ຂປລ
ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວັນທີ 6 ມັງກອນ 2026 ນີ້, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພະນັກງານສະມາຊິກພັກ ໃນຂອບເຂດທົ່ວປະເທດ ກໍຄື ເປັນຕົວແທນສະມາຊິກພັກກະ ຊວງ ຍທຂ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຖືເປັນເຫດການການເມືອງ ທີ່ມີຄວາມໝາຍຄວາມສໍາຄັນຫລາຍ ທີ່ໄດ້ຮັບຮູ້ກ່ຽວກັບການສະຫລຸບຕີລາຄາການນໍາພາຂອງພັກ ຕະຫລອດໄລຍະ 5 ປີ ຜ່ານມາ ແລະ ກໍານົດທິດທາງແຜນ ການ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາໃນຕໍ່ໜ້າ ໃຫ້ມີອັນພົ້ນເດັ່ນ ມີອັນໃໝ່ໆ ນໍາພາປະເທດຊາດເຮົາກ້າວຂຶ້ນໃນແຕ່ລະໄລຍະ.

ຜ່ານການຮັບຟັງໂຄງການການເມືອງຂອງພັກ, ຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ເຫັນວ່າມີຫລາຍຢ່າງທີ່ພົ້ນເດັ່ນ, ຕີລາຄາຜົນໄດ້ຮັບໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການຕໍ່ໜ້າ ມີລັກສະນະຈຸດສຸມ, ລັກສະນະບຸກທະລຸທາງດ້ານຈິດໃຈ, ສ້າງການຫັນປ່ຽນຢ່າງແຂງແຮງ ໂດຍສະເພາະ ວຽກງານ ຍທຂ ເຫັນວ່າມີ 7 ວຽກຈຸດສຸມ ທີ່ເປັນເສດຖະກິດປາຍແຫລມ ເປັນຕົ້ນແມ່ນການຂົນສົ່ງ, ການເຊື່ອມໂຍງ, ເຊື່ອມຈອດ. ສຳ ລັບທິດທາງແຜນການໃນຕໍ່ໜ້າ ຍທຂ ຈະເລັ່ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃຫ້ກວ້າງຂວາງ ແນໃສ່ສ້າງຄວາມຮັບຮູ້ ແລະ ເຂົ້າໃຈນະໂຍບາຍ, ແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຊຶ່ງຈະສຸມໃສ່ຈັດຕັ້ງປະຕິບັດແຕ່ຫົວທີ່, ເພີ່ມທະວີການນໍາພາ-ຊີ້ນໍາຂອງພັກ ຢ່າງໜັກແໜ້ນເຂັ້ມແຂງໃນຕໍ່ໜ້າ, ສືບຕໍ່ຈັດຕັ້ງປະຕິບັດຕາມຄໍາຂວັນທີ່ວາງໄວ້ “ເພີ່ມທະວີພັດທະນາໂຍທາທິການ ແລະ ຂົນສົ່ງ ໃຫ້ເປັນປາຍແຫລມມີຈຸດສຸມ ທົນທານ ທັນສະໄໝ ປອດໄພ ເຊື່ອມໂຍງເຊື່ອມຈອດ ແລະ ຍືນຍົງ” ໃຫ້ປະກົດຜົນເປັນຈິງ.
KPL