ຂປລ
ໜ່ວຍງານ ນັກຄົ້ນຄວ້າຈີນ ປະສົບ ຄວາມສຳເລັດ ໃນການສ້າງສະຖິຕິໃໝ່ ດ້ວຍການເລັ່ງຄວາມໄວ ຍານພາຫະນະ ທົດລອງ ຂະໜາດ ນ້ຳໜັກ 1 ໂຕນ ໃຫ້ແລ່ນດ້ວຍຄວາມໄວເຖິງ 700 ກິໂລແມັດ ຕໍ່ຊົ່ວໂມງ ໃນເວລາພຽງ 2 ວິນາທີ ເທິງເສັ້ນທາງລົດໄຟ ພະລັງງານ ແມ່ເຫລັກ ຫລື maglev ໄລຍະທາງຍາວ 400 ແມັດ.

ຂປລ.ຕາມຂ່າວຈາກ ນະຄນຫລວງປັກກິ່ງຂອງ ສປ ຈີນ, ໜ່ວຍງານ ນັກຄົ້ນຄວ້າຈີນ ປະສົບ ຄວາມສຳເລັດ ໃນການສ້າງສະຖິຕິໃໝ່ ດ້ວຍການເລັ່ງຄວາມໄວ ຍານພາຫະນະ ທົດລອງ ຂະໜາດ ນ້ຳໜັກ 1 ໂຕນ ໃຫ້ແລ່ນດ້ວຍຄວາມໄວເຖິງ 700 ກິໂລແມັດ ຕໍ່ຊົ່ວໂມງ ໃນເວລາພຽງ 2 ວິນາທີ ເທິງເສັ້ນທາງລົດໄຟ ພະລັງງານ ແມ່ເຫລັກ ຫລື maglev ໄລຍະທາງຍາວ 400 ແມັດ. ການທົດ ລອງຄັ້ງນີ້ ໄດ້ໃຊ້ລະບົບຂັບເຄື່ອນ ແມ່ເຫລັກໄຟຟ້າ ທີ່ມີການນຳໄຟຟ້າສູງສຸດ ຫລື Superconducting Electromagnetic Propulsion, ຊຶ່ງຖືເປັນອັດຕາເລັ່ງຄວາມໄວ ເທິງ ແພລດ ຟອມ ລັກສະນະນີ້ ທີ່ໄວທີ່ສຸດໃນໂລກ ແລະ ສາມາດຢຸດລົດໄດ້ ຢ່າງປອດໄພ ພາຍຫລັງ ການທົດລອງສຳເລັດ.ຄວາມສຳເລັດຄັ້ງນີ້ ປັນຜົນງານຂອງໜ່ວຍງານຄົ້ນຄວ້າ ຈາກວິທະຍາໄລ ຕັກໂນ ໂລຊີ ການປ້ງກັນປະທດແຫ່ງຊາດ ທີ່ໄດ້ພັດທະນາມາຫລາຍກວ່າ10ປີ ໂດຍສາມາດກ້າວຂ້າມຂິດຈຳກັດ ທາງເຕັກໂນໂລຊີຫລາຍດ້ານ ບໍ່ວ່າ ຈະເປັນລະບົບ ຂັບເຄື່ອນ ດ້ວຍແມ່ເຫລັກໄຟຟ້າ ຄວາມໄວສູງພິເສດ, ລະບົບການ ປະຄອງ ຍານພາຫະນະ ໃຫ້ລອຍໂຕ ດ້ວຍໄຟຟ້າ, ລະບົບການເກັບຮັກສາ ແລະ ການປ່ຽນພະລັງງານ ກຳລັງສູງ ໃນໄລຍະ ວລາ ອັນສັ້ນ ລວມຖິງ ເຕັກໂນໂລຊີແມ່ເຫລັກໄຟຟ້າ ທີ່ມີຕົວນຳໄຟຟ້າສູງສຸດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL