ຂປລ
ນັບມາຮອດ ທ້າຍເດືອນພະຈິກປີ 2025, ກຳລັງຕິດຕັ້ງ ການຜະລິດ ພະລັງໄຟຟ້າ ທົ່ວປະເທດຈີນ ມີເຖິງ 3 ຕື້ 790 ລ້ານກິໂລວັດ, ເພີ່ມຂຶ້ນ 17,1% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ.
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ອີງຕາມ ຂໍ້ມູນດ້ານອຸດສາຫະກຳ ພະລັງໄຟຟ້າ ທີ່ເປີດເຜີຍໂດຍ ອົງການ ພະລັງງານແຫ່ງຊາດຈີນ ສະແດງໃຫ້ເຫັນວ່າ: ນັບມາຮອດ ທ້າຍເດືອນພະຈິກປີ 2025, ກຳລັງຕິດຕັ້ງ ການຜະລິດ ພະລັງໄຟຟ້າ ທົ່ວປະເທດຈີນ ມີເຖິງ 3 ຕື້ 790 ລ້ານກິໂລວັດ, ເພີ່ມຂຶ້ນ 17,1% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ. ໃນນັ້ນ, ກຳລັງຕິດຕັ້ງການຜະລິດໄຟຟ້າ ດ້ວຍພະລັງງານ ແສງຕາເວັນ ມີເຖິງ 1 ຕື້ 160 ລ້ານກິໂລວັດ, ເພີ່ມຂຶ້ນ 41,9% ແລະ ກຳລັງຕິດຕັ້ງ ການຜະລິດໄຟຟ້າ ດ້ວຍພະລັງງານລົມ ມີເຖິງ 600 ລ້ານກິໂລວັດ, ເພີ່ມຂຶ້ນ 22,4% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL