ຂປລ
ຍີ່ປຸ່ນ ຢືນຢັນ ການແຜ່ລະບາດຂອງ ພະຍາດ ໄຂ້ຫວັດສັດປີກ ຊຶ່ງເປັນເຊື້ອພະຍາດ ຊະນິດ ຮຸນແຮງ ໃນຟາມສັດປີກ ຊຶ່ງເປັນກໍລະນີທີ 10 ພາຍໃນປະ ເທດ ໃນລະດູການນີ້.
ຂປລ.ສຳນັກຂ່າວຊິນຮວາຂອງ ສປ ຈີນ, ຍີ່ປຸ່ນ ຢືນຢັນ ການແຜ່ລະບາດຂອງ ພະຍາດ ໄຂ້ຫວັດສັດປີກ ຊຶ່ງເປັນເຊື້ອພະຍາດ ຊະນິດ ຮຸນແຮງ ໃນຟາມສັດປີກ ຊຶ່ງເປັນກໍລະນີທີ 10 ພາຍໃນປະ ເທດ ໃນລະດູການນີ້. ການແຜ່ລະບາດ ໃນຟາມທີ່ເມືອງ ຊິໂຣຊາໂຕະ ແຂວງ ອິບາຣາກິ ສົ່ງຜົນໃຫ້ຕ້ອງ ເລັ່ງກຳຈັດໄກ່ໄຂ່ ປະມານ 970.000ໂຕ ຊຶ່ງເປັນປະລິມານສັດ ປີກ ຫລາຍທີ່ສຸດ ໃນລະດູການນີ້.ການແຜ່ລະບາດ ຄັ້ງຫລ້າສຸດ ເຮັດໃຫ້ ຈຳນວນໄກ່ ທີ່ຕ້ງຖືກກຳຈັດ ສະສົມ ເພີ່ມຂຶ້ນ ປະມານ 3,65 ລ້ານໂຕ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL