ຂປລ
ທ່ານ ສຸພອນ ມະຍັມ ໄຊຄັງກອນ, ລັດຖະມົນຕີ ການຕ່າງປະເທດ ອິນເດຍ ກ່າວລະຫວ່າງການຢ້ຽມຢາມ ສີລັງກາ , ລັດຖະບານ ອິນເດຍ ໃຫ້ຄຳໝັ້ນຄວາມຊ່ວຍເຫລືອ ດ້ານມະນຸດສະທຳມູນຄ່າ 450 ລ້ານໂດລາສະຫະລັດ
ຂປລ. ສຳນັກຂ່າວ ເອເອຟພີ ລາຍງານຈາກນະຄອນຫລວງ ໂກລົມໂບ ປະເທດ ສີລັງກາ ເມື່ອບໍ່ດົນມານີ້ວ່າ: ທ່ານ ສຸພອນ ມະຍັມ ໄຊຄັງກອນ, ລັດຖະມົນຕີ ການຕ່າງປະເທດ ອິນເດຍ ກ່າວລະຫວ່າງການຢ້ຽມຢາມ ສີລັງກາ , ລັດຖະບານ ອິນເດຍ ໃຫ້ຄຳໝັ້ນຄວາມຊ່ວຍເຫລືອ ດ້ານມະນຸດສະທຳມູນຄ່າ 450 ລ້ານໂດລາສະຫະລັດ, ເພື່ອຊ່ວຍ ສີລັງກາ ຟື້ນຟູຄວາມເສຍຫາຍ ຮ້າຍແຮງທີ່ເກີດຈາກພາຍຸໄຊໂຄລນ ດິຕວາ ທີ່ເຮັດໃຫ້ມີ ຜູ້ເສຍຊີວິດ ຫລາຍກວ່າ 640 ຄົນ ເມື່ອເດືອນ ພະຈິກທີ່ຜ່ານມາ ຊຶ່ງເປັນຜົນມາຈາກນໍ້າຖ້ວມ ແລະ ດິນເຈື່ອນ.
ຂະນະດຽວກັນ ພາຍຸລູກດັ່ງກ່າວ ຍັງສ້າງຄວາມເສຍຫາຍປະມານ 4.000 ລ້ານໂດລາ ສະຫະລັດ ໃຫ້ກັບເສດຖະກິດ ສີລັງກາ (ຕາມຂໍ້ມູນທະນາຄານໂລກ (ເວີນແບງ)) ຫລື ທຽບເທົ່າ 4% ຂອງລວມຍອດຜະລິດຕະພັນພາຍໃນປະເທດ (ຈີດີພີ).
ທັງນີ້ ບ້ວງເງິນ 350 ລ້ານໂດລາສະຫະລັດ ຈະຢູ່ໃນຮູບແບບຂອງວົງເງິນ ສິນເຊື່ອນະໂຍບາຍ, ສ່ວນອີກ 100 ລ້ານໂດລາສະຫະລັດ ຈະຢູ່ໃນຮູບແບບຂອງ ເງິນຊ່ວຍເຫລືອ.
KPL