ຂປລ
ເນື່ອງໃນໂອກາດຄົບຮອບ 4 ປີທີ່ເກີດການປະທະກັນລະຫວ່າງ ຣັດເຊຍ-ອູແກຣນ (24/2/2022- 24/2/2026), ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາມະຕິປະຫວັດສາດໂດຍຮຽກຮ້ອງໃຫ້ສ້າງຕັ້ງ
ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ເນື່ອງໃນໂອກາດຄົບຮອບ 4 ປີທີ່ເກີດການປະທະກັນ ລະຫວ່າງ ຣັດເຊຍ-ອູແກຣນ (24/2/2022- 24/2/2026), ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາ ມະຕິປະຫວັດສາດໂດຍຮຽກຮ້ອງ ໃຫ້ສ້າງຕັ້ງ “ຄຳສັ່ງຢຸດຍິງໃນທັນທີ ແລະ ບໍ່ມີເງື່ອນໄຂ” ພ້ອມກັບ “ພື້ນຖານສັນຕິພາບຮອບດ້ານ, ຍຸຕິທຳ ແລະ ຍາວນານ”.
ຢູ່ວາລະກອງປະຊຸມພິເສດ ສຸກເສີນຄັ້ງທີ 11, ວັນທີ 24 ກຸມພາ, ມະຕິໂດຍອູແກຣນ ແລະບາງປະເທດເອີຣົບ ໜູນຊ່ວຍໄດ້ຮັບຮອງເອົາ ດ້ວຍຈຳນວນບັດສະໜັບສະໜູນ 107 ບັດ, ບັດຄ້ານ 12 ບັດ ແລະ ບັດຂາວ 51 ບັດ. ຣັດເຊຍ ປ່ອນບັດຄ້ານ, ໃນຂະນະທີ່ ສ.ອາເມລິກາແມ່ນໜຶ່ງໃນບັນດາປະເທດປ່ອນບັດຂາວ.
ທ່ານເລຂາທິການໃຫຍ່ ສປຊ ອັນໂຕນິໂອ ກູເຕີເຣັສ (Antonio Guterres)ກ່າວຄຳເຫັນ ໃນໂອກາດນີ້ ໂດຍໄດ້ເລັ່ງໃຫ້ບັນດາ ນັກການທູດນຳໃຊ້ ທຸກເຄື່ອງມື ອຸປະກອນ ເພື່ອມຸ່ງໄປເຖິງ ການຢຸດຕິການປະທະກັນດັ່ງກ່າວ./.
KPL