ຂປລ. ເມື່ອບໍ່ດົນມານີ້, ກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ (ຮສສ) ຮ່ວມກັບອົງການ ອຸຍນີເຊັບ ປະຈຳ ສປປ ລາວ ຈັດ ກອງປະຊຸມທາບທາມແຜນແມ່ບົດ ລະບົບຄຸ້ມຄອງຂໍ້ມູນຄົນພິການ ແຫ່ງຊາດ (DMIS) ເພື່ອສ້າງຖານ ຂໍ້ມູນດີຈິຕອນທີ່ທັນສະໄໝ ແລະ ເປັນເອກະພາບໃນທົ່ວປະເທດ. ໂອກາດນີ້, ທ່ານ ນາງ ແກ້ວ ຈັນທະວິໄຊຮອງລັດຖະມົນຕີກະຊວງ ຮສສ, ທັງເປັນຮອງປະທານຜູ້ປະ ຈຳການຄະນະກຳມະການເພື່ອຄົນ ພິການຂັ້ນສູນກາງ ໄດ້ຍົກໃຫ້ເຫັນຂໍ້ ຈຳກັດໃນປັດຈຸບັນ, ຂໍ້ມູນຄົນພິການ ທີ່ຜ່ານມາແມ່ນອີງໃສ່ພຽງໂຕເລກ ສະຖິຕິພື້ນຖານຈາກການສຳຫລວດ ພົນລະເມືອງ ແລະ ໂຄງການຍ່ອຍ ຕ່າງໆ ຊຶ່ງຍັງຂາດການເຊື່ອມໂຍງ ກັນຢ່າງເປັນລະບົບ ແລະ ວິໄສ ທັດໃໝ່ ກະຊວງ ຮສສ ຈຶ່ງໄດ້ເປັນ ເຈົ້າການສ້າງແຜນແມ່ບົດ DMIS ເພື່ອພັດທະນາຖານຂໍ້ມູນໃຫ້ມີ ຄວາມຄົບຖ້ວນ, ຊັດເຈນ ແລະ ເປັນ ມາດຕະຖານແຫ່ງຊາດໃນຮູບແບບ ດີຈິຕອນ. ການເຊື່ອມໂຍງລະບົບນີ້, ຈະກຳນົດຄວາມຮັບຜິດຊອບຂອງ ແຕ່ລະຂະແໜງການໃນການປ້ອນ ຂໍ້ມູນຢ່າງເປັນປົກກະຕິ ເພື່ອໃຫ້ສາ ມາດເຊື່ອມໂຍງກັບຖານຂໍ້ມູນອື່ນໆ ໄດ້ຢ່າງມີປະສິດທິພາບ. 3I'cI, 9u c7,0v';P'9a o gxu f.sh [= ]y dko1j k'gxa omk'dko l6 olt4y 8y csj '-kf 8h v'xa [x5 ' ]t[v[c[[czodkozt]y flt4y 8y ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 3 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 03.03.2026 ປີທີ 25 ສະບັບທີ 6.388 8A '|h kza o0tspkpzq oleg]a fdv'xt-5 ,.spj z6 h cmomq j ;xtgmf 7A 'mu XII 0v'ra d .sh dkpgxa o9y 'K ]h P'la fc[[xtlq ,xtlko,u dew]g4y ' 2 8N d;j kdu [ ]a f4t[ko9tl6h -q oltg|u ,= ]tfq d ;a fmtotmes]kpxtgrfg0Q kgxa o,= ]tfq d3]d lr- xtdkf]kp-nj z6h wfh Ia [g]n vd8A ' gxa olt,k-y dltrkcsj '-kf -5 fmu X ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ທ່ານ ສັນຕິພາບ ພົມວິຫານ ທ່ານ ນາງ ສູນທອນ ໄຊຍະຈັກ dt-;'lkmk]totl5 d ,v[;Pd'koxtda ol5 0trk[ .o]t[q [xtda ola '7q , ,k0B oda [dt-;' Ill ອ່ານຕໍ່ໜ້າ 4 37'dko,y f8trk[ ]k;{9u o lqj 'glu ,oa dlb dlk]k;wxlb dlk8xt]y opk3m16j lx 9u o ຂປລ. ພິທີລົງນາມບົດບັນທຶກ ການມອບ-ຮັບວຽກງານປະກັນ ສຸຂະພາບໃນລະບົບປະກັນສັງຄົມ ລະຫວ່າງກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ກະຊວງສາທາລະນະສຸກ ໃນ ວັນທີ2 ມີນາ 2026 ໂດຍການຮ່ວມ ມືລົງນາມລະຫວ່າງທ່ານ ໂພໄຊ ໄຊຍະສອນ, ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການ ຂປລ. ຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີ ອອກແຈ້ງການ ກ່ຽວກັບການກຳນົດວັນພັກທາງ ລັດຖະການ ແລະ ວັນພັກຊົດເຊີຍ ປະຈຳປີ2026 ເພື່ອໃຫ້ມີຄວາມເປັນ ເອກະພາບໃນຂອບເຂດທົ່ວປະເທດ ແລະ ເປັນບ່ອນອີງໃນການສ້າງ ແຜນເຄື່ອນໄຫວວຽກງານຂອງ ບັນດາກະຊວງ, ອົງການຕ່າງໆ ຂອງສູນກາງ ແລະ ທ້ອງຖິ່ນ. ການກຳນົດວັນພັກທາງລັດຖະ ການ ແລະ ວັນພັກຊົດເຊີຍ ປະຈໍາປີ 2026 ປະກອບມີ: ວັນທີ 1 ມັງກອນ 2026 ພັກວັນປີໃໝ່ສາກົນ (ກົງກັບ ວັນພະຫັດ); ວັນທີ 8 ມີນາ 2026 ພັກວັນແມ່ຍິງສາກົນ, ແຕ່ເນື່ອງ ຈາກວ່າວັນທີ 8 ມີນາ 2026 ກົງ ກັບມື້ວັນພັກປະຈຳອາທິດ (ວັນ ອາທິດ) ຈຶ່ງກຳນົດເອົາວັນທີ 9 ມີນາ 2026 (ກົງກັບວັນຈັນ) ເປັນ ວັນພັກຊົດເຊີຍວັນແມ່ຍິງສາກົນ; ຂປລ. ໃນໂອກາດເຂົ້າຮ່ວມ ກອງປະຊຸມສະຫລຸບວຽກງານສະ ຖິຕິແຫ່ງຊາດ ປະຈໍາປີ 2025 ແລະ ທິດທາງແຜນການປີ 2026 ໃນທ້າຍອາທິດຜ່ານມາ, ທ່ານ ຂປລ. ໃນໄລຍະ 5 ປີຕໍ່ໜ້າ (2026-2030) ລັດຖະບານ ແຫ່ງ ສປປ ລາວ ຈະສູ້ຊົນສະເໜີ ມໍລະດົກວັດທະນະທໍານາມມະທໍາ “ລາບ, ພິທີສູ່ຂວັນ, ປູ່ເຍີ-ຍ່າເຍີ, ບຸນ ປີໃໝ່ລາວ, ເຂົ້າຕົ້ມ-ເຂົ້າຫລາມ” deoq f;a ora dmk']a f4tdko c]t ;a ora d-q fg-u p xt9exu 2026 4tcs]'dko0v'37lq ddt-;'dko8j k'xtgmf 8da [lt4kotdko7;k,I5 ocI'16j 8kg;a ovvddk' ຂປລ. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕິດຕາມ ຢ່າງໃກ້ຊິດ ແລະ ມີຄວາມເປັນຫ່ວງຢ່າງຍິ່ງຕໍ່ເຫດການຄວາມ ຮຸນແຮງທີ່ກໍາລັງເກີດຂຶ້ນຢູ່ຕາເວັນອອກກາງໃນປັດຈຸບັນ ຊຶ່ງມີຄວາມ ສ່ຽງຕໍ່ການຂະຫຍາຍເປັນວົງກວ້າງທີ່ໄດ້ສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນຢ່າງຫລວງຫລາຍ, ລວມທັງຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງພາຍໃນພາກພື້ນ ແລະ ໃນໂລກ. ສປປ ລາວ ຮຽກຮ້ອງ ໃຫ້ທຸກຝ່າຍທີ່ກ່ຽວຂ້ອງເພີ່ມທະວີຄວາມອົດທົນອົດກັ້ນ, ຢຸດຕິທຸກການ ກະທຳທີ່ຮຸນແຮງ ແລະ ພ້ອມກັນແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ, ບົນ ພື້ນຖານການເຄົາລົບກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ. + ເຂົ້າເປັນມໍລະດົກວັດທະນະທໍາຂອງ ມວນມະນຸດ ແລະ ສູ້ຊົນສະເໜີມໍລະ ດົກອຸທິຍານແຫ່ງຊາດນາກາຍ-ນໍ້າ ເທີນ, ເສົາຫີນຕັ້ງແຂວງຫົວພັນ ແລະ ທາດອີງຮັງ ເປັນມໍລະດົກໂລກ ຈາກອົງການອຸຍແນັສໂກ. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ຮູ້ໃນ ໂອກາດເຜີຍແຜ່ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປິຄັ້ງທີ X (2026-2030) ເມື່ອບໍ່ດົນນີ້ ກ່ຽວກັບຄາດໝາຍດ້ານວັດທະນະ ທຳ-ສັງຄົມ ໂດຍຈະສູ້ຊົນສະເໜີ ມໍລະດົກວັດທະນະທໍານາມມະທໍາ “ລາບ, ພິທີສູ່ຂວັນ, ປູ່ເຍີ-ຍ່າເຍີ, ບຸນ ປີໃໝ່ລາວ, ເຂົ້າຕົ້ມ-ເຂົ້າຫລາມ” ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ໄດ້ເນັ້ນໃຫ້ສູນ ສະຖິຕິແຫ່ງຊາດ ປັບປຸງລະບອບ ແບບແຜນການຜະລິດສະຖິຕິຍູ້ແຮງ ການນໍາໃຊ້ເຄື່ອງມືທັນສະໄໝ ແລະ ເຊື່ອມໂຍງຖານຂໍ້ມູນໃນທົ່ວລະບົບ ສະຖິຕິແຫ່ງຊາດ, ສ້າງນະວັດຕະ ກຳໃໝ່ຂໍ້ມູນ-ຂ່າວສານສະຖິຕິໃຫ້ ສາມາດສັງລວມຂໍ້ມູນໂລ່ງລ່ຽນ, ບຸກທະລຸລາຍງານຂໍ້ມູນ-ຂ່າວສານ ໃຫ້ລັດຖະບານທັນເວລາຕາມທິດ “ຫັນເປັນລັດຖະບານດີຈິຕອນ”, ທຸກພາກສ່ວນຕ້ອງຮ່ວມກັນຄົ້ນຄວ້າ ສ້າງຄວາມເປັນເອກະພາບດ້ານ ຂໍ້ມູນ-ຂ່າວສານສະຖິຕິໃຫ້ສາມາດ ຂປລ. ໃນວັນທີ 2 ມີນາ 2026 ຢູ່ສະພາແຫ່ງຊາດ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານ ສະພາແຫ່ງຊາດ, ຜູ້ປະຈຳການ, ຄະນະປະຈຳການຄະນະກຳມະ ການເລືອກຕັ້ງລະດັບຊາດ, ຮອງ ສັງຄົມ ແລະ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງ ສາທາລະນະສຸກ. ທັງນີ້ ກໍເພື່ອຍົກ ລະດັບການຄຸ້ມຄອງສຸຂະພາບໃຫ້ ເປັນເອກະພາບ ຊຶ່ງການຫັນປ່ຽນ ຄັ້ງນີ້ ຖືເປັນບາດກ້າວບຸກທະລຸ ໃນການປະຕິຮູບລະບົບສະຫວັດດີ ການສັງຄົມຂອງ ສປປ ລາວ ຈະ ຊ່ວຍໃຫ້ການບໍລິຫານຈັດການງົບ ປະມານ ແລະ ການບໍລິການດ້ານ ການແພດມີຄວາມກົມກຽວກັນ ຫລາຍຂຶ້ນແນໃສ່ເຮັດໃຫ້ປະຊາຊົນ ແລະ ຜູ້ອອກແຮງງານໄດ້ຮັບການ ເບິ່ງແຍງສຸຂະພາບທີ່ມີຄຸນນະພາບ ແລະ ຍຸຕິທຳ. ການມອບ-ຮັບໃນຄັ້ງນີ້ ແມ່ນ + mk[mk,czoc,j [q f]t[q [ 75h ,7v'0= ,6 o7q ory dkocsj '-kf h ຫົວໜ້າອະນຸກຳມະການໂຄງ ປະກອບ ແລະ ບຸກຄະລາກອນ ໄດ້ຖະແຫລງຂ່າວແຈ້ງການຂອງ ຄະນະກຳມະການເລືອກຕັ້ງລະດັບ ຊາດ ກ່ຽວກັບລາຍຊື່ຜູ້ໄດ້ຮັບເລືອກ ຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ຢູ່ເຂດເລືອກຕັ້ງຕ່າງໆໃນ ຂອບເຂດທົ່ວປະເທດ ໂດຍຜູ້ໄດ້ຮັບ ການເລືອກຕັ້ງເປັນສະມາຊິກສະພາ ແຫ່ງຊາດ ທັງໝົດ 175 ທ່ານ, ຍິງ 52 ທ່ານ (ກວມເອົາ 29,71% ຂອງສະມາຊິກສະພາແຫ່ງຊາດ), ຈາກສູນກາງ 51 ທ່ານ, ຍິງ 14 ທ່ານ, ຈາກທ້ອງຖິ່ນ 124 ທ່ານ, ຍິງ 38 ທ່ານ ແລະ ສສຊ ຊຸດທີ IX ສືບ ຕໍ່ສະໝັກໄດ້32ທ່ານ, ຍິງ14ທ່ານ,
gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 03/03/2026 xtgmf]k; ສພຊ ປະກາດລາຍຊື່... ສູນສະຖິຕິແຫ່ງຊາດ... ລັດຖະບານຈະສູ້ຊົນສະເໜີ... ເຂົ້າເປັນມໍລະດົກວັດທະນະທໍາຂອງ ມວນມະນຸດ ແລະ ສູ້ຊົນສະເໜີມໍລະ ດົກອຸທິຍານແຫ່ງຊາດນາກາຍ-ນໍ້າ ເທີນ, ເສົາຫີນຕັ້ງແຂວງຫົວພັນ ແລະ ທາດອີງຮັງ ເປັນມໍລະດົກ ໂລກ ຈາກອົງການອຸຍແນັສໂກ. ພ້ອມນີ້, ຈະສູ້ຊົນເຮັດໃຫ້ອັດຕາ ເຂົ້າຮຽນຂອງເດັກອາຍຸ 5 ປີ ບັນລຸ ໄດ້ 90%, ອັດຕາປະລະການຮຽນ ຂອງນັກຮຽນຊັ້ນມັດທະຍົມຕອນ ຕົ້ນບໍ່ໃຫ້ເກີນ 8%; ຈໍານວນນັກ ສຶກສາທີ່ຮຽນຈົບອາຊີວະສຶກສາ ແລະ ອົບຮົມວິຊາຊີບ ຕາມຫລັກສູດ ທາງການໃຫ້ບັນລຸ 50.000 ຄົນ; ສູ້ຊົນເຮັດໃຫ້ອັດຕາການຕາຍຂອງ ເດັກນ້ອຍເກີດໃໝ່ ໃຫ້ຕໍ່າກວ່າ 10/1.000 ຄົນເດັກ ນ້ອຍເກີດ ມີຊີວິດ; ອັດຕາການຕາຍຂອງ ເດັກນ້ອຍລຸ່ມ 5 ປີ ໃຫ້ຕໍ່າກວ່າ 25/1.000 ຄົນເດັກນ້ອຍເກີດມີ ຊີວິດ; ສູ້ຊົນພັດທະນາສີມືແຮງງານ ໃຫ້ໄດ້ 650.000 ຄົນ ແລະ ການ ຈັດຫາວຽກເຮັດງານທໍາເຂົ້າສູ່ ຕະຫລາດແຮງງານພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ 411.000 ຄົນ; ສູ້ຊົນເຮັດໃຫ້ອັດຕາຄວາມ ທຸກຍາກຫລຸດລົງຍັງເຫລືອໜຶ່ງຕົວ ເລກ; ສ້າງຄອບຄົວພົ້ນທຸກໃຫ້ໄດ້ ຫລາຍກວ່າ 100.000 ຄອບຄົວ; ຫລຸດຜ່ອນອັດຕາເດັກນ້ອຍລຸ່ມ 5 ປີ ທີ່ຂາດສານອາຫານກະທັນຫັນ (ຈ່ອຍຜອມ) ໃຫ້ຍັງເຫລືອ 5% ຂອງປະຊາກອນເປົ້າໝາຍ; ຄາດ ໝາຍດ້ານສິ່ງແວດລ້ອມ ຈະສູ້ຊົນ ເຮັດໃຫ້ເນື້ອທີ່ປົກຫຸ້ມປ່າໄມ້ບັນລຸ ລາຍງານຂໍ້ມູນໄດ້ປະຈັກຕາຂຶ້ນ, ນໍາໃຊ້ລະບົບແຜນທີ່ສະແດງໃຫ້ເຫັນ ເຂດທຸກຍາກທີ່ລັດຖະບານຕ້ອງເອົາ ໃຈໃສ່, ພ້ອມນີ້, ໃຫ້ສູນສະຖິຕິແຫ່ງຊາດ ເປັນເຈົ້າການປະສານສົມທົບກັບ ກົມເຕັກໂນໂລຊີຂໍ້ມູນຂ່າວສານ, ຂະແໜງການ ແລະ ບັນດາກົມ ພາຍໃນກະຊວງການເງິນ ຄົ້ນຄວ້າ ລະບົບສັງຮວມຂໍ້ມູນທັນສະໄໝ ແລະ ລວມສູນຖານຂໍ້ມູນສະຖິຕິ ແຫ່ງຊາດ ຕາມທິດທາງລວມຂອງ ຈາກລັດວິສາຫະກິດ 1 ທ່ານ, ຍິງ 1 ທ່ານ, ຈາກທຸລະກິດພາກເອກະຊົນ 2 ທ່ານ, ຍິງ 1 ທ່ານ. ພ້ອມນີ້, ຊົນເຜົ່າຂອງຜູ້ໄດ້ຮັບການເລືອກຕັ້ງ ແຍກຕາມ 4 ໝວດພາສາຄື: ລາວໄຕ ມີ 148 ທ່ານ, ຍິງ 43 ທ່ານ, ມອນ-ຂະແມ ມີ 19 ທ່ານ, ຍິງ 6 ທ່ານ, ມົ້ງ-ອິວມຽນ ມີ 7 ທ່ານ, ຍິງ 3 ທ່ານ ແລະ ຈີນ-ຕີເບດ ມີ 1 ທ່ານ. ໂດຍອີງຕາມມາດຕາ 11 ຂອງ ກົດໝາຍວ່າດ້ວຍການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ສະບັບ ເລກທີ 58/ສພຊ, ລົງວັນທີ 28 ມິຖຸນາ 2024; ອີງຕາມລັດຖະ ດຳລັດ ຂອງປະທານປະເທດ ສະບັບ ເລກທີ 338/ປປທ, ລົງວັນທີ 30 ທັນວາ 2025 ວ່າດ້ວຍການປະ ກາດຈໍານວນຜູ້ສະໝັກຮັບເລືອກ ຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນ ແຂວງ ຊຸດທີ V; ອີງຕາມຜົນການ ປ່ອນບັດເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ຊຸດທີ X ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃນວັນທີ 22 ກຸມພາ 2026. ຄະນະ ກຳມະການເລືອກຕັ້ງລະດັບຊາດ ປະກາດລາຍຊື່ຜູ້ທີ່ໄດ້ຮັບການເລືອກ ຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ຢູ່ເຂດເລືອກຕັ້ງຕ່າງໆໃນ ຂອບເຂດທົ່ວປະເທດ ຊຶ່ງມີລາຍ ລະອຽດດັ່ງນີ້: ເຂດເລືອກຕັ້ງທີ 1 ນະຄອນ ຫລວງວຽງຈັນ ຈໍານວນ 19 ທ່ານ, ຍິງ 6 ທ່ານ ປະກອບມີ: ທ່ານ ໄຊສົມພອນ ພົມວິຫານ, ທ່ານ ອາດສະພັງທອງ ສີພັນດອນ, ທ່ານ ທະນົງໄຊ ຄຸດໄພທູນ, ທ່ານ ໄຊນະຄອນ ອິນທະວົງ, ທ່ານ ນາງ ວິໄຊ ສຣິດທິຣາດ, ທ່ານ ນາງ ດາລານີ ພົມມະວົງສາ, ທ່ານ ຕຸດາວັນ ໜໍ່ເມືອງເສດ, ທ່ານ ນະຄະເສນ ສີຫາລາດ, ທ່ານ ທະນົງສິດ ເມືອງຈັນ, ທ່ານ ສອນໄຊ ສີສົມພັນ, ທ່ານ ສີວຽງທອງ ສໍພ າ ບມີ ໄ ຊ , ທ່າ ນ ໄ ພທູນ ທ່ຽງລະໄມ, ທ່ານ ນາງ ກັນທິນາ ບ້ານອິນຫວນ, ທ່ານ ສົມບັດ ຈັນທະມາດ, ທ່ານ ນາງ ຄໍາແຫວນ ສິງບັນດິດ, ທ່ານ ສົມສະຫວາດ ກົມໄຊຊະນະ, ທ່ານ ພັທ ນາດ ເທບພະວົງ, ທ່ານ ນາງ ບົວລະພັນ ທິລະສັກ, ທ່ານ ນາງ ຈໍາປາທອງ ທະລົງແສງຈັນ. ເຂດເລືອກຕັ້ງທີ 2 ແຂວງຜົ້ງ ສາລີ ຈໍານວນ 7 ທ່ານ, ຍິງ 1 ທ່ານ ປະກອບມີ: ທ່ານ ພົຕ ສົມພອນ ມິດຕະພອນ, ທ່ານ ພົ.ວ ສຸລິນພອນ ຄໍາພະຈັນ,ທ່ານສົມຈິດຫັບລະກອນ, ທ່ານ ຈິດຕະພອນ ເມກດາລາ, ທ່ານ ກໍລະກັນ ພົມມະວົງ, ທ່ານ ນາງ ຈັນມະນີ ດວງພາສຸກ, ທ່ານ ຄໍາພັນ ຄຸນສົມບັດ. ເຂດເລືອກຕັ້ງທີ3ແຂວງຫລວງ ນໍ້າທາ ຈໍານວນ 7 ທ່ານ, ຍິງ 3 ທ່ານ ປະກອບມີ: ທ່ານ ນາງ ອຳໄພ ວອນ ລ້ອມບຸນແພງ, ທ່ານ ພົທ ຄໍາ ກິ່ງ ຜຸຍຫລ້າມະນີວົງ, ທ່ານ ກົງເພັດ ແກ້ວບົວພາ, ທ່ານ ນາງ ເກສອນ ແສງຍະວົງ, ທ່ານ ຈັນທະສຸລິນ ໝັ້ນປະດິດ,ທ່ານນາງປານິດາເຮືອງ ແພງອ່ອນ, ທ່ານ ພັອ ພອນແກ້ວ ພົງແສນຫລວງ. ເຂດເລືອກຕັ້ງທີ 4 ແຂວງ ອຸດົມໄຊ ຈໍານວນ 8 ທ່ານ, ຍິງ 4 ທ່ານ ປະກອບມີ: ທ່ານ ບຸນຄົງ ຫລ້າຈຽມພອນ, ທ່ານ ນາງ ວິລະວອນ ພັນທະວົງ, ທ່ານ ແກ້ວຈະເລີນ ເຊ່ຍຢັ້ງຢ່າງ, ທ່ານ ນາງ ຄໍາໝັ້ນ ແກ້ວບຸນຫວນ, ທ່ານ ນາງ ສິດທິວອນ ຫົງສາຄອນ, ທ່ານ ນາງ ມະນີຈຸ ຢາຈົງວາ, ທ່ານ ຄອນສີ ໄຊຍະມອນ, ທ່ານ ພັທ ແກ້ວວິເສດ ລູກສອນນ້ອຍ. ເຂດເລືອກຕັ້ງທີ 5 ແຂວງບໍ່ ແກ້ວ ຈໍານວນ 7 ທ່ານ, ຍິງ 3 ທ່ານ ປະກອບມີ: ທ່ານ ພົ.ວ ແປ້ນຄໍາ ບຸດຈັນແພງ, ທ່ານ ນາງ ທຸມມາລີ ວົງພະຈັນ,ທ່ານດາລີວັນພູສະຫວັນ, ທ່ານ ພົ.ວ ຄໍາແຝງ ວັນດີໄຊ, ທ່ານ ນາງ ບົວຄົມ ຂານສຸວົງ, ທ່ານ ນາງ ສີອຳໄພ ໂສລະຖິ, ທ່ານ ພັອ ຄໍາແດງ ວັນນະສິດ. ເຂດເລືອກຕັ້ງທີ 6 ແຂວງ ຫລວງພະບາງ ຈໍານວນ 10 ທ່ານ, ຍິງ 3 ທ່ານ ປະກອບມີ: ທ່ານ ໄພວີ ສີບົວລິພາ, ທ່ານບຸນເລື່ອມມະນີວົງ, ທ່ານ ສໍານານ ສົນທະນີ, ທ່ານ ສົມພອນ ສີອຸດົມພັນ, ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ, ທ່ານ ສົມມາລີ ຄໍາເກັ່ງ, ທ່ານ ນາງ ບົວສອນ ໄຊຍະໄຊ, ທ່ານ ນາງ ຈັນດີ ເຢັງວົງ, ທ່ານ ສຸລິໄຊ ຫົງສາຄອນ, ທ່ານ ພັ.ອ ວິລະສິນ ມິດຕະພອນ. ເຂດເລືອກຕັ້ງທີ 7 ແຂວງໄຊ ຍະບູລີ ຈໍານວນ 9 ທ່ານ, ຍິງ 3 ທ່ານ ປະກອບມີ: ທ່ານ ເພັງນິລັນ ຄໍາພັນເພັງ, ທ່ານ ມີໄຊ ພົມເຂ, ທ່ານ ພົຕ ໄພວັນ ຈັນທະພົມມາ, ທ່ານ ນາງ ໄກຍະສອນ ສິດາ, ທ່ານ ກາວີ ເກດດົມລິ, ທ່ານ ນາງ ວັນນາ ພົມວິສອນ, ທ່ານ ນາງ ແສງມະນີ ຢາທໍ່ຕູ້, ທ່ານ ແວວເພັດ ສີບຸນມາ, ທ່ານ ຄໍາແສນ ສິສະວົງ. ເຂດເລືອກຕັ້ງທີ 8 ແຂວງຫົວ ພັນ ຈໍານວນ 7 ທ່ານ, ຍິງ 3 ທ່ານ ປະກອບມີ: ທ່ານພຸດພັນແກ້ວວົງໄຊ, ທ່ານ ນາງ ສວຍເພັດ ທອງສົມບັດ, ທ່ານ ນາງ ພອງທໍາ ທຳມະທອງ, ທ່ານ ໄຈເພັດ ເຮືອງຖາວອນ, ທ່ານ ໄຊຍະແສງ ຊົງຢົງຢາ, ທ່ານ ແສງສຸວັນ ວົງຄໍາ, ທ່ານ ພັອ ນາງ ພວງທອງ ສຸຍະວົງ. ເຂດເລືອກຕັ້ງທີ 9 ແຂວງຊຽງ ຂວາງ ຈໍານວນ 7 ທ່ານ, ຍິງ 3 ທ່ານ ປະກອບມີຄື: ທ່ານ ກິແກ້ວ ໄຂຄຳພິທູນ,ທ່ານພູວົງອຸ່ນຄໍາແສນ, ທ່ານ ນາງ ສົມພອນ ໂສພິລາວັນ, ທ່ານ ນາງ ສາຍພູເງິນ ອຸດົມສຸກ, ທ່ານ ສອນເພັດ ລາພະທອງ, ທ່ານ ນາງ ກິ່ງແກ້ວ ພົມມະຈັກ, ທ່ານ ພັ.ອ ປິ່ນແກ້ວ ປະອິນພອນ. ເຂດເລືອກຕັ້ງທີ 10 ແຂວງ ວຽງຈັນ ຈໍານວນ 10 ທ່ານ, ຍິງ 4 ທ່ານ ປະກອບມີ: ທ່ານ ທອງສະລິດ ມັງໜໍ່ເມກ, ທ່ານ ພູທະນູເພັດ ໄຊສົມບັດ, ທ່ານ ອິນທະປັນຍາ ຂຽວວົງພະຈັນ, ທ່ານ ສີທົນ ແສງພະຈັນ, ທ່ານ ນາງ ເພັດສະໝອນ ສອນ, ທ່ານ ນາງ ຈັນທະຄອນ ສີອຳພອນ, ທ່ານ ນາງ ວົງເດືອນ ວັດຕະໂສ, ທ່ານ ນາງ ວັນເພັງ ພັນທະນາໄລ, ທ່ານ ສີສະໄຫວ ແກ້ວດາລາວິນ, ທ່ານ ພັທ ບຸນນໍາ ຈັນທອງສີ. ເຂດເລືອກຕັ້ງທີ 11 ແຂວງບໍ ລິຄໍາໄຊ ຈຳນວນ 7 ທ່ານ, ຍິງ 1 ທ່ານ ປະກອບມີ: ທ່ານ ກອງແກ້ວ ໄຊສົງຄາມ, ທ່ານ ສອນທະນູ ທຳມະວົງ, ທ່ານ ໄຊອຳພອນ ສີຫາວົງ, ທ່ານ ນາງ ຂັນທອງ ພັນທະຈັກ, ທ່ານ ສາຍທອງ ພົມມະວົງ, ທ່ານ ໄຊຍະເພັດ ຈັນທິສອນ, ທ່ານ ພັທ ຈອນ ອຸດລາຍັນ. ເຂດເລືອກຕັ້ງທີ 12 ແຂວງ ຄໍາມ່ວນ ຈໍານວນ 10 ທ່ານ, ຍິງ 2 ທ່ານ ປະກອບມີ: ທ່ານ ໂພໄຊ ໄຊຍະສອນ, ທ່ານ ໄຊຊະນະ ໂຄດພູທອນ, ທ່ານ ແກ້ວອຸດອນ ບຸດສິງຂອນ , ທ່ານ ພູທອນ ວໍລ ະ ເ ພັ ດ , ທ່ າ ນ ສ າ ຍ ຄໍ າ ພະໄຊສິດທິເດດ, ທ່ານ ນາງ ສຸກຂະເສີມ ສິດທິເດດ, ທ່ານ ທອງ ເ ພັດ ຜຸຍຍະວົງ , ທ່ານ ໄພມະນີ ພົມມະສານ, ທ່ານ ສົມວິໄຊ ວົງທິລາດ, ທ່ານ ນາງ ກ້ອນແກ້ວ ຫລວງໄຊມຸງຄຸນ. ເຂດເລືອກຕັ້ງທີ 13 ແຂວງ ສະຫວັນນະເຂດ ຈໍານວນ 21 ທ່ານ, ຍິງ 4 ທ່ານ ປະກອບມີ: ທ່ານ ນາງ ສູນທອນ ໄຊຍະຈັກ, ທ່ານ ບຸນໂຈມ ອຸບົນປະ ເ ສີດ , ທ່ານ ໂພໄຊ ໄຂຄຳພິທູນ, ທ່ານ ໄຊລືຊາ ອິນສີ ຊຽງໃໝ່, ທ່ານ ແສນສັກ ສຸລິສັກ, ທ່ານ ພອນສານ ວິໄລເມັ້ງ, ທ່ານ ອາຄົມ ປຣະເສີດ, ທ່ານ ແສນສັກ ພົມວົງສາ, ທ່ານ ສາລີ ວິນລາວັນ, ທ່ານ ພູລຳພອນ ສີຫາວົງ, ທ່ານ ສີສະຫວາດ ເພັງທະລັງສີ, ທ່ານ ໄຊຍະເດດ ຜຸຍຍະວົງ, ທ່ານ ຈັນທະລາ ພາມີສິດ, ທ່ານ ຄໍາຜອງ ສົມວິຈິດ, ທ່ານ ນາງ ມະໄລທອງ ທຳມະຕິກາ , ທ່ານ ສຸນັນທາ ຈຸນລະມະນີ, ທ່ານນາງ ບົວສະຫວັນ ລຸຍບົວທອງ, ທ່ານ ໄຊປັນຍາ ພົມວິຫານ, ທ່ານ ສົມບູນ ສີຫານາດ, ທ່ານ ນາງ ຫົງຄໍາ ໄຊຍະຄົມ, ທ່ານ ສິດທິໄຊ ໄຊຍະວົງ. ເຂດເລືອກຕັ້ງທີ 14 ແຂວງ ສາລະວັນ ຈໍານວນ 10 ທ່ານ, ຍິງ 2 ທ່ານ ປະກອບມີ: ທ່ານ ວິໄລວົງ ບຸດດາຄໍາ, ທ່ານ ດາວວົງ ພອນ ແກ້ວ, ທ່ານ ບຸນທັນ ບຸນວິໄລ, ທ່ານ ຈັນສະໝອນ ພົມມະແສງ, ທ່ານ ຈັນສິລອນ ສີສົມບູນ, ທ່ານ ນາງ ວາດສະໜາ ໂພໄຊຍະວົງ, ທ່ານ ບຸນເຕີ້ຍ ດວງສຸລິຍະວົງສາ, ທ່ານ ເພັດລາ ທັນທະວົງສາ, ທ່ານ ນາງ ຄໍາພໍ ສິລິພະຈັນ, ທ່ານ ສົມພອນ ແສງສຸລິຈັນ. ເຂດເລືອກຕັ້ງທີ 15 ແຂວງ ຈຳປາສັກ ຈຳນວນ 15 ທ່ານ, ຍິງ 4 ທ່ານ ປະກອບມີ: ທ່ານ ສອນໄຊ ສີພັນດອນ, ທ່ານ ອາລຸນໄຊ ສູນນະລາດ, ທ່ານ ນາງ ມີນາ ສີວິໄລ, ທ່ານ ແກ້ວລັດຕະນະ ສີຫາວົງ, ທ່ານ ໄພວັນ ແກ້ວປະເສີດ, ທ່ານ ນາງ ພອນເພັດ ອຸ່ນແກ້ວ, ທ່ານ ສິງຄໍາ ວົງພະຈັນ, ທ່ານ ວັນນະສັກ ຊາດຕະກຸນ, ທ່ານ ບຸນຍະເດດ ທອງສະຫວັນ, ທ່ານ ອະນຸສັກ ຈັນທະປະເສີດ, ທ່ານ ພູວົງ ອະໄພ, ທ່ານ ພົ.ວ ແສງທອງ ທຳມະເທວາ, ທ່ານ ນາງ ປານຄໍາ ຂະຫຍອງເອກ, ທ່ານ ນາງ ບຸນສຸວັນ ໂພໄຊຊະນະສັກ, ທ່ານ ທິບພະສອນ ສະມາເລິກ. ເຂດເລືອກຕັ້ງທີ 16 ແຂວງ ເຊກອງ ຈໍານວນ 7 ທ່ານ, ຍິງ 2 ທ່ານ ປະກອບມີ: ທ່ານ ບຸນຈັນ ສີ ວົງພັນ, ທ່ານ ບຸນຫລາຍ ບຸດທີ, ທ່ານ ຈັນທະບູນ ສຸກອາລຸນ, ທ່ານ ຕຸລາວັນ ວົງໄຊ, ທ່ານ ນາງ ຄໍາໄພ ວິລະສານ, ທ່ານ ນາງ ໄຮມະນີ ວົງໜໍ່ແກ້ວ, ທ່ານ ພັ.ອ ຮຽມ ໄຊຍະລາດ. ເຂດເລືອກຕັ້ງທີ 17 ແຂວງ ອັດຕະປື ຈໍານວນ 7 ທ່ານ, ຍິງ 2 ທ່ານ ປະກອບມີ: ທ່ານ ບຸນເຖິງ ດວງສະຫວັນ, ທ່ານ ພົ.ວ ສຸລິໄຊ ພິຈິດ, ທ່ານ ລິດຕາ ຂັດທິຍະ, ທ່ານ ພູວັນ ພົມມະຈັນ, ທ່ານ ນາງ ແສງອາລຸນ ວົງສາທິການ, ທ່ານ ນາງ ອ່ອນໄສ ມຽງລາວັນ, ທ່ານ ພັອ ບຸນເລີດ ແກ້ວພຸດທະວົງ. ເຂດເລືອກຕັ້ງທີ 18 ແຂວງ ໄຊສົມບູນ ຈໍານວນ 7 ທ່ານ, ຍິງ 2 ທ່ານ ປະກອບມີ: ທ່ານ ມອນໄຊ ລາວມົວຊຶ່ງ , ທ່ານ ພອຍຄໍາ ຮຸ່ງບຸນຍວງ, ທ່ານ ນາງ ຄໍາສີ ສິດທິວໍລະດາ , ທ່ານ ຄົວຈັ່ງ ດຣາເຊິ່ງ, ທ່ານ ນາງ ບຸນທະວີ ສິງວິໄລ, ທ່ານ ໂພສີ ເຕັມເມລາດ, ທ່ານ ຄຳເພັດ ດວງມາລາ. ຄະນະກຳມະການເລືອກຕັ້ງ ນະຄອນຫລວງ , ຂັ້ນແຂວງ , ບັນດາອົງການຈັດຕັ້ງພັກ, ລັດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນ ສູນກາງ ຈົ່ງຈັດຕັ້ງຜັນຂະຫຍາຍຜົນ ການເລືອກຕັ້ງຄັ້ງນີ້ ໃຫ້ຮັບຮູ້ຢ່າງ ກວ້າງຂວາງ ແລະ ທົ່ວເຖິງນັບແຕ່ ມື້ໄດ້ຮັບປະກາດແຈ້ງການສະບັບນີ້ ເປັນຕົ້ນໄປ. ຂ່າວ: ວຽງສະຫວັນ ກະຊວງການເງິນ, ຊຸກຍູ້ການນໍາ ໃຊ້ຂໍ້ມູນໃຫ້ມີປະໂຫຍດສູງສຸດ ເພື່ອ ກຳນົດທ່າແຮງບົ່ມຊ້ອນໃນການ ເກັບລາຍຮັບ ແລະ ເພີ່ມປະສິດ ທິພາບລ່າຍຈ່າຍຂອງລັດຖະບານ, ທັງເປັນບ່ອນອີງໃນການສ້າງແຜນ ນະໂຍບາຍຂະແໜງການເງິນໃນ ແຕ່ລະໄລຍະ; ໃຫ້ສືບຕໍ່ເອົາໃຈໃສ່ ສຶກສາອົບຮົມການເມືອງແນວ ຄິດໃຫ້ພະນັກງານຢູ່ໃນຂົງເຂດ ສະຖິຕິໃຫ້ມີຄວາມຈົງຮັກພັກດີ, ມີ ຈັນຍາບັນ, ຮັກອາຊີບ, ເຊີດຊູນໍ້າໃຈ “ຈິດໃຈຮັບຜິດຊອບເປັນເຈົ້າຕົນ ເອງ”, ປະຕິບັດໜ້າທີ່ການເມືອງ ຂອງຕົນດ້ວຍຄວາມອົດທົນເສຍ ສະລະ, ປະຕິບັດລະບຽບຫລັກການ ແລະ ຂໍ້ຫ້າມດ້ານສະຖິຕິຢ່າງເຄັ່ງ ຄັດ, ຫລີກລ່ຽງປະກົດການຫຍໍ້ທໍ້ ຕ່າງໆໃນຂົງເຂດສະຖິຕິ; ປັບປຸງ ກົງຈັກສ້າງຄວາມເຂັ້ມແຂງໃຫ້ແກ່ ຂະແໜງການສະຖິຕິໃຫ້ມີປະສິດທິ ຜົນພາຍຫລັງທີ່ໄດ້ມີການໂຮມສອງ ກະຊວງເຂົ້າກັນ(ໃນຂັ້ນສູນກາງ), ຂັ້ນພະແນກ(ແຂວງ), ຫ້ອງການ (ເມືອງ). ສະນັ້ນ, ຕ້ອງໄດ້ເອົາໃຈ ໃສ່ກຳນົດຄືນຕຳແໜ່ງງານໃຫ້ມີ ຜູ້ຮັບຜິດຊອບວຽກງານສະຖິຕິທີ່ ແນ່ນອນ ແລະ ຮັບປະກັນໃຫ້ມີຜູ້ ເກັບກຳສັງຮວມປົກກະຕິໃນແຕ່ລະ ຂັ້ນ; ຕັ້ງໜ້າຜັນຂະຫຍາຍ, ຈັດຕັ້ງ ປະຕິບັດຍຸດທະສາດພັດທະນາລະ ບົບສະຖິຕິແຫ່ງຊາດ ແລະ ກົດ ໝາຍວ່າດ້ວຍສະຖິຕິໃຫ້ມີປະສິດທິ ຜົນ; ສືບຕໍ່ເພີ່ມທະວີຈັດຕັ້ງຜັນ ຂະຫຍາຍມະຕິຂອງອົງຄະນະພັກ ກະຊວງການເງິນສະໄໝທີ IV, ມະຕິ 04/ກມສພ ວ່າດ້ວຍການສ້າງ ເສດຖະກິດເອກະລາດເປັນເຈົ້າ ຕົນເອງ ແລະ ແຜນງານການຫັນ ເປັນທັນສະໄໝຂະແໜງການເງິນ ເຂົ້າສູ່ວຽກງານສະຖິຕິໃຫ້ປະກົດຜົນ ເປັນຈິງ; ຍົກສູງບົດບາດຂອງຕົນ ເປັນເສນາທິການສັງຮວມຂໍ້ມູນໃຫ້ ຊັດເຈນ, ທັນເວລາ ຕ້ອງສ້າງບຸກ ຄະລາກອນສະຖິຕິທີ່ມີຄຸນນະພາບ, ວິຊາສະເພາະຄວາມຊຳນານງານ ແລະ ຈິດໃຈເປັນເຈົ້າແນໃສ່ສ້າງ ຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງ ສະຖິຕິໃນທົ່ວລະບົບ; ສູນສະຖິຕິ ແຫ່ງຊາດ ຕ້ອງເປັນເຈົ້າການເປັນ ໃຈກາງປະສານງານກຳນົດ ແລະ ສັງຮວມຄາດຄະເນຂໍ້ມູນຕົວຊີ້ ບອກ ເພື່ອຮັບໃຊ້ການຕິດຕາມ, ປະ ເມີນ, ວັດແທກ, ຕີລາຄາຜົນສໍາເລັດ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X(2026-2030), ເປົ້າ ໝາຍການພັດທະນາແບບຍືນຍົງ, ແລະ ບັນດາແຜນງານແຫ່ງຊາດ ອື່ນໆ. ນອກຈາກນັ້ນ, ກໍຕ້ອງຄົ້ນ ຄວ້າການຜະລິດຂໍ້ມູນໄລຍະສັ້ນ ທີ່ສາມາດລາຍງານການເໜັງຕີງ ຂອງເສດຖະກິດໃຫ້ລັດຖະບານ ຫລາຍກວ່າເກົ່າ, ສຶກສາການຄາດ ຄະເນພະຍາກອນໃຫ້ພັກ ແລະ ລັດ ຖະບານສາມາດເບິ່ງເຫັນວິໄສທັດ ກວ້າງໄກໃນອີກ 10-20 ປີ ຕໍ່ໜ້າ. ທ່ານ ສັນຕິພາບ ພົມວິຫານ ຍັງ ໄດ້ເນັ້ນອີກວ່າ: ຕໍ່ກັບວຽກງານ ສໍາຫລວດລະດັບຊາດ, ມອບໃຫ້ ສູນສະຖິຕິແຫ່ງຊາດ ເລັ່ງສໍາເລັດ ການວິໄຈ ແລະ ເຜີຍແຜ່ຜົນການ ສໍາຫລວດພົນລະເມືອງ ແລະ ທີ່ຢູ່ ອາໄສທົ່ວປະເທດ ຄັ້ງທີ V ໂດຍ ໄວໃຫ້ທັນກຳນົດເວລາ, ວິໄຈຂໍ້ມູນ ສະຖິຕິຄວາມທຸກຍາກ ແລະ ບົດ ລາຍງານ ເພື່ອເປັນພື້ນຖານໃນການ ກໍານົດນະໂຍບາຍ ແລະ ຊຸກຍູ້ການ ພັດທະນາເສດຖະກິດ-ສັງຄົມ. ພ້ອມ ນັ້ນ, ກໍຕ້ອງເອົາໃຈໃສ່ກະກຽມ ແລະ ປະຕິບັດການສໍາຫລວດເສດຖະກິດ ທົ່ວປະເທດ ຄັ້ງທີ IV ໃຫ້ສໍາເລັດ ໃນປີນີ້, ເກັບກຳໃຫ້ໄດ້ບັນດາຫົວ ໜ່ວຍວິສາຫະກິດທີ່ເປັນທ່າແຮງ ໃນການຂະຫຍາຍແຫລ່ງລາຍຮັບ ງົບປະມານ, ສໍາຫລວດແຮງງານ ປະຈຳງວດ ແລະ ປະຈຳປີສໍາເລັດ ຕາມແຜນການ. ຂ່າວ: ສົມຫວັງ 70% ຂອງເນື້ອທີ່ດິນທົ່ວປະເທດ; ສູ້ຊົນຂຶ້ນທະບຽນອອກໃບຕາດິນ ຢູ່ນອກເຂດທີ່ດິນປ່າໄມ້ທີ່ຍັງບໍ່ທັນ ສໍາເລັດໃຫ້ໄດ້ 150.000 ຕອນ; ຫລຸດຜ່ອນການປ່ອຍ ແລະ ເພີ່ມ ການດູດຊັບທາດອາຍເຮືອນແກ້ວ ໃຫ້ໄດ້ 60% ທຽບໃສ່ລະດັບການ ປ່ອຍປົກກະຕິ; ຂະຫຍາຍຕາໜ່າງ ສະຖານີອຸຕຸນິຍົມຢູ່ບັນດາເມືອງທີ່ ຍັງບໍ່ທັນມີສະຖານີອຸຕຸນິຍົມໃຫ້ໄດ້ 35 ສະຖານີ; ຂະຫຍາຍຕາໜ່າງ ສະຖານີອຸທົກກະສາດໃນເຂດທີ່ມີ ຄວາມສ່ຽງໄພນໍ້າຖ້ວມໃຫ້ໄດ້ 25 ສະຖານີ. ພ້ອມນີ້, ຄາດໝາຍດ້ານການ ຮ່ວມມື ແລະ ເຊື່ອມໂຍງກັບສາກົນ ສໍາລັບຕາໜ່າງເສັ້ນທາງຫລວງ ແຫ່ງຊາດ ທີ່ເປັນເສັ້ນທາງຫລວງ ອາຊຽນຕາມແລວເສດຖະກິດໄດ້ຮັບ ການກໍ່ສ້າງ ແລະ ປັບປຸງ/ຍົກລະດັບ ໃຫ້ສາມາດຮັບນໍ້າໜັກລົດບັນທຸກ ໄດ້ 11 ໂຕນ/ເພົາ ໃຫ້ໄດ້ 937,5 ກິໂລແມັດ; ຫລຸດຜ່ອນຂອດຂັ້ນ ແລະ ເວລາການນໍາເຂົ້າ-ສົ່ງອອກ ສິນຄ້າໃຫ້ໄດ້ 45% ໃນປີ 2030; ສົ່ງອອກສິນຄ້າພາຍໃຕ້ສິດທິພິເສດ ທາງການຄ້າໃຫ້ກວມ 65% ຂອງ ມູນຄ່າການສົ່ງອອກທັງໝົດ; ດ້ານ ການປົກຄອງ, ການບໍລິຫານລັດ ແລະ ຍຸຕິທຳ ຈະສູ້ຊົນສ້າງແຂວງ ເປັນຫົວໜ່ວຍຍຸດທະສາດໃຫ້ໄດ້ 3 ແຂວງ, ສ້າງເມືອງເປັນຫົວໜ່ວຍ ເຂັ້ມແຂງຮອບດ້ານໃຫ້ໄດ້ 18 ເມືອງ ແລະ ສ້າງຕາແສງໃຫ້ໄດ້ 640 ຕາແສງ; ສູ້ຊົນສ້າງຕັ້ງສູນ ບໍລິການຜ່ານປະຕູດຽວຢ່າງໜ້ອຍ ໃຫ້ໄດ້ 35 ສູນ; ສູ້ຊົນຕັດສິນຄະດີ ອາຍາໃຫ້ໄດ້ 90% ຂຶ້ນໄປ ແລະ ຄະດີແພ່ງ 75% ຂຶ້ນໄປຂອງຄະດີ ທັງໝົດ. ຂ່າວ: ສົມຫວັງ
xts;a f7;k,gxa o,k8Q odegou f0v';a oc,j py 'lkdq o 03/03/2026 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K (ເນື່ອງໃນໂອກາດວັນແມ່ຍິງສາກົນ ຄົບຮອບ 116 ປີ ວັນທີ 8 ມີນາ 1910 - 8 ມີນາ 2026) ບົດສະ§ໜີ ©ດຍ ະນະ ບກ ໂດຍ: ເຂົ້າຈານນ້ຳ ]h P'la fc[[xtlq ,xtlko,u dew]g4y ' 2 8N d;j kdu [ ຂປລ. ການເຮັດອາຊີບຫຍັງ ກໍຕາມ ຖ້າບໍ່ມັກ ບໍ່ຮັກອາຊີບທີ່ພວມ ເຮັດຍ່ອມຫລົ້ມເຫລວ ແລະ ເມື່ອໃດ ຕັ້ງໃຈເຮັດອາຊີບທີ່ເປັນນ້ຳເຫື່ອນ້ຳ ແຮງຂອງຕົນແລ້ວ ຄວາມສຳເລັດ ກໍມາຫາເມື່ອນັ້ນ. ເໝືອນດັ່ງການ ສ້າງເສດຖະກິດຄອບຄົວ ໂດຍການ ລ້ຽງໄກ່ພັນໄຂ່, ລ້ຽງໝູ, ລ້ຽງປາ ແລະ ປູກຢາງພາລາເປັນສິນຄ້າ ຂອງຄອບຄົວ ທ່ານ ແສງແກ້ວ ແຄະພິມມ່ວງ ເຈົ້າຂອງກິດຈະການ ໄຊຍະສອນຟາມ ຢູ່ບ້ານນາໄຊ ເມືອງລ້ອງຊານ ແຂວງໄຊສົມບູນ ຊຶ່ງເດືອນໜຶ່ງໆສ້າງລາຍຮັບກຳໄລ ສຸດທິໄດ້ປະມານ 200 ລ້ານກີບ. ເປັນໂອກາດທີ່ດີ ໂດຍທີມງານ ນັກຂ່າວຈາກກົມສື່ມວນຊົນ, ນັກ ຂ່າວສານປະເທດລາວ, ໂທລະພາບ ແລ້ວ, ແສງແກ້ວ ແຄະພິມມ່ວງ ໄດ້ພາພວກເຮົາໄປເບິ່ງໄກ່ພັນໄຂ່ ໃນຟາມ ຊຶ່ງກໍເຕັມໄປດ້ວຍໄກ່ ຫລາຍພັນໂຕຮ້ອງດັງສະໜັ່ນ, ທັງ ເຕັມໄປດ້ວຍໄຂ່ໄກ່ຕາມແຕ່ລະຮາງ ເຫັນແລ້ວເປັນຕາສະອອນອີ່ຫລີ ແລະ ທີ່ໜ້າສົນໃຈກໍຄືການໄດ້ຮູ້ເຖິງ ຈິດໃຈທີ່ມຸ່ງຫວັງອັນແຮງກ້າຂອງ ຄອບຄົວນີ້“ຄອບຄົວຂ້ອຍໄດ້ລິເລີ່ມ ລ້ຽງໄກ່ພັນໄຂ່ແຕ່ປີ 2007 ໂດຍໃນ ໄລຍະນັ້ນລ້ຽງໄດ້ພຽງ 1.000 ໂຕ, ຈົກໜອງ 1 ໜອງ” ແສງແກ້ວ ເລົ່າ ສູ່ທີມງານນັກຂ່າວພວກເຮົາຟັງ. ຄວາມຈິງແລ້ວໄຂ່ໄກ່ພັນ ຈະມີ ລາຄາ ຫລື ບໍ່ມີລາຄາກໍບໍ່ແມ່ນບັນ ຫາທີ່ໜັກໃຈຂອງຄອບຄົວນີ້, ແຕ່ ເມື່ອມັນມີລາຄາດີກໍບໍ່ລໍຊ້າ ໂດຍ ການລົງທຶນລ້ຽງແບບເປັນຟາມ. ມາຮອດປີ 2008-2009 ເງິນ ກຳໄລທີ່ຂາຍໄຂ່ໄກ່ໃນເບື້ອງຕົ້ນມາ ສ້າງຄອກໄກ່ໃຫ້ຂະຫຍາຍກວ້າງ ອອກຕື່ມອີກໜຶ່ງ ລວມໄກ່ທັງໝົດ ໄລຍະນັ້ນມີ 2.000 ໂຕ ຊຶ່ງຈຳ ນວນໄກ່ດັ່ງກ່າວ ຍັງບໍ່ທັນຕອບສະ ໜອງໄຂ່ໄດ້ຕາມຄວາມຕ້ອງການ ຂອງສັງຄົມ ແລະ ມາໃນປີ 2012 ໄດ້ຂະຫຍາຍຕື່ມ ລວມໄກ່ມີທັງໝົດ 5.000 ໂຕ ແລະ ຈົກໜອງອີກ 3 ໜອງ. ຫລັງຈາກນັ້ນ, ກໍບົວລະບັດ ຮັກສາໄກ່ທີ່ມີດັ່ງກ່າວ ຈົນມາຮອດປີ 2017-2018ກໍໄດ້ຂະຫຍາຍຕື່ມອີກ 1.000 ໂຕ ລວມໄກ່ທັງໝົດ 6.000 ໂຕ. ຂະນະທີ່ມາໃນປີ 2020 ໄດ້ຮັບ ທຶນຈາກກອງທຶນພັດທະນາໄຊສົມ ບູນ ຈຶ່ງໄດ້ຂະຫຍາຍຟາມໄກ່ອີກ ໜຶ່ງຫລັງບັນຈຸໄກ່ໄດ້ 2.000 ໂຕ ລວມໄກ່ທັງໝົດໃນປັດຈຸບັນ8.000 ໂຕ, ຜະລິດໄຂ່ໄດ້ 180 ແຕະຕໍ່ມື້. ນອກຈາກນີ້, ມາຮອດປີ 2022 ຈຶ່ງໄດ້ກໍ່ສ້າງຟາມໝູຂຸນບັນຈຸໄດ້ 500 ໂຕ ແລະ ໄດ້ຂາຍໝູເປັນ ສິນຄ້າໃນທ້າຍປີ 2023 ເປັນຕົ້ນ ມາ ແລະ ໃນເດືອນໜຶ່ງຂາຍອອກ 120 ໂຕ. ເທົ່ານີ້ ຍັງບໍ່ທັນພຽງພໍຕໍ່ ຄວາມຕ້ອງການ ມາໃນປີ 20242025 ຈຶ່ງໄດ້ກູ້ຢືມເງິນຈາກກອງ ທຶນພັດທະນາແຂວງໄຊສົມບູນຕື່ມ ມາຂະຫຍາຍຟາມໝູແມ່ພັນ ມີໝູ ແມ່ພັນທັງໝົດ 140 ໂຕ. ແນວໃດກໍຕາມ, ການທີ່ຫັນມາ ເອົາດີໃນການລ້ຽງໄກ່ພັນໄຂ່, ລ້ຽງ ໝູພັນຊີ້ນເປັນສິນຄ້ານີ້ ຫລັກໆແລ້ວ ຄື: ສະໜອງຕອບຕໍ່ແນວທາງນະໂຍ ບາຍຂອງພັກ-ລັດ ກໍຄື ຄວາມເອົາ ໃຈໃສ່ໃກ້ຊິດຕິດແທດຂອງພະນັກ ງານກະສິກຳເມືອງລ້ອງຊານ ທີ່ຊຸກ ຍູ້ສົ່ງເສີມປະຊາຊົນປູກຝັງ-ລ້ຽງສັດ ເປັນສິນຄ້າ. ຂະນະດຽວກັນຢູ່ເມືອງ ລ້ອງຊານ ຍັງບໍ່ທັນມີໃຜລ້ຽງເປັນ ຟາມແດ່ແລະມີອາກາດທີ່ເໝາະສົມ ຕໍ່ການລ້ຽງສັດ ຊຶ່ງແຕ່ລະມື້ຢູ່ຕະ ຫລາດກໍມີແຕ່ໄຂ່ໄກ່ນຳເຂົ້າຈາກ ຕ່າງແຂວງໃນເມື່ອກ່ອນ. ທ່່ານ ແສງແກ້ວ ແຄະພິມມ່ວງບອກ. ທັງ ໝົດເຫລົ່ານີ້ຄືເຫດຜົນ ແລະ ໂອກາດ ທີ່ຄອບຄົວ ແສງແກ້ວ ແຄະພິມ ມ່ວງ ຈັບກຳໄດ້ແໜ້ນບວກໃສ່ການ ມີປະສົບການຂອງລາວ. ອີກຈຸດໜຶ່ງ ຄືສິ່ງໃດທີ່ສາມາດຜະລິດເອງໄດ້ ໂດຍສະເພາະແມ່ນອຸປະກອນຮັບ ໃຊ້ຈຳນວນໜຶ່ງກໍໄດ້ຜະລິດເອງ, ແຕ່ກໍມີບາງອຸປະກອນທີ່ຈຳເປັນ ແລະ ຜະລິດເອງບໍ່ໄດ້ກໍໄດ້ຊື້ເຂົ້າມາ ເສີມຕື່ມ. ຂະນະທີ່ໃນຕໍ່ໜ້ານີ້ ຈະຂະ ຫຍາຍຟາມໝູຕື່ມ ເພື່ອຮອງຮັບໝູທີ່ ຜະລິດໄດ້ໃນແຕ່ລະເດືອນປະມານ 300 ໂຕ. ປັດຈຸບັນແມ່ນຮອງຮັບ ໄດ້ 500 ໂຕ, ຕ້ອງໄດ້ສ້າງຄອກ ຕື່ມອີກໃຫ້ບັນຈຸໄດ້ 900 ໂຕ ເພື່ອ ສາມາດຮອງຮັບ ແລະ ໝູນວຽນ ລູກໝູໃນແຕ່ລະເດືອນ. ສຳລັບລາຍຮັບຈາກການລ້ຽງ ແລະ ຂາຍໄຂ່ໄກ່, ໝູ ແລະ ປາ ນັ້ນ, ທ່ານ ແສງແກ້ວ ໄດ້ບອກວ່າ: ໃນແຕ່ລະເດືອນຂ້ອຍໄດ້ຂາຍໄຂ່ ໄກ່ອອກສະເລ່ຍໄດ້ກຳໄລສຸດທິ ໄດ້ 70-80 ລ້ານກີບ, ໝູກຳໄລ ສຸດທິ ໄດ້ກວ່າ 100 ລ້ານກີບ. ສຳ ລັບປາ ແມ່ນປີໜຶ່ງຂາຍອອກເທື່ອ ໜຶ່ງໄດ້ 300-400 ລ້ານກີບ. ນອກ ຈາກລ້ຽງສັດແລ້ວ ຄອບຄົວຂອງ ແສງແກ້ວ ຍັງໄດ້ປູກຢາງພາລາ 5-6 ພັນຕົ້ນ ທັງຂີດນ້ຳຢາງຂາຍ ສະເລ່ຍມີລາຍຮັບ 20-30 ລ້ານ ກີບຕໍ່ເດືອນຕື່ມອີກ. ນັບແຕ່ເລີ່ມ ດຳເນີນກິດຈະການລ້ຽງໄກ່ພັນໄຂ່, ໝູ ແລະ ປາ ມາຮອດປັດຈຸບັນເຮັດ ໃຫ້ຄອບຄົວມີຢູ່ມີກິນ, ມີການພັດທະ ນາຈາກເຄີຍຢູ່ເຮືອນແອ້ມໄມ້ເຮ້ຍ ກໍໄດ້ຢູ່ເຮືອນກໍ່ຖາວອນ, ມີລົດລາມ ພາຫະນະຮັບໃຊ້ຄອບຄົວ ທຽບ ໃສ່ເມື່ອກ່ອນຄອບຄົວ ແມ່ນດີຂຶ້ນ ຫລາຍຮ້ອຍເທົ່າ. ແຫ່ງຊາດ, ວິທະຍຸກະຈາຍສຽງ ແຫ່ງຊາດ ໄດ້ລົງເຄື່ອນໄຫວຢູ່ ແຂວງໄຊສົມບູນ ຊຶ່ງນຳພາໂດຍ ທ່ານ ກອງບຸນ ສຸລິວົງ ຮອງຫົວໜ້າ ກົມສື່ມວນຊົນ ຄະນະໂຄສະນາອົບ ຮົມສູນກາງພັກ ໂດຍການເຄື່ອນ ໄຫວຄັ້ງນີ້ ທີມງານພວກເຮົາກໍໄດ້ ຮັບການຮ່ວມມືເປັນຢ່າງດີຈາກ ພະນັກງານ ໂຄສະນາແຂວງ, ພະ ນັກງານຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງລ້ອງຊານ ໄດ້ ນຳທາງພາໄປຫາຄອບຄົວ ຂອງ ທ່ານ ແສງແກ້ວ ແຄະພິມມ່ວງ ທີ່ ປະສົບຜົນສຳເລັດໃນການລ້ຽງໄກ່ ພັນໄຂ່, ລ້ຽງໝູ ແລະ ປາເປັນສິນ ຄ້າ. ພາຍຫລັງເວົ້າຈາພາທີກັນ ຂປລ. ວັນທີ 8 ມີນາ ແມ່ນເຫດ ການ-ການເມືອງທີ່ສໍາຄັນ, ເປັນຂີດ ໝາຍແຫ່ງໄຊຊະນະພື້ນຖານຂອງ ຂະບວນການແມ່ຍິງສາກົນ ໃນການ ຕໍ່ສູ້ທວງເອົາສິດຜົນປະໂຫຍດອັນ ເປັນທໍາໃຫ້ແມ່ຍິງຊາວຜູ້ອອກແຮງ ງານໃນທົ່ວໂລກ, ເປັນວັນລະນຶກ ເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດ ປ່ອຍຕົນເອງ ແລະ ທວງໃຫ້ມີສິດ ສະເໝີພາບ ປະຊາທິປະໄຕ ຄືກັນ ກັບຜູ້ຊາຍ, ທວງໃຫ້ພວກນາຍທຶນ ແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄໍາ ຂວັນ: “ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວ ໂມງ, ແມ່ຍິງ ແລະ ຜູ້ຊາຍເຮັດວຽກ ຄືກັນ ຕ້ອງໄດ້ຮັບເງິນເດືອນເທົ່າ ກັນ, ຕ້ອງມີລະບອບປ້ອງກັນສຸຂະ ພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກ ສາສັນຕິພາບຂອງໂລກ”. ວັນແມ່ຍິງສາກົນ 8 ມີນາ ເກີດ ຂຶ້ນຈາກກໍາມະກອນຍິງ ໃນໂຮງ ງານຕໍ່າແຜ່ນຢູ່ເມືອງນິວຢອກ, ປະເທດສະຫະລັດອາເມລິກາ ລຸກຮື ຂຶ້ນປະທ້ວງໃຫ້ນາຍຈ້າງເພີ່ມຄ່າ ແຮງງານໃຫ້ ແລະ ຂໍສິດທິຂອງ ເຂົາເຈົ້າ. ແຕ່ສຸດທ້າຍ ແມ່ຍິງເຖິງ 119 ຄົນ ໄດ້ເສຍຊີວິດຈາກເຫດ ການນີ້ຍ້ອນມີການລອບວາງເພີງ ໄຟໄໝ້ໂຮງງານບ່ອນທີ່ພວກເຂົາ ນັ່ງຢູ່ຮ່ວມກັນ. ເຫດການທັງໝົດ ເກີດຂຶ້ນໃນວັນທີ 8 ມີນາ1857. ຫລັງຈາກນັ້ນ, ໃນປີ 1907, ກໍາມະ ກອນຍິງໃນໂຮງງານຕໍ່າແຜນທີ່ ເມືອງຊິກາໂກ ສະຫະລັດອາເມລິ ກາ ບໍ່ສາມາດທົນຕໍ່ການຂົ່ມເຫັງ, ການກົດຂີ່, ການລ່ວງລະເມີດຂອງ ນາຍຈ້າງທີ່ໃຊ້ພວກເຂົາຄືທາດ ເນື່ອງຈາກວ່າແມ່ຍິງເຫລົ່ານີ້ເຮັດ ວຽກໜັກເຖິງມື້ລະ 16-17ຊົ່ວໂມງ ຕໍ່ມື້ ໂດຍບໍ່ມີວັນຢຸດ, ບໍ່ມີການປະ ກັນໄພແຮງງານ ເປັນຜົນໃຫ້ເກີດ ການເຈັບເປັນ ແລະ ລົ້ມຕາຍແຕ່ກັບ ໄດ້ຮັບຄ່າແຮງງານພຽງເລັກໜ້ອຍ ແລະ ຖ້າຖືພາກໍ່ຖືກໄລ່ອອກ. ດ້ວຍ ເຫດນັ້ນໃນວັນທີ 8 ມີນາ 1907 ໄດ້ມີຂະບວນຮຽກຮ້ອງໃຫ້ນາຍ ຈ້າງຫລຸດຜ່ອນເວລາເຮັດວຽກ ຂອງເຂົາເຈົ້າລົງເຫລືອ 8 ຊົ່ວໂມງ ຕໍ່ມື້ ແລະ ໃຫ້ປັບປຸງສະຫວັດດີການ ຂອງເຂົາເຈົ້າທຸກຢ່າງ. ຢ່າງໃດກໍ່ ຕາມ, ເຖິງແມ່ນວ່າການຮ້ອງຂໍນີ້ ຈະບໍ່ສໍາເລັດແຮງງານຍິງຫລາຍ ຮ້ອຍຄົນຖືກຈັບ, ແຕ່ເຮັດໃຫ້ແມ່ ຍິງໃນທົ່ວໂລກສະໜັບສະໜູນການ ກະທໍາດັ່ງກ່າວ ແລະ ເຮັດໃຫ້ແມ່ຍິງ ທົ່ວໂລກຮູ້ເຖິງສິດທິຂອງເຂົາເຈົ້າ ຫລາຍຂຶ້ນ. ໃນວັນທີ8ມີນາ1908, ແຮງງານຍິງຫລາຍກວ່າ 15.000 ຄົນ ໄດ້ຮ່ວມເດີນຂະບວນທົ່ວເມືອງ ນິວຢອກ ເພື່ອຮຽກຮ້ອງໃຫ້ນາຍ ທຶນ ຫລຸດຜ່ອນຊົ່ວໂມງເຮັດວຽກ, ຢຸດການຂູດຮີດແຮງງານເດັກ ແລະ ທວງໃຫ້ແມ່ຍິງມີສິດໃນການອອກ ສຽງເລືອກຕັ້ງແລະການຮັບສະໝັກ ເລືອກຕັ້ງ. ການເດີນຂະບວນຄັ້ງນີ້ ແມ່ນພາຍໃຕ້ຄໍາຂວັນວ່າ “ເຂົ້າຈີ່ ແລະ ດອກກຸຫລາບ” ໝາຍເຖິງ ການໄດ້ຮັບອາຫານທີ່ພຽງພໍ ແລະ ຄຸນນະພາບຊີວິດທີ່ດີຂຶ້ນນັ້ນເອງ. ຈົນມາຮອດວັນທີ8 ມີນາ 1910, ຄວາມພະຍາຍາມຂອງກໍາມະກອນ ຍິງກຸ່ມນີ້ກໍ່ໄດ້ຮັບຜົນສໍາເລັດ. ເມື່ອ ມີຜູ້ຕາງໜ້າແມ່ຍິງຈາກ 17 ບັນດາ ປະເທດ ໄດ້ເຂົ້າຮ່ວມກອງປະຊຸມສະ ມາຄົມສະຕີສັງຄົມນິຍົມ ຄັ້ງທີ 2 ຢູ່ເມືອງໂກເປນຮາກ ປະເທດດານ ມາກ, ໂດຍໃນທີ່ປະຊຸມໄດ້ປະກາດ ຮັບຮອງຂໍ້ຮຽກຮ້ອງຂອງບັນດາ ກໍາມະກອນຍິງ ຄື: ຕ້ອງອະນຸຍາດ ໃຫ້ພວກເຂົາຫລຸດເວລາເຮັດວຽກ ເຫລືອ 8 ຊົ່ວໂມງຕໍ່ມື້, ໃຫ້ເວລາສຶກ ສາຫາຄວາມຮູ້ ເພື່ອພັດທະນາສັກ ກະຍະພາບຂອງຕົນເອງອີກ 8 ຊົ່ວ ໂມງແລະອີກ8ຊົ່ວໂມງ ເປັນເວລາ ພັກຜ່ອນພ້ອມກັນນີ້ຍັງໄດ້ປັບເງິນ ຄ່າແຮງງານຂອງແມ່ຍິງໃຫ້ເທົ່າກັບ ແຮງງານຊາຍ ແລະ ຍັງມີການຄຸ້ມ ຄອງສະຫວັດດີແມ່ຍິງ ແລະ ແຮງ ງານເດັກ. ທັງນີ້ຍັງໄດ້ຮັບຮອງຂໍ້ສະ ເໜີຂອງ $MBSB SFULJO ດ້ວຍ ການກໍານົດໃຫ້ ວັນທີ 8 ມີນາຂອງ ທຸກປີ ເປັນວັນແມ່ຍິງສາກົນ.
RkJQdWJsaXNoZXIy MTc3MTYxMQ==