ຂປລ
ສູນສົ່ງດາວທຽມຊີ່ຊ່າງ, ສປ ຈີນ ໄດ້ສົ່ງດາວທຽມ ທົດສອບ ດ້ານເຕັກໂນໂລຊີ ການສື່ສານເລກ 22 ຂຶ້ນສູ່ ອະວະກາດ ດ້ວຍຈະ ຫລວດສົ່ງຍານ ຊາງເຈີ່ງ 3B ດາວທຽມໄດ້ເຂົ້າສູ່ວົງໂຄຈອນ ທີ່ກຳນົດໄວ້ ຢ່າງສະດວກ ແລະ ເຮັດໃຫ້ພາລະກິດ ການຍິງສົ່ງຄັ້ງນີ້ ໄດ້ປະສົບຜົນສຳເລັດ ຢ່າງຈົບງາມ.
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 9 ທັນວານີ້, ສູນສົ່ງດາວທຽມຊີ່ຊ່າງ, ສປ ຈີນ ໄດ້ສົ່ງດາວທຽມ ທົດສອບ ດ້ານເຕັກໂນໂລຊີ ການສື່ສານເລກ 22 ຂຶ້ນສູ່ ອະວະກາດ ດ້ວຍຈະ ຫລວດສົ່ງຍານ ຊາງເຈີ່ງ 3B ດາວທຽມໄດ້ເຂົ້າສູ່ວົງໂຄຈອນ ທີ່ກຳນົດໄວ້ ຢ່າງສະດວກ ແລະ ເຮັດໃຫ້ພາລະກິດ ການຍິງສົ່ງຄັ້ງນີ້ ໄດ້ປະສົບຜົນສຳເລັດ ຢ່າງຈົບງາມ. ດາວທຽມ ທົດສອບເຕັກໂນໂລຊີ ການ ສື່ສານ ເລກ 22 ຕົ້ນຕໍ ຈະນຳໃຊ້ເຂົ້າ ໃນການບໍລິການຕ່າງໆເຊັ່ນ: ການສື່ສານຜ່ານດາວທຽມ, ວິທະຍຸໂທລະພາບ, ການສົ່ງຂໍ້ມູນ ແລະ ອື່ນໆ, ພ້ອມທັງ ຈະດຳເນີນການທົດລອງ ແລະ ກວດສອບດ້ານ ເຕັກໂນໂລຊີ ອື່ນໆທີ່ກ່ຽວຂ້ອງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL