ຣັດເຊຍ ເລັ່ງສ້າງສະຖານີພະລັງງານເທິງດວງຈັນພາຍໃນປີ 2036

26/12/2025 14:04
ຂປລ ຣັດເຊຍ ມີແຜນດຳເນີນການກໍ່ສ້າງ ສະຖານີພະລັງງານ ເທິງດວງຈັນພາຍໃນປີ 2036 ຊຶ່ງເປັນສ່ວນໜຶ່ງຂອງ ການສຳຫລວດດວງຈັນ ໄລຍະຍາວຂອງ ຣັດເຊຍ.

ຂປລ. ສຳນັກຂ່າວ ອິໂຟເຄວສ: ໂຣສໂຄສໂມສ (Roscosmos) ອົງການອາວະກາດຂອງ ຣັດເຊຍ ລາຍງານວ່າ: ຣັດເຊຍ ມີແຜນດຳເນີນການກໍ່ສ້າງ ສະຖານີພະລັງງານ ເທິງ ດວງຈັນພາຍໃນປີ 2036 ຊຶ່ງເປັນສ່ວນໜຶ່ງຂອງ ການສຳຫລວດດວງຈັນ ໄລຍະຍາວຂອງ ຣັດເຊຍ.

ໂດຍອົງການໄດ້ລົງນາມ ສັນຍາຮ່ວມກັບສະມາຄົມລາໂວສກິນ (Lavochkin Association)  ຊຶ່ງເປັນອົງກອນດ້ານການບິນ ແລະ ອາວະກາດຂອງ ຣັດເຊຍ ໃນເດືອນທັນວາ ເພື່ອດຳເນີນງານ ໃນໂຄງການນີ້ ຊຶ່ງຄວບຄຸມຕັ້ງແຕ່ ຂັ້ນຕອນການພັດທະນາ ຍານອາວະກາດທົດລອງ ລະບົບພາກພື້ນດິນ, ການທົດລອງຖ້ຽວບິນ ແລະ ການຕິດຕັ້ງ ພື້ນຖານ ໂຄງລ່າງ ເທິງພາກພື້ນດວງຈັນ.

ສະຖານີພະລັງງານ ເທິງດວງຈັນແຫ່ງນີ້ ຈະເຮັດໜ້າທີ່ ເປັນແຫລ່ງພະລັງງານໄລຍະຍາວ ໃຫ້ແກ່ໂຄງການດວງຈັນຕ່າງໆ ຂອງຣັດເຊຍເຊັ່ນ: ຍານສຳຫລວດດວງຈັນ ແລະ ຫໍດູດາວ, ຕະຫລອດຈົນ ສະໜັບສະໜູນ ພື້ນຖານໂຄງລ່າງຂອງສະຖານິວິໄຈ ດວງຈັນນານາຊາດ (ILRS) ຊຶ່ງລວມໄປເຖິງ ສິ່ງອຳນວຍຄວາມສະດວກຕ່າງໆ ຂອງກຸ່ມພັນທະມິດຕ່າງປະເທດ ອີກ ດ້ວຍ.

KPL

ຂ່າວອື່ນໆ

ads
ads

Top