ລາຄາແຮ່ທາດເງິນ ເພີ່ມສູງຂຶ້ນເຖິງ 75 ໂດລາສະຫະລັດຕໍ່ອອນ ເປັນຄັ້ງທຳອິດ

26/12/2025 15:58
ຂປລ ລາຄາ ແຮ່ທາດເງິນ ເພີ່ມສູງຂຶ້ນເຖິງ 75,15 ໂດລາສະຫະລັດຕໍ່ອອນ ໃນໄລຍະໜຶ່ງ ຂອງການຊື້-ຂາຍ ທີ່ຕະຫລາດ ອາຊີ ຖືວ່າ ເປັນການເພີ່ມຂຶ້ນ ເປັນຄັ້ງທຳອິດ.

ຂປລ.ຕາມຂ່າວຈາກ ນະຄອນຫລວງ ໂຕກ່ຽວ,ວັນທີ26ທັນວານີ້, ລາຄາ ແຮ່ທາດເງິນ ເພີ່ມສູງຂຶ້ນເຖິງ 75,15 ໂດລາສະຫະລັດຕໍ່ອອນ ໃນໄລຍະໜຶ່ງ ຂອງການຊື້-ຂາຍ ທີ່ຕະຫລາດ ອາຊີ ຖືວ່າ ເປັນການເພີ່ມຂຶ້ນ ເປັນຄັ້ງທຳອິດ. ປັດໄຈສຳຄັນ ທີ່ຊຸກຍູ້ ການເພີ່ມຂຶ້ນ ຂອງ ລາຄາແຮ່ທາດເງິນ ແມ່ນການປະສົມປະສານ ຂອງຄວາມຕ້ອງການ ອຸດສາຫະກໍາ ທີ່ເຂັ້ມແຂງ ແລະ ການຊື້ ທີ່ປອດໄພ ທ່າມກາງ ຄວາມເຄັ່ງຕຶງ ທາງພູມິສາດການເມືອງ ທີ່ຍັງສືບຕໍ່ຢູ່ໃນຫລາຍພາກພື້ນ, ເຊັ່ນດຽວກັນກັບ ຄວາມຄາດຫວັງ ຂອງນະໂຍບາຍການເງິນ ຂອງສະຫະລັດ ອາເມລິກາ ທີ່ມີທ່າອ່ຽງ ຜ່ອນຄາຍ ຫລາຍຂຶ້ນໃນປີ 2026.ນັບຕັ້ງ ແຕ່ຕົ້ນປີນີ້ ຈົນຖິງປັດຈຸບັນ ລາຄາແຮ່ທາດງິນ ພີ່ມສູງຂຶ້ນຫລາຍກວ່າ 133% ໂດຍລາຄາ ໃນໄລຍະຕົ້ນປີ ຍັງຄົງຄື່ນໄຫວ ຢູ່ທີ່ ລະຫວ່າງ 28-30 ໂດລາສະຫະລັດ ຕໍ່ອອນ ທີ່ລາຄາ ເຄື່ອນໄຫວ ຢູ່ທີ່ປະມານ 2-30ໂດລາສະຫະລັດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top