ຈຳນວນຜູ້ຊົມໃຊ້ ສັນຍານ 5ຈີ ຂອງ ຈີນ ມີຫລາຍກວ່າ 1,2 ຕື້ຄົນ

23/01/2026 20:03
Email Print 118
ຂປລ ຫ້ອງການ ຖະແຫລງຂ່າວ ຄະນະ ລັດຖະບານຈີນ ໄດ້ຈັດກອງປະຊຸມ ຖະແຫລງຂ່າວຂຶ້ນ ໃນວັນທີ 21 ມັງກອນນີ້ ເພື່ອເຜີຍແຜ່ ສະພາບການ ທີ່ກ່ຽວຂ້ອງກັບ ຜົນສຳເລັດດ້ານການພັດທະນາ ອຸດສາຫະກຳ ແລະ ເຕັກໂນໂລຊີ ຂໍ້ມູນຂ່າວສານ.

ຂປລ. ວິທະຍຸໂທລະພາບ ສູນກາງ ຈີນ (CMG): ຫ້ອງ​ການ ​ຖະ​ແຫລງ​ຂ່າວ ​ຄະ​ນະ​ ລັດ​ຖະ​ບານ​ຈີນ​ ໄດ້​ຈັດ​ກອ​ງ​ປະ​ຊຸມ ​ຖະ​ແຫລງ​ຂ່າວ​ຂຶ້ນ ໃນ​ວັນ​ທີ 21 ມັງ​ກອນ​ນີ້  ເພື່ອ​ເຜີຍ​ແຜ່​ ສະ​ພາບ​ການ​ ທີ່​ກ່ຽວ​ຂ້ອງ​ກັບ​ ຜົນ​ສຳ​ເລັດ​ດ້ານ​ການ​ພັດ​ທະ​ນາ​ ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຊີ​ ຂໍ້​ມູນ​ຂ່າວ​ສານ.

ກອງ​ປະ​ຊຸມ​ ຖະ​ແຫລງ​ຂ່າວ​ ໄດ້​ແຈ້ງ​ໃຫ້​ຮູ້​ວ່າ: ຈີນ​ ໄດ້​ສ້າງ​ສະ​ຖາ​ນີ​ ສົ່ງ​ສັນ​ຍານ 5ຈີ (5G) ທັງ​ໝົດ 4.838.000 ແຫ່ງ, ລວມມີ ​ ທຸກຕາ​ແສງ​ ແລະ ກວມເອົາ ຫລາຍກວ່າ 95% ຂອງ ກຸ່ມ​ບ້ານ ​ບໍ​ລິ​ຫານ​ໃນ​ທົ່ວ​ປະ​ເທດ​, ຈີນ​ໄດ້​ສ້າງ​ ສິ່ງ​ກໍ່​ສ້າງ ​ພື້ນ​ຖານ ​ຂໍ້​ມູນ​ຂ່າວ​ສານ​ ທີ່​ມີ ​ຂະ​ໜາດ​ໃຫຍ່​ກວ່າ​ໝູ່ ແລະ ເຕັກ​ໂນ​ໂລ​ຊີ​ກ້າວ​ໜ້າ​ ທີ່​ສຸດ ໃນ​​ທົ່ວ​ໂລກ. ໂດຍມີຈຳ​ນວນ​ ຜູ້​​ຊົມໃຊ້​ສັນ​ຍານ 5ຈີ ຂອງ​ຈີນ​ມີຫລາຍກວ່າ 1,2 ຕື້​ຄົນ. ໂຄງ​ການ​ສ້າງ ລະ​ບົບ​ອິນ​ເຕີ​ເນັດ​ອຸດ​ສາ​ຫະ​ກຳ 5ຈີບວກ (5G+) ມີຫລາຍກວ່າ 23.000 ໂຄງ​ການ, ເຄືອ​ຂ່າຍ 5ຈີ ແລະ ກິ​ກາ​ບິດ​ໄດ້​ເຊື່ອມ​ໂຍງ​ເຂົ້າ 91 ໃນ 97 ປະ​ເພດ​ໃຫຍ່ ຂອງ​ ເສດ​ຖະ​ກິດ​ແຫ່ງ​ຊາດ​.

ນອກ​ນີ້, ຈຳ​ນວນ​ລິ​ຂະ​ສິດ​ ຈຳ​ເປັນ​ ໃນ​ລະ​ບົບ​ ມາດ​ຕະ​ຖານ 5ຈີ ຂອງ​ ຈີນ ​ໄດ້​ກວມເອົາ 42% ຂອງ​ໂລກ; ການ​ຄົ້ນ​ຄວ້າ​ພັດ​ທະ​ນາ 6ຈີ ໄດ້​ສຳ​ເລັດ​ການ​ທົດ​ລອງ ​ດ້ານ​ເຕັກ​ໂນ​ໂລ​ຊີ ໃນ​ໄລ​ຍະ​ທີ​ 1 ແລະ ໄດ້​ສຳ​ເລັດ​ ການ​ສະ​ສົມ ​ດ້ານ​ເຕັກ​ໂນ​ໂລ​ຊີ​ສຳ​ຄັນ ຫລາຍກວ່າ 300 ລາຍ​ການ ພ້ອມ​ທັງ​ ໄດ້​ລິ​ເລີ່ມ ​ການ​ທົດ​ລອງ​ ເຕັກ​ໂນ​ໂລ​ຊີ 6ຈີ ໃນໄລ​ຍະ​ທີ 2 ເມື່ອບໍ່ດົນມາ​ນີ້./

KPL

ຂ່າວອື່ນໆ

ads
ads

Top