ຄູອາສາ ພູມໃຈທີ່ໄດ້ເປັນສ່ວນໜຶ່ງຂອງພັກ-ລັດ

24/12/2025 13:59
ຂປລ ຂປລ. ເປັນອີກຄວາມພາກພູມໃຈ ຂອງຄູອາສາ ທີ່ໄດ້ຮັບການບັນຈຸເຂົ້າເປັນລັດຖະກອນໃໝ່ ຢູ່ແຂວງອັດຕະປື ໃນປີ 2025 ນີ້ ເຊິ່ງເປັນເຫດການທີ່ສຳຄັນໜຶ່ງ ທີ່ໄດ້ຢັ້ງຢືນເຖິງຄວາມອົດທົນ, ຄວາມພະຍາຍາມ ແລະ ຄວາມມັກຮັກໃນອາຊີບຂອງຄູ ເຊິ່ງໃນປີ 2025 ແຂວງອັດຕະປື

ຂປລ.  ເປັນອີກຄວາມພາກພູມໃຈ ຂອງຄູອາສາ ທີ່ໄດ້ຮັບການບັນຈຸເຂົ້າເປັນລັດຖະກອນໃໝ່ ຢູ່ແຂວງອັດຕະປື ໃນປີ 2025 ນີ້ ເຊິ່ງເປັນເຫດການທີ່ສຳຄັນໜຶ່ງ ທີ່ໄດ້ຢັ້ງຢືນເຖິງຄວາມອົດທົນ, ຄວາມພະຍາຍາມ ແລະ ຄວາມມັກຮັກໃນອາຊີບຂອງຄູ ເຊິ່ງໃນປີ 2025 ແຂວງອັດຕະປື ກໍຄືພະແນກສຶກສາທິການ ແລະ ກິລາແຂວງ ໄດ້ບັນຈຸຄູອາສາຕາມໂກຕ້າ ທີ່ກະຊວງສຶກສາທິການ ແລະ ກິລາ ຈັດສັນໃຫ້ໃນຈຳນວນ 20 ຄົນ. ໜຶ່ງໃນນັ້ນ ຄູ ກຸກກີ້ ສີປະເສີດ ອາຍຸ 26 ປີ ຊົນເຜົ່າລາວ ບ້ານຝັ່ງແດງ ເມືອງໄຊເສດຖາ ແຂວງ ອັດຕະປື ເປັນຄູລັດຖະກອນໃໝ່ ໂຮງຮຽນ ອະນຸບານ ບ້ານຝັ່ງແດງ ເມືອງໄຊເສດຖາ ໄດ້ສະແດງຄວາມພາກພູມໃຈ ທີ່ອົງການຈັດຕັ້ງພັກ-ລັດ ໄດ້ຮັບເອົາຕົນເອງເປັນລັດຖະກອນໃໝ່ ແລະ ພ້ອມທີ່ຈະປະຕິບັດໜ້າທີ່ສຸດຄວາມສາມາດຂອງຕົນ. ພາຍຫລັງທີ່ໄດ້ຮຽນຈົບສາຍຄູອະນຸບານ 12+4 ໃນປີ 2023 ກໍໄດ້ ສະໝັກເປັນຄູອາສາຢູ່ໂຮງຮຽນ ອະນຸບານ ບ້ານຝັ່ງແດງ ໄດ້ຕັ້ງໜ້າປະຕິບັດໜ້າທີ່ ເປັນຄູສອນຢ່າງຕັ້ງໃຈ ຕະຫລອດມາ ເຖິງແມ່ນວ່າເປັນຄູສອນເດັກ ຈະຫຍຸ້ງຍາກພຽງໃດກໍຕາມ ແຕ່ຍ້ອນຄວາມມັກຮັກໃນອາຊີບ ບວກກັບພັກ-ລັດໃຫ້ຂໍ້ສະດວກຢ່າງຫລວງຫລາຍ ໂດຍສະເພາະ ມີປຶ້ມຕຳລາຄົບຕາມໜ່ວຍການສອນ ແລະ ຄູ່ມື ໃນການຜະລິດສື່ການຮຽນ-ການສອນ ແລະ ມີອຸປະກອນຮັບໃຊ້ການຮຽນ-ການສອນ ແລະ ອຳນວຍການ ພ້ອມດ້ວຍຄູໃນໂຮງຮຽນ ໃຫ້ການຮ່ວມມື ແລະ ຊ່ວຍເຫລືອແນະນຳ ໃຫ້ກຳລັງໃຈທີ່ດີ.

ຄູ ກຸກກີ້ ສີປະເສີດ ຍັງກ່າວຕື່ມວ່າ: ນອກຈາກຈະມັກຮັກໃນອາຊີບຄູແລ້ວ ກໍແມ່ນກຳລັງໃຈທີ່ດີ ຂອງຄອບຄົວທີ່ ຊຸກຍູ້ສົ່ງເສີມໃຫ້ຄວາມສະດວກ ໂດຍສະເພາະ ສະໜັບສະໜູນດ້ານເວລາ: ສະລະເວລາວຽກຄອບຄົວ ເພື່ອຈັດຕັ້ງປະຕິບັດການສິດສອນ ແລະ ການສະໜັບສະໜູນດ້ານຈິດໃຈ ໂດຍການໃຫ້ກຳລັງໃຈ ແລະ ເຂົ້າໃຈຕໍ່ພາລະໜ້າທີ່ ຂອງການສຶກສາ, ພ້ອມແລ້ວທີ່ຈະເປັນກຳລັງແຮງໜຶ່ງ ໃນການພັດທະນາຊັບພະຍາກອນມະນຸດ ກາຍເປັນຄູ ທີ່ສ້າງຄົນ, ສ້າງປັນຍາ ແລະ ສ້າງອະນາຄົດ ແລະ ຈະປະຕິບັດໜ້າທີ່ຢ່າງສຸດຄວາມສາມາດ ເທົ່າທີ່ຕົນຈະເຮັດໄດ້.

ຕະຫລອດໄລຍະຜ່ານມາ, ຄະນະພັກ, ຄະນະພະແນກ ສຶກສາທິການ ແລະ ກິລາແຂວງໄດ້ເອົາໃຈໃສ່ແກ້ບັນຫາການຄາດແຄນຄູສອນ ໂດຍໄດ້ມີການປະສານສົມທົບກັບກະຊວງສຶກສາທິການ ແລະ ກິລາ ກ່ຽວກັບບັນຫາການແກ້ໄຂຄູອາສາ ທີ່ສອນມາໄດ້ຫລາຍປີແຕ່ບໍ່ໄດ້ຮັບການບັນຈຸເຂົ້າເປັນລັດຖະກອນ ເຊິ່ງໃນປີ 2025 ນີ້ທາງພະແນກສຶກສາທິການ ແລະ ກິລາແຂວງ ໄດ້ໂກຕ້າລັດຖະກອນຄູອາສາ ທັງໝົດ 20 ໂກຕ້າຖືວ່າຄົບຕາມຈໍານວນຄູອາສາໃນທົ່ວແຂວງ, ສໍາລັບຂັ້ນຕອນ, ວິທີການຮັບ ແລະບັນຈຸຄູອາສາ ເພື່ອເຂົ້າເປັນລັດຖະກອນໃໝ່ ໃນຄັ້ງນີ້ແມ່ນປະຕິບັດຕາມຄໍາແນະນໍາຂອງກະຊວງສຶກສາທິການ ແລະ ກິລາ ຢ່າງເຄັ່ງຄັດໂດຍບໍ່ຜ່ານການສອບເສັງ ເພາະບັນດາຄູອາສາຈໍານວນດັ່ງກ່າວແມ່ນຜ່ານການສອບເສັງມາກ່ອນຫລາຍຄັ້ງແລ້ວ.

KPL

ຂ່າວອື່ນໆ

ads
ads

Top