ຂປລ
ຂປລ. ຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງເຊກອງ ປີ 2026 ໄດ້ຊີ້ໃຫ້ເຫັນວ່າ: ໃນປີ 2026 ທີ່ຈະມາເຖິງນີ້, ແຂວງເຊກອງຕັ້ງເປົ້າໝາຍໃຫ້ເສດຖະກິດຂະຫຍາຍຕົວເພີ່ມຂຶ້ນ ໃນລະດັບ 6% ຂຶ້ນໄປ.

ຂປລ. ຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງເຊກອງ ປີ 2026 ໄດ້ຊີ້ໃຫ້ເຫັນວ່າ: ໃນປີ 2026 ທີ່ຈະມາເຖິງນີ້, ແຂວງເຊກອງຕັ້ງເປົ້າໝາຍໃຫ້ເສດຖະກິດຂະຫຍາຍຕົວເພີ່ມຂຶ້ນ ໃນລະດັບ 6% ຂຶ້ນໄປ. ໃນນີ້, ຂະແໜງກະສິກໍາ ເພີ່ມຂຶ້ນ 6,4%; ຂະແໜງອຸດສາຫະກໍາ ເພີ່ມຂຶ້ນ 6,8%; ຂະແໜງບໍລິການ ເພີ່ມຂຶ້ນ 4,9% ແລະ ເຮັດໃຫ້ລາຍຮັບສະເລ່ຍຂອງປະຊາກອນບັນລຸ 25,17 ລ້ານກີບ ຫລື 1.160 ໂດລາ/ຄົນ/ປີ. ເພື່ອຮັບປະກັນເຮັດໃຫ້ສາມາດປະຕິບັດບັນດາຄາດໝາຍທີ່ນອນໃນແຜນພັດທະນາເສດຖະກິດ-ສັງຄົມບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້ ແຂວງດັ່ງກ່າວ ຈະໄດ້ສຸມໃສ່ປະຕິບັດມາດຕະການ ແລະ ນະໂຍບາຍດັ່ງນີ້:
1). ຊຸກຍູ້ ແລະ ສົ່ງເສີມການລົງທຶນໃນຂະແໜງການທີ່ເປັນທ່າແຮງຢ່າງມີຈຸດສຸມ ແລະ ມີປະສິດທິຜົນສູງ ດ້ວຍນະໂຍບາຍທີ່ເໝາະສົມຕາມກົດໝາຍ ແລະ ລະບຽບການກຳນົດ; ຮັບປະກັນການຂະຫຍາຍຕົວເສດຖະກິດໃຫ້ມີການເຕີບໂຕຢ່າງຕໍ່ເນື່ອງ ທັງຮັບປະກັນການເຕີບໂຕທີ່ສົມດຸນ ແລະ ຍືນຍົງ; ສ້າງເງື່ອນໄຂໃນການຊຸກຍູ້-ສົ່ງເສີມໃຫ້ບັນດາວິສາຫະກິດຂະໜາດນ້ອຍ-ຂະໜາດກາງ ມີການຂະຫຍາຍ ຕົວຢ່າງເຂັ້ມແຂງ ແລະ ຍືນຍົງ.
2). ສະໜອງຂໍ້ມູນ ແລະ ໃຫ້ຄຳປຶກສາແກ່ຜູ້ປະກອບການກ່ຽວກັບການເຂົ້າເຖິງແຫລ່ງທຶນ, ຕະຫລາດ, ກຳນົດມາດຕະຖານຜະລິດຕະພັນ ແລະ ການບໍລິການສິນຄ້າ, ບັນດານະວັດຕະກຳໃໝ່ ແລະ ການນໍາໃຊ້ເຕັກໂນໂລຊີທີ່ເໝາະສົມ ແລະ ທັນສະໄໝ ເພື່ອຍົກສູງຜະລິດຕະພາບຂອງການຜະລິດ.
3). ປັບປຸງ ແລະ ພັດທະນາພື້ນຖານໂຄງລ່າງທີ່ຄົບຊຸດ ເພື່ອສ້າງແຮງຈູງໃຈໃຫ້ແກ່ຜູ້ລົງທຶນມີຄວາມເຊື່ອໝັ້ນໃນການດໍາເນີນທຸລະກິດ.
4). ສົ່ງເສີມການຜະລິດສິນຄ້າ ແລະ ການບໍລິການ ໃຫ້ມີຄວາມຫລາກຫລາຍ ເພື່ອຫລຸດຜ່ອນການເອື່ອຍອີງ ໃສ່ຊັບພະຍາກອນທຳມະຊາດ; ສົ່ງເສີມໃຫ້ມີການລົງທຶນໃສ່ການຜະລິດເປັນສິນຄ້າ ທີ່ບໍ່ຕິດພັນກັບການນໍາໃຊ້ຊັບພະ ຍາກອນ ທຳມະຊາດຢ່າງແຂງແຮງ ເປັນຕົ້ນ, ໃນອຸດສາຫະກຳປຸງແຕ່ງກະສິກຳ, ອຸດສາຫະກຳປຸງແຕ່ງອາຫານ-ເຄື່ອງໃຊ້ສອຍຄົວເຮືອນ, ອຸດສາຫະກຳຕ່ຳແຜ່ນດ້ວຍມື ແລະ ອື່ນໆ ເພື່ອເປັນພື້ນຖານ ຂອງການເຕີບໂຕດ້ານເສດຖະກິດທີ່ເຂັ້ມແຂງ.
5). ເສີມຂະຫຍາຍນະໂຍບາຍດ້ານເສດຖະກິດເຊື່ອມໂຍງ-ເຊື່ອມຈອດ ພາກພື້ນ ແລະ ສາກົນ ໃນການສ້າງສິ່ງ ອໍານວຍຄວາມສະດວກທາງດ້ານການຄ້າ, ການລົງທຶນ ແລະ ການບໍລິການ ໃຫ້ເປັນຮູບປະທໍາຫລາຍຂຶ້ນ.
6). ປັບປຸງກົນໄກ ແລະ ເຄື່ອງມືຄຸ້ມຄອງລາຍຮັບ-ລາຍຈ່າຍຂອງແຕ່ລະຂະແໜງການຂັ້ນແຂວງ ແລະ ເມືອງ ໃຫ້ຮັດກຸມ ແລະ ມີປະສິດທິຜົນສູງ; ຮັບປະກັນການຄຸ້ມຄອງລາຍຈ່າຍໃຫ້ໄປຕາມແຜນທີ່ສະພາຮັບຮອງ, ນໍາໃຊ້ທຶນໃຫ້ມີປະສິດທິຜົນສູງສຸດ. ລາຍຈ່າຍປົກກະຕິກໍຕ້ອງຂຶ້ນແຜນລະອຽດ ແລະ ກວດກາການໃຊ້ຈ່າຍຢ່າງເປັນລະບົບ.
7). ທຸກຂະແໜງການຂັ້ນແຂວງ-ເມືອງ, ຕາແສງ, ຮາກຖານບ້ານ, ຫົວໜ່ວຍຄົວເຮືອນ ຕ້ອງສຸມໃສ່ຈັດຕັ້ງປະ ຕິບັດສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຢ່າງແຂງແຮງ, ສຸມທຶນຮອນເຂົ້າໃນການຈັດຕັ້ງປະຕິບັດລົບລ້າງຄວາມທຸກຍາກໃຫ້ບັນລຸຄາດໝາຍທີ່ວາງໄວ້.
8). ທຸກຂະແໜງການຂັ້ນແຂວງ-ເມືອງ, ຕາແສງ ຈົນຮອດຂັ້ນບ້ານ ເປັນເຈົ້າການຄົ້ນຄວ້າວາງແຜນການຜະລິດ ແລະ ການບໍລິການ ຕາມທ່າແຮງບົ່ມຊ້ອນທີ່ໄດ້ປຽບຂອງຕົນ ເພື່ອນໍາໃຊ້ກາລະໂອກາດທີ່ມີ ເຂົ້າໃນການພັດທະນາທັງທາງດ້ານເສດຖະກິດ-ສັງຄົມ ຂອງພື້ນທີ່ຕົນຢ່າງເໝາະສົມ.
KPL