ເກີດການແພ່ລະບາດເຊື້ອພະຍາດນີປາຢູ່ ອິນເດຍ ມີອັດຕາການເສຍຊີວິດສູງເຖິງ 75%

27/01/2026 21:48
ຂປລ ຢູ່ລັດ ເບັນການຕາເວັນຕົກຂອງ ອິນເດຍ ໄດ້ເກີດການແພ່ລະບາດ ຂອງເຊື້ອພະຍາດ ນີປາ (NipahVirus), ຜູ້ຕິດເຊື້ອແລ້ວ 5 ຄົນ, ສ່ວນໃຫຍ່ ຢູ່ເຂດໂກນກາຕາ, ໃນນີ້ຄົນເຈັບຜູ້ໜຶ່ງ ມີອາການໜັກ ແລະ ເກືອບ 100 ກວ່າຄົນ ຖືກກັກບໍລິເວນ.

ຂປລ.ໂທລະພາບສູນກາງ ຈີນ (CMG) ເມື່ອ​ມໍ່ໆ​ມາ​ນີ້: ຢູ່​ລັດ ເບັນ​ການ​ຕາ​ເວັນ​ຕົກຂອງ ​ອິນ​ເດຍ​ ໄດ້​ເກີດ​ການ​ແພ່​ລະ​ບາດ​ ຂອງ​ເຊື້ອ​ພະ​ຍາດ​ ນີ​ປາ (NipahVirus), ຜູ້​ຕິດ​ເຊື້ອ​ແລ້ວ 5 ຄົນ, ສ່ວນ​ໃຫຍ່​ ຢູ່​ເຂດ​ໂກນ​ກາ​ຕາ, ໃນ​ນີ້ຄົ​ນ​ເຈັບ​ຜູ້​ໜຶ່ງ​ ມີ​ອາ​ການ​ໜັກ ແລະ ເກືອບ 100 ກວ່າຄົນ ​ຖືກ​ກັກ​​ບໍ​ລິ​ເວນ.

ອົງ​ການ ​ອະ​ນາ​ໄມ​ໂລກ​ ເຄີຍ​ກຳ​ນົດ​ເອົາ ​ນີ​ປາ ​ເປັນ​ເຊື້ອ​ພະ​ຍາດ​ຕິດຕໍ່​ ຈາກ​ ສັດ​ສູ່​ຄົນ ແລະ​ ຈາກຄົນ​ສູ່​ຄົນ, ຊຶ່ງມີ​ຄວາມ​ອັນ​ຕະ​ລາຍ​ ເຖິງ​ຂັ້ນ​ເສຍ​ຊີ​ວິດ​ໄດ້, ໂດຍມີຕົ້ນ​ຕໍ​ ມາຈາກໂຕເຈຍ ​ກິນ​ໝາກ​ໄມ້ ເປັນ​ພາ​ຫະ​ນຳ​ເຊື້ອ. ເຊື້ອ​ພະ​ຍາດ​ດັ່ງ​ກ່າວ ​ສາ​ມາດ ​ແພ່​ລະ​ບາດ ໄປ​ສູ່​ມະ​ນຸດ ​ໂດຍ​ຜ່ານ ​ອາ​ຫານ​ທີ່​ຕິດ​ເຊື້ອ ຫລື ແພ່​ລະ​ບາດ​ ລະ​ຫວ່າງ​ຄົນ​ໄປສູ່​ຄົນ​ໂດຍ​ກົງ, ໂດຍມີອັດ​ຕາ​ ການ​ເສຍ​ຊີ​ວິດ​ ຢູ່​ລະ​ຫວ່າງ 40%-75%.

 ປັດ​ຈຸ​ບັນ​ ຍັງ​ບໍ່​ທັນ​ມີ​ວັກ​ຊີນ​ ສະ​ເພາະ​​ ສຳ​ລັບ ກັນ​ພະ​ຍາດ ​ດັ່ງ​ກ່າວ ຫລື ​ວິ​ທີ​​ປິ່ນ​ປົວ​ ທີ່​ມີ​ປະ​ສິດ​ທິ​ພາບ​ເທື່ອ.

​ລະ​ຫວ່າງ ​ປີ 1998-1999, ​ເຊື້ອ​ພະ​ຍາດ​ນີ​ປາ​ ເຄີຍ​ແພ່​ລະ​ບາດ ​ຢູ່​ ມາ​ເລ​ເຊຍ ​ແລະ​ ສິງ​ກະ​ໂປ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 100 ກວ່າ​ຄົນ, ໝູ​ລ້ຽງ​ຫລາຍກວ່າ​ ລ້ານ​ໂຕ ​ໄດ້ຖືກ​ຂ້າຖິ້ມ.​ ຕໍ່​ມາ ພະ​ຍາດ​ດັ່ງ​ກ່າວ ​ເຄີຍ​ແພ່​ລະ​ບາດ ​ຢູ່​ ອິນ​ເດຍ, ບັງ​ກລາ​​ເທດ ແລະ ​ຟິ​ລິບ​ປິນ./


KPL

ຂ່າວອື່ນໆ

ads
ads

Top