ຂປລ
ຂປລ. ຕາມການລາຍງານຂອງທ່ານ ຄໍາຜຸຍ ສີບຸນເຮືອງ ຮອງປະທານຄະນະກໍາມະການປົກຄອງ ແຂວງສະຫວັນນະເຂດ ຕໍ່ກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງ ຊຸດທີ 4 ສະໄໝສາມັນເທື່ອທີ 10 ເມື່ອມໍ່ໆມານີ້ວ່າ: ຜົນສຳເລັດການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ 5 ປີຜ່ານມາ (2021-2025)

ຂປລ. ຕາມການລາຍງານຂອງທ່ານ ຄໍາຜຸຍ ສີບຸນເຮືອງ ຮອງປະທານຄະນະກໍາມະການປົກຄອງ ແຂວງສະຫວັນນະເຂດ ຕໍ່ກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງ ຊຸດທີ 4 ສະໄໝສາມັນເທື່ອທີ 10 ເມື່ອມໍ່ໆມານີ້ວ່າ: ຜົນສຳເລັດການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ 5 ປີຜ່ານມາ (2021-2025) ລວມມີ 5 ວຽກຈຸດສຸມດັ່ງນີ້:
ວຽກຈຸດສຸມທີ 1. ການສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ເພື່ອສ້າງຖານລາຍຮັບທີ່ເຂັ້ມແຂງ-ຍືນຍົງ (ຫັນປ່ຽນໄປສູ່ສັງຄົມການຜະລິດ) ປະກອບມີ 21 ຄາດໝາຍ, ປະຕິບັດໄດ້ 20 ຄາດໝາຍ ແລະ 1 ຄາດໝາຍ ບໍ່ສາມາດຈັດຕັ້ງປະຕິບັດໄດ້ຄື: (ຫລຸດລາຄາຫົວໜ່ວຍໄຟຟ້າກຸ່ມຜະລິດກະສິກຳ) ຂະຫຍາຍຂ່າຍໄຟຟ້າເຂົ້າສູ່ເຂດການຜະລິດໄດ້ທັງໝົດ 4 ໂຄງການ, ມູນຄ່າ 8,06 ຕື້ກີບ ຄື: ສ້າງຕາໜ່າງໄຟຟ້າເຂົ້າສະຖານີຈັກສູບນ້ຳ ຈຸດສຸມແກ້ງລີ້ນ, ຈຸດສຸມຕັ່ງອາໄລ ເມືອງນອງ; ໄດ້ເອົາໃຈໃສ່ຊຸກຍູ້ການຜະລິດ ແລະ ປຸງແຕ່ງສິນຄ້າ ຕາມທ່າແຮງຂອງແຂວງເຊັ່ນ: ຜະລິດກະສິກໍາທົດແທນການນໍາເຂົ້າ, ຊຸກຍູ້ການຜະລິດກະສິກໍາເປັນສິນຄ້າເພື່ອສົ່ງອອກ, ຄຽງຄູ່ກັນນັ້ນຍັງໄດ້ສົ່ງເສີມຜະລິດຕະພັນ, ປຸງແຕ່ງສິນຄ້າທີ່ມີທ່າແຮງຊົມໃຊ້ພາຍໃນ ແລະ ສົ່ງອອກ, ກໍ່ສ້າງຟື້ນຖານໂຄງລ່າງ ເພື່ອສົ່ງເສີມການຜະລິດ ແລະ ການໃຫ້ບໍລິການ ຕາມແລວທາງເສດຖະກິດພາຍໃນແຂວງ ແລະ ບັນດາເມືອງ ໄດ້ໂດຍພື້ນຖານ; ວຽກຈຸດສຸມທີ 2: ສ້າງຄວາມເຂັ້ມແຂງ ດ້ານການເກັບລາຍຮັບງົບປະມານ ມີ 24 ຄາດໝາຍ, ຈັດຕັ້ງປະຕິບັດໄດ້ 24 ຄາດໝາຍ, ຜ່ານການຈັດຕັ້ງປະຕິບັດມີຜົນສໍາເລັດ ຄື: ສຳເລັດການຂະຫຍາຍຖານລາຍຮັບເຂົ້າລະບົບ (Tax Ris) 14 ເມືອງ ແລະ ນະຄອນໄກສອນ ພົມວິຫານ, ມີຫົວໜ່ວຍຈຸນລະວິສາຫະກິດ, ມີລາຍຮັບທຸລະກິດປະຈໍາປີ ແຕ່ 50 ລ້ານກີບ ຫາ 400 ລ້ານກີບ/ປີ) 4.904 ຫົວໜ່ວຍ,ໃນນີ້ ນອນຢູ່ໃນລະບົບອາກອນມູນຄ່າເພີ່ມ 640 ຫົວໜ່ວຍ ກວມເອົາ 13%, ຍັງຄ້າງ 4.264 ຫົວໜ່ວຍ; ວຽກຈຸດສຸມທີ 3: ສົ່ງເສີມການປະຢັດ, ຕ້ານການຟູມເຟືອຍ, ຍົກສູງປະສິດທິຜົນການລົງທຶນ-ລາຍຈ່າຍງົບປະມານ ແລະ ການແກ້ໄຂໜີ້ສິນ, ມີ 11 ຄາດໝາຍ, ປະຕິບັດໄດ້ 11 ຄາດໝາຍ, ຜ່ານການຈັດຕັ້ງປະຕິບັດມີຜົນສໍາເລັດ ຄື: ໄດ້ສຸມໃສ່ແກ້ໄຂໜີ້ສິນໂຄງການລົງທຶນຂອງລັດເປັນໂຄງການແກ່ຍາວມາຫລາຍປີ ແຕ່ປີ 2002 ມາຮອດປັດຈຸບັນສາມາດປິດບັນຊີໂຄງການແຕ່ປີ 2012 ຄືນຫລັງໄດ້ 302 ໂຄງການ, ເປັນເງິນ 817 ຕື້ກີບ; ສະເໜີສະພາພິຈາລະນາໂຈະບັນດາໂຄງການສຳປະທານ ບໍ່ປະຕິບັດສັນຍາແກ່ຍາວມາຫລາຍປີ ຈໍານວນ 11 ໂຄງ ການ, ສະເພາະປີ 2025 ຈໍານວນ 2 ໂຄງການ; ວຽກຈຸດສຸມທີ 4: ສ້າງສະຖຽນລະພາບດ້ານເງິນຕາ ມີ 6 ຄາດໝາຍ, ຈັດຕັ້ງປະຕິບັດ 6 ຄາດໝາຍ. ຜ່ານການຈັດຕັ້ງປະຕິບັດມີຜົນສໍາເລັດ ຄື:ສົມທົບກັບລັດຖະບານຮ່ວມກັບຄະນະສະເພາະກິດຂອງແຂວງເອົາໃຈໃສ່ກວດກາຮ້ານແລກປ່ຽນເງິນຕາ ຄຸ້ມຄອງການເໜັງຕີງຂອງເງິນໃນເກນຄວບຄຸມຂອງລັດຖະບານວາງອອກ. ໄດ້ອະນຸມັດປ່ອຍກູ້ໃຫ້ບັນດາຫົວໜ່ວຍທຸລະກິດ SME ໃນປີ 2025 ຈໍານວນ 77 ໜ່ວຍ, ເປັນເງິນ 126,15 ຕື້ກີບ;ໄດ້ສົ່ງເສີມສິນ ຄ້າພາຍໃນ ແລະ ໄດ້ກາໝາຍໂອດັອບ (ODOP) ຈຳນວນ 3 ຫົວໜ່ວຍ ມີ 24 ຜະລິດຕະພັນ; ວຽກຈຸດສຸມທີ 5: ຍົກສູງປະສິດທິພາບ ການຄຸ້ມຄອງລັດດ້ວຍກົດໝາຍ, ມີ 2 ຄາດໝາຍ, ຈັດຕັ້ງປະຕິບັດ 2 ຄາດໝາຍ, ຜ່ານການຈັດຕັ້ງປະຕິບັດມີຜົນສໍາເລັດ ຄື:ໄດ້ສໍາເລັດຄົ້ນຄວ້າປັບປຸງພາລະບົດບາດ, ໜ້າທີ່, ຂອບເຂດ, ສິດ ຂັ້ນພະແນກການທົ່ວແຂວງ ໄດ້ທັງໝົດ 32 ພະແນກການ, ເທົ່າກັບ (100%) ແລະ ຂັ້ນເມືອງສຳເລັດ 100%;ໄດ້ຊຸກຍູ້ໃຫ້ບັນດາພະແນກການກໍານົດລະບຽບການບໍລິການເອກະສານຜ່ານປະຕູດຽວ 14 ເມືອງ, ນະຄອນ ປະຈຸບັນສຳເລັດ 2 ຈຸດ ຄື:ນະຄອນໄກສອນ ແລະ ເຂດເສດຖະກິດສະຫວັນ-ເຊໂນ
(ແຫລ່ງຂໍ້ມູນຈາກສະຫວັນນະເຂດ)
KPL