ຍີ່ປຸ່ນ ເລັ່ງຕັ້ງໜ່ວຍງານຄຸ້ມຄອງໄພພິບັດ ຮັບມືກັບແຜ່ນດິນໄຫວ ຄັ້ງໃຫຍ່

26/12/2025 15:57
ຂປລ ຄະນະລັດຖະບານ ຍີ່ປຸ່ນ ໄດ້ອະນຸມັດ ນະໂຍບາຍ ພື້ນຖານ ໃນເດືອນພະຈິກ 2026 ເພື່ອສ້າງຕັ້ງໜ່ວຍງານ ຄຸ້ມຄອງ ໄພພິບັດພາຍໃນປະເທດ ທີ່ມີຄວາມສ່ຽງ ຕໍ່ການ ເກີດແຜ່ນດິນໄຫວ ແລະ ກະກຽມມາດຕະການ ຫລຸດຜ່ອນຜົນ ກະທົບ ສຳລັບ ວິກິດການຕ່າງໆ.

ຂປລ.ສຳນັກຂ່າວກ່ຽວໂດ, ຄະນະລັດຖະບານ ຍີ່ປຸ່ນ ໄດ້ອະນຸມັດ ນະໂຍບາຍ ພື້ນຖານ ໃນເດືອນພະຈິກ 2026 ເພື່ອສ້າງຕັ້ງໜ່ວຍງານ ຄຸ້ມຄອງໄພພິບັດພາຍໃນປະເທດ ທີ່ມີຄວາມສ່ຽງ ຕໍ່ການ ເກີດແຜ່ນດິນໄຫວ ແລະ ກະກຽມມາດຕະການຫລຸດຜ່ອນຜົນກະທົບ ສຳລັບ ວິກິດການຕ່າງໆ.ລັດຖະບານຍີ່ປຸ່ນ ຈະສ້າງຕັ້ງສູນກາງພາກພື້ນ ເພື່ອເສີມຂະຫຍາຍ ການປະສານງານກັບ ລັດຖະບານທ້ອງ ຖິ່ນ ເປັນສ່ວນໜຶ່ງ ຂອງມາດຕະການ ເພື່ອຕອບສະໜອງ ຕໍ່ແຜ່ນດິນໄຫວ ຮ້າຍແຮງ ທີ່ອາດຈະເກີດຂຶ້ນ ຕາມແລວຮ່ອງນ້ຳເລິກຍີ່ປຸ່ນ(Japan Trench), ພ້ອມທັງ ຮ່ອງນ້ຳລິກ ຊິຊິມະ(Chishima Trench) ແລະ  ຮ່ອງນ້ຳເລິກ ນັນໄຄ(Nankai Trough).ພາຍຫລັງ ຍີ່ປຸ່ນ ເກີດແຜ່ນດິນໄຫວ ຮຸນແຮງຂະໜາດ 7,5 ລິກເຕີ ທີ່ເກີດຂຶ້ນໃນພື້ນທີ່ຝັ່ງຕາວັນກສ່ຽງເໜືອຂອງຍີ່ປຸ່ນ ເມື່ອບໍ່ດົນມານີ້ ໄດ້ເນັ້ນ ໜັກໃຫ້ເຫັນເຖິງ ຄວາມຕ້ອງການ ໃນການຊີ້ນຳ ດ້ານຄວາມປອດໄພ ແລະ ຂໍ້ມູນການ ອົບພະຍົບ ທີ່ມີປະສິດທິພາບຫລາຍຂຶ້ນ ສຳລັບຄົນຕ່າງປະເທດ, ໂດຍສະເພາະ ໃນໄລຍະເວລາ ທີ່ການທ່ອງທ່ຽວ ພວມເຕີບໂຕ ແລະ ການຫລັ່ງໄຫລເຂົ້າມາ ຂອງແຮງງານຕ່າງປະເທດ.ໜ່ວຍງານໃໝ່ນີ້ ຈະຢູ່ພາຍໃຕ້ ການຊີ້ນຳ ໂດຍກົງ ຂອງຄະນະລັດຖະມົນຕີ, ໂດຍມີ ລັດຖະມົນຕີ ທີ່ຖືກແຕ່ງຕັ້ງ ໃຫ້ເບິ່ງແຍງ ການຄຸ້ມຄອງ ໄພພິບັດ ເພື່ອຊ່ວຍ ນາຍົກລັດຖະມົນຕີ.ອົງການໃໝ່ນີ້ ຈະມີສິດອຳນາດ ໃນການໃຫ້ຄຳແນະນຳແກ່ ກະຊວງ ແລະ ອົງການອື່ນໆ ໂດຍໜ່ວຍງານຫລົ່ານັ້ນ ມີໜ້າທີ່ຕ້ອງ ປະຕິ ບັດ ຕາມຄຳແນະນຳດັ່ງກ່າວ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top