ມຽນມາ ກຽມຈັດການເລືອກຕັ້ງທົ່ວໄປ ຮອບທຳອິດ ໃນທ້າຍອາທິດນີ້

26/12/2025 15:57
ຂປລ ມຽນມາ ປະກາດ ການເລືອກຕັ້ງທົ່ວໄປ ຮອບທີສາມ ຊຶ່ງເປັນການລົງຄະແນນ ຮອບສຸດທ້າຍ ໃນວັນທີ 25 ມັງກອນ 2026, ເຊິ່ງກວມເອົາ 63 ເຂດເລືອກຕັ້ງ ຈາກທັງໝົດ 330 ເຂດເລືອກຕັ້ງ ທົ່ວປະເທດ.

ຂປລ.ສຳນັກຂ່າວ ອິນໂຟເຄວສ(InfoQuest), ມຽນມາ ປະກາດ ການເລືອກຕັ້ງທົ່ວໄປ ຮອບທີສາມ ຊຶ່ງເປັນການລົງຄະແນນ ຮອບສຸດທ້າຍ ໃນວັນທີ 25 ມັງກອນ 2026, ເຊິ່ງກວມເອົາ 63 ເຂດເລືອກຕັ້ງ ຈາກທັງໝົດ 330 ເຂດເລືອກຕັ້ງ ທົ່ວປະເທດ.ການເລືອກຕັ້ງທົ່ວໄປ ຮອບທຳອິດ ກຳນົດໄວ້ໃນວັນທີ 28 ທັນວານີ້.ໃນຂະນະທີ່ ຮອບທີສອງ ກຳນົດໄວ້ໃນວັນທີ 11 ມັງກອນ 2026, ກວມເອົາ ທັງໝົດ 202 ເຂດເລືອກຕັ້ງ. ເຖິງຢ່າງໃດກໍ່ຕາມ, ຍັງບໍ່ມີການປະກາດ ວັນທີສຳລັບການນັບຄະແນນສຽງ ແລະ ການປະກາດ ຜົນການເລືອກຕັ້ງ.ກ່ອນໜ້ານີ້, ທ່ານ ພົນເອກ ມິນ ອອງ ລາຍ, ຜູ້ນຳ ຂອງລັດຖະບານ ທະຫານ ມຽນມາຍອມຮັບວ່າ ບໍ່ສາມາດ ຈັດການ ລົງຄະແນນສຽງ ທົ່ວປະເທດໄດ້ ເພາະວ່າ ກອງທັບຍັງຕໍ່ສູ້ກັບ ກຸ່ມປະກອບອາວຸດ ທີ່ຕໍ່ຕ້ານ ລັດຖະບານ ທະຫານ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top