ຂປລ
ຂປລ. ພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ມີຜົນສຳເລັດໂດຍພື້ນຖານ ໃນການນຳໃຊ້ໄອຊີທີ ເຂົ້າໃນການຄຸ້ມຄອງການຮຽນ-ການສອນ ແລະ ບໍລິການຄຸ້ມຄອງຫ້ອງການ ແນໃສ່ເຮັດໃຫ້ການສຶກສາ ມີຄວາມເທົ່າທຽມກັນ ລະຫວ່າງເຂດຕົວເມືອງ ແລະ ຊົນນະບົດ

ຂປລ. ພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ມີຜົນສຳເລັດໂດຍພື້ນຖານ ໃນການນຳໃຊ້ໄອຊີທີ ເຂົ້າໃນການຄຸ້ມຄອງການຮຽນ-ການສອນ ແລະ ບໍລິການຄຸ້ມຄອງຫ້ອງການ ແນໃສ່ເຮັດໃຫ້ການສຶກສາ ມີຄວາມເທົ່າທຽມກັນ ລະຫວ່າງເຂດຕົວເມືອງ ແລະ ຊົນນະບົດ ເພື່ອພັດທະນາວຽກງານການສຶກສາ ໃຫ້ໄດ້ມາດຕະຖານ, ມີຄຸນນະພາບ, ມີຄວາມໂປ່ງໃສ, ມີຄວາມຍືນຍົງ ແລະ ຫລຸດຜ່ອນອັດຕາປະລະການຮຽນ ພ້ອມທັງສ້າງເປັນເຄື່ອງມື ໃນການຕິດຕາມ, ຄຸ້ມຄອງການຈັດຕັ້ງການຮຽນ-ການສອນ, ການມາປະຈໍາການ, ການລາພັກ, ການອອກວຽກນອກຂອງພະນັກງານ ແລະ ຄູສອນ.
ທ່ານ ວັນຄຳ ສຸນັນທາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ລາຍງານຕໍ່ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວແຂວງວຽງຈັນ ປະຈຳພາກຮຽນທີ I ແລະ ວາງທິດທາງແຜນການ ພາກຮຽນທີ II ປະຈຳສົກຮຽນ 2025-2026 ເມ່ືອບໍ່ດົນມານີ້ວ່າ: ໃນພາກຮຽນທີ I ປະຈໍາສົກຮຽນ 2025-2026 ທາງພະແນກສຶກສາທິການ ແລະ ກິລາແຂວງ ໄດ້ອີງໃສ່ວິໄສທັດ ຂອງການສຶກສາແຫ່ງຊາດ ແຕ່ນີ້ເຖິງປີ 2030 ແລະ ຍຸດທະສາດການສຶກສາຮອດປີ 2025, ຍຸດທະສາດ ດີຈິຕອນ ສໍາລັບການສຶກສາ ປີ 2025-2035, ລັດຖະດໍາລັດຂອງລັດຖະບານ ວ່າດ້ວຍການບໍລິຫານ ແລະ ການບໍລິການລັດແບບດີຈິຕອນ ສະບັບເລກທີ 290/ລບ ລົງວັນທີ 17 ສິງຫາ 2022 ແລະ ຄໍາແນະນໍາຂອງເຈົ້າແຂວງວຽງຈັນ ສະບັບເລກທີ 07/ຈຂ.ວຈ ລົງວັນທີ 16 ມີນາ 2023 ວ່າດ້ວຍການນໍາໃຊ້ລະບົບ smart school ເຂົ້າໃນການຄຸ້ມຄອງການຮຽນ-ການສອນໃນໂຮງຮຽນສາມັນສຶກສາທົ່ວແຂວງວຽງຈັນ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດໃນການນຳໃຊ້ໄອຊີທີເຂົ້າໃນການຄຸ້ມຄອງການຮຽນ-ການສອນ ແລະ ບໍລິການຄຸ້ມຄອງຫ້ອງການ ສໍາເລັດຜົນໄດ້ໂດຍພື້ນຖານ ເປັນຕົ້ນ ສໍາເລັດການສ້າງ ແລະ ພັດທະນາລະບົບຄຸ້ມຄອງການຮຽນ-ການສອນທີ່ທັນສະ
ໄໝ (Smart school) ໂດຍພື້ນຖານ, ສ້າງບັນຊີຜູ້ຄຸ້ມຄອງລະບົບຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນໂຮງຮຽນ, ສ້າງແອັບຜູ້ຄຸ້ມຄອງຂັ້ນແຂວງ, ສ້າງແອັບຜູ້ຄຸ້ມຄອງຂັ້ນເມືອງ, ການລາພັກ ແລະ ອອກວຽກນອກ, ສ້າງແອັບຜູ້ຄຸ້ມຄອງຂັ້ນໂຮງຮຽນ, ສ້າງບັນຊີຜູ້ຄຸ້ມຄອງລະບົບໂຮງຮຽນ, ການນໍາຄະແນນເຂົ້າລະບົບ, ທະບຽນນັກຮຽນຈົບຊັ້ນ, ສ້າງແອັບສໍາລັບຄູສອນ, ສ້າງແອັບສໍາລັບນັກຮຽນ, ແອັບສໍາລັບຜູ້ປົກຄອງ ແລະ ລະບົບການບໍລິຫານຄຸ້ມຄອງຫ້ອງການສຶກສາທິການ ແລະ ກິລາ 11 ເມືອງທົ່ວແຂວງ ປະກອບມີ ເມືອງວຽງຄຳ, ແກ້ວອຸດົມ, ໂພນໂຮງ, ທຸລະຄົມ, ຫີນເຫີບ, ວັງວຽງ, ກາສີ, ແມດ, ເຟືອງ, ໝື່ນ ແລະ ເມືອງຊະນະຄາມ.
ນອກຈາກນີ້, ໂດຍປະຕິບັດຕາມການຮ່ວມມືຂອງອົງການ ແອັກຊັນ ອີດູເຄຊັນ ໃນການສະໜັບສະໜູນອຸປະກອນໄອຊີທີ ເຂົ້າໃນການຈັດການຮຽນ-ການສອນ ເພື່ອການປັບປຸງສະພາບແວດລ້ອມທີ່ເປັນການຮຽນຮ່ວມ ແລະ ເປັນມິດໃນການຮຽນຮູ້ກັບເດັກ ແລະ ຜົນການຮຽນທີ່ມີຄຸນນະພາບ ສຳລັບການສຶກສາກ່ອນໄວຮຽນ ແລະ ປະຖົມສຶກສາຢູ່ແຂວງວຽງຈັນ, ຊຶ່ງທາງຄະນະນໍາພະແນກສຶກສາທິການ ແລະ ກິລາແຂວງ ໄດ້ໃຫ້ການຊີ້ນໍາຢ່າງໃກ້ຊິດ ເຮັດໃຫ້ໂຮງຮຽນໃນກຸ່ມເປົ້າໝາຍຂອງໂຄງການ ໄດ້ຮັບການພັດທະນາ ແລະ ມີທັກສະໃນການນໍາໃຊ້ໄອຊີທີ ເຂົ້າໃນການຮຽນ-ການສອນດີຂຶ້ນ ເປັນຕົ້ນ ການນໍາໃຊ້ແອັບພລີເຄຊັນ ສໍາລັບການຮຽນອ່ານ, ຂຽນ, ຄິດໄລ່ເລກ ແລະ ພາສາອັງກິດ.
ການນຳໃຊ້ລະບົບທັນສະໄໝ ເຂົ້າໃນການຄຸ້ມຄອງການຮຽນ-ການສອນໃນໂຮງຮຽນ ແລະ ຫ້ອງການທົ່ວແຂວງວຽງຈັນ ແມ່ນແນໃສ່ເຮັດໃຫ້ການສຶກສາມີຄວາມເທົ່າທຽມກັນ ລະຫວ່າງເຂດຕົວເມືອງ ແລະ ຊົນນະບົດ, ເພື່ອພັດທະນາວຽກງານການສຶກສາໃຫ້ໄດ້ມາດຕະຖານ, ມີຄຸນນະພາບ, ມີຄວາມໂປ່ງໃສ, ມີຄວາມຍືນຍົງ ຫລຸດຜ່ອນອັດຕາປະລະການຮຽນ ແນໃສ່ພັດທະນາຊັບພະຍາກອນມະນຸດ ໃຫ້ມີທັກສະທາງດ້ານການນໍາໃຊ້ເຕັກໂນໂລຊີ ເຮັດໃຫ້ຜູ້ບໍລິຫານການສຶກສາທຸກຂັ້ນ ມີຄວາມສະດວກໃນການຕິິດຕາມ ຄຸ້ມຄອງການຮຽນ-ການສອນ ໃຫ້ບັນລຸຜົນສໍາເລັດຕາມແນວທາງຂອງພັກ-ລັດທີ່ກໍານົດໄວ້; ສ້າງເປັນຖານຂໍ້ມູນທາງການສຶກສາໃຫ້ເປັນລະບົບ Digital Data Center ຂອງແຂວງ ເພື່ອສາມາດເຊື່ອມໂຍງຂໍ້ມູນຂ່າວສານການສຶກສາແຕ່ລະຂັ້ນ; ສ້າງເປັນເຄື່ອງມືໃນການຕິດຕາມ, ຄຸ້ມຄອງການຈັດຕັ້ງການຮຽນ-ການສອນ, ການມາປະຈໍາການ, ການລາພັກ, ການອອກວຽກນອກຂອງພະນັກງານ ແລະ ຄູສອນ.
ສຳລັບແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າແມ່ນສືບຕໍ່ເລັ່ງໃຫ້ຜູ້ບໍລິຫານ, ພະນັກງານ, ຄູ-ອາຈານ ເພີ່ມທະວີໃນການເຊື່ອມຊຶມແນວທາງຂອງພັກ-ລັດທີ່ວາງອອກ ເພື່ອຫັນມາເປັນແຜນການ, ແຜນງານ, ໂຄງການ ແລະ ກິດຈະກໍາອັນລະອຽດ ຕາມຄວາມຮັບຜິດຊອບຂອງຕົນ ໃຫ້ສອດຄ່ອງກັບການພັດທະນາແຕ່ລະໄລຍະ; ປຸກລະດົມຂົນຂວາຍ, ແນະນໍາ ພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາ, ພໍ່ແມ່ ຫລື ຜູ້ປົກຄອງ, ຊຸມຊົນສັງຄົມ ໃຫ້ມີສະຕິໃນການນໍາໃຊ້ເຕັກໂນໂລຊີ ໄປໃນແນວທາງທີ່ຖືກຕ້ອງ ແລະ ເໝາະສົມ ສະກັດກັ້ນໄພຄຸກຄາມຂອງສື່ອອນລາຍ; ສົ່ງເສີມ, ແນະນໍາພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາ, ພໍ່ແມ່ ຫລື ຜູ້ປົກຄອງ ໃນການນຳໃຊ້ລະບົບທັນສະໄໝເຂົ້າໃນການຄຸ້ມຄອງການຮຽນ-ການສອນ ເປັນຕົ້ນ ສ້າງສື່ການຮຽນ-ການສອນທີ່ຫລາກຫລາຍ ເພື່ອສ້າງເປັນຖານຂໍ້ມູນສໍາລັບນັກຮຽນ ໃນການຄົ້ນຄວ້າສຶກສາຮໍ່າຮຽນ; ຈັດຕັ້ງເຜີຍແຜ່ຄໍາແນະນໍາຂອງເຈົ້າແຂວງ ໃນການນໍາໃຊ້ລະບົບທັນສະໄໝ ເຂົ້າໃນການຄຸ້ມຄອງການຮຽນ-ການສອນ ຢູ່ໃນໂຮງຮຽນທົ່ວແຂວງວຽງຈັນ ໃນຂອບເຂດທີ່ຕົນຮັບຜິດຊອບໃຫ້ທົ່ວເຖິງ; ສະໜອງງົບ ປະມານໃຫ້ພຽງພໍ ໃນການພັດທະນາຄຸ້ມຄອງລະບົບ ເພື່ອໃຫ້ມີຄວາມສະຖຽນໃນການນໍາໃຊ້; ປັບປຸງລະບົບຖານຂໍ້ມູນຕອບສະໜອງທາງດ້ານລະບົບເຄືອຂ່າຍສັນຍານ ແລະ ຖານບັນຈຸຂໍ້ມູນ (server) ໃຫ້ພຽງພໍ; ຮ່ວມມືກັບຄູ່ຮ່ວມພັດທະນາ ເພື່ອຍາດແຍ່ງເອົາທຶນຊ່ວຍເຫລືອ ໃນການພັດທະນາລະບົບທັນສະໄໝ ເຂົ້າໃນການຄຸ້ມຄອງການຮຽນ-ການສອນໃນໂຮງຮຽນທົ່ວແຂວງວຽງຈັນ ໃຫ້ມີຄວາມຍືນຍົງ; ສະໜອງງົບປະມານຈັດຝຶກອົບຮົມວຽກງານວິຊາການສະເພາະດ້ານ ໃຫ້ພະນັກງານສູນໄອຊີທີ ເພື່ອສ້າງຄວາມເຂັ້ມແຂງດ້ານການນໍາໃຊ້ໄອຊີທີໃຫ້ແກ່ຄູອາຈານ ແລະ ພະນັກງານພາຍໃນຂະແໜງການສຶກສາ ພ້ອມທັງລົບລ້າງການກືກຄອມພິວເຕີ ແລະ ລົງຕິດຕາມຊຸກຍູ້ການນຳໃຊ້ລະບົບທັນສະໄໝ ເຂົ້າໃນການຄຸ້ມຄອງການຮຽນ-ການສອນຢູ່ໃນໂຮງຮຽນທົ່ວແຂວງວຽງຈັນ.
KPL