ຂປລ
ທ່ານນາງ ດຣ ຫງວຽນ ທິ ເຟືອງ ທາວ (Nguyen Thi Phuong Thao) ປະທານສະພາການບໍລິຫານຍິງ ສາຍການບິນຫວຽດເຈັດ (Vietjet) ໄດ້ຮັບການປະດັບນາມມະຍົດ “ວິລະຊົນແຮງງານ”
ຂປລ. ທ່ານນາງ ດຣ ຫງວຽນ ທິ ເຟືອງ ທາວ(Nguyen Thi Phuong Thao)ປະທານສະພາການບໍລິຫານຍິງ ສາຍການບິນຫວຽດເຈັດ (Vietjet) ໄດ້ຮັບການປະດັບນາມມະຍົດ “ວິລະຊົນແຮງງານ”ເຊິ່ງແມ່ນໜຶ່ງໃນນາມມະຍົດກຽດຕິຍົດສູງສຸດຂອງ ສສ ຫວຽດນາມ ທີ່ມອບໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນ ແລະ ປະກອບສ່ວນຢ່າງຕໍ່ເນື່ອງເຂົ້າໃນການພັດທະນາປະເທດຊາດ.
ທ່ານນາງ ດຣ ຫງວຽນ ທິ ເຟືອງ ທາວ ແມ່ນນັກທຸລະກິດຍິງທີ່ສ້າງເນື້ອສ້າງຕົວດ້ວຍຕົນເອງຄົນທໍາອິດຂອງອາຊີຕາເວັນອອກສ່ຽງໃຕ້ ແລະ ໄດ້ຮັບການຍອມຮັບຢ່າງກວ້າງຂວາງວ່າ ເປັນໜຶ່ງໃນຜູ້ນຳທຸລະກິດທີ່ມີອິດທິພົນທີ່ສຸດໃນພາກພື້ນ. ທ່ານມີບົດບາດສຳຄັນໃນຂະແໜງການການບິນ, ການເງິນ-ການທະນາຄານ, ການລົງທຶນ ແລະ ເຕັກໂນໂລຊີ ມາເປັນເວລາຫລາຍກວ່າ 3 ທົດສະວັດ. ການນຳພາຂອງທ່ານແມ່ນສຸມໃສ່ການປະດິດສ້າງ, ການນຳໃຊ້ເຕັກໂນໂລຊີທີ່ມີປະສິດທິຜົນ ແລະ ການເຕີບໂຕທີ່ສອດຄ່ອງກັບຜົນປະໂຫຍດຂອງຊາດ, ຄຸນຄ່າທາງວັດທະນະທຳ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ. ແນວຄວາມຄິດລິເລີ່ມຂອງທ່ານໄດ້ສ້າງຜົນປະໂຫຍດໃຫ້ແກ່ລູກຄ້າຫລາຍລ້ານຄົນ, ສ້າງວຽກເຮັດງານທຳ, ສ້າງຜົນຕອບແທນໄລຍະຍາວໃຫ້ແກ່ນັກລົງທຶນ ແລະ ປະກອບສ່ວນເຂົ້າໃນພັດທະນາຊຸມຊົນ.ໃນຂະແໜງການບິນ, ທ່ານແມ່ນຜູ້ກໍ່ຕັ້ງ ແລະ ຜູ້ນຳຂອງຫວຽດເຈັດ (Vietjet) ເຊິ່ງເປັນສາຍການບິນເອກະຊົນແຫ່ງທຳອິດ ແລະ ໃຫຍ່ທີ່ສຸດຂອງຫວຽດນາມ. ທ່ານມີບົດບາດສຳຄັນໃນການຂະຫຍາຍໂອກາດການເດີນທາງທາງອາກາດ ແລະ ເລັ່ງການເຊື່ອມໂຍງຂອງປະເທດເຂົ້າກັບຕະຫລາດພາກພື້ນ ແລະ ສາກົນ, ລວມທັງປະເທດລາວ. ຫວຽດເຈັດ ໄດ້ຊ່ວຍໃຫ້ຜູ້ໂດຍສານຫລາຍລ້ານຄົນໄດ້ຂຶ້ນເຮືອບິນເປັນຄັ້ງທຳອິດ, ຂົນສົ່ງຜູ້ໂດຍສານຫລາຍຮ້ອຍລ້ານຄົນ ແລະ ເພີ່ມທະວີການເຊື່ອມຕໍ່ດ້ານການຄ້າ, ການທ່ອງທ່ຽວ, ການລົງທຶນ ແລະ ການແລກປ່ຽນວັດທະນະທຳ. ຝູງບິນສີແດງ-ເຫລືອງຂອງ ຫວຽດເຈັດ ທີ່ປະຕິບັດການໃນທົ່ວທະວີບ ໄດ້ກາຍເປັນສັນຍະລັກທີ່ໂດດເດັ່ນຂອງຫວຽດນາມ ທີ່ຂັບເຄື່ອນຄວາມໝັ້ນໃຈ ແລະ ເຊື່ອມຕໍ່ກັບທົ່ວໂລກ.ທ່ານໄດ້ມີສ່ວນຮ່ວມຢ່າງໃກ້ຊິດກັບບັນດາໂຄງການແກ້ໄຂບັນຫາໂຄງລ່າງພື້ນຖານ ແລະ ລະບົບທີ່ຊັບຊ້ອນ ໂດຍຜ່ານການນຳໃຊ້ເຕັກໂນໂລຊີ ເຊິ່ງລວມມີການຫັນເປັນດີຈິຕອນໃນການດຳເນີນງານການບິນ, ການນຳໃຊ້ເຕັກໂນໂລຊີອັດຕະໂນມັດ (biometric) ໃນການກວດສອບຜູ້ໂດຍສານ, ການນຳໃຊ້ລະບົບເຕັກໂນໂລຊີຢ່າງວ່ອງໄວໃນໄລຍະການລະບາດຂອງພະຍາດ ໂຄວິດ-19 ແລະ ຄວາມສຳເລັດໃນການຮັກສາສະຖຽນລະພາບ ຂອງລະບົບການຊື້-ຂາຍໃນຕະຫລາດຫລັກຊັບນະຄອນ ໂຮ່ຈີມິນ ໃນຊ່ວງເວລາທີ່ວິກິດຂອງຕະຫລາດ.ຄຽງຄູ່ກັບການເຕີບໂຕທາງທຸລະກິດ, ທ່ານໄດ້ຊຸກຍູ້ກິດຈະກໍາການຊ່ວຍເຫລືອດ້ານມະນຸດສະທໍາ ແລະ ຊຸມຊົນຢ່າງຕໍ່ເນື່ອງ, ໂດຍສະເພາະແມ່ນການສະໜັບສະໜູນແມ່ຍິງ, ເດັກນ້ອຍ, ນັກຮຽນ ແລະ ກຸ່ມຄົນທີ່ດ້ອຍໂອກາດ. ທ່ານໄດ້ເນັ້ນໜັກສະເໝີວ່າ ການເຕີບໂຕທີ່ຍືນຍົງຕ້ອງໄປຄຽງຄູ່ກັບການພັດທະນາຊັບພະຍາກອນມະນຸດ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ.
ທ່ານນາງ ດຣ ຫງວຽນ ທິ ເຟືອງ ທາວ ໄດ້ຮັບການຍອມຮັບໃນລະດັບສາກົນຢ່າງກວ້າງຂວາງ, ລວມທັງຕິດອັນດັບ Bloomberg 50, ລາຍຊື່ 100 ແມ່ຍິງທີ່ມີອິດທິພົນທີ່ສຸດໃນໂລກຂອງ Forbes ແລະ 100 ບຸກຄົນທີ່ຫັນປ່ຽນທຸລະກິດໃນອາຊີຂອງ Business Insider. ນອກຈາກນີ້, ທ່ານຍັງໄດ້ຮັບການປະດັບຫລຽນກຽດຕິຍົດ Legion of Honour ຈາກປະເທດຝຣັ່ງ, ເຊິ່ງເປັນຫລຽນກຽດຕິຍົດສູງສຸດ ຂອງລັດຖະບານຝຣັ່ງ ທີ່ມອບໃຫ້ແກ່ພົນລະເຮືອນ ເພື່ອຍ້ອງຍໍສັນລະເສີນການປະກອບສ່ວນອັນດີເດັ່ນໃນລະດັບໂລກ.
KPL