ຕະຫລອດ 40 ປີ ແຫ່ງການປ່ຽນແປງໃໝ່ ຫວຽດນາມ ບັນລຸຜົນສຳເລັດອັນຍິ່ງໃຫຍ່ ແລະ ຮອບດ້ານໃນທຸກຂົງເຂດ

22/01/2026 15:01
ຂປລ ການປ່ຽນແປງໃໝ່ທີ່ລິເລີ່ມ ແລະ ນຳພາໂດຍພັກກອມມູນິດຫວຽດນາມ ຖືເປັນການຕັດສິນໃຈທີ່ມີລັກສະນະປະຫວັດສາດ, ເປັນພາລະກິດສ້າງສາທີ່ຍິ່ງໃຫຍ່, ສອດຄ່ອງກັບສະພາບຄວາມເປັນຈິງຂອງຫວຽດນາມ, ເປັນໄປຕາມກົດເກນການພັດທະນາ ແລະ ທ່າອ່ຽງລວມຂອງຍຸກສະໄໝ.



ການປ່ຽນແປງໃໝ່ທີ່ລິເລີ່ມ ແລະ ນຳພາໂດຍພັກກອມມູນິດຫວຽດນາມ ຖືເປັນການຕັດສິນໃຈທີ່ມີລັກສະນະປະຫວັດສາດ, ເປັນພາລະກິດສ້າງສາທີ່ຍິ່ງໃຫຍ່, ສອດຄ່ອງກັບສະພາບຄວາມເປັນຈິງຂອງຫວຽດນາມ, ເປັນໄປຕາມກົດເກນການພັດທະນາ ແລະ ທ່າອ່ຽງລວມຂອງຍຸກສະໄໝ. ພາຍໃຕ້ການນຳພາຂອງພັກ, ຕະຫລອດໄລຍະເກືອບ 40 ປີ ແຫ່ງການດຳເນີນການປ່ຽນແປງໃໝ່, ຫວຽດນາມ ໄດ້ບັນລຸຜົນສຳເລັດອັນຍິ່ງໃຫຍ່ ແລະ ມີຄວາມໝາຍທາງປະຫວັດສາດໃນຫລາຍຂົງເຂດ. ຄວາມເປັນເອກະລາດ, ອະທິປະໄຕຂອງຊາດ ແລະ ສະພາບແວດລ້ອມແຫ່ງສັນຕິພາບ ໄດ້ຮັບການຮັກສາເປັນຢ່າງດີ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ ແລະ ສັງຄົມ, ເສດຖະກິດ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ຄວາມໝັ້ນຄົງທາງດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບພາຍໃນ ໄດ້ຮັບການຮັບປະກັນຢ່າງແໜ້ນໜາ. ຄຸນນະພາບຊີວິດທັງທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ໃນຂະນະດຽວກັນ, ບົດບາດ ແລະ ອິດທິພົນຂອງຫວຽດນາມ ໃນເວທີສາກົນ ກໍໄດ້ຮັບການເສີມສ້າງ ແລະ ຍົກສູງຂຶ້ນຢ່າງຕໍ່ເນື່ອງ.

ຜົນສຳເລັດດັ່ງກ່າວ ເປັນຮາກຖານສຳຄັນທີ່ເຮັດໃຫ້ປະເທດຊາດກ້າວເຂົ້າສູ່ໄລຍະການພັດທະນາໃໝ່ຢ່າງໝັ້ນຄົງ, ແມ່ນໄລຍະແຫ່ງການຍົກລະດັບສູ່ການພັດທະນາທີ່ເຂັ້ມແຂງ, ຮັ່ງມີ ແລະ ສີວິໄລ, ເພື່ອສືບຕໍ່ຄວາມມຸ່ງຫວັງໃນການສ້າງປະເທດຫວຽດນາມ ໃຫ້ມີຄວາມຈະເລີນຮຸ່ງເຮືອງ, ມີປະຊາທິປະໄຕ, ຍຸຕິທຳ, ສີວິໄລ ແລະ ມີຄວາມຜາສຸກ, ພ້ອມທັງກ້າວເດີນຢ່າງໝັ້ນທ່ຽງບົນເສັ້ນທາງສູ່ ສັງຄົມນິຍົມ.

ຜົນສຳເລັດດ້ານເສດຖະກິດ, ກ່ອນການປ່ຽນແປງໃໝ່, ຫວຽດນາມ ເປັນປະເທດທີ່ທຸກຍາກ ແລະ ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກສົງຄາມ. ໃນໄລຍະທ້າຍທົດສະວັດ 1970 ແລະ ຕົ້ນທົດສະວັດ 1980, ປະເທດຊາດໄດ້ປະເຊີນກັບວິກິດການທາງດ້ານເສດຖະກິດ-ສັງຄົມຢ່າງຮຸນແຮງ, ອັດຕາເງິນເຟີ້ໃນບາງໄລຍະສູງເຖິງ 774,7%, ສົ່ງຜົນໃຫ້ຊີວິດການເປັນຢູ່ຂອງປະຊາຊົນພົບຄວາມຫຍຸ້ງຍາກລຳບາກທີ່ສຸດ. ພາຍຫລັງການດຳເນີນນະໂຍບາຍປ່ຽນແປງໃໝ່, ເສດຖະກິດເລີ່ມຟື້ນຕົວ ແລະ ເຕີບໂຕຢ່າງຕໍ່ເນື່ອງດ້ວຍອັດຕາການຂະຫຍາຍຕົວອ່າວສູງ, ສະເລ່ຍເກືອບ 7% ຕໍ່ປີ. ໃນໄລຍະປີ 1986–2023, ອັດຕາການເຕີບໂຕທາງເສດຖະກິດສະເລ່ຍຢູ່ທີ່ປະມານ 6,55% ຕໍ່ປີ.

ຫວຽດນາມ ໄດ້ຫັນປ່ຽນຈາກປະເທດທຸກຍາກທີ່ມີພື້ນຖານທາງເສດຖະກິດ ແລະ ສັງຄົມຫລ້າຫລັງກາຍເປັນປະເທດທີ່ກຳລັງພັດທະນາທີ່ມີລາຍຮັບປານກາງ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ ແລະ ລະດັບໂລກຢ່າງເລິກເຊິ່ງ. ນັບຕັ້ງແຕ່ປີ 2008, ຫວຽດນາມ ໄດ້ຫລຸດພົ້ນອອກຈາກກຸ່ມປະເທດທີ່ມີລາຍໄດ້ຕ່ຳ. ປະຈຸບັນ, ຫວຽດນາມ ຖືກຈັດຢູ່ໃນອັນດັບ 40 ປະເທດທີ່ມີພື້ນຖານເສດຖະກິດຂະໜາດໃຫຍ່ຂອງໂລກ, ມີມູນຄ່າການຄ້າລະຫວ່າງປະເທດຢູ່ໃນກຸ່ມ 20 ອັນດັບທຳອິດຂອງໂລກ ແລະ ເປັນກົນໄກສຳຄັນໃນຂອບສັນຍາການຄ້າເສລີ (FTA) ຈຳນວນ 16 ສະບັບ ເຊິ່ງເຊື່ອມໂຍງກັບເສດຖະກິດຫລັກປະມານ 60 ແຫ່ງທົ່ວໂລກ. ລາຍໄດ້ສະເລ່ຍຕໍ່ຫົວຄົນໃນປີ 2025 ເພີ່ມຂຶ້ນເກືອບ 25 ເທົ່າ ເມື່ອທຽບກັບໄລຍະເລີ່ມຕົ້ນການປ່ຽນແປງໃໝ່.

ໂຄງປະກອບເສດຖະກິດມີການຫັນປ່ຽນຕາມທິດອຸດສາຫະກຳ ແລະ ທັນສະໄໝ, ຂະແໜງອຸດສາຫະກຳ ແລະ ການບໍລິການ ພັດທະນາຢ່າງວ່ອງໄວ, ກວມເອົາປະມານ 85% ຂອງຜະລິດຕະພັນມວນລວມພາຍໃນປະເທດ. ຂະແໜງກະສິກຳ ບໍ່ພຽງແຕ່ຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານເທົ່ານັ້ນ, ແຕ່ຍັງເຮັດໃຫ້ຫວຽດນາມ ກ້າວຂຶ້ນເປັນໜຶ່ງໃນປະເທດຜູ້ສົ່ງອອກເຂົ້າ ແລະ ສິນຄ້າກະສິກຳຫລັກອັນດັບຕົ້ນໆຂອງໂລກ. ແຮງຂັບເຄື່ອນການເຕີບໂຕແມ່ນອີງໃສ່ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການເພີ່ມສະມັດຕະະພາບໃຫ້ຫລາຍຂຶ້ນ.


ຕໍ່ຜົນສຳເລັດດ້ານວັດຖຸທະນະທຳ ແລະ ສັງຄົມ, ທາງດ້ານວັດທະນະທຳ ມີການພັດທະນາທີ່ສຳຄັນ, ມີສ່ວນຊ່ວຍເຫລືອຕໍ່ການພັດທະນາແບບຍືນຍົງຂອງປະເທດ. ການອະນຸລັກ ແລະ ສົ່ງເສີມຄຸນຄ່າມໍລະດົກທາງວັດ ທະນະທຳ ໄດ້ຮັບຄວາມສົນໃຈຫລາຍຂຶ້ນ, ປະສິດທິພາບການຄຸ້ມຄອງຂອງລັດໃນຂົງເຂດວັດທະນະທຳ ໄດ້ຮັບການເສີມສ້າງຢ່າງຕໍ່ເນື່ອງ. ປັດຈຸບັນ, ທົ່ວປະເທດມີ ເກືອບ 8.000 ບຸນປະເພນີ ທີ່ສືບທອດກັນມາ, ເຊື່ອມໂຍງກັບຄວາມເຊື່ອຖືພື້ນເມືອງ, ຮີດຄອງປະເພນີ, ສິລະປະການສະແດງພື້ນເມືອງ, ການລະຫລິ້ນພື້ນເມືອງ ແລະ ໝູ່ບ້ານຫັດຖະກຳດັ່ງເດີມໃນທຸກພາກ.

ລະບົບພື້ນຖານທາງວັດທະນະທຳ ໄດ້ຮັບການລົງທຶນຢ່າງຕໍ່ເນື່ອງ, ຊີວິດທາງດ້ານວັດທະນະທຳ ແລະ ຈິດໃຈຂອງປະຊາຊົນ ມີຄວາມຫລາກຫລາຍ ແລະ ອຸດົມສົມບູນຂຶ້ນ. ລັດຖະບານໄດ້ປະກາດໃຊ້ ແລະ ດຳເນີນໂຄງ ການເປົ້າໝາຍລະດັບຊາດດ້ານການພັດທະນາວັດທະນະທຳ ພ້ອມທັງເພີ່ມທະວີການຈັດສັນງົບປະມານຂອງລັດ ເພື່ອການອະນຸລັກ, ບູລະນະ ແລະ ສົ່ງເສີມຄຸນຄ່າມໍລະດົກທາງວັດທະນະທຳ.

ການສຶກສາ ແລະ ການຝຶກອົບຮົມ ໄດ້ຮັບການພັດທະນາຢ່າງຮອບດ້ານນັບຕັ້ງແຕ່ລະດັບອະນຸບານ ຈົນເຖິງລະດັບອຸດົມສຶກສາ, ຂະໜາດ ແລະ ເຄືອຂ່າຍສະຖານການສຶກສາຂະຫຍາຍຕົວ ເພື່ອຕອບສະໜອງຄວາມຕ້ອງ ການໃນການຮຽນຮູ້ຕະຫລອດຊີວິດຂອງປະຊາຊົນ. ຫວຽດນາມ ໄດ້ບັນລຸການສຶກສາພາກບັງຄັບລະດັບອະນຸບານສຳລັບເດັກອາຍຸ 5 ປີ (2017), ລະດັບປະຖົມສຶກສາ (2000) ແລະ ລະດັບມັດທະຍົມສຶກສາຕອນຕົ້ນ (2010). ຄຸນນະພາບການສຶກສາຂັ້ນພື້ນຖານ ທັງໃນວົງກວ້າງ ແລະ ລະດັບສະເພາະວິຊາ ມີການຫັນປ່ຽນໃນທິດທາງທີ່ຕັ້ງໜ້າ ແລະ ໄດ້ຮັບການຍອມຮັບໃນລະດັບສາກົນ. ການສຶກສາລະດັບອຸດົມສຶກສາມີການປ່ຽນແປງໃໝ່ ຄວບຄູ່ກັບການເພີ່ມຄວາມເປັນເອກະລາດ, ສອດຄ່ອງກັບຄວາມຕ້ອງການຂອງຕະຫລາດແຮງງານ, ການວິໄຈທາງດ້ານວິທະຍາສາດ, ການຖ່າຍທອດເຕັກໂນໂລຊີ ແລະ ການຕີພິມຜົນງານທາງດ້ານວິຊາການໃນລະດັບສາກົນເພີ່ມຂຶ້ນຢ່າງຈະແຈ້ງ.

ການພັດທະນາຊັບພະຍາກອນມະນຸດຂອງຫວຽດນາມ ປະສົບຜົນສຳເລັດຢ່າງສຳຄັນ, ດັດຊະນີການພັດທະນາມະນຸດ (HDI), ດັດຊະນີຄວາມສຸກ (HPI), ສຸຂະພາບ ແລະ ອາຍຸຍືນຂອງປະຊາຊົນ ໄດ້ຮັບການປັບປຸງຢ່າງຈະແຈ້ງ. ອາຍຸຍືນສະເລ່ຍເພີ່ມຂຶ້ນຈາກ 62 ປີ ໃນປີ 1990 ເປັນປະມານ 75 ປີ ໃນປີ 2025. ວຽກງານການເບິ່ງແຍງ ແລະ ປົກປ້ອງສຸຂະພາບປະຊາຊົນ ໄດ້ຮັບຄວາມເອົາໃຈໃສ່, ລະບົບສາທາລະນະສຸກນັບຕັ້ງແຕ່ສູນກາງລົງຮອດທ້ອງຖິ່ນຮາກຖານ ໄດ້ຮັບການເສີມສ້າງຢ່າງຕໍ່ເນື່ອງ. ວຽກງານສາທາລະນະສຸກກັນພະຍາດ ແລະ ການຄວບຄຸມພະຍາດລະບາດ ປະສົບຜົນສຳເລັດຢ່າງສູງ, ຫວຽດນາມ ໄດ້ລຶບລ້າງພະຍາດໂປລິໂອຢ່າງເດັດຂາດ (2000), ລຶບລ້າງພະຍາດບາດທະຍັກໃນເດັກເກີດໃໝ່ (2005) ແລະ ພະຍາດໝາກແດງ (2015). ປະຊາກອນຫລາຍກວ່າ 80% ໄດ້ຮັບການເບິ່ງແຍງ ແລະ ຕິດຕາມສຸຂະພາບ.

ລະບົບສະຫວັດດີການສັງຄົມ ໄດ້ຮັບການຈັດຕັ້ງຂຶ້ນໂດຍພື້ນຖານ, ກວມເອົານະໂຍບາຍສຳລັບຜູ້ອອກແຮງງານ, ການປະກັນສັງຄົມ, ການຊ່ວຍເຫລືອທາງສັງຄົມ ແລະ ການຈັດບໍລິການສັງຄົມຂັ້ນພື້ນຖານ. ຫວຽດນາມ ໄດ້ຮັບການຍ້ອງຍໍຈາກສະຫະປະຊາຊາດ ວ່າເປັນໜຶ່ງໃນປະເທດທີ່ດຳເນີນການຕາມເປົ້າໝາຍການພັດທະນາແຫ່ງສະຫັດສະວັດ (MDGs) ໄດ້ຢ່າງມີປະສິດທິຜົນ.

ກ່ຽວກັບຜົນສຳເລັດດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ເອກະລາດ, ອະທິປະໄຕ, ຄວາມເປັນເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ໄດ້ຮັບການປົກປ້ອງຢ່າງໜັກແໜ້ນ, ຮັບປະກັນຜົນປະ ໂຫຍດຂອງຊາດ ແລະ ປະຊາຊົນ, ພັກ, ລັດ ແລະ ລະບອບສັງຄົມນິຍົມ, ສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບຮຽບຮ້ອຍ ແລະ ຄວາມປອດໄພຂອງສັງຄົມ ການສ້າງຍຸດທະສາດປ້ອງກັນຊາດໂດຍອີງໃສ່ພະລັງຂອງທົ່ວປວງຊົນ ຄວບຄູ່ກັບຍຸດທະສາດຄວາມສະຫງົບທົ່ວປວງຊົນ ແລະ ຍຸດທະສາດ ປະຊາຊົນ ໄດ້ຮັບການເສີມສ້າງໃຫ້ໝັ້ນຄົງຍິ່ງຂຶ້ນ ເພື່ອຕອບສະໜອງພາລະກິດການສ້າງສາ ແລະ ປົກປັກຮັກສາປິຕຸພູມໃນສະພາບການໃໝ່.

ຜົນສຳເລັດດ້ານການຕ່າງປະເທດ, ການຕ່າງປະເທດແບບຮ່ວມມືຮອບດ້ານ ແລະ ທັນສະໄໝ ທີ່ມີສາມເສົາຄ້ຳຫລັກ ຄື: ການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການຕ່າງປະເທດ ຂອງປະຊາຊົນ ໄດ້ຮັບການເສີມສ້າງ ແລະ ພັດທະນາຢ່າງຕໍ່ເນື່ອງ. ຈາກປະເທດທີ່ເຄີຍຖືກປິດລ້ອມ ແລະ ໂດດດ່ຽວ, ຫວຽດນາມ ໄດ້ສ້າງຕັ້ງສາຍພົວພັນການທູດກັບ 194 ປະເທດ, ສ້າງສາຍພົວພັນແບບຄູ່ຮ່ວມຍຸດທະສາດ ແລະ ຄູ່ຮ່ວມມືຮອບດ້ານກັບ 30 ປະເທດ ເຊິ່ງລວມມີບັນດາປະເທດສະມາຊິກຖາວອນ ຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ແລະ ປະເທດມະຫາອຳນາດທີ່ສຳຄັນ. ຫວຽດນາມ ເປັນສະມາຊິກທີ່ມີບົດບາດຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ ໃນອົງການຈັດຕັ້ງລະດັບພາກພື້ນ ແລະ ສາກົນຫລາຍກວ່າ 70 ແຫ່ງ ແລະ ໄດ້ຮັບການຕີລາຄາຈາກປະຊາຄົມໂລກວ່າ ເປັນຈຸດເດັ່ນດ້ານສັນຕິພາບ, ສະຖຽນລະພາບ, ການລຶບລ້າງຄວາມທຸກຍາກ ແລະ ການພັດທະນາແບບຍືນຍົງ.


ຜົນສຳເລັດດ້ານການສ້າງພັກ ແລະ ລະບົບການເມືອງ, ການສ້າງພັກ ໄດ້ຮັບການດຳເນີນຢ່າງເປັນລະບົບ ແລະ ຮອບດ້ານ ທັງໃນດ້ານການເມືອງ, ແນວຄິດ, ຄຸນສົມບັດ, ຈັນຍາບັນ, ການຈັດຕັ້ງ ແລະ ບຸກຄະລາກອນ. ອົງການຈັດຕັ້ງພັກຂັ້ນຮາກຖານ ໄດ້ຮັບການເສີມສ້າງຢ່າງທົ່ວເຖິງ, ຖັນແຖວສະມາຊິກພັກມີການພັດທະນາຢ່າງຕໍ່ເນື່ອງທັງດ້ານປະລິມານ, ໂຄງປະກອບທີ່ເໝາະສົມຍິ່ງຂຶ້ນ ແລະ ຄຸນນະພາບທີ່ໄດ້ຮັບການຍົກສູງຂຶ້ນ. ວຽກງານການຕິດຕາມກວດກາ ແລະ ວິໄນພັກ ໄດ້ຮັບການເພີ່ມທະວີຄວາມເຂັ້ມງວດ ເພື່ອຮັບປະກັນຄວາມສັກສິດຂອງກົດລະບຽບພັກ.

ການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ, ການຟຸມເຟືອຍ ແລະ ປະກົດການຫຍໍ້ທໍ້ ປະສົບຜົນສຳເລັດຢ່າງສູງ, ມີລັກສະນະກ້າວໜ້າ ແລະ ຮອບດ້ານທັງໃນດ້ານການປ້ອງກັນ ແລະ ການປາບປາມ. ຮູບແບບການນຳພາ ແລະ ການນຳໃຊ້ອຳນາດຂອງພັກ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ ໃຫ້ສອດຄ່ອງກັບ ຄວາມຕ້ອງການຂອງການພັດທະນາເສດຖະກິດຕະຫລາດຕາມທິດສັງຄົມນິຍົມ ແລະ ສະພາບການເຊື່ອມໂຍງສາກົນ. ລະບົບການເມືອງໄດ້ຮັບການຈັດຕັ້ງໃໝ່ຕາມທິດກະທັດຮັດ, ມີປະສິດທິພາບ ແລະ ເກີດຜົນສຳເລັດສູງ ເພື່ອຕອບສະໜອງຄວາມຕ້ອງການພັດທະນາປະເທດຊາດໃນໄລຍະໃໝ່.

ຕະຫລອດໄລຍະເກືອບ 40 ປີ ແຫ່ງການດຳເນີນແນວທາງການປ່ຽນແປງໃໝ່, ຫວຽດນາມ ໄດ້ບັນລຸຜົນສຳເລັດອັນຍິ່ງໃຫຍ່, ຮອບດ້ານ ແລະ ມີຄວາມໝາຍທາງປະຫວັດສາດ ທັງໃນດ້ານເສດຖະກິດ, ວັດທະນະທຳ ແລະ ສັງຄົມ, ການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ຕະຫລອດຮອດການສ້າງພັກ. ຜົນສຳເລັດເຫລົ່ານີ້ ແມ່ນໝາກຜົນຈາກການນຳພາທີ່ຖືກຕ້ອງຂອງພັກກອມມູນິດຫວຽດນາມ, ການບໍລິຫານຈັດ ການທີ່ມີປະສິດທິຜົນຂອງລັດ ແລະ ຄວາມພະຍາຍາມຮ່ວມແຮງຮ່ວມໃຈຂອງປະຊາຊົນທົ່ວທັງຊາດ.

ບົດຮຽນຈາກການປ່ຽນແປງໃໝ່ ໄດ້ຢັ້ງຢືນເຖິງຄວາມຖືກຕ້ອງຂອງເສັ້ນທາງທີ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ໄດ້ເລືອກເດີນ, ພ້ອມທັງສ້າງຮາກຖານທີ່ໝັ້ນຄົງໃນການຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ສັງຄົມ, ເສີມສ້າງທ່າແຮງດ້ານການປ້ອງກັນຊາດ ແລະ ຄວາມສະຫງົບ, ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນ ແລະ ຍົກສູງບົດບາດ ແລະ ອິດທິພົນຂອງຫວຽດນາມ ໃນເວທີສາກົນຢ່າງບໍ່ຢຸດຢັ້ງ, ກາຍເປັນພື້ນຖານສຳຄັນທີ່ອຳນວຍໃຫ້ຫວຽດນາມ ສາມາດສືບຕໍ່ ແລະ ພັດທະນາຜົນສຳເລັດທີ່ບັນລຸມາ, ກ້າວເຂົ້າສູ່ໄລຍະການພັດທະນາໃໝ່ຢ່າງໝັ້ນຄົງ ມຸ່ງໄປສູ່ເປົ້າໝາຍການສ້າງປະເທດຊາດທີ່ຮັ່ງມີເຂັ້ມແຂງ, ມີປະຊາທິປະໄຕ, ຍຸຕິທຳ, ສີວິໄລ ແລະ ມີຄວາມຜາສຸກ.

 ໂດຍ:ຄຳຮຸ່ງ ດວງ


KPL

ຂ່າວອື່ນໆ

ads
ads

Top