ນະຄອນ ໄກສອນ ພົມວິຫານ ໄດ້ຮັບລາງວັນ ເມືອງທ່ອງທ່ຽວສະອາດອາຊຽນ ປີ 2026- 2028

25/02/2026 14:15
Email Print 6745
ຂປລ ຂປລ. ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ເປັນອີກເມືອງໜຶ່ງທີ່ໄດ້ຮັບລາງວັນເມືອງມາດຕະຖານທ່ອງທ່ຽວສະອາດອາຊຽນ ເນື່ອງຈາກວ່າ ໄດ້ຮັບມາດຕະຖານ ດ້ານການຄຸ້ມຄອງສິ່ງແວດລ້ອມ, ຄວາມສະອາດ, ການກຳຈັດສິ່ງເສດເຫລືອ, ການປູກຈິດສໍານຶກດ້ານການຮັກສາສິ່ງແວດລ້ອມ ແລະ ຄວາມສະອາດ, ຄວາມປອດໄພດ້ານສຸຂະພາບ, ຄວາມປອດໄພ ແລະ ຄວາມສະຫງົບໃນຕົວເມືອງ

ຂປລ.  ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ  ເປັນອີກເມືອງໜຶ່ງທີ່ໄດ້ຮັບລາງວັນເມືອງມາດຕະຖານທ່ອງທ່ຽວສະອາດອາຊຽນ  ເນື່ອງຈາກວ່າ ໄດ້ຮັບມາດຕະຖານ ດ້ານການຄຸ້ມຄອງສິ່ງແວດລ້ອມ, ຄວາມສະອາດ, ການກຳຈັດສິ່ງເສດເຫລືອ, ການປູກຈິດສໍານຶກດ້ານການຮັກສາສິ່ງແວດລ້ອມ ແລະ ຄວາມສະອາດ, ຄວາມປອດໄພດ້ານສຸຂະພາບ, ຄວາມປອດໄພ ແລະ ຄວາມສະຫງົບໃນຕົວເມືອງ, ພື້ນທີ່ສີຂຽວ, ພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ດ້ານການທ່ອງທ່ຽວ. ສະນັ້ນ, ຈຶ່່ງເຮັດໃຫ້ ນະຄອນ ໄກສອນ ພົມວິຫານ ຕິດ 1 ໃນ 4 ເມືອງທີ່ໄດ້ຮັບລາງວັນມາດຕະຖານທ່ອງທ່ຽວສະອາດອາຊຽນ ປີ 2026- 2028.

ທ່ານ  ລຳພູນ ວໍລະວົງ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ວຽກງານການທ່ອງທ່ຽວໃນປັດຈຸບັນ, ຕ້ອງມີການເຊື່ອມໂຍງ, ເຊື່ອມຈອດເຊິ່ງກັນ ແລະ ກັນ ເພື່ອເປັນທາງຜ່ານໄປມາຫາສູ່ກັນ ເປັນຕົ້ນ ມາຈາກໄທ ໄປ ສສ ຫວຽດນາມ, ມາຈາກນະຄອນຫລວງວຽງຈັນ ກໍຜ່ານເມືອງອຸທຸມພອນ ເພາະເປັນເມືອງ 4 ທິດ ໄປທາງໃດກໍຕ້ອງໄດ້ຜ່ານ. ດັ່ງນັ້ນ, ເພື່ອຕິດພັນກັບຂົງເຂດວຽກງານວັດທະນະທຳ ແລະ ການທ່ອງທ່ຽວ ຢູ່ເມືອງອຸທຸມພອນ ກໍໄດ້ສ້າງຄຸນຄ່າທາງດ້ານອາຫານ ເປັນຕົ້ນ ປີ້ງໄກ່ເຊໂນ ແລະ ແນະນໍານັກທ່ອງທ່ຽວໃຫ້ມາຊີມປີ້ງໄກ່ເຊໂນ.  ພ້ອມກັນນັ້ນ, ເມື່ອໄດ້ມາແຂວງສະຫວັນນະເຂດ  ຕ້ອງທ່ອງທ່ຽວຕາມແຜນ 3 ໄຫວ້ 4 ເບິ່ງ 5 ຊົມ ຄື: 3 ໄຫວ້ປະກອບມີ:  ໄຫວ້ພະຍາດອິງຮັງ, ໄຫວ້ພະທາດໂພ່ນ ແລະ ໄຫວ້ຫໍໄຕປີດົກ ເຊິ່ງເປັນບ່ອນສະສົມຂອງຄັງໃບລານ; ທ່ອງທ່ຽວ 4 ເບິ່ງປະກອບມີ: ເບິ່ງຫໍພິພິທະພັນສະຫວັນນະເຂດ, ຫໍພິພິທະພັນໄດໂນເສົາ, ຫໍພິພິທະພັນຮ່ວມສໍາພັນສູ້ຮົບໄຊຊະນະ ລາວ-ຫວຽດນາມ ແລະ ເບິ່ງມໍລະດົກສະຖານໜອງເຮືອທອງ;ທ່ອງທ່ຽວ 5 ຊົມ ປະກອບມີ: ທ່ຽວຊົມຕົວເມືອງເກົ່າປະຫວັດສາດ ໜອງຫລົ່ນ, ປ່າສະຫງວນດົງນາຕາດ ນະຄອນ ໄກສອນ ພົມວິຫານ; ທ່ຽວຊົມຝູງລີ, ປາຝາ, ຝາຍສຸຍຈໍາພອນ; ທ່ຽວຊົມໂອງ-ມັ້ງ, ນົກຍາງຂາວ, ແຫລ່ງຂຸດຄົ້ນກະດູກໄດໂນເສົາຊົນນະບູລີ; ທ່ຽວຊົມວັດຖຸບູຮານ ດອນຫີນດ້າງ, ໂພນຊ້າງສານ, ເມືອງບູຮານ ສີສະເກດ, ສວນຕານ ແລະ ເຮືອນຫີນໄຊພູທອງ; ທ່ຽວຊົມພະທາດນາງຂາວ, ພະເຈົ້າອົງແສນ, ຫີນສາມເສົ້າ, ນໍ້າເກົ້າແຄ ວິລະບູລີ.  ນີ້ຄືວົງແຫວນແຫ່ງການທ່ອງທ່ຽວຂອງແຂວງສະຫວັນນະເຂດ. ສະນັ້ນ, ເພື່ອເຮັດໃຫ້ ວຽກງານ 3 ໄຫວ້ 4 ເບິ່ງ 5 ຊົມ ໃຫ້ປະກົດຜົນເປັນຈິງ, ແຂວງສະຫວັນນະເຂດ ມີການແຕ່ງເພງກອນລໍາ 4 ຈັງຫວະ ຄື: ລໍາບ້ານຊອກ, ລໍາຄອນສະຫວັນ, ລໍາຕັ້ງຫວາຍ ແລະ ລໍາຜູ້ໄທ ເພື່ອສ້າງເອກະລັກຂອງແຂວງ. ສະນັ້ນ, ການປະເມີນມາດຕະຖານທ່ອງທ່ຽວສະອາດອາຊຽນ ກໍເປັນລາງວັນ ທີ່ມີຄວາມສໍາຄັນ ແລະ ຈໍາເປັນຢ່າງຍິ່ງ ທີ່ຈະຊ່ວຍປັບປຸງມາດຕະຖານການບໍລິການ  ການທ່ອງທ່ຽວ ຢູ່ ສປປ ລາວໃຫ້ດີຂຶ້ນ, ນັກທ່ອງທ່ຽວ ຈະມີຄວາມໝັ້ນໃຈຫລາຍຂຶ້ນເມື່ອເຂົ້າມາໃຊ້ບໍລິການ, ບັນດາຜູ້ປະກອບການທຸລະກິດ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ຮັບໃບຢັ້ງຢືນ ແລະ ແຜ່ນປ້າຍລາງວັນມາດຕະຖານການທ່ອງທ່ຽວອາຊຽນສາມາດນໍາໃຊ້ໃນການສົ່ງເສີມການຕະຫລາດ ເພື່ອດຶງດູດນັກທ່ອງທ່ຽວໃຫ້ຫລາຍຂຶ້ນ.




ໂດຍ: ມາລີດາ

KPL

ຂ່າວອື່ນໆ

    • ຫລວງພະບາງ ເມືອງມໍລະດົກໂລກ ຈຸດໝາຍປາຍທາງຍອດນິຍົມຂອງນັກທ່ອງທ່ຽວທ່ອງທ່ຽວ

      ຫລວງພະບາງ ເມືອງມໍລະດົກໂລກ ຈຸດໝາຍປາຍທາງຍອດນິຍົມຂອງນັກທ່ອງທ່ຽວ

      5/6/2026 10:10:28 AM

      ຂປລ. ຫລວງພະບາງ ສ້າງ ຕັ ້ງຂຶ ້ນກ່ອນໜ້ານີ ້ປະມານ 1.200 ກວ່າປີ, ເປັນເມືອງຫລວງເກົ ່າຂອງ ອານາຈັກລາວລ້ານຊ້າງ ໂດຍໄດ້ ປ່ຽນຊື ່ເອີ ້ນຫລາຍຄັ ້ງຄື: ເມືອງ ຊວາ, ຊຽງດົງ, ຊຽງທອງ ແລະ ເມືອງຫລວງພະບາງ ໃນປັດຈຸບັນ.

    • ວັດເພຍວັດ ອີກໜຶ່ງສະຖານທີ່ສຳຄັນຂອງແຂວງຊຽງຂວາງທ່ອງທ່ຽວ

      ວັດເພຍວັດ ອີກໜຶ່ງສະຖານທີ່ສຳຄັນຂອງແຂວງຊຽງຂວາງ

      4/27/2026 1:47:05 PM

      * ວັດເພຍວັດ ຕັ້ງຢູ່ກາງເມືອງ ຄູນ ແຂວງຊຽງຂວາງ ມີອາຍຸເກືອບ ພັນປີ ເຊິ່ງສະຖານທີ່ແຫ່ງນີ້ເປັນ ບ່ອນສັກກະລະບູຊາ ແລະ ກາບໄຫວ້, ເປັນສິ່ງສັກສິດຄູ່ບ້ານຄູ່ເມືອງ ຂອງ ຊາວແຂວງຊຽງຂວາງ ກໍຄື ນັກ ທ່ອງທ່ຽວທີ່ເດີນທາງມາຢ້ຽມຢາມ ແຂວງຊຽງຂວາງ. ວັດເພຍວັດມີ ເອກະລັກພິເສດຄື ມີຊາກເສົາເກົ່າ ແກ່ຕັ້ງຊີ້ຟ້າໂດຍປາສະຈາກຫລັງ ຄາ ຍ້ອນຖືກທຳລາຍໃນປາງສົງ ຄາມ ແຕ່ສິ່ງມະຫັດສະຈັນທີ່ສຸດ

    • ບັນຍາກາດບຸນປີໃໝ່ລາວ ຢູ່ແຫລ່ງທ່ອງທ່ຽວຕາດເລາະ-ຕາດຮັງທ່ອງທ່ຽວ

      ບັນຍາກາດບຸນປີໃໝ່ລາວ ຢູ່ແຫລ່ງທ່ອງທ່ຽວຕາດເລາະ-ຕາດຮັງ

      4/21/2026 11:38:31 AM

      ຂປລ. ບັນຍາກາດການສະເຫລີມ ສະຫລອງບຸນປີໃໝ່ລາວ ພສ 2569, ໃນວັນທີ 15 ເມສາ 2026 ຊຶ່ງເປັນມື້ ທີສອງ ຂອງການສະເຫລີມສະຫລອງ ບຸນປີໃໝ່ລາວ ຢູ່ແຫລ່ງທ່ອງທ່ຽວ ຕາດເລາະ-ຕາດຮັງ ແຂວງສາລະວັນ ມີບັນຍາກາດຄຶກຄື້ນດີ ບໍ່ວ່າຈະເປັນ ນັກທ່ອງທ່ຽວທັງພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ ໄດ້ມາ ທ່ຽວເປັນຈຳນວນຫລວງຫລາຍ

    • ສປປ ລາວ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 5 ລາງວັນທ່ອງທ່ຽວ

      ສປປ ລາວ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 5 ລາງວັນ

      3/10/2026 1:39:50 PM

      ຂປລ. ຄໍລໍາ “ທ່ອງທ່ຽວເມືອງ ລາວ” ຫລາຍສະບັບຜ່ານມາໄດ້ ນໍາສະເໜີ ກ່ຽວກັບລາງວັນການ ທ່ອງທ່ຽວສະອາດອາຊຽນມາ ແລ້ວ, ສະບັບນີ້ ຈະພາບັນດາທ່ານ ມາຮູ້ຈັກລາງວັນການທ່ອງທ່ຽວ ແບບຍືນຍົງອາຊຽນ ຊຶ່ງເປັນອີກ ລາງໜຶ່ງທີ່ຈະຊ່ວຍໃຫ້ວຽກງານ ການທ່ອງທ່ຽວ ມີການພັດທະນາ ຂຶ້ນ ແລະ ເຮັດໃຫ້ນັກທ່ອງທ່ຽວມີ ຄວາມໝັ້ນໃຈໃນການບໍລິການໃນ ສະຖານທີ່ໄດ້ຮັບລາງວັນຫລາຍຂຶ້ນ ເພາະກ່ອນຈະໄດ້ຮັບລາງວັນ ສະ ຖານທີ່ທ່ອງທ່ຽວ ຕ້ອງຜ່ານການ

    • ປີ 2026 ສປປ ລາວ ຄວ້າລາງວັນມາດຕະຖານ ສະຖານທີ່ຈັດງານອາຊຽນ 13 ລາງວັນທ່ອງທ່ຽວ

      ປີ 2026 ສປປ ລາວ ຄວ້າລາງວັນມາດຕະຖານ ສະຖານທີ່ຈັດງານອາຊຽນ 13 ລາງວັນ

      3/3/2026 11:58:39 AM

      ຂປລ. ສໍາລັບປີນີ້ກໍເປັນອີກປີ ໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ຂອງວຽກທ່ອງທ່ຽວ ເນື່ອງຈາກ ວ່າ ຫລາຍຂະແໜງການໄດ້ຮັບ ລາງວັນຈາກງານມະຫະກໍາການ ທ່ອງທ່ຽວອາຊຽນ ປະຈຳປີ 2026 ຊຶ່ງຈັດຂຶ້ນໃນເດືອນຜ່ານມາ ທີ່ເຊບູ, ປະເທດຟີລິບປິນ ໂດຍງານຄັ້ງນີ້ ສປປ ລາວ ໄດ້ຮັບ 21 ລາງວັນ ກວມເອົາ 4 ມາດຕະຖານ

ads
ads

Top