7203

ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 27.01.2026 ປີທີ 25 ສະບັບທີ 6.363ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ທ່ານ ນາງ ສີໃສ ລືເດດມູນສອນ (ກາງ) 8A '|h kza o0tspkp,t8y dv'xt-5 ,.spj z6 h cmomq j ;xtgmf 7A 'mu XII 0v'ra d .sh xtdq fzq ogxa o9y 'K ]k;{s;Pfok, gruj ,mt;u Ia fc|h odkorq ;ra oIj ;,,n lv'/j kp pq d]tfa [7;k,I6h .odkooe.-h ]t[q [ma oltw\ ,v[{Ia [|h kmuj xtmko7totde,tdko xq d7v'c0;'[= ]y 7ew- z6h gdqj k c]t z6h .\j ສະຫາຍ ທອງລຸນ ສີສຸລິດ (ກວດແຖວກຽດຕິຍົດ) ຂປລ. ໂດຍຕອບສະໜອງຕາມ ຄໍາເຊື້ອເຊີນຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກກອມມູນິດຫວຽດ ນາມ ພ້ອມດ້ວຍພັນລະຍາ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຂປລ. ໃນວັນທີ 22 ມັງກອນ 2026 ທີ່ຫ້ອງວ່າການ ແຂວງ ບໍລິ ຄຳໄຊ ໄດ້ຈັດພິທີມອບ-ຮັບໜ້າທີ່ ປະທານຄະນະກຳມະການປົກຄອງ ແຂວງບໍລິຄຳໄຊ ຜູ້ໃໝ່ ລະຫວ່າງ ທ່ານ ສອນທະນູ ທຳມະວົງ ກຳມະ ການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ບໍລິຄຳໄຊ ຜູ້ເກົ່າ ກັບ ທ່ານ ຄຳແຫວນ ປັນຍານຸວົງ ຮອງ ເລຂາພັກແຂວງ ບໍລິຄຳໄຊ ປະທານ ຄະນະກຳມະການປົກຄອງແຂວງ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານ lr0 ,u rk]t[q f[kfry 9k]tok{Ia [Iv' gvq koy 8y demu j ,u zq o[a '7a [mq j ;wx0v'mh v'4y j o ຂປລ. ສະພາປະຊາຊົນຂັ້ນແຂວງ ແມ່ນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນ ລາວບັນດາເຜົ່າ, ເປັນອົງການອໍາ ນາດລັດຢູ່ທ້ອງຖິ່ນ ປະຕິບັດພາ ລະບົດບາດພິຈາລະນາ, ຮັບຮອງ ເອົານິຕິກຳທີ່ມີຜົນບັງຄັບທົ່ວໄປ, ;k'ltcf'zq o'koly ]txtde -q ,g-u pzq oleg]a f dv'xt-5 ,.spj z6h cmomqj ;xtgmf 7A 'mu XII 0v'ra d ຂປລ. ໃນວັນທີ 23-25 ມັງ ກອນ 2026 ຜ່ານມາ, ກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບສະຖາບັນວິຈິດສິນ ແຫ່ງຊາດ ຈັດງານວາງສະແດງ ຜົນງານສິລະປະກໍາ ເພື່ອຊົມເຊີຍ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວທ, ມີຮອງ c9h 'dko0v'dt-;'dko8j k'xtgmf ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ນາງ ມາ ເຕເຣຊາ ລາຊາໂຣ ລັດຖະມົນຕີ ກະຊວງການຕ່າງປະເທດ ຟິລິບປິນ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ແບບວົງແຄບ ແລະ ບັນດາກອງປະຊຸມ ທີ່ກ່ຽວຂ້ອງ ພາຍໃຕ້ຄໍາຂວັນ: “ການນຳທາງອະນາຄົດຂອງອາຊຽນ ຮ່ວມກັນ” (Navigating Our Future, Together) ໂດຍການເປັນ ປະທານ ຂອງ ຟິລິບປິນ ໃນວັນທີ 28-29 ມັງກອນ 2026 ທີ່ ເຊບູ, ຟິ ລິບປິນ ແລະ ຈະພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງ ຈາກບັນດາປະເທດ ສະມາຊິກອາຊຽນ ຈໍານວນໜຶ່ງ. g]aj 'xa [x5 'Ij k'76j ,n dkog7nj vows; ;Pd'kolkpfj ;o .sh leg]a f8k,gxQ k\kp ຂປລ. ໃນໂອກາດເຂົ້າຮ່ວມ ກອງປະຊຸມເຜີຍແຜ່ມະຕິວ່າດ້ວຍ ການເຄື່ອນໄຫວວຽກງານ ສາຍ ດ່ວນ(156) ແລະ ແລກປ່ຽນບົດ ຮຽນການຈັດຕັ້ງປະຕິບັດວຽກງານ ສາຍດ່ວນ ໃນໄລຍະຜ່ານມາ ເພື່ອ ປັບປຸງຮ່າງຄູ່ມືການເຄື່ອນໄຫວ ຂປລ. ເມື່ອບໍ່ດົນມານີ້, ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງ ທ່ານ ໂຢເກສວາ ສັງ ວານ (Mr.YogeshwarSangwan) ເອກອັກຄະລັດຖະທູດວິສາມັນ ຜູ້ມີ ອໍານາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ ໂດຍ ທ່ານໄດ້ສະແດງຄວາມຍິນດີຕ້ອນ ຮັບ, ພ້ອມທັງໄດ້ຕີລາຄາສູງຕໍ່ການ ສະໜັບສະໜູນຊ່ວຍເຫລືອຂອງລັດ ຖະບານອິນເດຍ ແລະ ສາຍພົວພັນ ຮ່ວມມືອັນຍາວນານລະຫວ່າງ ອິນ ເດຍ ແລະ ສປປ ລາວ ກໍຄື ກະຊວງ ສຶກສາທິການ ແລະ ກິລາ. ໂອກາດນີ້, ສອງຝ່າຍໄດ້ແລກ ປ່ຽນຄວາມຄິດເຫັນກ່ຽວກັບການ ]a f4t,q o8u lld 8h voIa [ m6 fvy ogfp xt9e]k; ຮ່ວມມືທີ່ພົ້ນເດັ່ນໃນໄລຍະຜ່ານມາ ເປັນຕົ້ນ ການສະໜັບສະໜູນກໍ່ສ້າງ ໂຮງຮຽນ ແລະ ຫໍພັກ ພາຍໃຕ້ໂຄງ ການເຫັນຜົນໄວ, ທຶນການສຶກສາ ຈຳນວນ 19 ທຶນຕໍ່ປີ ແລະ ທຶນຝຶກ ອົບຮົມໄລຍະສັ້ນໃຫ້ແກ່ພະນັກງານ ຈຳນວນ 80 ທຶນຕໍ່ປີ ພາຍໃຕ້ໂຄງ ການຮ່ວມມືດ້ານເຕັກນິກ-ເສດຖະ ກິດ ອິນເດຍ (ITEC). ໃນໂອກາດການຢ້ຽມຢາມກະ ຊວງ ສສກ ໃນຄັ້ງນີ້, ທ່ານ ໂຢ ເກສວາ ສັງວານ ຍັງໄດ້ສະແດງ ຄວາມຂອບໃຈຕໍ່ ທ່ານ ທອງສະລິດ ມັງໜໍ່ເມກ ທີ່ໄດ້ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ, ທັງສະແດງຄວາມຊົມ ເຊີຍຕໍ່ຜົນສຳເລັດຂອງກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂປລ. ໂທລະສັບສາຍດ່ວນ ຂອງສະພາແຫ່ງຊາດ 156 ເປັນ ເບີໂທທີ່ບໍ່ໄດ້ເສຍຄ່າໂທ, ເປີດຮັບ ເອົາຄໍາສະເໜີ, ຄຳຄິດຄຳເຫັນ lkpfj ;o 156 gxa odt[vdlP'.sh xt-k-q o ,u 7egsa o8+ gsfdkomu j gdu f0B o.ola '7q , ຂອງພະນັກງານ, ທະຫານ, ຕໍາ ຫລວດ ຕະຫລອດຮອດ ປະຊາຊົນ ລາວບັນດາເຜົ່າ ໂດຍມີໜ່ວຍງານ ຂປລ. ຄະນະໂຄສະນາອົບຮົມ ສູນກາງພັກ ເປີດຊຸດຝຶກອົບຮົມ ຍົກລະດັບຄວາມຮູ້ ໃນການນຳ ໃຊ້ລະບົບທັນສະໄໝ ເຂົ້າໃນການ ເຮັດວຽກໃນໄລຍະໃໝ່ ຢູ່ພາຍໃນ ຄະນະໂຄສະນາອົບຮົມສູນກາງ ຂປລ. ພິທີມອບ-ຮັບໜ້າທີ່ ເລ ຂາຄະນະບໍລິຫານງານພັກແຂວງ ຫລວງນໍ້າທາ ລະຫວ່າງ ສະຫາຍ ວຽງສະຫວັດ ສີພັນດອນ ເລຂາຄະ ນະບໍລິຫານງານພັກແຂວງຫລວງ ນໍ້າທາ ຜູ້ເກົ່າ ແລະ ສະຫາຍ ພົນໂທ ,v[{Ia [|h kmu j g]0k7tot [= ]y sko'kora d c0;'s];'oEmk ຄໍາກິ່ງ ຜຸຍຫລ້າມະນີວົງ ກຳມະ ການສູນກາງພັກ, ເລຂາຄະນະ ບໍລິຫານງານພັກແຂວງ ຜູ້ໃໝ່, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ຄໍາພັນ ພົມມະທັດ ກຳມະການກົມ ພັກ ຈັດຂຶ້ນໃນລະຫວ່າງ 26-28 ມັງກອນ 2026 ໂດຍການເປັນ me]kply o7h kxtgrfvksko{1k c]t zt]y f8tra odkocrfmu j 8h v'sh k, F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ທ່ານ ນາງ ສວນສະຫວັນ ວິຍະເກດ (ຕັດແຖບຜ້າ) ສະຫາຍ ຄໍາພັນ ພົມມະທັດ (ກາງ)

@ 0j k; c]t gsfdko j 27/01/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ລາວ-ຫວຽດນາມ... ປະເທດ ແຫ່ງ ສປປລາວ ພ້ອມດ້ວຍ ພັນລະຍາແລະຄະນະຜູ້ແທນຂັ້ນສູງ ສປປ ລາວ ໄດ້ເດີນທາງຢ້ຽມຢາມ ລັດຖະກິດ ສສ ຫວຽດນາມ ແຕ່ວັນ ທີ 26-27 ມັງກອນ 2026 ເພື່ອ ຮັດແໜ້ນ ແລະ ເສີມຂະຫຍາຍສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມື ຮອບດ້ານ ແລະ ຫຸ້ນສ່ວນຍຸດທະ ສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວຫວຽດນາມ. ການຢ້ຽມຢາມຄັ້ງ ນີ້, ແມ່ນເປັນຄັ້ງທໍາອິດ ພາຍຫລັງ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງ ຕໍາແໜ່ງເປັນເລຂາທິການໃຫຍ່ ພັກ ປະຊາຊົນປະຕິວັດລາວ ສະໄໝທີ XII ໃນຕົ້ນເດືອນມັງກອນ 2026 ຜ່ານມາ. ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງອົບອຸ່ນແລະສົມກຽດ ໃນຕອນເຊົ້າວັນທີ 26 ມັງກອນ 2026 ທີ່ທໍານຽບປະທານປະເທດ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ພ້ອມດ້ວຍ ພັນລະຍາແລະຄະນະຜູ້ແທນຂັ້ນສູງ ຂອງທັງສອງຝ່າຍເຂົ້າຮ່ວມ. ຫລັງ ຈາກນັ້ນ, ສອງເລຂາທິການໃຫຍ່ ພ້ອມດ້ວຍຄະນະ ໄດ້ດໍາເນີນການພົບ ປະສອງຝ່າຍຢ່າງເປັນທາງການ ເພື່ອຕີລາຄາການພົວພັນຮ່ວມມື ສອງຝ່າຍໃນໄລຍະຜ່ານມາ, ພ້ອມ ທັງປຶກສາຫາລື ແລະ ກໍານົດທິດ ທາງຮ່ວມມືໃນຕໍ່ໜ້າ. ໃນໂອກາດນີ້, ສອງຝ່າຍໄດ້ແຈ້ງສະພາບການ ພາຍໃນຂອງປະເທດຕົນໃຫ້ກັນ ຊາບ ພ້ອມທັງໄດ້ສະແດງຄວາມຊົມ ເຊີຍຕໍ່ບັນດາຜົນສໍາເລັດຂອງການ ພັດທະນາເສດຖະກິດ-ສັງຄົມ ທີ່ ສອງປະເທດຍາດມາໄດ້ ໃນຊຸມປີ ຜ່ານມາ ໂດຍສະເພາະແມ່ນຜົນສໍາ ເລັດຂອງກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກປະ ຊາຊົນປະຕິວັດລາວກໍຄື ຜົນສໍາເລັດ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດຂອງພັກກອມມູນິດຫວຽດ ນາມ ຄັ້ງທີ XIV ທີ່ໄດ້ອັດລົງຢ່າງ ສະຫງ່າງາມ ໃນເດືອນມັງກອນນີ້. ພ້ອມກັນນີ້, ສອງຝ່າຍໄດ້ຕີລາຄາ ສູງຕໍ່ສາຍພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດລາວ-ຫວຽດ ນາມທີ່ສືບຕໍ່ໄດ້ຮັບການເພີ່ມພູນຄູນ ສ້າງແລະພັດທະນາເຂົ້າສູ່ລວງເລິກ ຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດວຽກ ງານ ເປັນຕົ້ນການພົວພັນທາງດ້ານ ການເມືອງ ສືບຕໍ່ມີຄວາມໄວ້ເນື້ອ ເຊື່ອໃຈກັນໃນລະດັບສູງສຸດ; ວຽກ ງານການຕ່າງປະເທດ, ປ້ອງກັນ ຊາດ ແລະ ປ້ອງກັນຄວາມສະຫງົບ ສືບຕໍ່ເປັນເສົາຄໍ້າທີ່ໝັ້ນຄົງໃນການ ພົວພັນສອງຝ່າຍ; ມູນຄ່າການຄ້າ ສອງປະເທດ ກໍມີການເຕີບໂຕໃນ ຕົວເລກທີ່ໜ້າເພິ່ງພໍໃຈ ແລະ ບັນດາ ໂຄງການຮ່ວມມືຍຸດທະສາດ ກໍໄດ້ ຮັບການຈັດຕັ້ງປະຕິບັດຢ່າງມີປະ ສິດທິຜົນ ໂດຍສະເພາະໃນໄລຍະ ທ້າຍປີ 2025 ຫາຕົ້ນປີ 2026 ນີ້. ພິເສດ, ສອງຝ່າຍໄດ້ຢືນຢັນເພີ່ມພູນ ຄູນສ້າງ “ສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນ ສ່ວນຍຸດທະສາດ” ໃຫ້ນັບມື້ໄດ້ ຮັບການຂະຫຍາຍຍິ່ງໆຂຶ້ນ, ສອງ ຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ ຜົນສໍາເລັດຂອງການພົບປະ ປະຈໍາ ປີ 2026 ລະຫວ່າງ ສອງກົມການ ເມືອງລາວ-ຫວຽດນາມ ທີ່ໄດ້ກໍາ ນົດທິດທາງຍຸດທະສາດໃນການ ຮ່ວມມືໃນໄລຍະໃໝ່ ໃຫ້ມີຄວາມ ແທດເໝາະຕົວຈິງ ແລະ ມີໝາກຜົນ ກວ່າເກົ່າ ກໍຄື ຜົນສໍາເລັດຂອງກອງ ປະຊຸມ ຄັ້ງທີ 48 ຂອງຄະນະກໍາມະ ການຮ່ວມມືທະວິພາຄີ ລະຫວ່າງ ສອງລັດຖະບານ ທີ່ໄດ້ສ້າງບາດ ກ້າວບຸກທະລຸໃໝ່ ໃນການຊຸກຍູ້ບັນ ດາໂຄງການຮ່ວມມືດ້ານເສດຖະ ກິດ, ວັດທະນະທໍາ ແລະ ວິທະຍາ ສາດ-ເຕັກນິກ ໃຫ້ມີຄວາມຄືບໜ້າ. ສໍາລັບທິດທາງແຜນການຮ່ວມ ມືໃນຕໍ່ໜ້າ, ສອງເລຂາທິການໃຫຍ່ ລາວ-ຫວຽດນາມ ເຫັນດີຈະສືບຕໍ່ ຮັກສາມູນເຊື້ອການແລກປ່ຽນຢ້ຽມ ຢາມ ແລະ ການພົບປະເຊິ່ງກັນ ແລະ ກັນ ລະຫວ່າງການນໍາຂັ້ນສູງ ຂອງສອງພັກ, ສອງລັດ ກໍຄື ບັນດາ ກະຊວງ-ຂະແໜງການ ນັບແຕ່ສູນ ກາງຮອດທ້ອງຖິ່ນ ຢ່າງເປັນປົກກະ ຕິ ໂດຍເນັ້ນໃສ່ການຍົກສູງຄຸນນະ ພາບ ແລະ ລົງເລິກການຮ່ວມມື ທີ່ມີລັກສະນະຍຸດທະສາດ; ສືບຕໍ່ ຮັດແໜ້ນການພົວພັນຮ່ວມມື ແລະ ປະສານສົມທົບກັນຢ່າງໃກ້ຊິດ ໃນ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ; ສືບຕໍ່ສຸມໃສ່ສ້າງ ເງື່ອນໄຂອໍານວຍຄວາມສະດວກ ເພື່ອຊຸກຍູ້ການເຊື່ອມໂຍງພື້ນຖານ ເສດຖະກິດຂອງສອງປະເທດ ໃຫ້ ເປັນຮູບປະທໍາ ໂດຍສະເພາະແມ່ນ ການເລັ່ງລັດໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ; ສືບຕໍ່ເອົາໃຈໃສ່ ໂຄສະນາເຜີຍແຜ່ ແລະ ສຶກສາອົບ ຮົມປະຊາຊົນ ໂດຍສະເພາະແມ່ນ ຄົນຮຸ່ນໜຸ່ມ ໃຫ້ມີຄວາມເຂົ້າໃຈ ຢ່າງເລິກເຊິ່ງເຖິງຕົ້ນກໍາເນີດ, ຄຸນ ຄ່າ ແລະ ຄວາມໝາຍສໍາຄັນທາງ ປະຫວັດສາດຂອງສາຍພົວພັນພິ ເສດ ລາວ-ຫວຽດນາມ; ພ້ອມທັງ ສືບຕໍ່ກະກຽມຄວາມພ້ອມຮອບ ດ້ານ ເພື່ອສະເຫລີມສະຫລອງ “ປີ ສາມັກຄີມິດຕະພາບ ລາວ-ຫວຽດ ນາມ ປີ 2027” ເນື່ອງໃນໂອກາດ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ ແລະ ວັນເຊັນສົນ ທິສັນຍາມິດຕະພາບ ແລະ ການ ຮ່ວມມື ຄົບຮອບ 50 ປີ ໃຫ້ມີເນື້ອ ໃນອຸດົມສົມບູນ ແລະ ມີຄວາມ ໝາຍອັນເລິກເຊິ່ງ. ໃນໂອກາດດັ່ງກ່າວ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ພັກ ກອມມູນິດຫວຽດນາມ ໄດ້ສະແດງ ຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ ສະຫາຍ ທອງລຸນ ສີສຸລິດ ທີ່ສືບຕໍ່ ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາ ແໜ່ງເປັນເລຂາທິການໃຫຍ່ ພັກ ປະຊາຊົນປະຕິວັດລາວ ສະໄໝທີ XII ພ້ອມທັງໄດ້ຕີລາຄາສູງຕໍ່ການ ຢ້ຽມຢາມຄັ້ງນີ້ ຊຶ່ງເປັນປະເທດທໍາ ອິດຂອງການເຄື່ອນໄຫວວຽກງານ ການຕ່າງປະເທດຂອງ ສະຫາຍ ທອງລຸນ ສີສຸລິດ, ທັງເປັນການ ສະແດງໃຫ້ເຫັນເຖິງຄວາມມີຊີວິດ ຊີວາຂອງສາຍພົວພັນພິເສດ ທີ່ບໍ່ຄື ໃຜ ແລະ ບໍ່ມີໃຜຄື. ໃນຂະນະດຽວກັນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຂອບໃຈ ຕໍ່ຄໍາເຊື້ອເຊີນ ແລະ ການຕ້ອນຮັບ ອັນອົບອຸ່ນໃນຄັ້ງນີ້ ພ້ອມທັງໄດ້ ສະແດງຄວາມຊົມເຊີຍຕໍ່ ສະຫາຍ ໂຕ ເລິມ ທີ່ສືບຕໍ່ໄດ້ຮັບການເລືອກ ຕັ້ງໃຫ້ດໍາລົງຕໍາແໜ່ງເປັນເລຂາ ທິການໃຫຍ່ພັກກອມມູນິດຫວຽດ ນາມ ສະໄໝທີ XIV ເຊັ່ນດຽວກັນ. ພ້ອມນັ້ນ, ກໍໄດ້ສະແດງຄວາມຂອບ ໃຈຢ່າງຈິງໃຈແລະຄວາມຮູ້ບຸນຄຸນ ຢ່າງລົ້ນເຫລືອຕໍ່ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ ຍາມໃດກໍໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ຢ່າງ ສະເໝີຕົ້ນສະເໝີປາຍ, ແຕ່ໄລຍະ ແຫ່ງການຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ກໍຄື ໃນພາລະກິດແຫ່ງການປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດໃນປັດຈຸບັນ. ໃນຕອນ ທ້າຍ, ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ກໍໄດ້ເຊື້ອເຊີນ ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ ແທນຂັ້ນສູງຂອງ ສສ ຫວຽດນາມ ເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນລະຫວ່າງວັນທີ 5-6 ກຸມພາ 2026 ທີ່ຈະມີເຖິງນີ້. ພາຍຫລັງສໍາເລັດການພົບປະ, ສອງເລຂາທິການໃຫຍ່ ລາວຫວຽດນາມ ກໍໄດ້ເຂົ້າຮ່ວມເປັນສັກ ຂີພິຍານ ໃນພິທີລົງນາມເອກະສານ ຮ່ວມມືສອງຝ່າຍ ຈໍານວນ 2 ສະບັບ ຄື: ຂໍ້ຕົກລົງການຮ່ວມມື ລະຫວ່າງ ຫ້ອງວ່າການສູນກາງພັກປະຊາຊົນ ປະຕິວັດລາວ ກັບຫ້ອງວ່າການສູນ ກາງພັກກອມມູນິດຫວຽດນາມ ໄລ ຍະປີ 2026-2030 ແລະ ບົດບັນ ທຶກການຮ່ວມມື ລະຫວ່າງ ອົງຄະ ນະພັກ, ອົງການປົກຄອງນະຄອນ ຫລວງວຽງຈັນ ແລະ ອົງຄະນະພັກ, ອົງການປົກຄອງນະຄອນຫລວງ ຮ່າໂນ້ຍ ໄລຍະປີ 2026-2030. ໃນຕອນຄໍ່າຂອງວັນດຽວກັນ, ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ກໍໄດ້ຈັດງານລ້ຽງຕ້ອນຮັບ ເປັນ ກຽດໃຫ້ແກ່ ສະຫາຍ ເລຂາທິການ ໃຫຍ່ ທອງລຸນ ສີສຸລິດ ພ້ອມດ້ວຍ ພັນລະຍາແລະຄະນະຜູ້ແທນຂັ້ນສູງ ໃນໂອກາດເດີນທາງຢ້ຽມຢາມລັດ ຖະກິດ ຢູ່ ສສ ຫວຽດນາມ ໃນຄັ້ງນີ້. ແລະ ໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍເປັນພິເສດ ຕໍ່ທ່ານລັດຖະມົນຕີ ທີ່ໄດ້ຖືກຮັບເລືອກ ໃຫ້ເປັນກຳມະ ການກົມການເມືອງສູນກາງພັກ ສະໄໝທີ XII. ນອກຈາກນັ້ນ, ເພື່ອເປັນການ ເສີມຂະຫຍາຍການຮ່ວມມືລະຫວ່າງ ລາວ-ອິນເດຍ ໂດຍສະເພາະໃນຂະ ແໜງສຶກສາ, ວິທະຍາສາດ ແລະ ກິລາ ທັງສອງຝ່າຍຍັງໄດ້ປຶກສາ ຫາລືເຖິງຄວາມເປັນໄປໄດ້ໃນການ ຮ່ວມມືແບບເລິກເຊິ່ງ ໂດຍສະເພາະ ການນຳໃຊ້ເຕັກໂນໂລຊີ ແລະ ດີຈິ ຕອນ ເຂົ້າໃນສື່ການຮຽນ-ການ ລັດຖະມົນຕີ ສສກ...ັົີ ສອນ, ການຮ່ວມມືໃນວຽກງານ ກິລາ ແລະ ການເຮັດວຽກຮ່ວມກັນ ໃນຕໍ່ໜ້າໃນວຽກງານຕ່າງໆ ເພື່ອ ປະກອບສ່ວນເຂົ້າໃນການຈັດຕັ້ງ ປະຕິບັດແຜນພັດທະນາຂະແໜງ ການສຶກສາ, ວິທະຍາສາດ ແລະ ກິລາ ໃນໄລຍະໃໝ່. ພາບ: ເກດສະໜາ ການເມືອງສູນກາງພັກ, ມີການ ນໍາຈາກສູນກາງ, ການນໍາແຂວງ, ອະດີດການນໍາແຂວງ, ສອງກອງ ບັນຊາການ ແລະ ພະນັກງານຫລັກ ແຫລ່ງຂອງແຂວງ ເຂົ້າຮວ່ມ. ສະຫາຍ ວຽງສະຫວັດ ສີພັນ ດອນ ໄດ້ລາຍງານໂດຍຫຍໍ້ການນໍາ ພາ-ຊີ້ນຳວຽກງານຮອບດ້ານໃນ ໄລຍະຜ່ານມາ, ຜ່ານການຈັດຕັ້ງ ປະຕິບັດຕົວຈິງໃນໄລຍະຜ່ານມາ ມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ຫລາຍດ້ານ ເປັນຕົ້ນ ບັນຫາດ້ານ ເສດຖະກິດ, ພະຍາດລະບາດ, ໄພ ທໍາມະຊາດ ແລະ ຄວາມຫຍຸ້ງ ຍາກອື່ນໆ, ຄະນະບໍລິຫານງານພັກ ແຂວງສະໄໜທີ VIII ແລະ ສະໄໜທີ IX ໄດ້ຕັດສິນໃຈຜ່ານຜ່າ, ຫາວິທີ ແກ້ໄຂແລະຫາທຶນຮອນມາສ້າງສາ ພັດທະນາມີການຫັນປ່ຽນດີຂຶ້ນ ແລະ ໄດ້ເອົາໃຈໃສ່ແກ້ໄຂໄພພິບັດ ນໍ້າຖ້ວມແຂວງຫລວງນໍ້າທາ ປີ 2024, ໄດ້ຖືເອົາວຽກງານກໍ່ສ້າງ ຮາກຖານການເມືອງຕາມ4 ເນື້ອໃນ 4 ຄາດໜາຍ ຕິດພັນກັບວຽກ ງານພັດທະນາຊົນນະບົດຮອບດ້ານ ແລະ ສາມາດຈັດເກັບລາຍຮັບເຂົ້າ ງົບປະມານໄດ້ເກີນແຜນ3ປີຕໍ່ເນື່ອງ, ໄດ້ສຸມສະຕິປັນຍາ, ເຫື່ອແຮງເຂົ້າ ໃນການພັດທະນາ ແຂວງຫລວງນໍ້າ ທາ ປຸກລະດົມທຸກພາກສ່ວນ ປະ ກອບສ່ວນເຂົ້າໃນການພັດທະນາ ແຂວງຫລວງນໍ້າທາ ຢ່າງຕັ້ງໜ້າ ເຮັດໃຫ້ແຂວງຫລວງນໍ້າທາ ໄດ້ຮັບ ການພັດທະນາຂຶ້ນຢ່າງຕໍ່ເນື່ອງ. ໃນພິທີ, ຕາງໜ້າຄະນະຈັດຕັ້ງ ສູນກາງພັກ ໄດ້ຜ່ານມະຕິຕົກລົງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 08/ກມສພ ນະຄອນ ຫລວງວຽງຈັນ ວັນທີ 16 ມັງກອນ 2026 ວ່າດ້ວຍການອະນຸມັດໃຫ້ ການນຳຂັ້ນສູງອອກພັກການຮັບ ອຸດໜູນບໍານານ. ໃນນີ້, ຕົກລົງໃຫ້ ສະຫາຍ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ, ເລຂາຄະ ນະບໍລິຫານງານພັກແຂວງຫລວງ ນໍ້າທາ ພັກການຮັບອຸດໜູນບໍານານ, ຜ່ານຄຳສັ່ງຂອງກົມການເມືອງ ສູນກາງພັກ ເລກທີ 08/ກມສພ ວັນທີ 16 ມັງກອນ 2026 ວ່າດ້ວຍ ການຍົກຍ້າຍການນຳຂັ້ນສູງໄປຮັບ ໝ້າທີ່ໃໝ່ ໂດຍຍົກຍ້າຍ ສະຫາຍ ພົນໂທ ຄຳກິ່ງ ຜຸ້ຍຫລ້າມະນີວົງ ກຳມະການສູນກາງພັກ, ຮອງເລ ຂາຄະນະບໍລິຫານພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ໄປຮັບໜ້າທີ່ໃໝ່ຢູ່ ແຂວງຫລວງນໍ້າທາ, ຜ່ານມະຕິ ຕົກລົງຂອງກົມການເມືອງສູນກາງ ພັກ ສະບັບເລກທີ 15/ກມສພ ລົງ ວັນທີ 16 ມັງກອນ 2026 ວ່າດ້ວຍ ການແຕ່ງຕັ້ງເລຂາຄະນະບໍລິຫານ ງານພັກແຂວງຫລວງນໍ້າທາ. ໃນ ນີ້, ແຕ່ງຕັ້ງ ສະຫາຍ ພົນໂທ ຄຳກິ່ງ ຜຸ້ຍຫລ້າມະນີວົງ ກຳມະການສູນ ກາງພັກ ເປັນເລຂາຄະນະບໍລິຫານ ງານພັກແຂວງ. ຈາກນັັ້ນ, ກໍໄດ້ ມອບມະຕິຕົກລົງຂອງກົມການ ເມືອງສູນກາງພັກ ໃຫ້ສະຫາຍ ເລຂາພັກແຂວງຫລວງນໍ້າທາ ຜູ້ ເກົ່າ ແລະ ຜູ້ໃໝ່ ພ້ອມທັງເຊັນບົດ ບັນທຶກມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍເລຂາຄະນະບໍລິຫານງານ ພັກແຂວງຫລວງນໍ້າທາ ຜູ້ເກົ່າ ແລະ ຜູ້ໃໝ່ ຢ່າງເປັນທາງການ. ໂອກາດດັ່ງກ່າວ, ສະຫາຍ ຄຳພັນ ພົມມະທັດ ກຳມະການກົມ ການເມືອງສູນກາງພັກ ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ງານຂອງຄະນະບໍລິຫານງານພັກ ແຂວງຫລວງນໍ້າທາ ຍາດມາໄດ້ ໃນໄລຍະຜ່ານມາ, ພ້ອມທັງໄດ້ ເນັ້ນໃຫ້ຄະນະບໍລິຫານງານຊຸດ ໃໝ່ ຈົ່ງສືບຕໍ່ປົກປັກຮັກສາ, ເພີ່ມ ທະວີຄວາມສາມັກຄີພາຍໃນຄະ ນະພັກ, ຄວາມສາມັກຄີປວງຊົນ ບັນດາເຜົ່າ, ສຸມໃສ່ປະຕິບັດໜ້າ ວຽກຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ກໍຄື ກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ເພື່ອ ເປັນບ່ອນອີງ, ສືບຕໍ່ແກ້ໄຂຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ ການເງິນ, ແກ້ໄຂ້ບັນຫາຢາເສບ ຕິດ, ເສີມຂະຫຍາຍສ້າງເສດຖະ ກິດເອກະລາດ ເປັນເຈົ້າຕົນເອງ, ເອົາໃຈໃສ່ສົ່ງເສີມເສດຖະກິດ, ວັດ ທະນະທຳ, ພັດທະນາດ້ານການ ທ່ອງທ່ຽວທາງດ້ານປະຫວັດສາດ, ທຳມະຊາດ ແລະ ວັດທະນະທຳ, ຍົກສູງເພີ່ມທະວີຄຸ້ມຄອງທາງ ດ້ານກົດໝາຍໃຫ້ມີປະສິດທິພາບ, ເອົາໃຈໃສ່ນໍາພາການເມືອງແນວ ຄິດໃນການລົງຮັບສະໝັກເລືອກ ຕັ້ງ ເພື່ອເສີມຂະຫຍາຍບົດບາດ ຂອງສະພາແຫ່ງຊາດກໍຄືທ້ອງຖິ່ນ, ເອົາໃຈໃສ່ຍົກສູງວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ປອດໄພ ໂດຍສະເພາະແມ່ນບັນ ຫາຢາເສບຕິດ, ການຄ້າມະນຸດ, ຄ້າຂາຍເຖື່ອນ ເພື່ອອັດຊ່ອງວ່າງ ຕໍ່ປະກົດການຫຍໍ້ທໍ້ຕ່າງໆ ເພື່ອເຮັດ ໃຫ້ແຂວງຫລວງນໍ້າທາ ມີຄວາມ ສະຫງົບສຸກ, ເສດຖະກິດມີການ ຂະຫຍາຍຕົວຂຶ້ນເລື້ອຍໆ. ຂ່າວ-ພາບ: ໜັງສືພິມຄວາມສະຫງົບ ມອບ-ຮັບໜ້າທີ່ ເລຂາ...ັ້ີ່ ທີ່ໄດ້ຮັບການແຕ່ງຕັ້ງຈາກຄະນະ ເລຂາທິການສະພາແຫ່ງຊາດ ໃຫ້ ປະຕິບັດໜ້າທີ່ໃນການຮັບ, ຈົດ ກ່າຍ, ບັນທຶກ, ຄົ້ນຄວ້າ, ສັງຮວມ ເອົາຄໍາສະເໜີຕ່າງໆ ສົ່ງໃຫ້ສະພາ ແຫ່ງຊາດ ເພື່ອເປັນຂໍ້ມູນໃຫ້ແກ່ ສະມາຊິກສະພາແຫ່ງຊາດ ໃນການ ກະກຽມປະກອບຄໍາເຫັນ ຢູ່ກອງ ປະຊຸມສະໄໝສາມັນຂອງສະພາ ແຫ່ງຊາດ ແຕ່ລະຊຸດ ຊຶ່ງໂທລະສັບ ສາຍດ່ວນຂອງສະພາແຫ່ງຊາດ ຍັງເປັນການສ້າງເງື່ອນໄຂໃຫ້ ປະຊາຊົນບັນດາເຜົ່າ ທີ່ເປັນເຈົ້າ ຂອງອໍານາດລັດ ໄດ້ປະກອບຄໍາຄິດ ຄໍາເຫັນ ຕໍ່ການບໍລິຫານລັດຂອງ ອົງການຈັດຕັ້ງຕ່າງໆ, ເຮັດໃຫ້ ນໍາໄປສູ່ການປັບປຸງແກ້ໄຂຂໍ້ຄົງ ຄ້າງ ກໍຄື ເຮັດໃຫ້ບັນຫາຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ໄດ້ຮັບການ ແກ້ໄຂຢ່າງເປັນຮູບປະທຳ. ທ່ານ ສິງຄຳ ວົງພະຈັນ ຮອງ ຫົວໜ້າຫ້ອງວ່າການສະພາແຫ່ງ ຊາດ ໄດ້ໃຫ້ຮູ້ໃນກອງປະຊຸມເຜີຍ ແຜ່ມະຕິວ່າດ້ວຍການເຄື່ອນໄຫວ ວຽກງານ ສາຍດ່ວນ (156) ແລະ ແລກປ່ຽນບົດຮຽນການຈັດຕັ້ງ ປະຕິບັດວຽກງານສາຍດ່ວນ ໃນ ໄລຍະຜ່ານມາ ເພື່ອປັບປຸງຮ່າງ ຄູ່ມືການເຄື່ອນໄຫວວຽກງານສາຍ ດ່ວນ ໃນວັນທີ 25 ມັງກອນ 2026 ຢູ່ແຂວງຫລວງພະບາງ ໂດຍທ່ານ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມ ສຳຄັນ ແລະ ການຈັດຕັ້ງປະຕິບັດ ວຽກງານໂທລະສັບສາຍດ່ວນຂອງ ສະພາແຫ່ງຊາດ ໃນໄລຍະຜ່ານມາ ການຮັບຄໍາສະເໜີຂອງປະຊາຊົນ ຜ່ານໂທລະສັບສາຍດ່ວນ ທີ່ສົ່ງ ເຖິງສະພາແຫ່ງຊາດ ມີຄວາມສໍາ ຄັນຫລາຍ, ທັງເປັນພັນທະໜ້າທີ່ ຂອງສະພາແຫ່ງຊາດ ທີ່ຈະຕ້ອງ ໄດ້ຮັບຟັງຄວາມຄິດຄວາມເຫັນ ຂອງປະຊາຊົນ ເພື່ອນໍາໄປປະສານ ສົມທົບກັບກະຊວງ, ອົງການທີ່ ກ່ຽວຂ້ອງພິຈາລະນາແກ້ໄຂ. ການ ທີ່ປະຊາຊົນສົ່ງຄໍາສະເໜີຜ່ານໂທ ລະສັບສາຍດ່ວນ ເຖິງສະພາແຫ່ງ ຊາດ ສ່ອງແສງໃຫ້ເຫັນການເຊື່ອມ ຕໍ່ລະຫວ່າງ ຜູ້ມີສິດເລືອກຕັ້ງ ແລະ ສະມາຊິກສະພາແຫ່ງຊາດ ທີ່ເປັນ ຕົວແທນຂອງປະຊາຊົນ ໃນການ ປັບປຸງການຄຸ້ມຄອງບໍລິຫານລັດ ໃຫ້ນັບມື້ມີຄວາມໜັກແໜ້ນ, ເຂັ້ມ ແຂງ, ກາຍເປັນລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະ ໂຫຍດຂອງປະຊາຊົນຢ່າງແທ້ຈິງ. ພ້ອມນີ້, ຍັງມີຄວາມສໍາຄັນທາງ ດ້ານກົດໝາຍ ຊຶ່ງຄໍາສະເໜີຂອງ ປະຊາຊົນ ໂດຍສະເພາະປະກົດການ ຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ທີ່ເປັນ ບັນຫາຊຳເຮື້ອ, ແກ້ໄຂບໍ່ຕົກ ແລະ ອື່ນໆ ຊຶ່ງຈະເປັນຂໍ້ມູນໃຫ້ແກ່ພາກ ສ່ວນທີ່ກ່ຽວຂ້ອງ ກໍຄື ອະນຸກຳມະ ການປັບປຸງກົດໝາຍ ໄດ້ຄົ້ນຄວ້າ, ພິຈາລະນາສ້າງ ແລະ ປັບປຸງກົດ ໝາຍທີ່ກ່ຽວຂ້ອງ ເພື່ອກຳນົດມາດ ຕະການແກ້ໄຂບັນຫາທີ່ເກີດຂຶ້ນ ໄດ້ ທັນເວລາ. ພ້ອມນີ້, ຄໍາສະເໜີຂອງ ປະຊາຊົນຜ່ານໂທລະສັບສາຍດ່ວນ ຍັງເປັນຂໍ້ມູນໃຫ້ແກ່ສະມາຊິກສະ ພາແຫ່ງຊາດ ທີ່ເປັນຕົວແທນຂອງ ປະຊາຊົນບັນດາເຜົ່າ ໄດ້ປຶກສາຫາ ລື, ສະເໜີຕໍ່ລັດຖະບານ ກໍຄື ພາກ ສ່ວນທີ່ກ່ຽວຂ້ອງ ເພື່ອກຳນົດວິທີ ການແກ້ໄຂ, ກຳນົດເວລາໃນການ ແກ້ໄຂເຮັດໃຫ້ບັນຫາເຄັ່ງຮ້ອນ ທີ່ເກີດຂຶ້ນໃນສັງຄົມ ໄດ້ຮັບການ ປັບປຸງແກ້ໄຂທັນເວລາ. ພ້ອມນີ້, ທ່ານ ສິງຄຳ ວົງພະຈັນ ຍັງໄດ້ຍົກໃຫ້ເຫັນນິຕິກຳທີ່ກ່ຽວ ຂ້ອງກັບຄຳສະເໜີຂອງປະຊາຊົນ ຜ່ານໂທລະສັບສານດ່ວນ, ການພິ ຈາລະນາແກ້ໄຂຄຳສະເໜີຂອງປະ ຊາຊົນ ຜ່ານໂທລະສັບສານດ່ວນ ທີ່ສົ່ງຫາສະພາແຫ່ງຊາດ, ພ້ອມ ທັງຍົກໃຫ້ເຫັນບັນຫາທີ່ເປັນສິ່ງ ທ້າທາຍ ແລະ ທິດທາງສາຍດ່ວນ ໃນຕໍ່ໜ້າ ຊຶ່ງສະພາແຫ່ງຊາດ ໃນ ຖານະທີີ່ເປັນອົງການຕົວແທນແຫ່ງ ສິດ ແລະ ຜົນປະໂຫຍດຂອງປະຊາ ຊົນບັນດາເຜົ່ານັ້ນ ຈະຄົ້ນຄວ້າກໍາ ນົດວຽກງານໂທລະສັບສາຍດ່ວນ ຂອງສະພາແຫ່ງຊາດ ແລະ ສະພາ ປະຊາຊົນຂັ້ນແຂວງ ເຂົ້າເນື້ອໃນ ຂອງກົດໝາຍວ່າດ້ວຍສະພາແຫ່ງ ຊາດ, ກົດໝາຍວ່າດ້ວຍສະພາປະ ຊາຊົນຂັ້ນແຂວງ ເພື່ອເປັນບ່ອນອີງ ໃຫ້ແກ່ການຈັດຕັ້ງປະຕິບັດວຽກ ງານດັ່ງກ່າວ ໃຫ້ມີປະສິດທິຜົນນັບ ມື້ສູງຂຶ້ນ. ການຄັດເລືອກບຸກຄະລາ ກອນຈາກພາກສ່ວນຕ່າງໆ ທີ່ປະ ກອບເຂົ້າໃນໜ່ວຍງານສາຍດ່ວນ ຕ້ອງເລືອກໃຫ້ໄດ້ຜູ້ທີ່ມີຄວາມຮັບ ຜິດຊອບສູງຕໍ່ໜ້າທີ່ວຽກງານ, ຮັກສາຄວາມລັບ ຫລື ຂໍ້ມູນຂອງຜູ້ ທີ່ໂທມາໄດ້ດີ ເພື່ອສ້າງຄວາມເຊື່ອ ໝັ້ນໃຫ້ແກ່ຜູ້ໂທມາໃຫ້ຂໍ້ມູນຜ່ານ ໂທລະສັບສາຍດ່ວນ ແລະ ອື່ນໆ. ສາຍດ່ວນ...່

27/01/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ຂປລ. ຕະຫລອດໄລຍະ 77 ປີ ຜ່ານມາ, ກອງທັບປະຊາຊົນລາວ ພາຍໃຕ້ການນຳພາ-ຊີ້ນຳ ໂດຍກົງ ຂອງພັກ, ນັບແຕ່ມື້ສ້າງຕັ້ງຂຶ້ນໃນ ວັນທີ 20 ມັງກອນ 1949 ຊຶ່ງເປັນ ເຫດການປະຫວັດສາດອັນໜຶ່ງທີ່ ກຳເນີດເກີດຂຶ້ນຂອງກຳລັງປະຕິວັດ ເກີດມາຈາກປະຊາຊົນ ໂດຍປະຊາ ltrkcsj '-kf ,u muj 8A ' rk]t[q f[kf ly f c]t |h kmuj co;.fL ບົດສະເໜີົີ dkodtdP,7;k,rh v,dk]t3vdkf c]t lyj 'mh kmkp.odkos]5 frQ ovvd9kd lt4kotrk[fh vpra fmtok0v' lxx ]k; (ໂດຍສືບຕໍ່ຈາກບົດຄວາມສະບັບທໍາອິດ ຄັ້ງວັນທີ 10 ືໍ່ົັໍິັ້ັີ ກໍລະກົດ 2025 ກ່ຽວກັບປະຫວັດຄວາມເປັນມາຂອງປະເທດໍ ລົ ດ່ ຽັ ບັ ດັ ນ ດ້ອຍພັດທະນາ, ໃນບົດຄວາມສະບັບນີ້ ບັນດາທ່ານຜູ້ອ່ານຈະ້ ອັ ດົ ດັ ບີ້ ັນ່ າູ້ ອ່າ ໄດ້ຮັບຊາບຂໍ້ມູນລະອຽດເພີ່ມເຕີມກ່ຽວກັບການກະກຽມຄວາມ້ັໍູ້ີ່ີ່ັ ພ້ອມ, ກາລະໂອກາດ ແລະ ສິ່ງທ້າທາຍໃນການຫລຸດພົ້ນອອກ້ ອິ່ ງ້ າຸ ດົ້ ນ ຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ)້ ອັ ດ ໂດຍ: ສີສະຫວັນ ພິມສະຫວັນີັິັ ພະແນກເສດຖະກິດ-ສັງຄົມສະຫະ ປະຊາຊາດ, ກົມອົງ ການຈັດຕັ້ງ ສາກົນ, ກະຊວງການຕ່າງປະເທດ. ຮຽບຮຽງໂດຍ: ກອງເລຂາ ຄະນະຊີ້ນໍາລະດັບຊາດ ເພື່ອການ ຈັດຕັ້ງປະຕິບັດແຜນດໍາເນີນ ງານ ສປຊ ສໍາລັບປະເທດດ້ອຍ ພັດທະນາ, ກະຊວງການຕ່າງ ປະເທດ. *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ອອກຈາກສະຖານະພາບດັ່ງ ກ່າວ ດ້ວຍທ່ວງທ່າທີ່ໜັກແໜ້ນ ( G r a d u a t i o n w i t h momentum) ເພື່ອເຮັດໃຫ້ການ ຫັນປ່ຽນນີ້ ນຳໄປສູ່ການພັດທະນາ ແບບຍືນຍົງ ແລະ ຮອບດ້ານ ໂດຍ ສຸມໃສ່ແກ້ໄຂບັນດາສິ່ງທ້າທາຍທີ່ ຕິດພັນກັບໂຄງສ້າງພື້ນຖານ ແລະ ສ້າງກຳລັງການຜະລິດທີ່ມີປະ ສິດທິຜົນໃນໄລຍະຍາວ. ທິດທາງຂອງການພັດທະນາ ປະເທດຊາດ ໂດຍຜ່ານການສ້າງ ເສດຖະກິດເອກະລາດ ແລະ ເປັນ ເຈົ້າຕົນເອງ ເພື່ອຫລຸດຜ່ອນການ ຂປລ. ສະພາແຫ່ງຊາດ ແມ່ນ ອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວ ບັນດາເຜົ່າ, ເປັນອົງການສູງສຸດ ແຫ່ງອຳນາດລັດ, ເປັນອົງການນິ ຕິບັນຍັດປະຕິບັດພາລະບົດບາດ ຮັບຮອງເອົາລັດຖະທໍາມະນູນ ແລະ ກົດໝາຍ, ຕົກລົງບັນຫາສໍາຄັນ ພື້ນຖານຂອງປະເທດຊາດ ແລະ ຕິດຕາມກວດກາການເຄົາລົບ, ປະ ຕິບັດລັດຖະທໍາມະນູນ ແລະ ກົດ ໝາຍຂອງບັນດາອົງການລັດ. ສະພາແຫ່ງຊາດ ແມ່ນອົງການ ຕົວແທນໃຫ້ແກ່ສິດ ແລະ ຜົນປະ ໂຫຍດຂອງປະຊາຊົນລາວບັນດາ ເຜົ່າ ໂດຍແມ່ນປະຊາຊົນລາວ ບັນດາເຜົ່າເປັນຜູ້ສ້າງຕັ້ງຜ່ານ ການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ; ສະພາແຫ່ງຊາດ ມີທີ່ຕັ້ງ ເປັນອົງການສູງສຸດແຫ່ງອໍານາດ ລັດ, ຍ້ອນວ່າສະພາແຫ່ງຊາດ ແມ່ນຕົວແທນແຫ່ງສິດອໍານາດ ຂອງປະຊາຊົນ ແລະ ມີແຕ່ສະພາ ແຫ່ງຊາດເທົ່ານັ້ນ ຈຶ່ງມີສິດພິຈາ ລະນາຮັບຮອງເອົາການສ້າງ ແລະ ປັບປຸງລັດຖະທໍາມະນູນ ແລະ ກົດ ໝາຍ; ສະພາແຫ່ງຊາດ ມີທີ່ຕັ້ງເປັນ ອົງການນິຕິບັນຍັດ, ຍ້ອນວ່າສະພາ ແຫ່ງຊາດ ແມ່ນອົງການອໍານາດ ລັດ ເພື່ອພິຈາລະນາ ແລະ ຮັບຮອງ ເອົາການສ້າງ ແລະ ປັບປຸງລັດຖະ ທໍາມະນູນ; ການສ້າງ ແລະ ປັບປຸງ ກົດໝາຍຂອງ ສປປ ລາວ. ສະພາແຫ່ງຊາດ ມີພາລະບົດ ບາດຄື: 1. ພິຈາລະນາ ແລະ ຮັບ ຮອງເອົາລັດຖະທໍາມະນູນ ແລະ ກົດໝາຍ; 2. ຕົກລົງບັນຫາສໍາຄັນ ພື້ນຖານຂອງປະເທດຊາດ (ບັນ ຫາສໍາຄັນທາງດ້ານເສດຖະກິດສັງຄົມ, ການປົກຄອງ ແລະ ບຸກ ຄະລາກອນທີ່ສໍາຄັນຂອງບັນດາ ອົງການອໍານາດແຫ່ງລັດ) ແລະ 3. ຕິດຕາມກວດກາການເຄົາລົບ, ປະຕິບັດລັດຖະທໍາມະນູນ ແລະ ກົດ ໝາຍຂອງບັນດາອົງການລັດ. ສະພາແຫ່ງຊາດ ມີສິດ ແລະ ໜ້າ ທີ່ລວມດັ່ງນີ້: 1. ສິດ ແລະ ໜ້າທີ່ດ້ານນິຕິ ບັນຍັດແມ່ນການສ້າງ ແລະ ປັບປຸງ ລັດຖະທໍາມະນູນ; ການສ້າງ ແລະ ປັບປຸງກົດໝາຍ; ການຕິດຕາມກວດ ກາ ແລະ ການໂຄສະນາເຜີຍແຜ່ ລັດຖະທໍາມະນູນ ແລະ ກົດໝາຍ; ການປະຕິບັດສົນທິສັນຍາ ແລະ ສັນ ຍາສາກົນ. 2. ສິດ ແລະ ໜ້າທີ່ດ້ານການ ຕົກລົງບັນຫາສໍາຄັນພື້ນຖານຂອງ ປະເທດຊາດ ແມ່ນການພິຈາລະນາ ຕົກລົງບັນຫາສໍາຄັນທາງດ້ານການ ເມືອງ-ການປົກຄອງ, ການບັນຈຸສັບ ຊ້ອນບຸກຄະລາກອນ ເພື່ອດໍາລົງຕໍາ ແໜ່ງໃນບັນດາອົງການອໍານາດລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ; ການ ພິຈາລະນາ ແລະ ຮັບຮອງເອົາ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານ ແລະ ແຜນເງິນຕາ 5 ປີ ແລະ ແຕ່ລະປີ; ພິຈາລະນາ ແລະ ຮັບຮອງເອົາບັນ ດາໂຄງການລົງທຶນຂະໜາດໃຫຍ່, ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແລະ ອື່ນໆ. 3. ສິດ ແລະ ໜ້າທີ່ດ້ານການ ຕິດຕາມກວດກາແມ່ນການດໍາເນີນ ການປະເມີນຜົນການຈັດຕັ້ງປະຕິບັດ ລັດຖະທໍາມະນູນ ແລະ ກົດໝາຍ ຂອງບັນດາອົງການອໍານາດລັດ ຂັ້ນ ສູນກາງ ແລະ ທ້ອງຖິ່ນ; ປະຕິບັດ ໜ້າທີ່ຂອງບັນດາບຸກຄະລາກອນ ທີ່ສະພາແຫ່ງຊາດ ແລະ ສະພາ ປະຊາຊົນຂັ້ນແຂວງເລືອກຕັ້ງ ແລະ ພິຈາລະນາຮັບຮອງເອົາການ ແຕ່ງຕັ້ງ. ເພີ່ງພາອາໄສການຊ່ວຍເຫລືອ ຈາກຕ່າງປະເທດທີ່ມີທ່າອ່ຽງນັບ ມື້ນັບຫລຸດລົງ, ສ້າງຂີດຄວາມ ສາມາດເພື່ອແຂ່ງຂັນກັບປະເທດ ອື່ນໃນພາກພຶ້ນ, ປັບປຸງສະພາບ ແວດລ້ອມດ້ານການລົງທຶນໃຫ້ດີ ຂຶ້ນ, ປົກປັກຮັກສາ ແລະ ນໍາໃຊ້ ຊັບພະຍາກອນທໍາມະຊາດໃຫ້ມີປະ ສິດທິຜົນ ແລະ ຍືນຍົງ, ຍູ້ແຮງການ ຜະລິດເປັນສິນຄ້າ, ສົ່ງເສີມການ ສົ່ງອອກ ແລະ ສ້າງລາຍຮັບ ເພື່ອ ເປັນເງື່ອນປັບປຸງຊີວິດການເປັນ ຢູ່ຂອງປະຊາຊົນໃນຂອບເຂດທົ່ວ ປະເທດໃຫ້ທົ່ວເຖິງແມ່ນທິດທາງ ທີ່ສອດຄ່ອງເພື່ອຮອງຮັບການ ຫລຸດພົ້ນອອກຈາກສະຖານະພາບ ດ້ອຍພັດທະນາ, ສາມາດເປັນກໍາ ລັງແຮງຂັບເຄື່ອນການປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ທີ່ຈະ ຮັບຮອງເອົາໃນຕົ້ນປີ 2026 ນີ້ ໃຫ້ ສໍາເລັດຜົນຕາມຄາດໝາຍ. ຂໍ້ມູນຈາກ: ກອງເລຂາຄະນະ ຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງ ປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາ, ກະ ຊວງການຕ່າງປະເທດ. ຊົນ ແລະ ຮັບໃຊ້ປະຊາຊົນ, ໃນ ໄລຍະຕໍ່ສູ້ປົດປ່ອຍປະເທດຊາດ ກອງທັບປະຊາຊົນລາວ ໄດ້ຜ່ານ ຜ່າອຸປະສັກຫຍຸ້ງຍາກນາໆປະການ ແລະ ເສຍສະລະເລືອດເນື້ອເພື່ອ ປະເທດຊາດ, ແຕ່ພາຍໃຕ້ການ ນຳພາໂດຍກົງຮອບດ້ານຂອງພັກ ກອງທັບປະຊາຊົນລາວ ນັບແຕ່ມື້ ສ້າງຕັ້ງຈົນເຖິງປັດຈຸບັນໄດ້ເຕີບ ໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ. ສະເພາະກຳລັງ ຕີພິເສດພາຍຫລັງໄດ້ສ້າງຕັ້ງຂຶ້ນ ກໍໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວິຊາ ສະເພາະຂອງຕົນຢ່າງຕັ້ງໜ້າໃນ ການເຄື່ອນໄຫວສູ້ຮົບປິດລັບຫລອນ ຕີ, ບັນທອນກໍາລັງຂອງສັດຕູສ້າງ ເງື່ອນໄຂໃຫ້ເຫລົ່າຮົບອື່ນໆບຸກຕີ ດັບສູນສັດຕູ. ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ໄດ້ປະກອບສ່ວນຢ່າງສໍາຄັນເຂົ້າ ໃນໄຊຊະນະລວມຂອງກອງທັບ ແລະ ຂອງປະຊາຊົນເຮົາ, ກ້າວ ສູ່ໄລຍະແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດ, ເຫລົ່າຮົບ ຕີພິເສດກໍໄດ້ພ້ອມກັບເຫລົ່າຮົບອື່ນ ສູ້ຮົບຢ່າງພິລະອາດຫານຕ້ານການ ເຊື່ອມຍຶດຊາຍແດນເຮົາຂອງສັດຕູ, ເຄື່ອນໄຫວສະກັດກັ້ນ ແລະ ກວາດ ລ້າງກຸ່ມຄົນບໍ່ດີທີ່ລີ້ຊ່ອນຢູ່ພູຜາປ່າ ດົງເຂດທຸລະກັນດານ, ເຂົ້າຮ່ວມ ປ້ອງກັນກອງປະຊຸມ ແລະ ວັນ ປະຫວັດສາດສໍາຄັນຕ່າງໆລະດັບ ຊາດ, ພາກພື້ນ ແລະ ສາກົນທີ່ລາວ ເຮົາເປັນເຈົ້າພາບ. ສະຫາຍ ພັນເອກ ທອງດຳ ດວງມາລາ ຫົວໜ້າການທະຫານ ກອງພັນໃຫຍ່ 497 ຕາງໜ້າໃຫ້ ນາຍ ແລະ ພົນທະຫານທົ່ວພັນກອງ ໃຫ່ຍ 497 ໄດ້ສະແດງຄວາມຮູ້ສຶກ ເປັນກຽດ ແລະ ພາກພູມໃຈທີ່ສຸດ ຕໍ່ກັບການເຕີບໃຫຍ່ຂະຫຍາຍຕົວ ຂອງກອງທັບປະຊາຊົນລາວ ໃນ ຕະຫລອດໄລຍະ 77 ປີຜ່ານມາ, ໃນປີ 2025 ຜ່ານມາ ກອງພັນ ໃຫຍ່ 497 ໄດ້ປະກອບສ່ວນຜົນ ງານຫລາຍດ້ານທີ່ໂດດເດັ່ນ ຊຶ່ງ ເປັນກົມກອງໜຶ່ງທີ່ຂັ້ນເທິງໄດ້ໄວ້ ເນື້ອເຊື່ອໃຈ, ໄດ້ຄັດເລືອກເຂົ້າຮ່ວມ ການຊ້ອມຮົບລາໂຣສ 2025 ຮ່ວມ ກັບສະຫະພັນຣັດເຊຍ. ຜ່ານການ ເຂົ້າຮ່ວມຊ້ອມຮົບຕົວຈິງນັ້ນ ເຫັນ ວ່າພະນັກງານ-ນັກຮົບທຸກສະຫາຍ ມີຄວາມຫ້າວຫັນ, ມີຄວາມມະນະ ອົດທົນເພື່ອຮໍ່າຮຽນ, ຖອດຖອນ ເອົາບົດຮຽນ, ຄວາມຮູ້ຈາກເພື່ອນ ມິດ ໂດຍສະເພາະແມ່ນສົງຄາມ ສະໄໝໃໝ່ ໃນການເຂົ້າຮ່ວມຕົວຈິງ ນັ້ນບັນດາສະຫາຍມີຄວາມອົດທົນ ຜ່ານຜ່າຍາດແຍ່ງເອົາບົດຮຽນ ອັນລໍ້າຄ່າໃນການນຳໃຊ້ອາວຸດເຕັກນິກທີ່ທັນສະໄໝເຂົ້າໃນການ ສູ້ຮົບ ກໍຄື ການປະຕິບັດໜ້າທີ່ຕົວ ຈິງທີ່ພວກເຮົາບໍ່ເຄີຍໄດ້ນຳໃຊ້, ບໍ່ ເຄີຍໄດ້ເຂົ້າເຖິງວັດຖຸດັ່ງກ່າວ ແລະ ສາມາດເຂົ້າເຖິງໄດ້ ໂດຍສະເພາະ ການນຳໃຊ້ໂດຣນ ສືບຂ່າວ, ໂດຣນ ໂຈມຕີ ກໍຄື ການນຳໃຊ້ອາວຸດທີ່ ທັນສະໄໝ ໃນການດັບສູນເປົ້າໝາຍ ທີ່ແມ້ນຢໍາ. ນອກນີ້, ຍັງເຂົ້າຮ່ວມ ການຊ້ອມສວນສະໜາມສະເຫລີມ ສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ງານ ສໍາຄັນຕ່າງໆສາມາດເຮັດສຳເລັດ ໜ້າທີ່ການເມືອງຂອງຕົນທີ່ຂັ້ນເທິງ ມອບໝາຍໃຫ້. ໃນປີ 2026 ນີ້, ຄະນະພັກ ຄະນະບັນຊາຂອງກອງພັນໃຫຍ່ 497 ຈະສືບຕໍ່ສຸມໃສ່ນຳພາກົມ ກອງປະຕິບັດໜ້າທີ່ວຽກງານປິ່ນ ອ້ອມ 4 ໜ້າທີ່ໃຫຍ່ 26 ແຜນ ງານທີ່ຄະນະພັກກະຊວງປ້ອງກັນ ປະເທດວາງອອກເປັນຕົ້ນເຮັດໃຫ້ ສະພາບການມີຄວາມສະຫງົບ, ຈັດ ຕັ້ງກຳລັງປະຈຳການກຽມພ້ອມ ສູ້ຮົບ ກໍຄື ການເຄື່ອນໄຫວກໍ່ສ້າງ ລົງຮາກຖານໃນ 2 ກຸ່ມບ້ານ 19 ໝູ່ບ້ານທີ່ກົມກອງຮັບຜິດຊອບ, ໄດ້ຖືເອົາວຽກງານສືກສາອົບຮົມ ການເມືອງແນວຄິດເປັນກົກ ເພື່ອ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກ ງານ, ເອົາໃຈໃສ່ປັບປຸງກໍ່ສ້າງ ກຳລັງຕີພິເສດໃຫ້ຮັບປະກັນທາງ ດ້ານປະລິມານ ແລະ ຄຸນນະພາບ ເພື່ອກຽມພ້ອມເຄື່ອນໄຫວໜ້າທີ່ ຕ່າງໆ, ຕໍ່ກັບວຽກງານປູກຝັງລ້ຽງສັດ ກອງພັນໃຫຍ່ສາມາດກຸ້ມ ຕົນເອງທາງດ້ານສະບຽງອາຫານ ສາມາດປະຕິບັດໄດ້, ວຽກງານ ພົວພັນຮ່ວມມື ໂດຍອາໄສໝູ່ບ້ານ ອ້ອມຂ້າງ, ໝູ່ບ້ານແຮກສ່ຽວ ແລະ ບັນດາກົມກອງແຮກສ່ຽວໄດ້ລົງ ໃກ້ຊິດຕິດແທດຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອກຳສະພາບການ ຕ່າງໆ ໂດຍສະເພາະໃນຂອບເຂດ ເມືອງທຸລະຄົມ ແຂວງວຽງຈັນ ເຮັດ ໃຫ້ສະພາບການດັ່ງກ່າວ ມີຄວາມ ສະຫງົບ. ໂອກາດນີ້, ພັນເອກ ທອງດຳ ດວງມາລາ ຕາງໜ້າໃຫ້ນາຍ ແລະ ພົນທະຫານທົ່ວພັນກອງໃຫຍ່ 497 ໄດ້ອວຍພອນໃຫ້ບັນດາການນຳ ພັກ, ລັດ ຈົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ນຳພາ-ຊີ້ນຳປະເທດຊາດ ໃຫ້ຈະເລີນກ້າວໜ້າ, ອວຍພອນ ບັນດາສະຫາຍຄະນະນຳກະຊວງ ປ້ອງກັນປະເທດ ຈົ່ງມີສຸຂະພາບ ເຂັ້ມແຂງສືບຕໍ່ນຳພາກອງທັບ ປະຊາຊົນລາວໃຫ້ເປັນກອງທັບມີ ແບບແຜນທີ່ທັນສະໄໝ, ອວຍພອນ ກຳລັງຕີພິເສດຈົ່ງມີສຸຂະພາບເຂັ້ມ ແຂງກ້າວຂຶ້ນເຮັດສຳເລັດໜ້າທີ່ອັນ ກຽດສະຫງ່າຂອງຕົນທີ່ຊາດ ແລະ ປະຊາຊົນມອບໝາຍໃຫ້. ຂ່າວ: ຄຳໄຕ ຈັນນະຄອນ xy f]a [s]vo8u F [a omvode]a '0v'la f86 lh k'g'vow0.sh gs]q j kIq [vn j oM[5 d8u da [la f86 nj

RkJQdWJsaXNoZXIy MTc3MTYxMQ==