ສ.ອາເມລິກາ ຈະສ້າງໂຮງໝໍສະໜາມໃນ ເຄັນຍາ ເພື່ອຮອງຮັບຜູ້ສ່ຽງຕິດເຊື້ອອີໂບລາ

29/05/2026 18:22
ຂປລ ນັກຂ່າວ ສ.ອາເມລິກາ ລາຍງານວ່າ: ລັດຖະບານ ສ.ອາເມລິກາ ພວມວາງແຜນສົ່ງ ຊາວສ.ອາເມລິກາ ທີ່ມີ ປະຫວັດສຳຜັດ ກັບ ເຊື້ອພະຍາດ ອີໂບລາ ໄປຍັງ ສະຖານປ້ອງກັນ ພະຍາດແຫ່ງໃໝ່ ໃນເຄັນຍາ ແທນທີ່ ຈະສົ່ງກັບໄປ ປິ່ນປົວໃນ ສ.ອາເມລິກາ.

ຂປລ. ສຳນັກຂ່າວ ອິນໂຟເຄວສ, ນັກຂ່າວ ສ.ອາເມລິກາ ລາຍງານວ່າ: ລັດຖະບານ ສ.ອາເມລິກາ ພວມວາງແຜນສົ່ງ ຊາວສ.ອາເມລິກາ ທີ່ມີ ປະຫວັດສຳຜັດ ກັບ ເຊື້ອພະຍາດ ອີໂບລາ ໄປຍັງ ສະຖານປ້ອງກັນ ພະຍາດແຫ່ງໃໝ່ ໃນເຄັນຍາ ແທນທີ່ ຈະສົ່ງກັບໄປ ປິ່ນປົວໃນ ສ.ອາເມລິກາ.

ໂດຍເຈົ້າໜ້າທີ່ ຂອງ ລັດຖະບານ ປະທານາທິບໍດີ ໂດນັນ ທຣຳ ໄດ້ສັ່ງການໃຫ້ ກອງທັບ ຈັດຕັ້ງສູນ ປ້ອງກັນພະຍາດ ໃນພາກກາງ ຂອງ ເຄັນຍາ ພາຍໃນໜຶ່ງອາທິດ. ໂຮງໝໍສະໜາມ ດັ່ງກ່າວ ຈະຖືກໃຊ້ເປັນ ສະຖານທີ່ ຮອງຮັບ ຊາວ ສ.ອາເມລິກາ ທີ່ມີ ປະຫວັດສຳຜັດ ກັບ ເຊື້ອພະຍາດ ດັ່ງກ່າວ ແລະ ຈະມີການເຄື່ອນຍ້າຍ ໜ່ວຍຄວບຄຸມ ຄວາມປອດໄພ ທາງຊີວະພາບ ຈາກ ສ.ອາເມລິກາ ໄປໃຊ້ໃນສະຖານທີ່ດັ່ງກ່າວ ອີກດ້ວຍ.

ແຜນການເບື້ອງຕົ້ນ ໄດ້ກຳນົດໃຫ້ມີ ການຈັດຕັ້ງ ສະຖານປ້ອງກັນ ພະຍາດຂະໜາດ 50 ຕຽງ ພາຍໃນໜຶ່ງອາທິດ ແລະ ອາດຈະຂະຫຍາຍ ເພີ່ມຂຶ້ນ ເພື່ອໃຫ້ສາມາດ ຮອງຮັບ ໄດ້ເຖິງ 250 ຕຽງ. ໃນຂະນະທີ່ ສະມາຊິກຂອງໜ່ວຍງານບໍລິການ ສາທາລະນະສຸກ ສ.ອາເມລິກາ ໄດ້ເລີ່ມເຂົ້າ ຮັບການ ຝຶກອົບຮົມ ທີ່ຖານທັບຮ່ວມ ແອນຄຣູສ ໃນລັດແມຣີແລນ ແລ້ວ ເພື່ອກຽມເຂົ້າ ປະຕິບັດໜ້າທີ່ ໃນສະຖານປ້ອງກັນ ພະຍດທີ່ ເຄັນຍາ./

KPL

ຂ່າວອື່ນໆ

ads
ads

Top