ຂປລ
ຂປລ. ເມື່ອມໍ່ໆມານີ້, ເມືອງວຽງໄຊ ແຂວງຫົວພັນ ໄດ້ຈັດບຸນປະເພນີຊົນເຜົ່າ ແລະ ເທສະການດອກຊາກຸຣະ ປະຈຳປີ 2025 ໂດຍມີ ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງໆຫົວພັນ, ມີບັນດາການນຳແຂວງ, ພະນັກງານລັດຖະກອນ ແລະ ປະຊາຊົນບັນດາເຜົ່າອ້ອມຂ້າງເມືອງວຽງໄຊເຂົ້າຮ່ວມຢ່າງຄຶກຄື້ນ.

ຂປລ. ເມື່ອມໍ່ໆມານີ້, ເມືອງວຽງໄຊ ແຂວງຫົວພັນ ໄດ້ຈັດບຸນປະເພນີຊົນເຜົ່າ ແລະ ເທສະການດອກຊາກຸຣະ ປະຈຳປີ 2025 ໂດຍມີ ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງໆຫົວພັນ, ມີບັນດາການນຳແຂວງ, ພະນັກງານລັດຖະກອນ ແລະ ປະຊາຊົນບັນດາເຜົ່າອ້ອມຂ້າງເມືອງວຽງໄຊເຂົ້າຮ່ວມຢ່າງຄຶກຄື້ນ.
ບຸນປະເພນີຊົນເຜົ່າ ແລະ ເທສະການດອກຊາກຸຣະ ຈັດຂຶ້ນເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນບຸນສໍາຄັນຕ່າງໆຂອງພັກ, ຂອງຊາດ ໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ, ທັງເປັນການອະນຸລັກສົ່ງເສີມວັດທະນາທໍາ, ຮີດຄອງປະເພນີອັນດີງາມ ຂອງຊາດ ຂອງແຕ່ລະເຜົ່າ ໃຫ້ມີຄວາມຍືນຍົງ. ພ້ອມນັ້ນ, ຍັງເປັນການເຕົ້າໂຮມຄວາມສາມັກຄີ ບັນ ດາເຜົ່າໃນທົ່ວເມືອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ທັງເປັນການສົ່ງເສີມວຽກງານທ່ອງທ່ຽວ ຢູ່ເມືອງວຽງໄຊ ໃຫ້ກວ້າງຂວາງ, ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມ ຕາມສະຖານທີ່ທ່ອງທ່ຽວຢູ່ເມືອງວຽງໄຊ ໃຫ້ນັບມື້ຫລາຍຂຶ້ນ, ສ້າງເງື່ອນໄຂໃຫ້ນັກທຸລະກິດ, ພໍ່ຄ້າຊາວຂາຍ ປະຊາຊົນບັນດາເຜົ່າ ໄດ້ມີໂອກາດນໍາເອົາສິນຄ້າປະເພດຕ່າງໆມາວາງສະແດງແລກປ່ຽນຊື້-ຂາຍ ເຮັດໃຫ້ເມືອງມີລາຍຮັບເພີ່ມຂຶ້ນເລື້ອຍໆ. ພ້ອມນັ້ນ,ໃນງານຍັງປະກອບມີບັນດາກິດຈະກຳການແຂ່ງຂັນກິລາພື້ນເມືອງ ເປັນຕົ້ນ ກິລາໝາກແລ້, ໝາກຂ່າງ, ບານສົ່ງຍິງ-ຊາຍ, ກິລາຍິງໜ້າເກັກ, ຮັບຊົມສິລະປະ-ວັນນະຄະດີ ໂດຍສະເພາະບົດຟ້ອນ, ຮ້ອງເພັງ, ຂັບລໍາທ້ອງຖິ່ນ, ຕີຄ້ອງ, ຕີກອງ ແລະ ກິດຈະກໍາໂຍ່ນ
ໝາກຄອນ, ພິທີການສູ່ຂວັນຂອງ 5 ເຜົ່າໃນທົ່ວເມືອງ. ນອກນັ້ນ, ຍັງມີການວາງສະແດງສິນຄ້າພື້ນເມືອງ, ນິທັດສະ ການທ່ຽວຊົມດອກຊາກຸຣະ ຢູ່ສວນມິດຕະພາບ ລາວ-ຍີ່ປຸ່ນ, ທ່ຽວຊົມເຂດອະນຸສອນສະຖານ ເມືອງວຽງໄຊ ແລະ ສະ ຖານທີ່ທ່ອງທ່ຽວຕ່າງໆຕື່ມອີກ.

ພ້ອມດຽວກັນນີ້, ທ່ານ ຄຳແພງ ໄຊສົມແພງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າທົ່ວເມືອງວຽງໄຊ ຍາດມາໄດ້ໃນໄລຍະຜ່ານມາພ້ອມທັງຮຽກຮ້ອງໃຫ້ທຸກພາສ່ວນສືບຕໍ່ເສີມສ້າງຜົນງານໃຫ້ຍິ່ງໃຫຍ່ຂຶ້ນເລື້ອຍໆ ໂດຍສະເພາະຮັບປະກັນທາງດ້ານການເມືອງ, ຄວາມສະຫງົບສຸກທົ່ວປວງຊົນ, ຄວາມສາມັກຄີບັນດາເຜົ່າ, ພ້ອມກັນປົກປັກຮັກສາວັດທະນະທຳ-ຮີດຄອງປະເພນີອັນດີງາມຂອງຊາດ ກໍຄືຂອງເມືອງ, ຂອງເຜົ່າ ໄວ້ໃຫ້ຍືນຍົງຄຽງຄູ່ກັບຊາວເມືອງວຽງໄຊ ດິນແດນປະຫວັດສາດ ໄວ້ຕະຫລອດກາລະນານ, ພ້ອມກັນສ້າງສາພັດທະນາ ເມືອງວຽງໄຊ ໃຫ້ພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ຂ່າວ-ພາບໂດຍ: ໄອແກ້ວ
KPL