາດ​ໃໝ່ ແລະ ແຫລ່ງ​ກຳ​ລັງ​ແຮງ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​, ສ້າງ​ພື້ນ​ຖານ​ທີ່​ໜັກ​ແໜ້ນ​ໃຫ້​ຫວຽດ​ນາມ​, ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​, ​ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່​​, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ສັນ​ຕິ​ພາບ​, ສະ​ຖຽນ​ລະ​ພາບ​, ການ​ຮ່ວມ​ມື ແລະ ການ​ພັດ​ທະ​ນາ​ໃນ​ພາກ​ພື້ນ ແລະ ໃນ​ໂລກ​.

ໃນ​ສະ​ພາບ​ການ​ຂອງ​ໂລກ​ທີ່​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​, ແຕ່​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​, ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ຂອງ​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​, ພ້ອມ​ທັງ​ການ​ສະ​ໜັບ​ສະ​ໜູນ​ຈາກ​ເພື່ອນ​ມິດ​ສາ​ກົນ​, ຫວຽດ​ນາມ​ ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIII ຢ່າງ​ສຳ​ເລັດ​ຜົນ​ ຮອບ​ດ້ານ​ໃນ​ທຸກ​ຂົງ​ເຂດ​. ພົ້ນ​ເດັ່ນ​ຄື ດ້ານ​ປ້ອງ​ກັນ​ປະ​ເທດ ແລະ ຄວາມ​ໝັ້ນ​ຄົງ​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ໜັກ​ແໜ້ນ​; ທ່າ​ທີ​ປ້ອງ​ກັນ​ປະ​ເທດ​ທົ່ວ​ປວງ​ຊົນ​, ຄວາມ​ສະ​ຫງົບ​ປະ​ຊາ​ຊົນ ແລະ ​ທ່າ​ທີ​ຈິດ​ໃຈ​ປະ​ຊາ​ຊົນ​ນັບ​ມື້​ນັບ​ແໜ້ນ​ແຟ້ນ​; ​ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​, ຄວາມ​ປອດ​ໄພ​ຂອງ​ສັງ​ຄົມ​​; ວຽກ​ງານ​ກໍ່​ສ້າງ​, ປັບ​ປຸງ​ພັກ ແລະ ​ລະ​ບົບ​ການ​ເມືອງ​ບັນ​ລຸ​ໄດ້​ຜົນ​ສຳ​ເລັດ​, ໂດຍ​ສະ​ເພາະ​ແມ່ນ​ການ​ປະ​ຕິ​ວັດ​ໃນ​ການ​ຈັດ​ຊ້ອນ​ກົນ​ຈັກ​ຄືນ​ໃໝ່​ຕາມ​ທິດ​ກະ​ທັດ​ຮັດ​ຍອດ​ຢ້ຽມ​, ​ຄ່ອງ​ແຄ້ວ​, ເຂັ້ມ​ແຂງ​, ມີ​ປະ​ສິດ​ທິ​ພາບ ແລະ ມີ​ປະ​ສິດ​ທິ​ຜົນ​. ການ​ຂະ​ຫຍາຍ​ຕົວ​ທາງ​ເສດ​ຖະ​ກິດ​ໃນ​ໄລ​ຍະ​ປີ 2021-2025 ບັນ​ລຸ​ໄດ້​ສະ​ເລ່ຍ​ປະ​ມານ 6,3% ຕໍ່​ປີ​ ເຊິ່ງ​ເປັນ​ລະ​ດັບ​ສູງ​ສຸດ​ໃນ​ໂລກ​. ລະ​ບົບ​ພື້ນ​ຖານ​ໂຄງ​ລ່າງ​ເສດ​ຖະ​ກິດ​-​ສັງ​ຄົມ​ໄດ້​ຮັບ​ການ​ລົງ​ທຶນ​ທີ່​ເຂັ້ມ​ແຂງ​ແຮງ​ກ້າ​, ໂດຍ​ມີ​ໂຄງ​ການ​ທີ່​ສຳ​ຄັນ​ລະ​ດັບ​ຊາດ​ຫລາຍ​ໂຄງ​ການ​ໃນ​ດ້ານ​ການ​ຄົມ​ມະ​ນາ​ຄົມ​, ພະ​ລັງ​ງານ​, ແລະ ພື້ນ​ຖານ​ໂຄງ​ລ່າງ​ດີ​ຈິ​ຕອນ​. ວິ​ທະ​ຍາ​ສາດ​, ເຕັກ​ໂນ​ໂລ​ຊີ​, ນະ​ວັດ​ຕະ​ກຳ​, ແລະ ການ​ຫັນ​ເປັນ​ດີ​ຈິ​ຕອນ​ແຫ່ງ​ຊາດ​ຖື​ບົດ​ບາດ​ທີ່​ສຳ​ຄັນ​, ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ປັບ​ໃໝ່​ໃນ​ຮູບ​ແບບ​ການ​ເຕີບ​ໂຕ​ເທື່ອ​ລະ​ກ້າວ​. ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ​-​ສັງ​ຄົມ​, ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບົດ​ບາດ​ຂອງ​ວັດ​ທະ​ນະ​ທຳ​ໃນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ນັບ​ມື້​ນັບ​​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​. ບັນ​ດາ​ນະ​ໂຍ​ບາຍ​ສະ​ຫວັດ​ດິການ​ສັງ​ຄົມ ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ຄົບ​ຊຸດ ແລະ ມີ​ປະ​ສິດ​ທິ​ຜົນ​ສູງ​; ຊີ​ວິດ​ການ​ເປັນ​ຢູ່​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ຈະ​ແຈ້ງ​. ຕົວ​ຊີ້​ວັດ​ການ​ພັດ​ທະ​ນາ​ມະ​ນຸດ (HDI) ເພີ່ມ​ຂຶ້ນ 14 ອັນ​ດັບ​, ຕົວ​ຊີ້​ວັດ​ດ້ານ​ຄວາມ​ສຸກ​ເພີ່ມ​ຂຶ້ນ 33 ອັນ​ດັບ ເມື່ອ​ທຽບ​ກັບ​ຕົ້ນ​ສະ​ໄໝ​. ການ​ບໍ​ລິ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ ແລະ ເບິ່ງແຍງ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ຕັ້ງ​ໜ້າ​, ວຽກ​ງານ​ປະ​ກັນ​ສາ​ທາ​ລະ​ນະ​ສຸກ​ ບັນ​ລຸ ໄດ້ 95,2% ແລະ ອາ​ຍຸ​ຍືນ​ສະ​ເລ່ຍ​ບັນ​ລຸ 74,8 ປີ​. ຊີ​ວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ຈະ​ແຈ້ງ​; ອັດ​ຕາ​ຄວາມ​ທຸກ​ຍາກ​ໄດ້​ຫລຸດ​ລົງ​ຢ່າງ​ຫລວງ​ຫລາຍ​, ຈາກ 4,4% (ປີ 2021) ລົງ​ເປັນ 1,3% (ປີ 2025).

ສະ​ເພາະ​ໃນ​ປີ 2025 ທີ່​ຜ່ານ​ມາ​, ຫວຽດ​ນາມ​ ໄດ້​ປະ​ຕິ​ບັດ​ສຳ​ເລັດ​, ​ບັນ​ລຸ ແລະ ລື່ນ​ກາຍ​ເປົ້າ​ໝາຍ​ເສດ​ຖະ​ກິດ​-​ສັງ​ຄົມ​ທີ່​ສຳ​ຄັນ​ທັງ​ໝົດ 15 ເປົ້າ​ໝາຍ​, ບັນ​ລຸ​ອັດ​ຕາ​ການ​ເຕີບ​ໂຕ​ຂອງ ຈີດີພີ (GDP) ປະ​ມານ 8,02%, ຂະ​ໜາດ GDP ຄາດ​ຄະ​ເນວ່າ​ຫລາຍ​ກວ່າ 510 ຕື້​ໂດລາ​ສະ​ຫະ​ລັດ (1,47 ເທົ່າ​ GDP ຂອງ​ປີ 2020); GDP ສະ​ເລ່ຍ​ຕໍ່​ຫົວ​ຄົນ​ປະ​ມານ 5.000 ໂດລາ​ສະ​ຫະ​ລັດ​ ແລະ ກາຍ​ເປັນ​ຕົວ​​ແບບ​ໜຶ່ງ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​-​ສັງ​ຄົມ​, ນຳ​ພາ​ຫວຽດ​ນາມ​ເຂົ້າ​ສູ່​ກຸ່ມ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ປານ​ກາງ​ສູງ​.

ວຽກ​ງານ​ຕ່າງ​ປະ​ເທດ ແລະ ການ​ເຊື່ອມ​ໂຍງ​ສາ​ກົນ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ຮອບ​ດ້ານ​ ເຊິ່ງ​ໄດ້​ຍົກ​ສູງ​ບົດ​ບາດ ແລະ ອິດ​ທິ​ພົນ​ຂອງ​ຫວຽດ​ນາມ​ໃນ​ເວ​ທີ​ສາ​ກົນ​. ຫວຽດ​ນາມ​ໄດ້​ຍຶດ​ໝັ້ນ​, ສືບ​ຕໍ່​ດຳ​ເນີນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ທີ່​ເປັນ​ເອ​ກະ​ລາດ​, ເປັນ​ເຈົ້າ​ຕົນ​ເອງ​, ສັນ​ຕິ​ພາບ​, ມິດ​ຕະ​ພາບ​, ຮ່ວມ​ມື ແລະ ພັດ​ທະ​ນາ​​, ຫັນ​ເປັນ​​ຫລາຍ​ຮູບ​ຫລາຍ​ແບບ ແລະ ຫລາຍ​ຝ່າຍ​. ກິດ​ຈະ​ກຳ​ການ​ຕ່າງ​ປະ​ເທດ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ປະ​ຈັນ​ບານ​, ​ ທົ່ວ​ທັງ​ລະ​ບົບ​ການ​ເມືອງ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ໃນ​ການ​ສ້າງ​ພື້ນ​ຖານ​ການ​ຕ່າງ​ປະ​ເທດ ແລະ ການ​ທູດ​ຫວຽດ​ນາມ​ທີ່​ທັນ​ສະ​ໄໝ ແລະ ຮອບ​ດ້ານ​, ປະ​ກອບ​ສ່ວນ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ ແລະ ເປີດ​ໂອ​ກາດ​ການ​ພັດ​ທະ​ນາ​ໃໝ່​ໃຫ້​ແກ່​ປະ​ເທດ​. ການ​ທູດ​ດ້ານ​ພັກ​, ການ​ທູດ​ແຫ່ງ​ລັດ​ ແລະ ການ​ທູດ​ປະ​ຊາ​ຊົນ ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ຮອບ​ດ້ານ ແລະ ຄົບ​ຊຸດ​, ບັນ​ລຸ​ໄດ້​ຜົນ​ງານ​ທີ່​ໂດດ​ເດັ່ນ​ຫລາຍ​ຢ່າງ​. ມາ​ຮອດ​ປັດ​ຈຸ​ບັນ​, ຫວຽດ​ນາມ​ມີ​ການ​ພົວ​ພັນ​ກັບ 194 ປະ​ເທດ ແລະ ເຂດ​ແຄວ້ນ​; ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​, ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ ແລະ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ 42 ປະ​ເທດ​ ແລະ ສ້າງ​ຕັ້ງ​ສາຍ​ພົວ​ພັນ​ກັບ 259 ພັກ​ການ​ເມືອງ​ໃນ 119 ປະ​ເທດ​ທົ່ວ​ໂລກ​. ເປັນ​ຄັ້ງ​ທຳ​ອິດ​, ຫວຽດ​ນາມ​ໄດ້​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ​ສະ​ມາ​ຊິກ​ຖາ​ວອນ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ທັງ​ໝົດ 5 ປະ​ເທດ​ ແລະ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ຫລື ສູງ​ກວ່າ​ກັບ 18 ໃນ 21 ສະ​ມາ​ຊິກ​ຂອງ​ກຸ່ມ G20 ເຊິ່ງ​ເປັນ​ກຸ່ມ​ເສດ​ຖະ​ກິດ​ທີ່​ພັດ​ທະ​ນາ​ແລ້ວ ແລະ ພວມ​ພັດ​ທະ​ນາ​.

ໃນ​ຜົນ​ສຳ​ເລັດ​ໂດຍ​ລວມ​ຂອງ​ຂະ​ແໜງ​ການ​ຕ່າງ​ປະ​ເທດ​, ພື້ນ​ຖານ​ຂອງ​ສາຍ​ພົວ​ພັນ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ດ້ານ​ການ​ເມືອງ​ກັບ​ຫລາຍ​ປະ​ເທດ​, ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​, ຄູ່​ຮ່ວມ​ງານ​ທີ່​ສຳ​ຄັນ​ ແລະ ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ​, ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ໜັກ​ແໜ້ນ ແລະ ໝັ້ນ​ຄົງ​. ພິ​ເສດ​ແມ່ນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ຍິ່ງ​ໃຫຍ່​, ຄວາມ​ສາ​ມັກ​ຄີ​ພິ​ເສດ​, ການ​ຮ່ວມ​ມື​ຮອບ​ດ້ານ​, ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ​ລະ​ຫວ່າງ​ຫວຽດ​ນາມ ແລະ ລາວ ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ​, ເຂົ້າ​ສູ່​ລວງ​ເລິກ​, ມີ​ປະ​ສິດ​ທິ​ພາບ ແລະ ແທດ​ຈິງ​ໃນ​ຫລາຍ​ຂົງ​ເຂດ​. ການ​ພົວ​ພັນ​ທາງ​ດ້ານ​ການ​ເມືອງ ແລະ ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະ​ວີ​ິ ແລະ ເຂົ້າ​ສູ່​ລວງ​ເລິກ​ກວ່າ​ເກົ່າ​. ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ພັກ​, ສອງ​ລັດ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຢ່າງ​ສູງ​ໃນ​ບັນ​ດາ​ບັນ​ຫາ​ທີ່​ເປັນ​​ຍຸດ​ທະ​ສາດ ແລະ ກຳ​ນົດ​ທິດ​ທາງ​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ສອງ​ຝ່າຍ​, ດັ່ງ​ທີ່​ສະ​ແດງ​ໃຫ້​ເຫັນ​ຜ່ານ​ການ​ຕົກ​ລົງ​ຂອງ​ສອງ​ຝ່າຍ​ທີ່​ໄດ້​ຍົກ​ລະ​ດັບ​ການ​ພົວ​ພັນ​ເພີ່ມ​ເປັນ "ຫຸ້ນ​ສ່ວນ​ຍຸດ​ທະ​ສາດ​" ເນື່ອງ​ໃນ​ການ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສປປ ​ລາວ ​ຂອງ​ສະ​ຫາຍ ໂຕ ເລີມ​ ເລ​ຂາ​ທິ​ການ​ໃຫຍ່​, ໃນ​ເດືອນ​ 12/2025. ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ປະ​ເທດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ​ສືບ​ຕໍ່​ໄດ້​ຮັບ​ການ​ເປີດ​ກວ້າງ​, ເປັນ​ໜຶ່ງ​ໃນ​ເສົາ​ຄ້ຳ​ທີ່​ສຳ​ຄັນ​ຂອງ​ສາຍ​ພົວ​ພັນ​ຫວຽດ​ນາມ​-​ລາວ​​, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ​, ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ​, ແລະ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​, ຄວາມ​ປອດ​ໄພ​ທາງ​ດ້ານ​ສັງ​ຄົມ​ຂອງ​ແຕ່​ລະ​ປະ​ເທດ​. ສອງ​ປະ​ເທດ​ຍັງ​ປະ​ສານ​ງານ​ຢ່າງ​ໃກ້​ຊິດ​, ໜັກ​ແໜ້ນ​,  ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ຢ່າງ​ຕັ້ງ​ໜ້າ​ ແລະ ສະ​ໜັບ​ສະ​ໜູນ ແລະ ຊ່ວຍ​ເຫລືອ​ເຊິ່ງ​ກັນ​ ແລະ ​ກັນ​ໃນ​ບັນ​ດາ​ເວ​ທີ​​ຫລາຍ​ຝ່າຍ​ໃນ​ພາກ​ພື້ນ ແລະ ສາ​ກົນ​. ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຳ​ຄັນ​ອື່ນໆ ເຊັ່ນ​: ການ​ເຊື່ອມ​ຕໍ່​ຄົມ​ມະ​ນາ​ຄົມ​, ການ​ສຶກ​ສາ-ກໍ່​ສ້າງ​,  ວັດ​ທະ​ນະ​ທຳ​, ການ​ພົບ​ປະ​ປະ​ຊາ​ຊົນ ແລະ ການ​ທ່ອງ​ທ່ຽວ ກໍໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຕັ້ງ​ໜ້າ​. ພົ້ນ​ເດັ່ນ​ແມ່ນ​ການ​ຮັບ​ຮູ້​ໂດຍ​ອົງ​ການ​ສຶກ​ສາ​, ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ (UNESCO) ວ່າ​ປ່າ​ສະ​ຫງວນ ແຫ່ງ​ຊາດ​ຫີນ​ໜາມ​ໜໍ່ (ແຂວງ​ຄຳ​ມ່ວນ​, ສປປ ລາວ​) ເປັນ​ມໍ​ລະ​ດົກ​ໂລກ​ທາງ​ທຳ​ມະ​ຊາດ​ຂ້າມ​ຊາຍ​ແດນ​, ເຊື່ອມ​ຕໍ່​ກັບ​ປ່າ​ສະ​ຫງວນ ແຫ່ງ​ຊາດ​ຟອງ​ຍາ - ແກ້​ບ່າງ​. (ແຂວງ​ກວາງ​ຈິ​, ສສ ຫວຽດ​ນາມ​) ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ ແລະ ເປັນ​ແຫລ່ງ​ຄວາມ​ພາກ​ພູມ​ໃຈ​ຂອງ​ທັງ​ສອງ​ປະ​ເທດ​.

ພິທີເປີດນໍາໃຊ້ ທ່າເຮືອ ເລກ 3, ທ່າເຮືອສາກົນ ລາວ-ຫວຽດນາມ ຫວຸ້ງອາງ ຢ່າງເປັນທາງການ ເຊິ່ງຕັ້ງຢູ່ ເມືອງກິແອັງ ແຂວງຮາຕິງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ  28 ເມສາ 2025 ຜ່ານມາ

ຫລັງ​ຈາກ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​, ດ້ວຍ​ພື້ນ​ຖານ​ສາຍ​ພົວ​ພັນ​ພິ​ເສດ​, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ດ້ານ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງ​ ແລະ ມີ​ພື້ນ​ທີ່ກ​ວ້າງ​ຂວາງ​ສຳ​ລັບ​ການ​ຮ່ວມ​ມື​, ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ບຸກ​ທະ​ລຸ​ຢ່າງ​ເຂັ້ມ​ແຂງ​ແຮງ​ກ້າ​ໃນ​ໄລ​ຍະ​ຕໍ່​ໄປ​, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ທີ່​ສັນ​ຕິ​ພາບ​, ສະ​ຖຽນ​ລະ​ພາບ ​ໃຫ້​ແກ່​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​; ຍົກ​ສູງ​ພາ​ລະ​ບົດ​ບາດ​, ອິດ​ທິ​ພົນ​​ຂອງ​ທັງ​ສອງ​ປະ​ເທດ ຫວຽດ​ນາມ ແລະ ລາວ​ໃນ​ເວ​ທີ​ສາ​ກົນ​; ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ​, ສະ​ຖຽນ​ລະ​ພາບ​, ການ​ຮ່ວມ​ມື ແລະ ການ​ພັດ​ທະ​ນາ​ໃນ​ພາກ​ພື້ນ ແລະ ໃນ​ໂລກ​.

ໃນ​ຂົງ​ເຂດ​ການ​ລົງ​ທຶນ​, ດັ່ງ​ທີ່​ພວກ​ເຮົາ​ໄດ້​ຮູ້​ແລ້ວ​, ຫວຽດ​ນາມ ​ຍາມ​ໃດ​ກໍ​ແມ່ນ​ໜຶ່ງ​ໃນ​ສາມ​ຄູ່​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ລາວ​. ລາວ​ ຂົງເຂດ​ໃຫຍ່​ທີ່​ສຸດ​ສຳ​ລັບ​ການ​ລົງ​ທຶນ​ຂອງ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ ​ໃນ​ທັງ​ໝົດ 85 ປະ​ເທດ ແລະ ເຂດ​ແຄວ້ນ​ທີ່​ມີ​ການ​ລົງ​ທຶນ​ຂອງ​ຫວຽດ​ນາມ ​, ໂດຍ​ມີ 282 ໂຄງ​ການ ແລະ ທຶນ​ຈົດ​ທະ​ບຽນ​ທັງ​ໝົດ​ບັນ​ລຸ​ໄດ້​ເກືອບ 7 ຕື້​ໂດລາ​ສະ​ຫະ​ລັດ​. ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ​ໄດ້​ລົງ​ທຶນ​ເຂົ້າ​ໃນ 17 ແຂວງ ໃນ ທັງ​ໝົດ 18 ແຂວງ ແລະ ນະ​ຄອນ​ຂອງ​ລາວ​, ສ້າງ​ວຽກ​ເຮັດ​ງານ​ທຳ ແລະ ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ​ຫລາຍ​ກວ່າ 100.000 ຄົນ​; ປະ​ກອບ​ສ່ວນ​ປະ​ມານ 200 ລ້ານ​ໂດລາ​ສະ​ຫະ​ລັດ​ຕໍ່​ປີ​ເຂົ້າ​ໃນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ​ລາວ​, ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ດ້ານ​ສະ​ຫວັດ​ດີ​ການ​ສັງ​ຄົມ​ດ້ວຍ​ມູນ​ຄ່າ​ລວມ​ທັງ​ໝົດ​ປະ​ມານ 200 ລ້ານ​ໂດລາ​ສະ​ຫະ​ລັດ​ມາ​ຮອດ​ປັດ​ຈຸ​ບັນ​. ໃນ​ດ້ານ​ການ​ຄ້າ​, ຫວຽດ​ນາມ ​ຍາມ​ໃດ​ກໍ​ເປັນ​ຄູ່​ຮ່ວມ​ມື​ທາງ​ການ​ຄ້າ​ອັນ​ດັບ​ສາມ​ຂອງ​ລາວ​​. ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​, ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ບັນ​ລຸ​ຜົນ​ສຳ​ເລັດ​ສຳ​ຄັນ​ຫລາຍ​ຢ່າງ ​ແລະ ບັນ​ລຸ​ໄດ້​ຫລາຍ​ຂີດ​ໝາຍ​ສຳ​ຄັນ​ໃໝ່​.

ສະ​ເພາະ​ໃນ​ປີ 2025​, ພາຍ​ໃຕ້​ການ​ຊີ້​ນຳ​​ທີ່​ເຂັ້ມ​ງວດ​ຂອງ​ການ​ນຳ​ຂັ້ນ​ສູງ​ຂອງ​ທັງ​ສອງ​ປະ​ເທດ​, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​, ການ​ລົງ​ທຶນ ແລະ ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ຖືກ​ຕີ​ລາ​ຄາ​ວ່າ​ເປັນ​ປີ​ແຫ່ງ ຄວາມ​ກ້າວ​ໜ້າ​ກະ​ໂດດ​ຂັ້ນ​ທີ່​ເຂັ້ມ​ແຂງ​” ໂດຍ​ມີ​ຜົນ​ສຳ​ເລັດ​ທີ່​ສຳ​ຄັນ ແລະ ໂດດ​ເດັ່ນ​ຫລາຍ​ຢ່າງ​. ການ​ຮ່ວມ​ມື​ດ້ານ​ການ​ລົງ​ທຶນ​ໄດ້​ມີ​ການ​ຄືບ​ໜ້າ​ຢ່າງ​ຕັ້ງ​ໜ້າ​; ປະ​ສານ​ສົມ​ທົບ​ແກ້​ໄຂ​​ຄວາມ​ຫຍຸ້ງ​ຍາກ ແລະ ຂໍ້​ຄົງ​ຄ້າງ​ຢ່າງ​ວ່ອງ​ໄວ​ທັນ​ການ​; ການ​ສົ່ງ​ເສີມ​ການ​ລົງ​ທຶນ ແລະ ການ​ຄ້າ​, ແນະ​ນຳ​, ການ​ກວດ​ກາ ແລະ ຊຸກ​ຍູ້​ໄດ້​ຮັບ​ການ​ເພີ່ມ​ທະ​ວີ​ຂຶ້ນ​. ການ​ລົງ​ທຶນ​ຂອງ​ຫວຽດ​ນາມ​ໃນ​ລາວ​ບັນ​ລຸ​ປະ​ມານ 773,7 ລ້ານ​ໂດລາ​ສະ​ຫະ​ລັດ​, ເພີ່ມ​ຂຶ້ນ​ປະ​ມານ​ສີ່​ເທົ່າ​ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ໃນ​ປີ 2024. ຍອດ​ການ​ຄ້າ​ລະ​ຫວ່າງ ​ຫວຽດ​ນາມ​-​ລາວ ​ບັນ​ລຸ ປະ​ມານ 3 ຕື້​ໂດລາ​ສະ​ຫະ​ລັດ​, ເພີ່ມ​ຂຶ້ນ​ຫລາຍ​ກວ່າ 32,7% ເມື່ອ​ທຽບ​ກັບ​ປີ 2024.

ການ​ຮ່ວມ​ມື​ໃນ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ ຫວຽດ​ນາມ ແລະ ລາວ ກໍ​ໄດ້​ບັນ​ລຸ​ຜົນ​ສຳ​ເລັດ​ຢ່າງ​ແທດ​ຈິງ​. ປັດຈຸ​ບັນ​, ນັກທ່ອງ​ທ່ຽວ​ຫວຽດ​ນາມ​ແມ່ນ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ທີ່​ໃຫຍ່​ອັນ​ດັບ​ທີ​ສອງ​ຂອງ​ລາວ​ ໂດຍ​ມີ​ນັກ​ທ່ອງ​ທ່ຽວ​ຫວຽດ​ນາມ​ຫລາຍ​ກວ່າ 1,1 ຕື້​ຖ້ຽວ​ຄົນ ​ໄດ້​ມາ​ຢ້ຽມ​ຢາມ​ລາວ​ໃນ​ປີ 2025​. ໃນ​ເດືອນ​ກໍ​ລະ​ກົດ 2025, ອົງ​ການ UNESCO ໄດ້​ຮັບ​ຮອງ​ເອົາ​ປ່າ​ສະ​ຫງວນ ແຫ່ງ​ຊາດ ​ຫີນ​ໜາມ​ໜໍ່​ຂອງ​ລາວ​ເປັນ​ມໍ​ລະ​ດົກ​ໂລກ​ທາງ​ທຳ​ມະ​ຊາດ​ ​ຂ້າມ​ຊາຍ​ແດນ​ເຊື່ອມ​ຕໍ່​ກັບ​ປ່າ​ສະ​ຫງວນ ແຫ່ງ​ຊາດ​ຟອງ​ຍາ - ແກ້​ບ່າງ​ຂອງ​ຫວຽດ​ນາມ ແລະ ກາຍ​ເປັນ​ມໍ​ລະ​ດົກ​ຂ້າມ​ຊາຍ​ແດນ​ແຫ່ງ​ທຳ​ອິດ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​. ໃນ​ປີ 2025, ລາວ​ຍັງ​ໄດ້​ຮັບ​ຮອງ​ເສັ້ນ​ທາງ ​ເຈື່ອງ​ເຊີນ​ ຢູ່​ດິນ​ລາວ​ເປັນ​ສະ​ຖານ​ຮ່ອງຮອຍ​ປະ​ຫວັດ​ສາດ​ລະ​ດັບ​ຊາດ​. ສອງ​ຝ່າຍ​ກໍ​ໄດ້​ປະ​ສານ​ສົມ​ທົບ​ຈັດ​ຕັ້ງ​ປະ​ຕິ​ບັດ​, ຈັດ​ພິ​ທີ​ເປີດ​ເປັນ​ທາງ​ການ ແລະ ມອບ​ຮັບ​, ນຳ​ໃຊ້ ສວນ​ອຸ​ທະ​ຍານ​ມິດ​ຕະ​ພາບ​ລາວ​-​ຫວຽດ​ນາມ ແລະ ​ຍັງ​ສືບ​ຕໍ່​ຊຸກ​ຍູ້​ຢ່າງ​ຕັ້ງ​ໜ້າ​ບັນ​ດາ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ​ຍຸດ​ທະ​ສາດ​ເຊັ່ນ​: ທາງ​ດ່ວນ​ວຽງ​ຈັນ​-​ຮ່າ​ໂນ້ຍ ແລະ ທາງ​ລົດ​ໄຟ​ລາວ​-​ຫວຽດ​ນາມ​; ລົງ​ທຶນ​, ​ພັດ​ທະ​ນາ​ທ່າ​ເຮືອ​ວຸງ​ອາງ​ ເພື່ອ​ຊ່ວຍ​ລາວ​ຫັນ​ເປົ້າ​ໝາຍ​ກາຍ​ເປັນ​ປະ​ເທດ​ເຊື່ອມ​ຕໍ່​ໃຫ້​ປາ​ກົດ​ຜົນ​ເປັນ​ຈິງ​.

ພິທີເປີດນໍາໃຊ້ ທ່າເຮືອ ເລກ 3, ທ່າເຮືອສາກົນ ລາວ-ຫວຽດນາມ ຫວຸ້ງອາງ ຢ່າງເປັນທາງການ ເຊິ່ງຕັ້ງຢູ່ ເມືອງກິແອັງ ແຂວງຮາຕິງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ  28 ເມສາ 2025 ຜ່ານມາ

ສາ​ມາດ​ຢືນ​ຢັນ​ໄດ້​ວ່າ,​ພວກ​ເຮົາ​ກຳ​ລັງ​ປະ​ສົບ​ກັບ​ໂອ​ກາດ​ໃໝ່ ເພື່ອ​ຍູ້​ແຮງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​. ດັ່ງ​ທີ່​ໄດ້​ລະ​ບຸ​ໃນ​ຖະ​ແຫລງ​ການ​ຮ່ວມ​ ເນື່ອງ​ໃນໂອກາດ​​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່​ ສປປ ລາວ ​ຂອງ​ສະ​ຫາຍ ໂຕ ເລິມ​ ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໃນ​ເດືອນ​ທັນ​ວາ 2025 ທີ່​ຜ່ານ​ມາ ເຊິ່ງ​ໄດ້​ເນ​ັ້ນ​ໜັກ​ວ່າ ຈຸດ​ໝາຍ​ຫລກ​ແຫລ່ງ​ແກ່ນ​ສານ​ໃນ​ປັດຈຸ​ບັນ​ແມ່ນ​: "ເພື່ອ​ນຳ​ເອົາ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ - ການ​ຄ້າ ແລະ ການ​ລົງ​ທຶນ​ໄດ້​ກາຍ​ເປັນ​ເສົາ​ຄ້ຳ​ຂອງ​ການ​ຫຸ້ນ​ສ່ວນ​ຍຸດ​ທະ​ສາດ​ໃໝ່​. ນີ້​ສະ​ແດງ​ເຖິງ​ການ​ຍົກ​ລະ​ດັບ​ຢ່າງ​ແຂງ​ແຮງ​, ຈາກ “ເສົາ​ຄ້ຳ​ທີ່​ສຳ​ຄັນ​” ມາ​ເປັນ “ເສົາ​ຄ້ຳ​ຫຸ້ນ​ສ່ວນ​ຍຸດ​ທະ​ສາດ​”, ໂດຍ​ເນັ້ນ​ໜັກ​ວ່າ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຕ້ອງ​ເປັນ​ເສັ້ນ​ເຊື່ອມ​ຕໍ່​ທີ່​ເຂັ້ມ​ແຂງ​ທີ່​ສຸດ​ເພື່ອ​ປົກ​ປ້ອງ ແລະ ພັດ​ທະ​ນາ​ສາຍ​ພົວ​ພັນ​​ພິ​ເສດ​ລະ​ຫວ່າງ​ສອງ​ປະ​ເທດ​.

ໃນ​ໄລ​ຍະ​ປີ 2026-2030, ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ຢ່າງ​ໜັກ​ແໜ້ນ​ວ່າ ດ້ວຍ​ຜົນ​ສຳ​ເລັດ​ອັນ​ດີ​ງາມ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ແລະ ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​, ສອງ​ປະ​ເທດ​ຈະ​ເປີດ​ບົດ​ໃໝ່​ໃຫ້​ແກ່​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ຍິ່ງ​ໃຫຍ່​, ຄວາມ​ສາ​ມັກ​ຄີ​ພິ​ເສດ​, ການ​ຮ່ວມ​ມື​ຮອບ​ດ້ານ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​.

ໃນ​ຂະ​ແໜງ​ການ​ລົງ​ທຶນ​, ຈະ​ມີ​ການ​ຫັນ​ປ່ຽນ​ຢ່າງ​ແຂງ​ແຮງ​ຈາກ ປະ​ລິ​ມານ​ໄປ​ສູ່ ຄຸນ​ນະ​ພາບ​”. ພວກ​ເຮົາ​ຈະ​ສຸມ​ໃສ່​ບັນ​ດາ​ໂຄງ​ການ​ຂະ​ໜາດ​ໃຫຍ່​, ເຕັກ​ໂນ​ໂລ​ຊີ​ສູງ​ ແລະ ໂຄງ​ການ​ປຸງ​ແຕ່ງ​ທີ່​ເລິກ​ເຊິ່ງ​; ເປີດ​ກະ​ແສ​ການ​ລົງ​ທຶນ​ໃໝ່​ໄປ​ສູ່​ບັນ​ດາ​ຂະ​ແໜງ​ການ​ທີ່​ບຸລິ​ມະ​ສິດ​ ເຊັ່ນ​: ພະ​ລັງ​ງານ​ສະ​ອາດ - ພະ​ລັງ​ງານ​ທົດ​ແທນ​, ແຮ່​ທາດ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ​ ແລະ ການ​ທ່ອງ​ທ່ຽວ​ແບບ​ນິ​ເວດ​ວິ​ທະ​ຍາ​ຂະ​ໜາດ​ໃຫຍ່​. ພວກ​ເຮົາ​ສູ້​ຊົນ​ເພີ່ມ​ຍອດ​ທຶນ​ຈາກ ສສ ຫວຽດ​ນາມ​ ລົງທຶນ​ເຂົ້າມາ ສປປ ລາວ​ ບັນ​ລຸ​ໄດ້ 10 ຕື້​ໂດລາ​ສະ​ຫະ​ລັດ​ ໃນ​ສະ​ໄໝ​ນີ້​.

ໃນ​ດ້ານ​ການ​ຄ້າ​, ໂດຍ​ທັງ​ສອງ​ຝ່າຍ​ໄດ້​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃຫ້​ນັບ​ມື້​ນັບ​ແທ້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ສູງ​ຂຶ້ນ​, ຍອດ​ການ​ຄ້າ​ຈະ​ບັນ​ລຸ​ເປົ້າ​ໝາຍ 5 ຕື້​ໂດລາ​ສະ​ຫະ​ລັດ​ໃນ​ໄວໆ​ນີ້​. ພົ້ນ​ເດັ່ນ​ແມ່ນ​ການ​ລົງ​ທຶນ​ທີ່​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ໂຮງ​ງານ​ຜະ​ລິດ​ພະ​ລັງ​ງານ​ທົດ​ແທນ​ເຊັ່ນ​: ໂຄງ​ການ​ພະ​ລັງ​ງານ​ລົມ​ ເຈື່ອງ​ເຊີນ ​ທີ່​ມີ​ກຳ​ລັງ​ການ​ຜະ​ລິດ 600 MW ຢູ່​ແຂວງ​ບໍ​ລິ​ຄຳ​ໄຊ​, ເລີ່ມ​ດຳ​ເນີນ​ເປັນ​ການ​ຄ້າ​ໃນ​ເດືອນ​ກັນ​ຍາ 2025, ຫລັງ​ຈາກ 15 ເດືອນ​ກໍ່​ສ້າງ​; ໂຄງ​ການ​ພະ​ລັງ​ງານ​ລົມ ​ສະ​ຫວັນ 1 ທີ່​ມີ​ກຳ​ລັງ​ການ​ຜະ​ລິດ 300 MW ຢູ່​ແຂວງ​ສະ​ຫວັນ​ນະ​ເຂດ​, ​ດຳ​ເນີນ​​ທາງ​ການ​ຄ້າ ແລະ ຂາຍ​ໄຟ​ຟ້າ​ໃຫ້​ຫວຽດ​ນາມ ​ຕັ້ງ​ແຕ່​ເດືອນ​ທັນ​ວາ 2025 ຫລັງ​ຈາກ 14 ເດືອນ​​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​. ທັງ​ສອງ​ຝ່າຍ​ຈະ​ໝູນ​ໃຊ້​ບັນ​ດາ​ກົນ​ໄກ​ພິ​ເສດ​ບູ​ລິ​ມະ​ສິດ​ລະ​ຫວ່າງ​ສອງ​ປະ​ເທດ​ເປັນ​ແຫລ່ງ​ກຳ​ລັງ​ແຮງ​ເພື່ອ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​, ດັ່ງ​ນັ້ນ​ຈຶ່ງ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ຄ້າ​ສອງ​ຝ່າຍ​ທີ່​ມີ​ການ​ພັດ​ທະ​ນາ​ຢ່າງ​ແທດ​ຈິງ​, ສ້າງ​ວຽກ​ເຮັດ​ງານ​ທຳ​, ຍົກ​ສູງ​ລາຍ​ຮັບ ແລະ ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ທັງ​ສອງ​ປະ​ເທດ​; ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ​, ມິດ​ຕະ​ພາບ​, ສະ​ຖຽນ​ລະ​ພາບ​, ການ​ຮ່ວມ​ມື ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ພາກ​ພື້ນ ແລະ ໃນ​ໂລກ​.

ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ໃໝ່​ນີ້​ຈະ​ມີ​ຄວາມຫວັງ​ໃໝ່​ຫລາຍ​ຢ່າງ​: ທັງ​ສອງ​ຝ່າຍ​ກຳ​ລັງ​ກະ​ກຽມ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ການ​ເຈລະ​ຈາ ແລະ ການ​ລົງ​ນາມ​ໃນ​ແຜນ​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ​-​ລາວ ສຳ​ລັບ​ໄລ​ຍະ 2026-2030. ທິດ​ທາງ​ຕໍ່​ໄປ​ນີ້​, ທັງ​ສອງ​ຝ່າຍ​ຈະ​ສຸມ​ໃສ່​ຍົກ​ສູງ​ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ຜົນ​ຂອງ​ການ​ຮ່ວມ​ມື ບໍ່​ພຽງ​ແຕ່​ຂະ​ຫຍາຍ​ປະ​ລິ​ມານ​. ສອງ​ປະ​ເທດ​ຈະ​ໃຫ້​ບຸ​ລິ​ມະ​ສິດ​ຕໍ່​ການ​ພັດ​ທະ​ນາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ສີ​ຂຽວ​, ການ​ທ່ອງ​ທ່ຽວ​ກະ​ສິ​ກຳ​, ແລະ ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ທ້ອງ​ຖິ່ນ​. ຫວຽດ​ນາມ ແລະ ລາວ ຈະ​ເອົາ​ການ​ຫັນ​ປ່ຽນ​ດີ​ຈິຕອນ​ເຂົ້າ​ໃນ​ການ​ໂຄ​ສະ​ນາ ແລະ ການ​ຄຸ້ມ​ຄອງ​ຈຸດ​ໝາຍ​ປາຍ​ທາງ​; ສົ່ງ​ເສີມ​ການ​ເຊື່ອມ​ຕໍ່​ການ​ບໍ​ລິ​ການ​ດີ​ຈີ​ຕອນ ແລະ ສ້າງ​ພື້ນ​ຖານ​ຂໍ້​ມູນ​ຮ່ວມ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ ແລະ ການ​ທ່ອງ​ທ່ຽວ​. ທິດ​ທາງ​ນີ້​ຈະ​ຊ່ວຍ​ສ້າງ​ລະ​ບົບ​ຕ່ອງ​ໂສ້​ຂອງ​ການ​ສະ​ໜອງ​ບໍ​ລິ​ການ​ທ່ອງ​ທ່ຽວ​ໃນ​ພາກ​ພື້ນ​ຢ່າງ​ຍືນ​ຍົງ​. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​, ດ້ວຍ​ຄວາມ​ຕັດ​ສິນ​ໃຈ​ຂອງ​ທັງ​ສອງ​ຝ່າຍ​, ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ຈະ​ກາຍ​ເປັນ​ເສົາ​ຄ້ຳ​ໜຶ່ງ​ໃນ​ທີ່​ສຳ​ຄັນ​ໃນ​ສາຍ​ພົວ​ພັນ​ຮ່ວມ​ມື​ຫວຽດ​ນາມ​-​ລາວ​ໃນ​ໄວໆ​ນີ້​, ປະ​ກອບ​ສ່ວນ​ຊຸກ​ຍູ້​ພັດ​ທະ​ນາ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ​ໃຫ້​ແກ່​ແຕ່​ລະ​ປະ​ເທດ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ຮ່ວມ​ມື​ພິ​ເສດ​ຫວຽດ​ນາມ​-​ລາວ​.

KPL

ຂ່າວອື່ນໆ

ads
ads

Top