ຂປລ
ປະເທດນີ້ ໄດ້ຈັດສັນ ງົບປະມານ ຈໍານວນ 1 ຕື້ໂດລາ ສະຫະລັດ ໃນໄລຍະເວລາ 5 ປີ ໂດຍເລີ່ມແຕ່ ປີ 2025-2030 ເພື່ອເສີມສ້າງ ສັກກາຍະພາບ ການວິໄຈ ດ້ານປັນຍາປະດິດ (ເອໄອ) ຂອງ ພາກລັດ.
ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກປະເທດ ສິງກະໂປ ວ່າ: ປະເທດນີ້ ໄດ້ຈັດສັນ ງົບປະມານ ຈໍານວນ 1 ຕື້ໂດລາ ສະຫະລັດ ໃນໄລຍະເວລາ 5 ປີ ໂດຍເລີ່ມແຕ່ ປີ 2025-2030 ເພື່ອເສີມສ້າງ ສັກກາຍະພາບ ການວິໄຈ ດ້ານປັນຍາປະດິດ (ເອໄອ) ຂອງ ພາກລັດ.
ທ່ານນາງ ໂຈເຊຟິນ ຕຽວ ລັດຖະມົນຕີ ການສື່ສານ ແລະ ຂໍ້ມູນຂ່າວສານ ສີງກະໂປ ເປີດເຜີຍວ່າ: ເງິນທຶນສຳລັບ ໂຄງການ ດັ່ງກ່າວ ມາຈາກແຜນວິໄຈ , ນະວັດຕະກຳ ແລະ ທຸລະກິດ (ອາຣໄອອີ) ປີ 2025-2030.
ເງິນຈຳນວນ ດັ່ງກ່າວ ຖືເປັນ ທຶນງວດ ທີ 2 ຈາກລັດຖະບານ , ສຳລັບການວິໄຈ ແລະ ພັດທະນາ ເອໄອ ພາກລັດ, ພາຍຫລັງ ການລົງທຶນ ໄປແລ້ວຫລາຍກວ່າ 500 ລ້ານໂດລາ ສະຫະລັດ ໃນໄລຍະປີ 2019-2023 ພາຍໃຕ້ແຜນ ອາໄອອີ 2020 ແລະ 2025 , ຊຶ່ງມີ ກຳນົດ ທິດທາງຫລັກ ພື້ນທີ່ ສຳຄັນ ແລະ ໂຄງການຕ່າງໆ ຂອງສິງກະໂປ ເພື່ອເສີມສ້າງ ສັກກາຍະພາບ ການວິໄຈ ແລະ ຂັບເຄື່ອນ ນະວັດຕະກຳ ທີ່ມີຜົນກະທົບ, ໂດຍມີ ມູນລະນິທິ ວິໄຈແຫ່ງຊາດ ເປັນຜູ້ບໍລິຫານ ຈັດການ./
KPL