ຂປລ
ອິນໂດເນເຊຍ ຢືນຢັນວ່າ ຈຳນວນ ຜູ້ເສຍຊີວິດ ຈາກ ເຫດດິນເຈື່ອນ ໃນເຂດ ບັນດຸງ ຢູ່ເກາະຊວາ ເພີ່ມຂຶ້ນຢ່າງໜ້ອຍ 10 ຄົນ ແລະ ສູນຫາຍອີກ ປະມານ 80 ຄົນ.

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ເມື່ອວັນທີ 25 ຜ່ານມາວ່າ: ອິນໂດເນເຊຍ ຢືນຢັນວ່າ ຈຳນວນ ຜູ້ເສຍຊີວິດ ຈາກ ເຫດດິນເຈື່ອນ ໃນເຂດ ບັນດຸງ ຢູ່ເກາະຊວາ ເພີ່ມຂຶ້ນຢ່າງໜ້ອຍ 10 ຄົນ ແລະ ສູນຫາຍອີກ ປະມານ 80 ຄົນ.
ຄວາມຄືບໜ້າ ຈາກເຫດດິນເຈື່ອນ ຍ້ອນຝົນຕົກລົງມາ ຢ່າງໜັກ ຢູ່ໝູ່ບ້ານຫລາຍແຫ່ງ ໃນພາກພື້ນບັນດຸງຕາເວັນຕົກ ແຂວງຊວາຕາເວັນຕົກ ເທິງເກາະຊວາ. ປັດຈຸບັນ ເຈົ້າໜ້າທີ່ກູ້ໄພ ພວມເລັ່ງຄົ້ນຫາ ຜູ້ປະສົບ ເຄາະຮ້າຍດັ່ງກ່າວ , ພ້ອມກັນນັ້ນ ຍັງເຕືອນວ່າ ຕົວເລກດັ່ງກ່າວ ເປັນພຽງການ ຄາດຄະເນຕາມ ໃນເບື້ອງຕົ້ນເທົ່ານັ້ນ./
KPL