ສ.ອາເມລິກາ ໂຈະການເກັບພາສີນໍາເຂົ້າຊິບຈາກ ຈີນ ຈົນເຖິງເດືອນມິຖຸນາ 2027

26/12/2025 14:04
ຂປລ ຢຸດການບັງຄັບໃຊ້ພາສີເພີ່ມເຕີມ ຕໍ່ການນໍາເຂົ້າ ເຊມິຄອນດັກເຕີຈາກຈີນ ອອກໄປຈົນເຖິງ ເດືອນມິຖຸນາ 2027.

ຂປລ. ສຳນັກຂ່າວ ອິນໂຟເຄວສ: ສຳນັກງານຜູ້ແທນການຄ້າ ສ.ອາເມລິກາ ເປີດເຜີຍວ່າ: ຢຸດການບັງຄັບໃຊ້ພາສີເພີ່ມເຕີມ ຕໍ່ການນໍາເຂົ້າ ເຊມິຄອນດັກເຕີຈາກຈີນ ອອກໄປຈົນເຖິງ ເດືອນມິຖຸນາ 2027. ການປະກາດດັ່ງກ່າວ ມີຂຶ້ນຫລັງຈາກ ສຳນັກງານ ຜູ້ແທນການຄ້າ ສ.ອາເມລິກາ ສະຫລຸບຜົນການສອບສວນ ດ້ານການຄ້າທີ່ ດຳເນີນການມາເປັນເວລາ 1 ປີ ທ່າມກາງສັນຍານ ຄວາມເຄັ່ງຕຶງລະຫວ່າງ ສ.ອາເມລິກາ ແລະ ຈີນ ທີ່ຜ່ອນຄາຍລົງ.

ໂດຍລະດັບພາສີ ທີ່ເພີ່ມເຕີມໃນໄລຍະທຳອິດ ຈະຍັງຄົງຢູ່ທີ 0% ເປັນເວລາ 18 ເດືອນ. ຕາມການປະກາດຂອງ ລັດຖະບານກາງ ການປັບຂຶ້ນພາສີ ຈະມີຜົນໃນວັນທີ 23 ມິຖຸນາ 2027 ໂດຍຈະມີການປະກາດ ອັດຕາພາສີລ່ວງໜ້າຢ່າງໜ້ອຍ 30 ວັນ.

KPL

ຂ່າວອື່ນໆ

ads
ads

Top